• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວຕ້ອນຮັບບຸນເຕັດຂອງຊາວ ຫວຽດນາມ ອາໄສຢູ່ຫລາຍປະເທດໃນໂລກ

ຕອນຄ່ຳວັນທີ 13 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ຈັດຕັ້ງງານພົບປະສັງສັນກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນ ເນື່ອງໃນໂອກາດລະດູບານໃໝ່ປີຈໍ 2018.

 ສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ຈັດຕັ້ງງານພົບປະສັງສັນ
ບັນດາຜູ້ເຂົ້າຮ່ວມມີຄວາມປະທັບໃຈຕໍ່ຜົນງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ທີ່ຕັ້ງນັບມື້ນັບສູງຂຶ້ນ ແລະ ຊົມເຊີຍການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ນັບມື້ນັບພັດທະນາ. ກ່າວຄຳເຫັນນະທີ່ນີ້, ທ່ານ ໂຮ່ມິງຕ໋ວນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສ.ເຊັກໂກກ ໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ຜົນສຳເລັດຂອງວົງຄະນາຍາດຊາວ ຫວຽດນາມ ອາໄສຢູ່ ເຊັກໂກ. ທ່ານເອກອັກຄະລັດຖະທູດປາດຖະໜາວ່າ ພໍ່ແມ່ປະຊາຊົນສືບຕໍ່ສາມັກຄີ, ຊ່ວຍເຫຼືອກັນໃນຊີວິດການເປັນຢູ່, ປະຕິບັດຕາມກົດໝາຍຂອງ ເຊັກໂກ ຢ່າງເຂັ້ມງວດ, ເພື່ອພັດທະນາ ແລະ ເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ ເຂົ້າໃນສັງຄົມປະເທດປະຈຳຖິ່ນຢ່າງບໍ່ຢຸດຢັ້ງ, ພ້ອມທັງ ມີບັນດາການເຄື່ອນໄຫວອ່ວາຍໜ້າສູ່ບ້ານເກີດເມືອງນອນ ແລະ ເປັນຂົວຕໍ່ໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.
(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top