• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວຂອງວັນບຸນວັດທະນະທຳເຂດເຕິຍບັກ

      ວັນທີ 18 ສິງຫາ, ຢູ່ນະຄອນເຊີນລາ ໄດ້ເລີ່ມຕົ້ນບັນດາການເຄື່ອນໄຫວຂອງວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຂອງບັນດາເຜົ່າເຂດເຕິຍບັກ (ເຂດທາງຕາເວັນຕົກສ່ຽງເໜືອ) ຄັ້ງທີ 14.

ພິທີໄຂ ບັນດາການເຄື່ອນໄຫວຂອງວັນບຸນວັດທະນະທຳເຂດເຕິຍບັກ
      ນີ້ແມ່ນການເຄື່ອນໄຫວໂດຍກະຊວງວັດທະນະທຳ - ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນ ແຂວງເຊີນລາ ຈັດຕັ້ງຂຶ້ນ, ໂດຍມີການເຂົ້າຮ່ວມຂອງ ນັກສິລະປິນ, ນັກສະແດງ ກວ່າ 1000 ຄົນ ທີ່ມາຈາກ 7 ແຂວງຄື: ຮ່ວາບິ່ງ, ດ້ຽນບຽນ, ລາຍເຈົາ, ລາວກາຍ, ອຽນບາຍ, ຝຸເທາະ ແລະ ເຊີນລາ.
        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນເຊີນລາ ໄດ້ໄຂງານວາງສະແດງພາບຖ່າຍສິນລະປະກ່ຽວກັບວັດທະນະທຳ - ການທ່ອງທ່ຽວ ດ້ວຍຫົວຂໍ້ວ່າ: “ສີສັນທາງທິດຕາເວັນຕົກສ່ຽງເໜືອ”,ໂດຍມີການເຂົ້າຮ່ວມຂອງ 7 ແຂວງດັ່ງກ່າວ. ດ້ວຍ ພາບຖ່າຍ 280 ແຜ່ນ ງານວາງສະແດງໄດ້ວາດພາບຄືນຊີວິດການເປັນຢູ່, ວັດທະນະທຳ, ການຜະລິດຂອງບັນດາຊົນເຜົ່າ. ທ່ານນາງ ຫງວຽນທິຫ໋າຍຍຸງ, ຫົວໜ້າກົມວັດທະນະທຳຊົນເຜົ່າ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:
        ຜ່ານງານວາງສະແດງພາບຖ່າຍຂອງ 7 ແຂວງ ແລະ ເຂດວາງສະແດງຂາຍອາຫານການກິນຂອງແຕ່ລະທ້ອງຖິ່ນ ຈະເຊີດຊູຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ປະກອບສ່ວນເຂົ້າເຂົ້າການປະຕິບັດມະຕິເລກທີ 9 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 11 ກ່ຽວກັບການກໍ່ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມໄດ້ເປັນຢ່າງດີເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາຂອງປະເທດ.
        ໃນຂອບເຂດວັນບຸນ, ຍັງດຳເນີນບັນດາການເຄື່ອນໄຫວຄື: ງານວາງສະແດງປະຊາຄົມບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອ, ຕັ້ງຄ້າຍວັດທະນະທຳວາງສະແດງສິນຄ້າ, ຂົງເຂດແນະນຳວັດທະນະທຳ, ອາຊີບຫັດຖະກຳ, ເສື້ອຜ້າອາພອນ…
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top