• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ນິຄົມລ້ຽງມ້າ ໃຫຍ່ສຸດ ພາກເໜືອ ຫວຽດນາມ

ມີມ້າພັນຊອດ ກວ່າ 20.000 ໂຕ ຂອງ ສູນຄົ້ນຄວ້າ ແລະ ພັດທະນາການລ້ຽງສັດ ເຂດພູດອຍ ໄດ້ສະໜອງໃຫ້ແກ່ ແຂວງຕ່າງໆ ຢູ່ເຂດພູດອຍ ທາງພາກເໜືອ ຫວຽດນາມ ເຊັ່ນ: ກາວ ບັ່ງ, ລາວກາຍ, ບັກກ້ານ, ຮ່າຢາງ, ບັກຢາງ ເພື່ອຮັບໃຊ້ ໃຫ້ແກ່ ການຜະລິດ, ຂົນສົ່ງ ຂອງ ພໍ່ແມ່ປະຊາຊົນ ບັນດາເຜົ່າ. 
ຕັ້ງຢູ່ຕາແສງ ບິ່ງເຊີນ, ນະຄອນ ຊົງກົງ, ແຂວງ ຖ໋າຍງວຽນ, ສູນຄົ້ນຄວ້າ ແລະ ພັດທະນາການລ້ຽງສັດ ເຂດພູດອຍ ສັງກັດ ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ ເປັນ ສະຖານທີ່ແຫ່ງໜຶ່ງ ເປັນທີ່ຮູ້ຈັກເຖິງ ເນື່ອງຈາກ ການລ້ຽງສັດ ແລະ ປະສົມດັດເຊື້ອພັນມ້າ ດ້ວຍຈຳນວນ ໃຫຍ່ທີສຸດ ຢູ່ພາກ ເໜືອ.

ເມື່ອປີ 1960, ສູນຄົ້ນຄວ້າ ແລະ ພັດທະນາ ການລ້ຽງສັດ ເຂດ ພູດອຍ ໄດ້ຮັບການສ້າງຕັ້ງ ມີຊື່ເອີ້ນໃນເບື້ອງຕົ້ນວ່າ ນິຄົມ ທະວີຄູນເຊື້ອມ້າ ບ໋າເວິນ. ມາຮອດເດືອນ ມັງກອນ 1998, ກະ ຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ໄດ້ຕັດສິນ ເພີ່ມເຕີມ ໜ້າທີ່ການງານ ແລະ ປ່ຽນຊື່ເອີ້ນ ຄືດັ່ງທຸກວັນນີ້.

ທ່ານ ຫງວຽນວັນດ້າຍ, ຜູ້ອຳນວຍການສູນ ໃຫ້ຮູ້ວ່າ ຜ່ານມາ ມີ ການຄົ້ນຄວ້າທົດລອງ ໃນຫຼາຍຂໍ້, ຊຶ່ງສະແດງໃຫ້ເຫັນວ່າ ມີ ຫຼາຍແຂວງ, ນະຄອນ ໄດ້ໃຊ້ມ້າ ໄຖນາ ແທນຄວາຍ ກວມ ມາດຕະສ່ວນ ແຕ່ 35-40%. ສ່ວນປະຊາຊົນ ເຂດພູ ດອຍ ໄດ້ ໃຊ້ມ້າ ເປັນພາຫະນະຂົນສົ່ງ, ໄປມາ ເນື່ອງຈາກວ່າ ພວກມັນ ສາມາດ ເຂົ້າເຖິງໄດ້ໃນທຸກ ພູມສັນຖານ ທີ່ຫຍຸ້ງຍາກ ກັນດານ ໂດຍລົດ ບໍ່ສາມາດເຂົ້າເຖິງໄດ້. ດ້ວຍເຫດນັ້ນ, ວຽກງານ ການ ຄົ້ນຄວ້າ, ເລືອກເຟັ້ນແນວພັນ ປັບປຸງ ດ້ານຮູບຮ່າງ ຂອງ ມ້າ ທ້ອງຖິ່ນ ໄດ້ຖືສຳຄັນ ແຕ່ຊຸມປີ 70 ຂອງ ສະຕະວັດກ່ອນ.


ຫຍ້າຫຼັງຈາກໄດ້ຕັດມາ ຈະໄດ້ໃສ່ຈັກ ບົດຈົນແຫຼກ ເພື່ອໃຫ້ ມ້າກິນ. 


ເພື່ອບໍ່ໃຫ້ຫຍ້າບູດ ແລະ ເໜົ່າ ໃນເວລາບົ່ມ, ຜູ້ລ້ຽງມ້າ ຕ້ອງ ໃສ່ ເກືອເຂົ້າຕື່ມ. 


ແນວພັນມ້າ ຕ່າງກັນ ໄດ້ລ້ຽງຢູ່ ບ່ອນທີ່ແຕກຕ່າງກັນ. 


ພະນັກງານ ຂອງ ສູນຄົ້ນຄວ້າ ແລະ ພັດທະນາ ການ ລ້ຽງສັດ ເຂດພູດອຍ ປ່ຽນຜຽນກັນ ໃຫ້ມ້າກິນ ໃນແຕ່ລະຕອນເຊົ້າ. 


ແນວພັນມ້າ ຫວຽດນາມ ທີ່ມີສີໝາກກະເບົາ, ສີໝາກກະເບົາ ແດງ... ປັດຈຸບັນ ກວມອັດຕາສ່ວນຫຼາຍ
ຢູ່ສູນຄົ້ນຄວ້າ ແລະ ພັດທະນາ ການລ້ຽງສັດ ເຂດພູດອຍ. 



ພະນັກງານຫ້ອງທົດລອງ ຂອງສູນຄົ້ນຄວ້າ ແລະ ພັດທະນາ ການລ້ຽງສັດ ເຂດພູດອຍ ຂອງນິຄົມລ້ຽງມ້າ ບ໋າເວິນ ກຳລັງ
ກວດກາ ລະບົບຂັບຖ່າຍ ຂອງມ້າ ເພື່ອປ້ອງກັນ ແລະ ຫຼີກລ້ຽງ ໂລກລະບາດ ໃຫ້ມ້າ. 

ວຽກງານຄົ້ນຄວ້າແນວພັນມ້າ ສຸມໃສ່ ຕາມທິດເລືອກເຟັ້ນ, ຂະ ຫຍາຍແນວພັນມ້າ ແລະ ປະສົມດັດເຊື້ອ ເປັນຕົ້ນຕໍ ເພື່ອ ຍົກ ສູງ ດ້ານຮູບຮ່າງ, ປະສິດທິຜົນ ການເຮັດວຽກ ຂອງ ມ້າທ້ອງ ຖິ່ນ. ໃນວຽກງານປະສົມດັດເຊື້ອ, ພັນມ້າ Cabacdin ເປັນ ພັນມ້າ ໄດ້ເລືອກເຟັ້ນ ແນໃສ່ ປັບປຸງ ດ້ານຮູບຮ່າງ ຂອງ ມ້າ ຫວຽດນາມ ເພື່ອໃຊ້ເປັນມ້າຕ່າງ, ໄຖ,  ແລະ ຂີ່ກໍ່ວ່າໄດ້. ດ້ວຍ ເຫດນັ້ນ, ແຕ່ປີ 1960-1998, ສູນຄົ້ນຄວ້າ ແລະ ພັດທະນາ ການລ້ຽງສັດ ເຂດພູດອຍໄດ້ສຸມໃສ່ຄົ້ນຄວ້າ ບັນດາຫຼັກສູດ ປະ ສົມດັດເຊື້ອ ນຳໃຊ້ ມ້າເຖິກ ພັນ Cabacdin ໃຫ້ປະສົມພັນ ກັບມ້າແມ່ ຂອງ ທ້ອງຖິ່ນ ເພື່ອໃຫ້ເກີດມ້າ ແນວພັນໃໝ່ ທີ່ມີ ເຊື້ອ ມ້າ Cabacdin 25%. 

ດ້ວຍຫົວຂໍ້ ວິທະຍາສາດ ເຕັກໂນໂລຊີ ຂັ້ນກະຊວງ ກ່ຽວກັບ ການ “ຄົ້ນຄວ້າປະສົມດັດເຊື້ອ ມ້າຊອດ ຮັບໃຊ້ ດ້ານ ກິລາ ແລະ ທ່ອງທ່ຽວ”, ສູນຄົ້ນຄວ້າ ແລະ ພັດທະນາການລ້ຽງສັດ ເຂດພູ ດອຍໄດ້ນຳເຂົ້າ ອະສຸຈິ ມ້າແຂ່ງແຊ່ແຂງ 72 ກ້ອງ (straw semen) ຂອງ 2 ແນວພັນມ້າ ທີ່ຄວ້າລາງວັນ ຈາກ ສ.ເຢຍ ລະມັນ ແນໃສ່ ສ້າງມ້າພັນຊອດ ເພື່ອຈຸດປະສົງກິລາ. 
ຜົນໄດ້ຮັບສະແດງໃຫ້ເຫັນວ່າ ການສ້າງມ້າພັນ Cabacdin ກວມ 25% ແມ່ນຕຳລາ ທີ່ເໝາະສົມທີສຸດ ກັບ ມ້າທ້ອງຖິ່ນ. ໃນຊຸມປີຜ່າມາ, ມີມ້າພັນຊອດ ຂອງ ສູນຄົ້ນຄວ້າ ແລະ ພັດ ທະນາການລ້ຽງສັດ ເຂດພູດອຍ ກວ່າ 20.000 ໂຕ ໄດ້ ສະ ໜອງໃຫ້ແກ່ແຂວງຕ່າງໆ ຢູ່ເຂດພູດອຍ ທາງພາກເໜືອ ຫວຽດ ນາມ ເຊັ່ນ: ກາວບັ່ງ, ລາວກາຍ, ບັກກ້ານ, ຮ່າຢາງ, ບັກຢາງ ເພື່ອຮັບໃຊ້ໃຫ້ແກ່ ການຜະລິດ, ຂົນສົ່ງ ຂອງ ປະຊາຊົນ ບັນດາ ເຜົ່າ.

ພ້ອມດຽວກັນ, ໂດຍຮູ້ໄດ້ ມີຫຼາຍຮູບການວັດທະນະທຳ, ທ່ອງ ທ່ຽວ ແລະ ກິລາ ໄດ້ນຳໃຊ້ມ້າ ນັບມື້ນັບຫຼາຍ ເຊັ່ນ: ບຸນ ແຂ່ງ ມ້າ ປະເພນີ ຢູ່ເມືອງ ບັກຮ່າ (ແຂວງ ລາວກາຍ) ຫຼື ການແຂ່ງ ມ້າ ເປັນວິຊາສະເພາະ ຄື ສະໜາມແຂ່ງມ້າ ຢູ່ແຂວງ ຝູ໋ເຖາະ, ນະຄອນໂຮ່ຈີມິນ... ເພາະສະນັ້ນ ພາກສ່ວນຄົ້ນຄວ້າແນວ ພັນມ້າ ຂອງສູນ ໄດ້ຕິດຕາມ ຢ່າງໃກ້ຊິດ ກັບຄວາມຕ້ອງການ ດ້ານຊີວິດວັດທະນະທຳ ຂອງ ປະຊາຊົນ. ບັນດາພະນັກງານ ຄົ້ນຄວ້າ ໄດ້ໃຫ້ມ້າເຖິກ Cabardin ປະສົມພັນກັບມ້າແມ່ ທ້ອງຖິ່ນ ເພື່ອສ້າງ ເປັນມ້າ ມີເຊື້ອສາຍ Cabardin 50%, 70% ຊຶ່ງ ແທດເໝາະ ກັບການ ນຳໃຊ້ ໃນການທ່ອງທ່ຽວ, ສະ ແດງກາຍະສິນ, ປະສົມກັບທ່ອງທ່ຽວ.


ໃນປີ 2017, ສູນຄົ້ນຄວ້າ ແລະ ພັດທະນາການລ້ຽງສັດ ເຂດພູ ດອຍ ໄດ້ລ້ຽງ ແລະ ປະສົມດັດເຊື້ອ ພັນມ້າຂາວ
ຕື່ມອີກ ເພື່ອ ຮັບໃຊ້ວຽກງານ ອະນຸລັກຮັກສາ ແນວພັນມ້າ ທີ່ມີຄ່າ. 



ແຕ່ລະມື້, ພະນັກງານ ຂອງ ສູນຄົ້ນຄວ້າ ແລະ ພັດທະນາການ ລ້ຽງສັດ ເຂດພູດອຍ ໄດ້ປ່ອຍມ້າ ຢູ່ສະຖານທີ່ ລ້ຽງ ເພື່ອສ້າງກຳລັງ
ຄວາມທົນທານ ໃຫ້ແກ່ ພັນມ້າ ທີ່ສະໜອງ ໃຫ້ພໍ່ແມ່ ຊົນ ເຜົ່າເຂດພູດອຍ ໃຊ້ເປັນພາຫະນະໃນການໄປມາ, ຕ່າງສິນຄ້າ. 



ປະຈຸບັນ, ພັນມ້ານ້ອຍ ໄດ້ນຳເຂົ້າ ປະສົມດັດເຊື້ອ ເພື່ອກະ ກຽມ ໃຫ້ແກ່ ບໍລິການ ການທ່ອງທ່ຽວ. 


ສູນຄົ້ນຄວ້າ ແລະ ພັດທະນາການລ້ຽງສັດ ເຂດພູດອຍ ໄດ້ມີ ສະຖານທີ່ລ້ຽງມ້າ ກວ້າງ ແຕ່ 1-2 ເຮັກຕາ. 


ໃນຊຸມປີຜ່ານມາ, ມີມ້າພັນ ຂອງ ສູນຄົ້ນຄວ້າ ແລະ ພັດທະ ນາ ການລ້ຽງສັດ ເຂດພູດອຍ ກວ່າ 20.000 ໂຕ ໄດ້ ສະໜອງ ໃຫ້ແກ່ ແຂວງຕ່າງໆ
ຢູ່ເຂດພູດອຍ ທາງພາກເໜືອ ຫວຽດນາມ ເຊັ່ນ: ກາວບັ່ງ, ລາວກາຍ, ບັກກ້ານ, ຮ່າຢາງ, ບັກຢາງ ເພື່ອ ຮັບໃຊ້ໃຫ້ແກ່ການຜະລິດ,
ຂົນສົ່ງ ຂອງ ພໍ່ແມ່ປະຊາຊົນ ບັນດາ ເຜົ່າ.

ພາພວກຂ້າພະເຈົ້າໄປຢ້ຽມຢາມ ເຂດ ລ້ຽງມ້າ ໃນນິຄົມ, ທ່ານ ດວ່ານກວາງເຮີບ, ພະນັກງານດ້ານເຕັກນິກໃຫ້ຮູ້ວ່າ: ເຂດລ້ຽງ ມ້າ ຖືກແບ່ງເປັນຫຼາຍບ່ອນ ເອກະລາດ, ແຕ່ລະບ່ອນຈະລ້ຽງ ມ້າ ແນວພັນທີ່ແຕກຕ່າງກັນ. ປະຈຸບັນ, ທາງສູນມີ 5 ແນວພັນ ມ້າ ເຊັ່ນ: ມ້າ Cacbadin, ມ້າຊອດແຂ່ງ, ມ້າຂາວ, ມ້າ ຫວຽດ ນາມ ແລະ ມ້ານ້ອຍ ມີຈຳນວນທັງໝົດ ປະມານ 200 ໂຕ. ໃນ ນັ້ນ ທາງສູນ ໄດ້ສຸມໃສ່ໃນການອະນຸລັກຮັກສາ ເຊື້ອພັນມ້າ ແຂ່ງ ແລະ ມ້າຂາວ ເພື່ອຮັບໃຊ້ໃຫ້ການປະສົມ ດັດເຊື້ອ ມ້າ ຮັບໃຊ້ໃຫ້ ພໍ່ແມ່ປະຊາຊົນ ບັນດາເຜົ່າ.

ແຕ່ລະມື້, ພະນັກງານຂອງສູນ ໄດ້ປ່ອຍມ້າ ຢູ່ຕາມ ທົ່ງຫຍ້າ ທີ່ ກວ້າງ ແຕ່ 1-2 ເຮັກຕາ ສອງຄັ້ງ/ມື້ ເພື່ອສ້າງ ຄວາມທົນທານ ໃຫ້ມ້າ ໃນເວລາ ໃຊ້ຂົນສົ່ງ ຢູ່ເຂດພູດອຍ ທີ່ຄົມມະນາຄົມ ໄປ ມາ ຫຍຸ້ງຍາກ.

ອາດເວົ້າໄດ້ວ່າ ຈຳນວນມ້າ ທີ່ລ້ຽງ ແລະ ຄົ້ນຄວ້າ ປະສົມດັດ ເຊື້ອຢູ່ທີ່ນີ້, ສູນຄົ້ນຄວ້າ ແລະ ພັດທະນາ ການລ້ຽງສັດ ເຂດພູ ດອຍ ໄດ້ ແລະ ກຳລັງ ປະກອບສ່ວນ ຍົກສູງ ປະສິດທິຜົນ ການ ຜະລິດ ແລະ ຮັກສາ, ເສີມຂະຫຍາຍ ສີສັນແຫ່ງຊາດ ຫວຽດນາມ. ພ້ອມກັນນັ້ນ ກໍແມ່ນ ບາດກ້າວ ທຳອິດ ປະກອບສ່ວນ ຊຸກຍູ້ ພັດະນາ ຮູບການ ເຄື່ອນໄຫວ ຂັ້ນສູງໃໝ່ ກ່ຽວ ກັບກິລາ, ການທ່ອງທ່ຽວ ດ້ວຍມ້າ ຢູ່ ຫວຽດນາມ. 

ບົດ: ເງິນຮ່າ-ພາບ: ແຄ໋ງລອງ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top