• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ນຳໃຊ້ກົນຈັກເຂົ້າໃນການຜະລິດເຂົ້າ ຢູ່ ຮ່າໂນ້ຍ

ນຳໃຊ້ກົນຈັກເຂົ້າໃນການຜະລິດເຂົ້າ ໄດ້ເຮັດໃຫ້ຊາວກະສິກອນຢູ່ນະຄອນຫຼວງ ຮ່າໂນ້ຍ ຫັນປ່ຽນໂຄງປະກອບແນວພັນປູກ, ສ້າງເປັນຂົງເຂດຜະລິດສິນຄ້າລວມສູນ, ສ້າງພື້ນຖານເພື່ອໃຫ້ ຮ່າໂນ້ຍ ສຳເລັດການ ສ້າງຊົນນະບົດໃໝ່.
“ແຜນຮ່າງພັດທະນາການນຳໃຊ້ກົນຈັກເຂົ້າໃນການຜະລິດກະສິກຳຂອງ ນະຄອນ ຮ່າໂນ້ຍ ເຖິງປີ 2016, ກຳນົດທິດເຖິງປິ 2020” ໄດ້ສ້າງພື້ນຖານໃຫ້ການປ່ຽນແປງໃໝ່ ແລະ ພັດທະນາຢ່າງຍືນຍົງຄົງຕົວຂອງກະສິກຳນະຄອນຫຼວງຕາມທິດທັນສະໄໝ. 
ການຜັນຂະຫຍາຍແຜນຮ່າງນຳໃຊ້ກົນຈັກເຂົ້າໃນການຜະລິດກະສິກຳ ໄດ້ບັນດາທ້ອງຖິ່ນຢູ່ ຮ່າໂນ້ຍ ປະຕິບັດຢ່າງຕັ້ງໜ້າ. ສູນກາງ ສົ່ງເສີມກະສິກຳ (ຜະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າ ໂນ້ຍ) ໄດ້ຜັນຂະຫຍາຍຕົວແບບ ນຳໃຊ້ກົນຈັກເຂົ້າໃນການ ຜະລິດກະສິກຳ ເຖິງບັນດາຕາແສງ, ເມືອງ. ຫຼາຍທ້ອງຖິ່ນໄດ້ຜັນ ຂະ ຫຍາຍແຜນຮ່າງດັ່ງກ່າວຢ່າງຕັ້ງໜ້າ ທັງມີນະໂຍບາຍ ຕົວຈິງຊ່ວຍ ເຫຼືອໃຫ້ແກ່ບັນດາການເຄື່ອນໄຫວຢູ່ທ້ອງຖິ່ນອີກດ້ວຍ.
 
ເມືອງ ຝູ໋ຊວຽນ ມີກົນໄກຊ່ວຍເຫຼືອໃຫ້ຊາວກະສິກອນ 70 ລ້ານ ດົ່ງ/ຄອບຄົວ ເມື່ອຊື້ຈັກໄຖນາຄັນໜຶ່ງ. ເມືອງ ແທງອວາຍ ຈະຊ່ວຍ ເຫຼືອ 50% ມູນຄ່າຂອງເຄື່ອງຈັກຮັບໃຊ້ໃຫ້ການ ຜະລິດກະສິກອນ. ເມືອງ ຊອກເຊີນ ຊ່ວຍເຫຼືອ 100% ມູນຄ່າຂອງ ຈັກດຳນາໃຫ້ແກ່ ບັນດາຄອບຄົວທີ່ປະຕິບັດຕົວແບບນຳໃຊ້ກົນຈັກເຂົ້າໃນການ ຜະລິດກະສິກຳ, ພ້ອມກັນນັ້ນ ກໍ່ກະກຽມເງິນ 2 ຕື້ ດົ່ງເພື່ອໃຫ້ ບັນດາຄອບຄົວທີ່ຊື້ເຄື່ອງຈັກ ຢືມໂດຍບໍ່ເອົາດອກເບ້ຍ. 


ໂຮງງານປະກອບເຄື່ອງຈັກຮັບໃຊ້ໃຫ້ການຜະລິດກະສິກຳຫຼາຍ
ປະເພດຂອງບໍລິສັດຫຸ້ນສ່ວນລົງທຶນ ຕວນຕູ. ພາບ: ກົງດາດ



ນາຍຊ່າງຂອງບໍລິສັດຫຸ້ນສ່ວນລົງທຶນ ຕວນຕູ ພວມປະກອບ ຈັກ ຟາດ ອາເນກປະສົງ. ພາບ: ກົງດາດ


ນາຍຊ່າງຂອງບໍລິສັດຫຸ້ນສ່ວນລົງທຶນ ຕວນຕູ ພວມຜະລິດຈວຍ ໃຫ້ແກ່ຈັກຟາດ ອາເນກປະສົງ. ພາບ: ກົງດາດ


ຫຼາຍປີຜ່ານມາ, ບໍລິສັດຫຸ້ນສ່ວນລົງທຶນ ຕວນຕູ ເປັນເພື່ອນຮ່ວມ ທາງຂອງຊາວກະສິກອນ ຮ່າໂນ້ຍ
ດ້ວຍເຄື່ອງຈັກຮັບໃຊ້ໃຫ້ແກ່ ການຜະລິດກະສິກຳທຸກປະເພດ. ພາບ: ກົງດາດ

ພາຍຫຼັງທີ່ຜັນຂະຫຍາຍຕົວແບບນຳໃຊ້ກົນຈັກເຂົ້າ ໃນການຜະລິດ ເຂົ້າ ມາເປັນເວລາ 4 ປີ, ເມືອງ ຝູ໋ຊວຽນ ເປັນເມືອງ ນຳໜ້າ ໃນຂະບວນການດັ່ງກ່າວ, ເພີ່ມກຳລັງການຜະລິດ ເຂົ້າແຕ່ 10-15%. ຫຼຸດຜ່ອນຕົ້ນທຶນການຜະລິດລົງ 0,7-2,8 ລ້ານດົ່ງ/ເຮັກຕາ/ລະດູການ ຜະລິດ. ຫຼຸດຜ່ອນການສູນເສຍຫຼັງເກັບກ່ຽວແຕ່ 2-3%, ພ້ອມທັງ ຮັບປະກັບລະດູການຜະລິດ, ຍົກປະສິດທິພາບການຜະລິດ.
 
ມາເຖິງປະຈຸບັນ, ທົ່ວເມືອງ ຝູ໋ຊວຽນ ມີຈັກດຳນາ 148 ຄັນ, ຈັກຕົກ ກ້າແບບອັດຕະໂນມັດ 3 ຄັນຢູ່ບັນດາຕາແສງ ດ້າຍຖັງ, ຮວ່າງລອງ ແລະ ຖຸຍຝູ໋. ການນຳໃຊ້ກົນຈັກເຂົ້າໃນການຜະລິດ ກະສິກຳ ໄດ້ ເຮັດຈຳນວນການຜະລິດເຂົ້າເພີ່ມຂຶ້ນ 1,15-1,2 ເທື່ອເມື່ອທຽບກັບ ການຜະລິດກະສິກຳຕາມແບບຫັດຖະກຳ.
 
ບໍ່ພຽງແຕ່ເມືອງ ຝູ໋ຊວຽນ ເທົ່ານັ້ນ,  ການນຳໃຊ້ກົນຈັກເຂົ້າໃນ ການຜະລິດກະສິກຳ ໄດ້ເຮັດຈຳນວນການຜະລິດເຂົ້າຢູ່ເມືອງ ແທກ ເທີດ ເພີ່ມຂຶ້ນຢ່າງເຫັນໄດ້ຊັດ. ຕົວຢ່າງຄືຕາແສງ ເຮືອງຫງາຍ, ສຳ ລັບລະດູການເຮັດນາໜຶ່ງ, ການນຳໃຊ້ກົນຈັກ ເຂົ້າໃນ ການຜະລິດກະສິກຳ ຊ່ວຍເຮັດໃຫ້ຫຼຸດຜ່ອນຄ່າໃຊ້ຈ່າຍຕ່າງໆ ເຖິງ 28%, ປະຢັດເງິນໄດ້ເຖິງ 180.000 ດົ່ງ/ໄຮ່.
 
ລະດູການເຮັດນາປີ 2017 ເປັນລະດູການເຮັດນາທຳອິດທີ່ຄອບ ຄົວລຸງ ຫວູຊວນເທີນ (ຕາແສງ ເຮືອງຫງາຍ) ໄດ້ເຂົ້າຮ່ວມຕົວແບບ ນຳໃຊ້ກົນຈັກເຂົ້າໃນ ການຜະລິດເຂົ້າ. ລຸງ ເທີິນ ໃຫ້ຮູ້ວ່າ ແຕ່ກອນເມື່ອຍັງຜະລິດກະສິກອນ ຕາມແບຫັດຖະກຳ, ຄອວຄົວ ຂ້າພະເຈົ້າຕ້ອງເສຍ 6 ລ້ານດົ່ງ/ເຮັກຕາໜຶ່ງ, ແຕ່ລະດູ ການເຮັດ ນາປີ 2017 ເສຍພຽງແຕ່ 4 ລ້ານດົ່ງ/ເຮັກຕາໜຶ່ງເທົ່ານັ້ນ, ທຸກຄົນ ໃນຄອບຄົວກໍ່ສະດວກ, ສະບາຍກວ່າ.
 
ປະຈຸບັນຢູ່ ຮ່າໂນ້ຍ ຈະນຳໃຊ້ກົນຈັກເຂົ້າໃນການຜະລິດເຖິງກວ່າ 60%. ຈາກຕົວເລກດັ່ງກ່າວ ຈະເປັນ ພື້ນຖານເພື່ອຊ່ວຍເຮັດໃຫ້ ນະຄອນ ຮ່າໂນ້ຍ ສາມາດ ສຳເລັດເປົ້າ ໝາຍສ້າງຊົນນະບົດໃໝ່ ໂດຍໄວ. 



ຊາວກະສິກອນ ຮ່າໂນ້ຍ ໄດ້ນຳໃຊ້ຈັກດຳນາແບບອັດຕະໂນມັດ
ໃນການຜະລິດ. ພາບ: ເອກະສານ



ຕາມທົ່ງນາ ຫຼັງຈາກສຳເລັດການເກັບກ່ຽວ, ຈັກດຳນາ ຈະຊ່ວຍ ຊາວກະສິກອນ ຫຼຸດຜ່ອນການໃຊ້ແຮງງານ.
ພາບ: ເອກະສານ



ຈັກກ່ຽວເຂົ້າຊ່ວຍເຮັດໃຫ້ຊາວກະສິກອນຫຼຸດຜ່ອນເວລາເກັບກ່ຽວ ເຂົ້າ. ພາບ: ເອກະສານ


ການນຳໃຊ້ຈັກກ່ຽວເຂົ້າ ຂອງ ຊາວກະສິກອນ ຮ່າໂນ້ຍ. ພາບ: ເອກະສານ


ການນຳໃຊ້ຈັກໄຖນາໃນການເຮັດນາຂອງຊາວກະສິກອນ ຮ່າໂນ້ຍ. ພາບ: ເອກະສານ


ຕົວແບບເກັບກ່ຽວເຂົ້າ ດ້ວຍຈັກຊຶ່ງຊາວກະສິກອນ ຢູ່ ຮ່າໂນ້ຍ ນຳໃຊ້ຢ່າງກວ້າງກວາງ. ພາບ: ເອກະສານ


ຊາວກະສິກອນຕາແສງ ຊອງເຟື້ອງ ໄດ້ນຳໃຊ້ຈັກໄຖນາ ໃນການ ເຮັດນາ. ພາບ: ເອກະສານ


ການເກັບກ່ຽວເຂົ້າຢູ່ເມືອງ ໝີ໋ດຶກ. ພາບ: ເອກະສານ

 
ບົດ: ທຸກຮ່ຽນ - ພາບ: ກົງດາດ ແລະ ເອກະສານ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top