• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນໍ້າໃຈໃໝ່, ກໍາລັງແຮງໃໝ່ ເພື່ອພັດທະນາປະເທດຊາດ

      ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ໄດ້ອັດລົງໃນທ້າຍອາທິດຜ່ານມາ, ຢູ່ຮ່າໂນ້ຍ, ພາຍຫຼັງເຮັດວຽກມາເປັນເວລາ 06 ວັນ. ໝາກຜົນຂອງກອງປະຊຸມຄັ້ງນີ້ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈເພື່ອປະຕິບັດສໍາເລັດບັນດາໜ້າທີ່ ທີ່ໄດ້ວາງອອກຢ່າງແຮງ, ພ້ອມທັງສ້າງກໍາລັງແຮງໃໝ່່ ໃຫ້ແກ່ການພັດທະນາປະເທດຊາດໃນໄລຍະຈະມາເຖິງ.
        ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລື ແລະ ປະກອບຄໍາເຫັນໃສ່ເອກະສານສໍາຄັນຫຼາຍສະບັບ, ວາງອອກບັນດາແຜນນະໂຍບາຍ, ລັດຖະນະໂຍບາຍ ເພື່ອນໍາພາປະເທດ ສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່ ຢ່າງຮອບດ້ານ ແລະ ຄົບຊຸດ.
ສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່ຮອບດ້ານ ແລະ ຄົບຊຸດ
        ເນື້ອໃນສໍາຄັນທີ່ສຸດຂອງກອງປະຊຸມສູນກາງພັກຄັ້ງທີ 11 ແມ່ນປຶກສາຫາລື, ປະກອບຄໍາເຫັນໃສ່ຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ເພື່ອແນໃສ່ປະຕິບັດສໍາເລັດໜຶ່ງຂັ້ນຕອນ ກ່ອນທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄະນະພັກທຸກຂັ້ນປະກອບຄໍາເຫັນ. ຕາມນັ້ນແລ້ວ, ສູນກາງພັກ ໄດ້ຮຽກຮ້ອງໃຫ້ຮັບຮູ້ບັນດາຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ ບົນເນື້ອໃນຈິດໃຈພາວະວິໄສ, ຈິງໃຈ, ຍອມຮັບຄວາມຈິງ, ເບິ່ງບັນຫາຢ່າງກົງໄປກົງມາ, ບໍ່ເບິ່ງແຕ່ດ້ານດຽວ ຫຼື ຄິດໄປໃນແງ່ດຽວ. ໂດຍເຫັນໄດ້ຢ່າງຈະແຈ້ງວ່າ, 35 ປີ ແຫ່ງການປ່ຽນແປງໃໝ່ ແມ່ນໄລຍະປະຫວັດສາດອັນສໍາຄັນໃນວິວັດທະນາການພັດທະນາຂອງປະເທດຊາດ. ໂຄງການດໍາເນີນງານປີ 1991, ສະບັບປັບປຸງເພີ່ມເຕີມ, ຂະຫຍາຍໃນປີ 2011 ສືບຕໍ່ແມ່ນ ຄັນທຸງດ້ານແນວຄິດ, ຄັນທຸງແຫ່ງການຕໍ່ສູ້, ເຕົ້າໂຮມ, ລະດົມກໍາລັງໃຈໃນທົ່ວພັກ, ທົ່ວປວງຊົນ; ແມ່ນພື້ນຖານເພື່ອໃຫ້ພັກສືບຕໍ່ພັດທະນາລະບົບທິດສະດີກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ; ສໍາເລັດແນວທາງການກໍ່່ສ້າງ, ພັດທະນາປະເທດຊາດໃນສະໄໝໃໝ່. ເຖິງຢ່າງໃດກໍຕາມ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ກໍໃຫ້ຂໍ້ສັງເກດວ່າໃນໄລຍະພັດທະນາ, ຍັງປະເຊີນໜ້າກັບຫຼາຍບັນຫາໃຫຍ່, ສັບສົນ, ຂໍ້ຈໍາກັດ, ຂໍ້ຮ້ອນເຮັ່ງຫຼາຍຢ່າງ ທີ່ຕ້ອງສືບຕໍ່ຄົ້ນຄວ້າ, ສຸມໃສ່ແກ້ໄຂ ເພື່ອນໍາປະເທດພັດທະນາຢ່າງໄວວາ ແລະ ໝັ້ນຄົງກວ່າ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢັ້ງຢືນວ່າ
        “ຕ້ອງສືບຕໍ່ມີບັນດາແຜນນະໂຍບາຍ, ມາດຕະການແກ້ໄຂເໝາະສົມ, ມີລັກສະນະເປັນໄປໄດ້ສູງ ເພື່ອແນໃສ່ຍູ້ແຮງການຫັນເປັນອຸດສາຫະກໍາ, ທັນສະໄໝ ແລະ ປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບເສດຖະກິດຄືນໃໝ່, ສໍາເລັດການສ້າງລະບອບລະບຽບການພັດທະນາພື້ນຖານເສດຖະກິດການຕະຫຼາດກໍານົດທິດສັງຄົມນິຍົມໃຫ້ຮອບດ້ານ ແລະ ຄົບຊຸດ; ຄຸ້ມຄອງການພັດທະນາສັງຄົມແບບຍືນຍົງ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.. ພ້ອມກັນນັ້ນ, ຄວນສືບຕໍ່ໃກ້ຊິດຕິດແທດກັບສະພາບການຕົວຈິງ, ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ປຶກສາຫາລື, ສ້າງຄວາມເຫັນດີເປັນເອກະພາບສູງກວ່າ ກ່ຽວກັບເປົ້າໝາຍ, ທັດສະນະ, ບັນດາຂອດບຸກທະລຸ ແລະ ບັນດາບັນຫາໃໝ່ ແລະ ບັນຫາຍາກ, ໂດຍສະເພາະແມ່ນສາຍພົວພັນລະຫວ່າງການປ່ຽນແປງໃໝ່, ສະຖຽນລະພາບ ແລະ ພັດທະນາ; ລະຫວ່າງການປ່ຽນແປງໃໝ່ເສດຖະກິດ ແລະ ປ່ຽນແປງໃໝ່ດ້ານການເມືອງ; ລະຫວ່າງການພັດທະນາກໍາລັງຜະລິດ ແລະ ກໍ່ສ້າງ, ສ້າງສາຍພົວພັນຜະລິດສັງຄົມນິຍົມໃຫ້ສໍາເລັດເທື່ອລະກ້າວ...
        ສູນກາງກໍໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ຕ້ອງມີຄວາມເອົາໃຈໃສ່ເປັນພິເສດເຖິງບັນຫາຕົວຈິງທີ່ພວມວາງອອກຄື ພັດທະນາຢ່າງຄົບຊຸດ ແລະ ສ້າງສາຍສໍາພັນລະຫວ່າງບັນດາພາກສ່ວນເສດຖະກິດ ແລະ ບັນດາຮູບແບບການຈັດຕັ້ງຜະລິດດໍາເນີນທຸລະກິດ; ສົ່ງເສີມ, ເອື້ອອໍານວຍຄວາມສະດວກໃຫ້ແກ່ເສດຖະກິດພາກເອກະຊົນພັດທະນາ ໃຫ້ກາຍເປັນກໍາລັງໜູນສໍາຄັນຂອງພື້ນຖານເສດຖະກິດ; ຊົມໃຊ້ຜົນງານຂອງການປະຕິວັດອຸດສາຫະກໍາຄັ້ງທີ 4, ຍູ້ແຮງການປ່ຽນແປງໃໝ່ ປະດິດຄິດສ້າງ.

ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸ້ຈ້ອງ (ພາບ: TTXVN) 
      ຮັກສາລະດັບການເຕີບໂຕໃຫ້ໝັ້ນຄົງ
        ໃນຊຸມວັນເຮັດວຽກ, ສູນກາງພັກໄດ້ພິຈາລະນາ, ໄຈ້ແຍກ ສະພາບການຕົວຈິງຂອງບັນດາຂົງເຂດ, ຂະແໜງ ແລະ ທ້ອງຖິ່ນ ຢ່າງລະອຽດ ເພື່ອປຶກສາຫາລື, ຕີລາຄາຢ່າງ ພາວະວິໄສ, ຮອບດ້ານສະພາບການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ ປີ 2019. ບັນດາຜູ້ແທນໄດ້ຢັ້ງຢືນວ່າ ບັນດາຜົນງານ, ໝາກຜົນທີ່ບັນລຸໄດ້ໃນປີ 2019 ໄດ້ສ້າງທ່າເຕີບໂຕ ແລະ ກຳລັງໜູນໃໝ່, ບັນຍາກາດໃໝ່ໃຫ້ແກ່ການປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກໃນປີ 2020 ແລະ 5 ປີ 2016 – 2020. ພ້ອມກັນນັ້ນ, ສູນກາງພັກກໍ່ໄດ້ໄຈ້ແຍກ, ຄາດຄະເນຢ່າງມີພື້ນຖານວິທະຍາສາດ, ອີງຕາມສະພາບການພາຍໃນປະເທດ ແລະ ໂລກ, ເປັນຕົ້ນແມ່ນສະພາບການຢູ່ທະເລຕາເວັນອອກ ເພື່ອຊີ້ໃຫ້ເຫັນຢ່າງຈະແຈ້ງບັນດາກໍລະນີທີ່ອາດຈະເກີດຂຶ້ນໃນໄລຍະຈະມາເຖິງ, ຄາດຄະເນລ່ວງໜ້າໄດ້ເຖິງບັນດາໂອກາດ, ຄວາມສະດວກທີ່ຕ້ອງການກຳແໜ້ນ, ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ້ອງມານະພະຍາຍາມຜ່ານຜ່າ. ຕາມນັ້ນແລ້ວ, ສູນກາງພັກໄດ້ສັງເກດວ່າ: ເດັດຂາດບໍ່ໃຫ້ມີຄວາມປະໝາດ ແລະ ພໍໃຈກັບບັນດາໝາກຜົນ, ຜົນງານທີ່ບັນລຸໄດ້, ກົງກັນຂ້າມ, ຕ້ອງສືບຕໍ່ຕິດຕາມ, ອັບເດັດສະພາບການ, ມານະພະຍາຍາມສູ້ຊົນເພື່ອປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກໃນປີ 2019 – 2020 ຢ່າງມີໄຊ, ປີນີ້ຕ້ອງດີກ່ວາປີກ່ອນ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸ້ຈ້ອງ ໃຫ້ຮູ້ວ່າ:
        ໃນປີ 2020, ສືບຕໍ່ປັບປຸງ, ເພີ່ມທະວີພື້ນຖານເສດຖະກິດມະຫາພາກ,ຄວບຄຸມ ເງິນເຟິ້, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ລັກສະນະເປັນເຈົ້າຕົນເອງ ແລະ ກຳລັງແກ້ງແຍ່ງຂອງ ພື້ນຖານເສດຖະກິດ. ຍູ້ແຮງການປ່ຽນແປງໃໝ່, ສຳເລັດລະບອບລະບຽບການ, ສ້າງແຫຼ່ງກຳລັງ, ສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດທີ່ສົດໃສ, ສະດວກ, ຍູ້ແຮງຄືບໜ້າໃນການປະຕິບັດບັນດາໂຄງການສຳຄັນແຫ່ງຊາດ, ບັນດາໂຄງການຈຸດສຸມ, ເສີມຂະຫຍາຍບົດບາດຂອງບັນດາເຂດເສດຖະກິດ, ບັນດາຕົວເມືອງໃຫຍ່, ຕະຫຼາດພາຍໃນປະເທດ ແລະ ບັນດາຂະແໜງການບໍລິການ, ການທ່ອງທ່ຽວໃຫ້ເປັນຢ່າງດີ. ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງຂອງປະເທດຊາດ, ເດັດດ່ຽວຕໍ່ສູ້ປົກປັກຮັກສາອະທິປະໄຕ, ສິດອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດບົນພື້ນຖານກົດໝາຍສາກົນ.
        ຄວາມຕັດສິດໃຈຂອງສູນກາງພັກໄດ້ຮັບການຕີລາຕາຢ່າງຕັ້ງໜ້າຈາກຫາງສຽງ. ທ່ານ ເຈີນວັນເກິນ, ຊາວນະຄອນໂຮ່ຈີມິນກ່າວວ່າ:
        ປະຊາຊົນມີຄວາມພາກພູມໃຈທີ່ສຸດຕໍ່ບັນດາການຕັດສິນໃຈຢ່າງສູງຂອງສູນກາງພັກເພື່ອປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກຢ່າງມີໄຊ. ຫວັງວ່າໃນໄລຍະຈະມາເຖິງ, ບັນດາສິ່ງນີ້ຈະສ້າງບັນຍາກາດໃໝ່, ກຳລັງແຮງໃໝ່ໃຫ້ແກ່ການປະຕິບັດສຳເລັດເປົ້າໝາຍ, ໜ້າທີ່ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຢ່າງມີໄຊ  . ພ້ອມທັງຕັ້ງໜ້າກະກຽມ ແລະກ້າວໄປສູ່ການປະຕິບັດສຳເລັດກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XIII ຂອງພັກ.
        ເລື່ອງກອງປະຊຸມຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XII ບັນລຸໄດ້ຄວາມເຫັນດີເປັນເອກະພາບສູງກ່ຽວກັບທິດທາງ, ນະໂຍບາຍພັດທະນາປະເທດຊາດໃນໄລຍະຈະມາເຖິງ ກໍ່ຄືການຮັບຮູ້ຢ່າງຈະແຈ້ງບັນດາສິ່ງທ້າທາຍຊຶ່ງປະເທດຊາດຕ້ອງປະເຊີນໜ້າຈະກອບປະສ່ວນຊ່ວຍຫວຽດນາມ ປັບຕົວເຂົ້າກັບບັນດາການຜັນແປ ແລະ ຜົນກະທົບໃໝ່ເພື່ອພັດທະນາປະເທດຊາດ.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top