• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ນຳ້ໃຈມິດຕະພາບ ຫວຽດນາມ-ໄທ ທີ່ S&A Academy

ສູນບານເຕະ S&A Academy ເກີດຂຶ້ນຈາກຄວາມເປັນເພື່ອນ ທີ່ສະໜິດແໜ້ນ ລະຫວ່າງ ທ່ານ ດວ່ານຮວ່າງເຊີນ ແລະ ທ່ານ ອາພີສິດ ໄກ່ແກ້ວ, ອະດີດນັກເຕະບານ ທິມຊາດ ຫວຽດນາມ ແລະ ທິມຊາດໄທ. 
ທ່ານ ດວ່ານຮວ່າງເຊີນ ເຄີຍເປັນນັກເຕາະ ແຂ່ງຂັນໃຫ້ ສະໂມ ສອນພາຍໃນປະເທດ ເຊັ່ນ: ດົ່ງເຕີມລອງອານ ແລະ ຮ່າໂນ້ຍ T&T. ທ່ານເປັນອະດີດຫົວໜ້າທີມບານເຕະ Olympic ຫວຽດນາມ. ສ່ວນ ກອງໜ້າ ອາພີສິດ ໄກ່ແກ້ວ ເຄີຍແຂ່ງຂັນໃຫ້ສະໂມສອນ ບິ່ງດິ້ງ (ຫວຽດນາມ) ເປັນເວລາ 2 ປີ 2002-2003 ແລະ ຫຼັງຈາກນັ້ນ ກໍ ແຂ່ງຂັນໃຫ້ສະໂມສອນ ອານຢາງ (ຫວຽດນາມ) ດີວີຊັ້ນໜຶ່ງ. ທ່ານ ກໍເປັນ ນັກເຕະ ຂອງທີມຊາດໄທ ແລະ ປັດຈຸບບັນເປັນຫົວໜ້າຄູ ຝຶກ ທີມບານເຕະໄທ.

ເຄີຍເປັນຄູ່ຕໍ່ສູ້ກັນໃນສະໜາມແຂ່ງຂັນ ແລະ ມີຄວາມມັກຮັກ ໃນ ອາຊີບ ເຕາະບານ ຄືກັນ, ດັ່ງນັ້ນ ທ່ານ ຮວ່າງເຊີນ ແລະ ທ່ານ ອາພີ ສິດ ໄດ້ກາຍເປັນເພື່ອນສະໜິດສະໜົມ ຢ່າງໄວ. ເມື່ອອຳລາ ຈາກ ວົງການ, ທ່ານ ຮວ່າງເຊີນ ມີຄວາມຫວັງຢາກເຮັດ ສິ່ງໃດສິ່ງໜຶ່ງ ດ້ວຍຄວາມສາມາດຂອງຕົນ ເພື່ອຊ່ວຍໃຫ້ເດັດນ້ອຍ ຫວຽດນາມ ມີເງື່ອນໄຂ ແລະ  ໂອກາດ ຫຼິ້ນບານເຕະ. ມີຫຼາຍເທື່ອ ທ່ານ ຮວ່າງ ເຊີນ ໄດ້ໄປໄທ ຢາມໝູ່ ຊຶ່ງຄາວນັ້ນ  ທ່ານ ອາພີ ສິດ ເປັນຜູ້ ຊ່ວຍ ວຽກຄູຝຶກທີມຊາດ ໄທ ແລະ ທ່ານ ອາພີສິດ ໄດ້ພາ ທ່ານ ຮວ່າງ ເຊີນ ໄປຢ້ຽມຢາມສະຖານທີ່ ຝຶກຊ້ອມ ຫຼາຍແຫ່ງ. ຈາກນັ້ນ ທັງ ສອງ ໄດ້ເກີດ ມີຄວາມຄິດໃນການ ສ້າງຕັ້ງສູນຝຶກຊ້ອມ ບານ ເຕະຂຶ້ນ ສຳລັບເດັກນ້ອຍ ຢູ່ຫວຽດນາມ ແລະ ໄທ ໂດຍ ທັງສອງ ຈະເປັນຜູ້ຝຶກສອນ ດ້ວຍຕົນເອງ.

ຫຼັງຈາກກະກຽມເປັນເວລານານ, ສູນບານເຕະ S&A Academy ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ນະຄອນໂຮ່ຈີມິນ ແລະ ນະຄອນຫຼວງ ບາງກອກ (ໄທ). ຊື່ຂອງສູນ ລວມມີ “S” ເປັນຕົວອັກ ສອນຂຽນ ຫຍໍ້ ຂອງ ເຊີນ, ຍັງ “A” ເປັນຕົວອັກສອນຂຽນຫຍໍ້ຂອງ ອາພີສິດ ຊຶ່ງ ເປັນສັນຍາລັກແຫ່ງຄວາມສຳພັນ ທີ່ສະໜິດແໜ້ນ ຂອງ ອະດີດ ນັກເຕະ ສອງຄົນນີ້. 

ຄະນະຄູຝຶກ ແລະ ນັກຮຽນຊຸດ I ຂອງ ສູນບານເຕະ S&A Academy ທີ່ນະຄອນໂຮ່ຈີມິນ. 


ສູນບານເຕະ S&A Academy ຮັບສະໝັກນັກຮຽນ ອາຍຸລະຫວ່າງ 6-12 ປີ. 


ເຖິງວ່າສູນບານເຕະ S&A Academy ຫາກໍໄຂຂຶ້ນເມື່ອ ເດືອນ ເມສາ 2016 ຜ່ານມາກໍຕາມ ແຕ່ໄດ້ມີນັກຮຽນ ມາຈົດທະບຽນ ເຂົ້າ ຝຶກ ເປັນຈຳນວນຫຼວງຫຼາຍ. 


ສູນບານເຕະ S&A Academy ມຸ່ງສູ່ການຫັນເປັນອາຊີບ ນັບ ແຕ່ຊຸດນຸ່ງ ໃນເວລາແຂ່່ງຂັນ. 


ບັນດານັກຮຽນ ຂອງສູນທຳການອົບອຸ່ນຮ່າງກາຍ ກ່ອນເຂົ້າສູ່ ການເຝິກແອບ. 


ບັນດານັກຮຽນໄດ້ຝຶກຊ້ອມພາຍໃຕ້ການແນະນຳຢ່າງໃກ້ຊິດຂອງຄູຝຶກ. 


ຄູຝຶກ ອາພີສິດ ພວມແນະນຳ ໃຫ້ນັກຮຽນ ວິທີລອກລໍ້ບານ. 


ຄູຝຶກ ອາພີສິດ (ຊ້າຍ) ແລະ ດວ່ານຮວ່າງເຊີນ(ຂວາ) ແນະນຳ ໃຫ້ນັກຮຽນ ວິທີລອກລໍ້ໝາກບານ. 


ບັນດານັກຮຽນ ຝຶກສົ່ງບານ. 


ຄູຝຶກຂອງສູນຍາມໃດກໍດູແລນັກຮຽນຢ່າງສຸດສຸດໃຈ. 


ບັນດານັກຮຽນຝຶກແອບບົດຮຽນໃນບັນຍາກາດສະໜຸກສະໜານ. 


ຄູຝຶກ ອາພີສິດ ແລະ ຄູຝຶກດວ່ານຮວ່າງເຊີນ ເປັນຜູ້ເຜີຍແຜ່ຄວາມ ຮັກມັກ ກັບໜ່ວຍໝາກບານ ໃຫ້ແກ່ບັນດານັກຮຽນຂອງຕົນ. 

ປັດຈຸບັນ, ສູນບານເຕະ S&A Academy ກຳລັງຮັບສະໝັກ ນັກ ຮຽນ ຈາກນະຄອນໂຮ່ຈີມິນ ແລະ ບາງກອກ. ສະເພາະຢູ່ນະຄອນ ໂຮ່ຈີມິນ ມີສູນຝຶກຊ້ອມສອງແຫ່ງ ຕັ້ງຢູ່ ເມືອງ 8 ແລະ ເມືອງ 10 ໄດ້ ປະ ກອບພາຫະນະ ອຸປະກອນ ສຳລັບການເຝິກແອບ ທີ່ຫຼາກ ຫຼາຍຮູບແບບ, ໝາກບານ ທີ່ໄດ້ມາດຕະຖານສາກົນ ໄດ້ນຳເຂົ້າ ຈາກໄທ ພ້ອມກັບບັນດາຫຼັກສູດຮຽນຢ່າງມີແບບແຜນ.

ສູນອົບຮົບບານເຕະ S&A Academy ເປັນສະຖານທີ່ເພື່ອໃຫ້ ພວກນ້ອງນ້ອຍ ຜູ້ຮັກມັກປະເພດກິລາບານເຕະມີເງື່ອນໄຂ ພັດທະ ນາ ຄວາມນິຍົມມັກຂອງຕົນ. ຢູ່ທີ່ນີ້, ພວກນ້ອງ ຈະໄດ້ ຮັບການ ຝຶກ ແອບດ້ານຮ່າງກາຍ, ຄວາມວ່ອງໄວ, ຄ່ອງແຄ່ວ ແລະ ເຕັກນິກການ ເຕະບານ ນັບແຕ່ຂັ້ນພື້ນຖານ. ນອກຈາກຄູຝຶກ ຮວ່າງເຊີນ ເປັນຜູ້ ສິດສອນໂດຍກົງແລ້ວ, ທາງສູນກໍຍັງໄດ້ຮັບການສະໜັບສະໜູນ ຢ່າງຈິງໃຈ ຈາກບັນດາເພື່ອນຮ່ວມງານ ຜູ້ ມີຄວາມ ຮັກມັກປະເພດ ກິລາ ບານເຕະເຊັ່ນ: ຮິ່ວງແອງຕ໋ວນ, ຫຼີ ເລີມຮຸຍ, ອາມາວບີ ແລະ ຫງວຽນຟາດ ຊຶ່ງບັນດາຄູຝຶກ ເຫລົ່ານີ້ໄດ້ ຮັບໃບປະກາດ C, B, A ຂອງສະຫະພັນບານເຕະອາຊີ (AFC). 

ນອກນັ້ນ, ເດືອນລະເທື່ອ ທ່ານ ອາພິສິດ ແລະ ທ່ານ ຮວ່າງເຊີນ ໄດ້ ພັດປ່ຽນການຢ້ຽມຢາມສູນຝຶກ ຂອງກັນ ແລະ ກັນ, ສະນັ້ນເຮັດໃຫ້ ນັກຮຽນຂອງ S&A Academy ໄດ້ຮັບການຝຶກແອບ ແລະ ພັດທະ ນາ ທັກສະຄວາມສາມາດ ຈາກອະດີດ ນັກເຕາະ ທີ່ມີຊື່ສຽງຄົນໄທ ນີ້ເປັນປະຈຳ. ທ່ານ ອາພີສິດ ໄດ້ໄຂຄວາມໃນໃຈ ອອກມາວ່າ: “ຂ້າ ພະເຈົ້າຮັກເດັດນ້ອຍຫຼາຍ ແລະ ຖືພວກເຂົາຄືລູກຫຼານຂອງຕົນ. ຂ້າພະເຈົ້າໄດ້ຊອກບົດເຝິກຫັດ ທີ່ຊ່ວຍໃຫ້ພວກນ້ອງສາມາດຮັບ ເອົາ ແບບເປັນກັນເອງ, ຈາກນັ້ນຈຶ່ງ ມີຄວາມຮັກມັກ ແລະ ເມົາ ມົວກັບ ປະເພດກິລາບານເຕະ ”.

ທ່ານ ດວ່ານຮວ່າງເຊີນ ມີແຜນວ່າ ຫຼັງຈາກຝຶກອົບຮົມໄລຍະໜຶ່ງ ຢູ່ S&A Academy ແລ້ວ, ສູນຈະເລືອກເຟັ້ນບັນດານັກຮຽນ ຜູ້ມີ ຄວາມສາມາດ ທີ່ດີເຂົ້າຮ່ວມການແຂ່ງຂັນຊິງຂັນລາງວັນ ອາຍຸ ລຸ້ນ ດຽວກັນ ຢູ່ພາຍໃນ ແລະ ຕ່າງປະເທດ. ສຳລັບນັກເຕະ U13 – U15 ມີເຕັກນິກທີ່ດີ ທາງສູນ ຈະໃຫ້ ໄປຝຶກອົບຮົບ ແລະ ພົບປະສັງ ສັນກັບບັນດານັກເຕະ ຂອງສະໂມສອນໄທ ທີ່ຈະມາເຖິງ.
ບົດ: ເຊີນເງ້ຍ - ພາບ: ທົງຫາຍ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

Top