• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການຜັນແປຫຼ້າສຸດກ່ຽວກັບເຊື້ອພະຍາດ Covid – 19 ໃນໂລກ

      ຈີນໄດ້ກວດພົບກໍລະນີຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 1.749 ຄົນ ແລະ ຜູ້ເສຍຊີວິດຕື່ມອີກ 136 ຄົນ. 

(ພາບປະກອບ: THX/ TTXVN )
              ຕາມຂໍ້ມູນທີ່ໄດ້ປະກາດໃນວັນທີ 19 ກຸມພາ, ຈີນໄດ້ກວດພົບກໍລະນີຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 1.749 ຄົນ ແລະ ຜູ້ເສຍຊີວິດຕື່ມອີກ 136 ຄົນ. ສະພາບການຮ້າຍແຮງແມ່ນຍັງຢູ່ແຂວງຫູເປິ່ຍ ດ້ວຍຜູ້ເສຍຊີວິດໃໝ່່ແມ່ນ 93 ກໍລະນີ. ເຖິງຢ່າງໃດກໍຕາມ, ສັນຍານຕັ້ງໜ້າແມ່ນຈໍານວນຜູ້ຕິດເຊື້ອພະຍາດຕື່ມອີກຢູ່ນອກແຂວງຫູເປີ່ຍ ໄດ້ຫຼຸດລົງເປັນມື້ 14 ຢ່າງລຽນຕິດ.
        ວັນທີ 18 ກຸມພາ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໃຫ້ຮູ້ວ່າ ບັນດາມາດຕະການຂອງປະເທດນີ້ ເພື່ອແນໃສ່ສະກັດກັ້ນ ແລະ ຄວບຄຸມເຊື້ອພະຍາດ Covid – 19 ພວມບັນລຸໄດ້ຄວາມຄືບໜ້າທີ່ເຫັນໄດ້ຊັດ. ອໍານາດການປົກຄອງ ຈີນ ກໍໄດ້ມານະພະຍາຍາມຟື້ນຟູການເຄື່ອນໄຫວຄົມມະນາຄົມ ແລະ ເສດຖະກິດໃຫ້ກັບຄືນສູ່ສະພາບປົກກະຕິ ໄປຄຽງຄູ່ກັບການຍູ້ແຮງຄວາມມານະພະຍາຍາມຄວບຄຸມການແຜ່ລາມຂອງເຊື້ອພະຍາດດັ່ງກ່າວ.
        ກ່ຽວຂ້ອງເຖິງເຊື້ອພະຍາດດັ່ງກ່າວ, ໃນວັນດຽວກັນ ກະຊວງສາທາລະນະສຸກ ຍີ່ປຸ່ນ ກໍປະກາດວ່າ ມີ 88 ກໍລະນີຕື່ມອີກ ໄດ້ຮັບການຢັ້ງຢືນວ່າ ຕິດເຊື້ອພະຍາດ Covid – 19 ໃນກໍ່່າປັ່ນທ່ອງທ່ຽວ Diamond Princess, ເຮັດໃຫ້ຈໍານວນຜູ້ຕິດເຊື້ອພະຍາດໃນກໍ່າປັ່ນລໍາດັ່ງກ່າວຂຶ້ນເປັນ 524 ຄົນ. ໄລ່ຮອດວັນທີ 19 ກຸມພາ, ຈໍານວນຜູ້ຕິດເຊື້ອພະຍາດດັ່ງກ່າວໃນທົ່ວໂລກ ແມ່ນ 75.184 ຄົນ ແລະ ຈໍານວນຜູ້ເສຍຊີວິດ ແມ່ນ 2.009 ຄົນ.
        ຂ່່າວດີໃນວັນທີ 18 ກຸມພາ, ວົງການສາທາລະນະສຸກ ຈີນ ປະກາດວ່າ ວິທີປິ່ນປົວພະຍາດດັ່ງກ່າວ ດ້ວຍການສົ່ງເລືອດລາຍ (palasma) ຂອງຜູ້ທີ່ຕິດເຊື້ອພະຍາດ Covid – 19 ທີ່ໄດ້ປົວຫາຍດີເປັນປົກກະຕິແລ້ວ ໃຫ້ຜູ້ຕິດເຊື້ອພະຍາດໃໝ່, ໃນເບື້ອງຕົ້ນ ແມ່ນໄດ້ຮັບໝາກຜົນທີ່ເປັນໜ້າຊື່ນຊົມ. ນອກຈາກນັ້ນ ບັນດາແພດໝໍ ຈີນ ກໍໄດ້ທົດລອງຢາຕ້ານເຊື້ອໄວຣັດ 2 ຊະນິດ ເຊິ່ງຄາດວ່າຈະປະກາດຜົນໃນ 2 – 3 ອາທິດຈະມາເຖິງ. 
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top