• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນກັນ - ອາຫານທີ່ເປັນເອກະລັກສະເພາະຂອງ ຍາຈາງ

      ຮ້ານມີເນື້ອທີ່ກ້ວາງປະມານ 20 ຕາແມັດ, ທາງຂ້າງໄດ້ຈັດວາງໂຕະເຫຼັກໃສ່ໜ່ວຍໜຶ່ງ, ຢູ່ເທິງໜ້າໂຕະໄດ້ວາງເຕົາຖ່ານໃສ່ 2 ເຕົາ, ແຕ່ລະເຕົານັ້ນມີ 10 ປາກເຕົາ,  ຢູ່ອ້ອມຂ້າງແມ່ນວັດຖຸດິບ ແລະ ອຸປະກອນທີ່ຮັບໃຊ້ໃຫ້ແກ່ການປຸງແຕ່ງ ລ້ວນແຕ່ໄດ້ແຍກອອກ ແລະ ມ້ຽນໄວ້ຕ່າງຫາກ
            ໃນລາຍການອາຫານ ຫວຽດນາມ ກ່ອນນີ້, ພວກຂ້າພະເຈົ້າໄດ້ແນະນຳເຖິງທ່ານຜູ້ຟັງກ່ຽວກັບເຂົ້າໜົມປັນແຊ່ວ - ຊຶ່ງແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະ ບໍ່ວ່າແຂກທ່ອງທ່ຽວທ່ານໃດ ເມື່ອມາຢ້ຽມຢາມ ຍາຈາງ  ກໍ່ຕ້ອງໄດ້ຊີມລົດຊາດຂອງບັນແຊ່ວ. ບັນແຊ່ວບໍ່ພຽງແຕ່ແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະໜຶ່ງດຽວເທົ່ານັ້ນ ຫາກຍັງມີເຍື່ອງອາຫານຫລາຍຢ່າງຕື່ມອີກ ເມື່ອໄດ້ຊີມລົດຊາດຂອງມັນແລ້ວ ແມ່ນພວກເຮົາຮູ້ສຶກໄດ້ເຖິງຈຸດທີ່ເປັນເອກະລັກສະເພາະໃນວັດທະນະທຳອາຫານການກິນຂອງຊາວ ຍາຈາງ ອີກດ້ວຍ. ໃນລາຍການ ອາຫານຫວຽດນາມ ມື້ນີ້ ພວກຂ້າພະເຈົ້າຂໍແນະນຳເຖິງບັນດາທ່ານຜູ້ຟັງເຍື່ອງອາຫານ “ບັນກັນ” ທີ່ເຕັມໄປດ້ວຍລົດຊາດຂອງເຂດທະເລ ຜ່ານບົດຂຽນຂອງ ເຈິ່ນຕ໋ວນ.

ບັນກັນຍາຈາງ (ພາບ: ອິນເຕີແນັດ)
      ໃນການຢ້ຽມຢາມນະຄອນທະເລ ຍາຈາງ, ມິງ ສືບຕໍ່ພາ ເຮືອງ - ເຊິ່ງແມ່ນເພື່ອນຮ່ວມຫ້ອງໃນສະໄໝຮຽນຢູ່ມະຫາວິທະຍາໄລທີ່ມາຈາກ ຮ່າໂນ້ຍ ໄປກິນ “ບັນກັນ - ເຊິ່ງແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ຍາຈາງ”. ມິງ ແລະ ເຮືອງ ເຂົ້າໄປຄຸ້ມຖະໜົນຍາວປະມານ 200 ມ ແຕ່ກໍ່ມີຮ້ານອາຫານໃຫຍ່, ນ້ອຍປະມານ 20 ຮ້ານຄື: ບັນແຊ່ວ, ບັນກັນ…ເພື່ອຮັບໃຊ້ນັກທ່ອງທ່ຽວທີ່ຢຸດພັກຜ່ອນ ພາຍຫລັງຢ້ຽມຢາມນະຄອນທະເລ. ມິງ ແລະ ເຮືອງ ຟ້າວໄປເລືອກເອົາຮ້ານນ້ອຍຕັ້ງຢູ່ແຄມຖະໜົນ ແລະ ຍາດເວລາລົມກັນໃນຂະນະທີ່ເອື້ອຍແບ໋ (ເຈົ້າຂອງຮ້ານ) ກຳລັງເຮັດບັນກັນຢູ່ນັ້ນ. ບັນກັນ ມີຕົ້ນກຳເນີດມາຈາກຊາວ ຂະແມຢູ່ ນາມຈຽງ ລວມມີ: ແຄ໋ງຮ່ວາ, ຟານຣາງ, ຟານທຽດ ແລະ ບັນກັນ ໄດ້ຖ່າຍທອດໃຫ້ຊາວ ຫວຽດ ຜ່ານການດຳເນີນຊີວິດປະຈຳວັນໃນຫລາຍສະຕະວັດມາແລ້ວ.
            ໃນເວລານີ້ ວາງຢູ່ຕໍ່ໜ້າ ມິງ ແລະ ເຮືອງ ແມ່ນຈານບັນກັນທີ່ມີກິ່ນຫອມ,ຮ້ອນໆ ພວມລະເຫີຍອາຍອອກໄປທົ່ວຫ້ອງ.
            “ສຳລັບຂ້າພະເຂົ້າແລ້ວ, ເລື່ອງນັ່ງຖ້າ ບັນກັນສຸກທີ່ອອກມາຈາກເຕົານັ້ນ ແມ່ນມີຄວາມຈັບອົກຈັບໃຈທີ່ສຸດ. ຍ້ອນວ່າ ໃນເວລານັ້ນ ຂ້າພະເຈົ້າໄດ້ເຫັນປະຈັກຕາແຕ່ລະຂັ້ນຕອນທີ່ມີຄວາມ “ຄ່ອງແຄ້ວ” ຂອງຜູ້ເຮັດບັນກັນ. ເມື່ອເບິ່ງບັນດາກອບບັນກັນທີ່ເປັນຮູບວົງມົນ ເຕັມໄປດ້ວຍບັນກັນເປັນຕາໜ້າແຊບ ແລະ ມີກິ່ນຫອມນັ້ນ ພັດມີຄວາມຮູ້ສຶກຮັກມັກຈຸດທີ່ລຽບງ່າຍໃນວັດທະນະທຳອາຫານການກິນຂອງ ຍາຈາງ ເວົ້າສະເພາະ ແລະ ຂອງຊາວ ຫວຽດນາມ ເວົ້າລວມຕື່ມອີກ.” 

ເຕົາບັນກັນຍາຈາງ (ພາບ: ອິນເຕີແນັດ
      ຮ້ານມີເນື້ອທີ່ກ້ວາງປະມານ 20 ຕາແມັດ, ທາງຂ້າງໄດ້ຈັດວາງໂຕະເຫຼັກໃສ່ໜ່ວຍໜຶ່ງ, ຢູ່ເທິງໜ້າໂຕະໄດ້ວາງເຕົາຖ່ານໃສ່ 2 ເຕົາ, ແຕ່ລະເຕົານັ້ນມີ 10 ປາກເຕົາ,  ຢູ່ອ້ອມຂ້າງແມ່ນວັດຖຸດິບ ແລະ ອຸປະກອນທີ່ຮັບໃຊ້ໃຫ້ແກ່ການປຸງແຕ່ງ ລ້ວນແຕ່ໄດ້ແຍກອອກ ແລະ ມ້ຽນໄວ້ຕ່າງຫາກ ຢ່າງເປັນລະບຽບ. ເອື້ອຍແບ໋ ຄີບເອົາກອບບັນກັນທີ່ເຮັດດ້ວຍດິນເຜົາ ໃຫຍ່ຊ່ຳໝາກກ້ຽງນ້ອຍ 10 ອັນໃສ່ 10 ປາກເຕົາ, ຕໍ່ຈາກນັ້ນ ແມ່ນຄົນແປ້ງທີ່ປະສົມໄວ້ແລ້ວ ໃຫ້ສະໝ່ຳສະເໝີ ແລ້ວຕັກເອົາ 1 ບ່ວງລາດໃສ່ໃຫ້ທົ່ວໜ້າກອບເປັນແຜ່ນບາງໆ, ຫລັງຈາກນັ້ນ ກໍ່ເອົາກຸ້ງ, ປາເມິກ, ໄຂ່ນົກກະທາໃສ່ແລ້ວຈຶ່ງອັດຝາໄວ້.
            “ ວັດຖຸດິບ ແລະ ວິທີເຮັດບັນກັນ ກໍ່ບໍ່ແຕກຕ່າງຫຍັງຫລາຍ ເມື່ອທຽບໃສ່ເຮັດບັນແຊ່ວ, ເຮັດບັນກັນ ແມ່ນບໍ່ໄດ້ໃສ່ນ້ຳມັນ, ເວລາສຸກກໍ່ບໍ່ໄດ້ປີ້ນ, ກອບເຮັດບັນກັນກໍ່ນ້ອຍກ່ວາເມື່ອທຽບໃສ່ກອບບັນແຊວ. ຂຶ້ນກັບຄວາມຊິນເຄີຍໃນການກິນດຶ່ມຂອງແຕ່ລະເຂດພາກ, ກໍ່ຄືແຕ່ລະຄົນ ຊຶ່ງໄສ້ບັນກັນອາດຈະແມ່ນໃສ່ໄຂ່ນົກກະທາ, ຊີ້ນໝູ ຫຼື ເຄື່ອງທະເລ... ”
            ບັນກັນ ບໍ່ຮູ້ວ່າມີມາແຕ່ຍາມໃດ ແຕ່ວ່າ ແຕ່ດົນນານມາແລ້ວ ບັນກັນ ໄດ້ຊຶມເລິກເຂົ້າໃນຈິດໃຈຂອງມະນຸດ ແລະ ກາຍເປັນເຍື່ອງອາຫານປະຈຳວັນຂອງຊາວບ້ານແຫ່ງນີ້. ສຳລັບບັນກັນເຄື່ອງທະເລ ວັດຖຸດິບຕົ້ນຕໍແມ່ນກຸ້ງ, ປາເມິກ ດັ່ງນັ້ນ ຂັ້ນຕອນການຄັດເລືອກ, ການປຸງແຕ່ງກໍ່ແມ່ນຂັ້ນຕອນສຳຄັນທີ່ສຸດ:
            “ກຸ້ງສົດ, ພາຍຫລັງຊື້ມາແຕ່ຕະຫລາດແລ້ວແກະເປືອກ, ຕັດຫົວຕັດຫາງອອກ. ປາເມິກ ເລືອກເອົາປາເມິກໄຂ່, ເອົາກະດູກສັນຫລັງອອກ ລ້າງໃຫ້ສະອາດ, ແລ້ວປະໄວ້ໃຫ້ສະເດັດນ້ຳ. ຫລັງຈາກນັ້ນ ເອົາໄປລວກໃສ່ນ້ຳຟົດໃຫ້ສຸກພໍດີ. ຖ້າຢາກກິນຊີ້ນໝູນຳ ກໍ່ສາມາດເອົາຊີ້ນໝູຝັກໃສ່ປົນກັນຕື່ມອີກ ”

ບັນກັນຍາຈາງ (ພາບ: ອິນເຕີແນັດ)
      ຫລັງຈາກນັ້ນ ປະມານ 3 – 4 ນາທີ, ເອື້ອຍແບ໋ ໄດ້ເຊີບໃຫ້ມິງ ແລະ ເຮືອງ ຈານບັນກັນຮ້ອນໆຫອມໆ, ສີເຫລືອງກອບໆຕື່ມອີກ ພ້ອມກັບໝາກມ່ວງດິບ, ໝາກເຟືອງສົ້ມ ທີ່ໄດ້ຈັດວາງໃສ່ຈານ ເບິ່ງແລ້ວເປັນຕາແຊບທີ່ສຸດ. ເຖິງຢ່າງໃດກໍ່ຕາມ ບໍ່ແມ່ນວ່າຮ້ານຂາຍບັນກັນໃດກໍ່ຈະແຊບຄືກັນໝົດ ແລະ ມີລົດຊາດພິເສດສະເພາະ. ບັນກັນເມື່ອສຸກຕ້ອງມີສີເຫລືອງອ່ອນ, ກິ່ນຫອມ ແລະ ຕ້ອງກິນກັບໝາກເຟືອງສົ້ມ, ໝາກມ່ວງດິບຈ້ຳກັບນ້ຳແຈ່ວສົ້ມຫວານຈຶ່ງແຊບ. ຕາມເອື້ອຍແບ໋ແລ້ວ ເຖິງວ່າແມ່ນເຄັດລັບງ່າຍດາຍກໍ່ຕາມ ແຕ່ມັນພັດແມ່ນປັດໃຈຕັດສິນ, ນັ້ນແມ່ນນ້ຳແຈ່ວ: 
            “ຍ້ອນບັນກັນນ້ອຍ, ເມື່ອກິນບັນກັນ ພວກເຮົາຈຶ່ງຕ້ອງເອົາບັນກັນຈຸ່ມໃສ່ນ້ຳແຈ່ວ. ຕາມປົກກະຕິແລ້ວນ້ຳແຈ່ວ ແມ່ນຝ່ານ້ຳປາເປັນສີຈາງໆ ມີຜັກທຽມ, ໝາກເຜັດ…ນອກນັ້ນ ບັນກັນ ຍັງໄດ້ກິນກັບໝາກເຟືອງສົ້ມ, ໝາກມ່ວງດິບ ເພື່ອຫລຸດຜ່ອນຄວາມຮູ້ສຶກບໍ່ເປັນຕາຢາກ ກິນບັນກັນຕ້ອງກິນພວມມັນຍັງຮ້ອນ ຈຶ່ງຮູ້ຮຶກໄດ້ລົດຊາດທີ່ແຊບນົວຂອງມັນ.”
            “ເມື່ອກິນບັນກັນນີ້, ຂ້າພະເຈົ້າຮູ້ສຶກໄດ້ລົດຊາດຫອມທີ່ເປັນເອກະລັກສະເພາະຂອງປາເມິກ, ກຸ້ງສົດປະສົມກົມກຽວເຂົ້າກັບລົດຊາດຂອງແປ້ງ, ເພີ່ມຄວາມເພັດໆຫວານໆຂອງນ້ຳແຈ່ວອີກເລັກນ້ອຍ. ທັງໝົດໄດ້ປະສົມເຂົ້າກັນ ສ້າງເປັນລົດຊາດພິເສດທີ່ສຸດ ເຖິງວ່າມັນແມ່ນເຍື່ອງອາຫານທີ່ງ່າຍດາຍກໍ່ຕາມ. ແຕ່ລະຄົນມີຄວາມນິຍົມທີ່ແຕກຕ່າງກັນ ສຳລັບຂ້າພະເຈົ້າແລ້ວ ບັນກັນ ກິນແຊບທີ່ສຸດແມ່ນໃນຍາມຝົນຕົກ.”
ເວລາ 10 ໂມງເຊົ້າ, ພາຍຫລັງຮັບປະທານ ບັນກັນເປັນທີ່ຮຽບຮ້ອຍແລ້ວ, ມິງ ແລະ ເຮືອງ ກໍ່ອຳລາເອື້ອຍແບ໋ ເພືຶ່ອສືບຕໍ່ຢ້ຽມຢາມນະຄອນທະເລ ຍາຈາງ. ຕອບຮັບຄຳອຳລາ ເອື້ອຍແບ໋ ຫົວຍີ້ມ ແລະ ຍົກມືບ່າຍໆ ແລ້ວສືບຕໍ່ຂາຍບັນກັນຈົນຮອດເວລາ 7 ໂມງຄ່ຳ ເອື້ອຍແບ໋ ແບ່ງປັນວ່າ: ສະເລ່ຍແລ້ວ ໃນແຕ່ລະມື້ ເອື້ອຍຂາຍໄດ້ປະມານ 100 – 150 ຄູ່ບັນກັນ ດ້ວຍລາຄາ 10.000 ດົ່ງ/ຄູ່, ເມື່ອລົບຄ່າໃຊ້ຈ່າຍອອກໃນແຕ່ລະເດືອນ ເອື້ອຍແບ໋ ກໍ່ມີລາຍຮັບປະມານ 15 - 20 ລ້ານດົງ.
ບັນກັນ ຍາຈາງ ຍາມໃດກໍ່ມີລົດຊາດພິເສດສະເພາະ ນັ້ນແມ່ນລົດຊາດທີ່ເຂັ້ມຂຸ້ນໄປດ້ວຍເຄື່ອງທະເລ, ບັນກັນມີກິ່ນຫອມພິເສດ, ສົດໆ ກອບນອກນຸ້ມໃນດ້ວຍໄສ້ກຸ້ງ, ປາເມິກ 
            ເຖິງຢ່າງໃດກໍ່ຕາມ ຖ້າພວກເພື່ອນບໍ່ມີໂອກາດໄປຮັບປະທານເຍື່ອງອາຫານບັນກັນຢູ່ ຍາຈາງ ກໍ່ສາມາດປະຕິບັດຕາມສູດດັ່ງລຸ່ມນີ້:
1. ກະກຽມວັດຖຸດິບ
- ແປ້ງເຂົ້າຈ້າວ: 200 g
- ນ້ຳ: 250 ml
- ກຸ້ງສົດ: 200 g
- ປາເມິກໄຂ່ : 200 g
- ໄຂ່ນົກກະທາ: 20 ໜ່ວຍ
- ຜັກບົ່ວໃບ, ເຄື່ອງປຸງຕ່າງໆ…
- ໝາກມ່ວງດິບ, ໝາກເຟືອງສົ້ມ
- ກອບບັນກັນ (ສາມາດໃຊ້ໝໍ້ຂາງ)
2. ຂັ້ນຕອນໃນການເຮັດ: 
- ຂັ້ນຕອນທີ 1 : ປຸງແຕ່ງວັດຖຸດິບ - ປາເມິກ, ກຸ້ງລ້າງໃຫ້ສະອາດ, ແກະເປືອກ, ຕັດຫົວຕັດຫາງອອກ. ຫລັງຈາກນັ້ນ ເອົາໄປລວກໃສ່ນ້ຳຟົດ. ຜັກບົ່ວໃບລ້າງໃຫ້ສະອາດ, ຊອຍໃຫ້ແລບ. ໝາກມ່ວງດິບ, ໝາກເຟືອງສົ້ມ ລ້າງໃຫ້ສະອາດ ປະໄວ້ໃຫ້ສະເດັດນ້ຳແລ້ວຈຶ່ງຊອຍໃຫ້ບາງ.
- ຂັ້ນຕອນທີ 2 : ປຸງແຕ່ງແປ້ງບັນກັນ - ແປ້ງເຂົ້າຈ້າວເອົາໄປຄົນໃສ່ກັບນ້ຳໃຫ້ສະໝ່ຳສະເໝີ ບໍ່ເປັນກ້ອນ ແລະ ເອົານ້ຳກະທິໝາກພ້າວ, ເກືອໃສ່ຕື່ມອີກເລັກນ້ອຍ. ສຸດທ້າຍແມ່ນເອົາຜັກບົ່ວໃບທີ່ຊອຍແລບໃສ່ ແລະ ຄົນໃຫ້ທົ່ວ.
- ຂັ້ນຕອນທີ 3 : ປຸງແຕ່ງແຈ່ວ - ແມ່ນປຸງຕາມອັດຕາສ່ວນດັ່ງລຸ່ມນີ້: ນ້ຳຕົ້ມຟົດປະໄວ້ໃຫ້ເຢັນ 2 ບ່ວງຈອງ, ນ້ຳຕານ 1 ບ່ວງຈອງ,  ນ້ຳປາ 1 ບ່ວງຈອງ, ນ້ຳໝາກນາວ ½ ບ່ວງຄົນໃຫ້ສະໝ່ຳສະເໝີ, ເອົາຫົວຜັກທຽມ ແລະ ໝາກເຜັດທີ່ຊອຍນ້ອຍໃສ່ອີກ. 
- ຂັ້ນຕອນທີ 4 : ຈືນບັນກັນ - ທຳອິດແມ່ນ ຕັກເອົາແປ້ງທີ່ປະສົມໄວ້ນັ້ນ ໃສ່ 1 ບ່ວງລາດໃຫ້ທົ່ວໜ້າກອບ (ຖ້າຫາກບໍ່ມີກອບ ສາມາດໃຊ້ໝໍ້ຂາງກໍ່ໄດ້) ຈາກນັ້ນເອົາກຸ້ງ, ປາເມິກ, ໄຂ່ນົກກະທາໃສ່ ແລະ ອັດຝາໄວ້. ເມື່ອບັນກັນສຸກຄີບອອກໃສ່ຈານ ເປັນອັນວ່າສຳເລັດ.
            ຂໍອວຍພອນໃຫ້ພວກເພື່ອນປະຕິບັດສຳເລັດ ແລະ ກິນໃຫ້ແຊບດ້ວຍວິທີເຮັດບັນກັນ ຍາຈາງ - ເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງເຂດພາກນີ້.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top