• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ນິກາຍມວຍ ລາກວຽດ - ຈິດໃຈມວຍພື້ນເມືອງ

ເປັນວິຊາມວຍໜຶ່ງ ສັງລວມບັນດາເຕັກນິກປ້ອງກັນຕົວໃນປະເພດມວຍພື້ນເມືອງຂອງຊາວ ຫວຽດນາມ, ການປະສານສົມທົບກັບການແພດເພື່ອ ຍົກສູງສຸຂະພາບ ໄດ້ເຮັດໃຫ້ນິກາຍມວຍ ລາກວຽດ ກາຍເປັນວິຊາມວຍຕາງໜ້າໃຫ້ແກ່ແນວຄິດຈິດໃຈຂອງຄົນ ຫວຽດນາມ ແລະ ໄດ້ ຢູແນສໂກ ຮັບຮອງເປັນປະເພດມວຍ ຫວຽດຕ້ອງການປົກປັກຮັກສາ.
ລາກວຽດ ເປັນນິກາຍມວຍໄປນຳໜ້າໃນການເລືອກເຟັ້ນຈຸດເດັ່ນຂອງມວຍພື້ນເມືອງ ຫວຽດນາມ ເພື່ອປະດິດສ້າງຂຶ້ນບົດມວຍກວ່າ 50 ບົດ, ໃນນັ້ນ ມີບັນດາບົດມວຍ,ບົດຝຶກແອບທີ່ໄດ້ປະສານສົມທົບກັບການແພດພື້ນເມືອງ. ສຳລັບນັກມວຍມາຮຽນໃໝ່ຈະມີບັນດາບົດຝຶກແອບຂອງຕົນໂດຍສະເພາະ, ພາຍຫຼັງການຮຽນມວຍມາເປັນເວລາ 3 ປີ ຈະບັນລຸໄດ້ລະດັບ ແລະ ຄວາມສາມາດພໍສົມຄວນ.
  
ເມື່ອທຽບກັບວິຊາມວຍຕ່າງໆ, ລາກວຽດ ອີງໃສ່ການຮູ້ຮົບໃນໄລຍະສັ້ນ,ຈຸດປະສົງແມ່ນຕີໃສ່ຈຸດອ່ອນຂອງຜູ້ຕໍ່ສູ້,ຕົນເອງບໍ່ມີຈຸດອ່ອນ. ທ່າຮັບ ແລະ ທ່າບຸກ ຊ່ວຍເຫຼືອກັນຢ່າງໄຫວພິບ. ບັນດາບົດມວຍຂອງນິກາຍມວຍແຫ່ງນີ້ບໍ່ພຽງແຕ່ຊ່ວຍຍົກສູງສຸຂະພາບເທົ່ານັ້ນ, ຫາກຍັງສ້າງຜົນສະທ້ອນເຖິງແນວຄິດຈິດໃຈຂອງຜູ້ມາຝຶກແອບວິຊາມວຍດັ່່ງກ່າວອີກດ້ວຍ.  
      

ບັນດາອາຈານມວຍຂອງນິກາຍມວຍ ລາກວຽດ ເຕົ້າໂຮມ
ກັນໃນງານສະແດງມວຍ 2017. ພາບ: ແຄງລອງ



ອາຈານມວຍ ຫງວຽນແທ່ງຈຸງ ມອບທຸງລະນຶກໃຫ້ບັນດາ
ນິກາຍມວຍທີ່ເຂົ້າຮ່ວມງານສະແດງມວຍ 2017. ພາບ: ແຄງລອງ



ລາກວຽດ ໄດ້ກາຍເປັນວິຊາມວຍຕາງໜ້າໃຫ້ແນວຄິດ
ຈິດໃຈຂອງຄົນ ຫວຽດນາມ. ພາບ: ແຄງລອງ

ນັກມວຍທີ່ມາຮຽນຢູ່ນິກາຍມວຍແຫ່ງນີ້ ສ່ວນຫຼາຍຮູ້ສຶກວ່ານິໄສຂອງຕົນເອງມີການປ່ຽນແປງຢ່າງເຫັນໄດ້ຊັດ, ນິໄສ ຄ່ຽມຄົມ, ໃຈເຢັນກວ່າ, ມີຄວາມອົດທົນສູງ. ຫາກວ່າ ພະຍາຍາມຝຶກແອບໃນຫຼາຍປີ, ຜູ້ຮຽນມວຍ ລາກວຽດ ບໍ່ພຽງແຕ່ເກ່ັງມວຍເທົ່ານັ້ນ, ຫາກຍັງຮຽນໄດ້ຄວາມ “ອົດທົນ” ອີກດ້ວຍ.
 
ນິກາຍມວຍ ລາກວຽດ ທັງສອນມວຍທັງສອນຄຸນສົມບັດ, ນັກມວຍມີການພັດທະນາຢ່າງຮອບດ້ານ, ມີຮ່າງກາຍທີ່ ແຂງແຮງ, ມີນິໄສໃຈດີ, ນີ້ແມ່ນພື້ນຖານເພື່ອຮັກສາການເຄື່ອນໄຫວ ແລະ ພັດທະນາຂອງນິກາຍມວຍໃນຫຼາຍປີຜ່ານມາ. ແຕ່ປີ 1995, ອາຈານມວຍ ຫງວຽນແທ່ງຈຸງ ສົມທົບກັບສະຖາປັນຄວາມສະຫງົບ ແລະ ສະຖາປັນ ຕຳຫຼວດປະຊາຊົນ  ສອນໃຫ້ບັນດານັກຮຽນຢູ່ທີ່ນີ້ ບັນດາວິທີການກັນຕ້ານນັກໂທດ ຕາມເຕັກນິກຂອງມວຍພື້ນເມືອງ.
 
ອາຈານມວຍ ຫງວຽນແທ່ງຈຸງ ມີຄວາມສະໜິດຕິດພັນ ກັບວິຊາມວຍມາເປັນເວລາກວ່າ 30 ປີ. ປີ 2005, ເພິ່ນໄດ້ສູນກາງສຶກສາ ສາກົນ ILO (ນະຄອນ ໂຕຣີໂນ, ອິຕາລີ) ເຊີນມາເຂົ້າຮ່ວມງານສຳມະນາ ແລະ ແນະນຳວິຊາມວຍພື້ນເມືອງ ຫວຽດນາມ. ຫຼັງຈາກທີ່ໄດ້ພົບປະກັບບັນດາ ເພື່ອນມິດສາກົນ, ເພິ່ນເຫັນໄດ້ວ່າ ເຂົາເຈົ້າມີຄວາມສົນໃຈເຖິງມວຍພື້ນເມືອງ ຫວຽດນາມ, ອາຈານມວຍ ອິຕາລີ ຫຼາຍຄົນ ຫຼັງຈາກທີ່ໄດ້ຊົມເບິ່ງການສະແດງມວຍພື້ນເມືອງຂອງນິກາຍມວຍ ລາກວຽດ ແລ້ວ ກໍ່ມີການຮຽນຕາມ ຢ່າງຕັ້ງໃຈ.
 
ນັ້ນແມ່ນແຫຼ່ງກຳລັງໃຈເພື່ອໃຫ້ເພິ່ນ ແລະ ບັນດາອາຈານມວຍຂອງນິກາຍມວຍ ລາກວຽດ ຕັດສິນໃຈເປີດກວ້າງ ແລະ ພັດທະນາພິກາຍດັ່ງກ່າວໃນປະຊາຄົມ. ປະຈຸບັນ, ລາກວຽດ ມີສະໜາມມວຍທັງໝົດ 64 ແຫ່ງ, ອາຈານມວຍ 30 ຄົນ ແລະ ນັກມວຍ 6.000 ຄົນໃນທົ່ວປະເທດ. ນິກາຍມວຍ ລາກວຽດ ໄດ້ ຢູແນສໂກ ຮັບຮອງເປັນ ປະເພດມວຍ ຫວຽດ ຕ້ອງການປົກປັກຮັກສາ.



ການສະແດງບົດມວຍໜຶ່ງເປີດສາກໃຫ້ແກ່ງານ
ສະແດງມວຍ 2017 ຂອງນິກາຍມວຍ ລາກວຽດ.  ພາບ: ແຄງລອງ



ບົດມວຍ ລີງ ສຳລັບໃຫ້ແກ່ເດັກນ້ອຍ. ພາບ: ແຄງລອງ


ສາກການສະແດງບົດມວຍໜຶ່ງໃນງານສະແດງມວຍ
2017 ຂອງນິກາຍມວຍ ລາກວຽດ. ພາບ: ແຄງລອງ



ບົດມວຍໜຶ່ງ ພັນລະນາເຖິງບັນດາຈັງຫວະຕີຂອງສັດ. ພາບ: ກົງດາດ


ສາກການສະແດງບົດມວຍໜຶ່ງດ້ວຍ ໄມ້ຄ້ອນເທົົ້າ. ພາບ: ກົງດາດ


ທ່າຕີໜຶ່ງດ້ວຍໄມ້ຄ້ອນເທົ້າ. ພາບ: ກົງດາດ


ນັກມວຍສະແດງບົດມວຍໜຶ່ງດ້ວຍ ດາບ. ພາບ: ກົງດາດ


ສາກການສະແດງ ມືສູ້ກັບດາບ. ພາບ: ກົງດາດ


ສາກການສະແດງບົດມວຍໜຶ່ງດ້ວຍ ມືທີ່ສວຍງາມ. ພາບ: ກົງດາດ


ສາກການສະແດງບົດມວຍສູ້ຮົບໜຶ່ງ. ພາບ: ແຄງລອງ


ສາກການສະແດງບົດມວຍສູ້ຮົບໜຶ່ງດ້ວຍມືເທິງອາກາດ. ພາບ: ແຄງລອງ


ການສະແດງທັບກ້ອນດິນຈີ່ໄວ້ເທິງທ້ອງນັກມວຍພວມ
ອີງຕົວເທິງກັບດັກດ້ວຍໄມ້ຄ້ອນຕີ. ພາບ: ແຄງລອງ



ການສະແດງທັບດິນຈີ່ດ້ວຍໄມ້ຄ້ອນຕີ. ພາບ: ກົງດາດ
ນິກາຍມວຍ ລາກວຽດ ໂດຍອາຈານມວນ ຫງວຽນແທ່ງຈຸງ ສ້າງຕັ້ງແຕ່ປີ 1987, ມາເຖິງປະຈຸບັນ, ນອກຈາກບັນດາສະໜາມມວຍຢູ່ ຮ່າໂນ້ຍ, ຫາຍເຢືອງ, ເງະອານ, ຮ່າຕິງ, ຮືງອຽນ... ລາກວຽດ ຍັງມີສະໜາມມວຍຫຼາຍແຫ່ງໄດ້ຕັ້ງຢູ່ ເອີຣົບ ຄື: ນະຄອນ ໂຕຣີໂນ-ອິຕາລີ, ສ. ຝຣັ່ງ, ລາດຊະອານາຈັກ ແບນຊິກ ແລະ ອື່ນໆ.
 
ອາຈານມວຍ ຫງວຽນແທ່ງຈຸງ ໃຫ້ຮູ້ວ່າ ໃນບັນດາບົດມວຍ ຂອງນິກາຍມວຍ ລາກວຽດ ໄດ້ມີການປະສານສົມທົບ ລະຫວ່າງ ມວຍພື້ນເມືອງກັບການແພດ. ໃນຍຸກປັດຈຸບັນ, ນິກາຍມວຍ ລາກວຽດ ຢາກຊ່ວຍໃຫ້ຜູ້ຮຽນມວຍຍົກສູງ ເນື້ອກາຍ ແລະ ສຸຂະພາບ, ມວຍສົມທົບກັບການແພດ ເພື່ອປິ່ນປົວພະຍາດ, ຊ່ວຍໃຫ້ຜູ້ຮຽນມວຍມີຄວາມ ໃຈເຢັນ, ອົດທົນຕໍ່ຄວາມຫຍຸ້ງຍາກໃນຊີວິດການເປັນຢູ່.

ພິເສດ, ໃນປີ 2018, ນິກາຍມວຍ ລາກວຽດ ຈະພັດທະນາຕົວແບບການທ່ອງທ່ຽວສົມທົບກັບມວຍ, ຈາກນັ້ນ ຈະ ໂຄສະນາວັດທະນະທຳມວຍພື້ນເມືອງຂອງ ຫວຽດນາມກັບເພື່ອນມິດສາກົນ.
ບົດ: ບິກເວີນ - ພາບ: ກົງດາດ-ແຄງລອງ
 

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top