• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ນຳຈ້ອງເວີ່ນອອກສູ່ໂລກພາຍນອກ

ການແຂ່ງຂັນຈ້ອງເວີ່ນ ຊີງແຊ້ມ ຈ້ອງເວີ່ນ ຫວຽດນາມເປີດກວ້າງ 2017 ຫາກໍ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ ໂດຍຈຸດປະສົງຢາກປະກອບສ່ວນຊຸກຍູ້ການພັດທະນາຂອງ ກິລາປະເພດຈ້ອງເວີ່ນ ຢູ່ ຫວຽດນາມ ແລະ ປາດຖະໜາຈະ ກາຍເປັນປະເພດກິລາໄດ້ຈັດຕັ້ງການແຂ່ງຂັນຢ່າງເປັນທາງການລະຫວ່າງບັນດາປະເທດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້.
ນັກກິລາກວ່າ 60 ຄົນມາຈາກບັນດາສະໂມສອນ ຈ້ອງເວີ່ນຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ມາເຂົ້າຮ່ວມໃນການແຂ່ງຂັນຈ້ອງເວີ່ນ ເປີດກວ້າງ ຄັ້ງນີ້ ເຊິ່ງໄດ້ຈັດຕັ້ງຢູ່ ໂດ່ຍບູ່, ຕາແສງ ນາມເຟືອງຕຽນ, ເມືອງ ເຈືອງໝີ໋, ຮ່າໂນ້ຍ.
 
ນີ້ແມ່ນການແຂ່ງຂັນ ຈ້ອງເວີ່ນ ລະດັບສາກົນຂອງ ຫວຽດນາມ ໄດ້ຈັດດຂຶ້ນຢ່າງເປັນທາງການໂດຍພະແນກວັດທະນະທຳ-ກິລາ ຮ່າໂນ້ຍ, ສະໂມສອນ ຈ້ອງເວີ່ນ ຮ່າໂນ້ຍ ແລະ ສະໂມສອນ ຈ້ອງເວີ່ນ Vietwings ຮ່າໂນ້ຍ ຮ່ວມກັນຈັດ.
 
ເຂົ້າຮ່ວມການແຂ່ງຂັນ ຈ້ອງເວີ່ນ ປີນີ້ ມີທັງໝົດ 7 ທິມ, ໃນນັ້ນ 5 ທິມຂອງ ຫວຽດນາມ ແລະ 2 ທິມມາຈາກຕ່າງປະເທດ, ພ້ອມກັນແຂ່ງຂັນໃນປະເພດໂດດຈ້ອງລົງເປົ້າໝາຍຢ່າງຖືກຕ້ອງຕາມມາດຕະຖານ ແລະ ກົດລະບຽບຂອງການແຂ່ງຂັນໂດດຈ້ອງສາກົນ.

ຜ່ານການແຂ່ງຂັນຈ້ອງເວີ່ນ ດັ່ງກ່າວ, ເພື່ອນມິດສາກົນ ຈະໄດ້ຊົມເບິ່ງທັດສະນີຍະພາບທີ່ສວຍງາມຂອງ ຮ່າໂນ້ຍ ເທິງອາກາດ. 


ການແຂ່ງຂັນ ຈ້ອງເວີ່ນ ຫວຽດນາມ ເປີດກວ້າງ 2017 ໄດ້ດຳເນີນໄປໃນ 2 ວັນທີ່ ໂດ່ຍບູ່,
ຕາແສງ ນາມເຟືອງຕຽນ, ເມືອງ ເຈືອງໝີ໋, ນະຄອນ ຮ່າໂນ້ຍ.



ບັນດານັກກິລາຂຶ້ນໄປຫາບ່ອນໂດດຈ້ອງລົງດ້ວຍລົດໂອໂຕ ປະເພດລົດກິລາ.


ບັນດານັກກິລາເຕົ້າໂຮມກັນຢູ່ ໂດ່ຍບູ່. 


ອາກາດປີນີ້ ໄດ້ຮັບການຕີລາຄາວ່າ ເໝາະສົມກັບການຈັດຕັ້ງ
ການແຂ່ງຂັນ ຈ້ອງເວີ່ນ.



ເຂົ້າຮ່ວມການແຂ່ງຂັນ ຈ້ອງເວີ່ນ ປີນີ້ ມີທັງໝົດ 7 ທິມ, ໃນນັ້ນ 5 ທິມຂອງ
ຫວຽດນາມ ແລະ 2 ທິມມາຈາກຕ່າງປະເທດ.



ກວດກາບັນດາອຸປະກອນໃນເວລາເລີ່ມຕົ້ນການແຂ່ງຂັນ.


ກວດກາສາຍມັດຈ້ອງ.


ບັນດານັກກິລາຕ້ອງປະຕິບັດໃນລະຍະທາງຍາວປະມານ 1,5 ກິໂລແມັດ. 


ຄະແນນຈະໄດ້ນັບໃຫ້ນັກກິລາຕາມລະຍະຫ່າງແຕ່ຈຸດຈຳ້ດິນ ແຫ່ງທຳອິດຂອງຮ່າງກາຍໃນບໍລິເວັນວົງມົນ. 


ຫຼັງຈາກສຳເລັດການແຂ່ງຂັນຂອງຕົນແລ້ວ, ບັນດານັກກິລາ ຕ້ອງເກັບມ້ຽນຈ້ອງຂອງຕົນໄວ້
ເພື່ອຮັບປະກັນຄວາມປອດໄພ
ໃຫ້ແກ່ນັກກິລາທີ່ຈະໂດດລົງຕາມຫຼັງ.



ນັກກິລາ Kim JongMok ມາຈາກ ສ ເກົາຫຼີ ພວມແບ່ງປັນບົດ
ຮຽນຂອງຕົນກັບນັກກິລາຕ່າງໆ ເມື່ອປະສົບອາກາດທີ່ບໍດີ.



ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ນັກກິລາ, ຄະນະຈັດຕັ້ງ
ຕ້ອງປະຕິບັດການວັດແທກກຳລັງແຮງລົມຢ່າງເລື້ອຍໆ. 



ຄະນະກຳມະການຕ້ອງຕິດຕາມ ແລະ ຕິດຕໍ່ກັບນັກກິລາທີ່ພວມ
ບິນເທິງອາກາດເພື່ອຮັບປະກັນຄວາມປອດໄພກ່ຽວກັບລະຍະຫ່າງ.



ເມື່ອລົມພັດມາເບົ່າໆ ແລະ ໝັ້ນຄົງ ຈະເຮັດໃຫ້ການໂດດຈ້ອງໄດ້ໄຂຂຶ້ນຢ່າງປອດໄພ.


ຈ້ອງໜ່ວຍໜຶ່ງໄດ້ອອກແບບຕາມທຸງຊາດໃນການແຂ່ງຂັນ ຈ້ອງເວີ່ນ ຄັ້ງນີ້. 


ບັນດານັກກິລາຕັ້ງຄ້າຍເທິງ ໂດ່ຍບູ່ ລໍຖ້າເວລາເຖິງການແຂ່ງຂັນຂອງຕົນ.


ສະຖານທີ່ ໂດດຈ້ອງ ໂດ່ຍບູ່ ໄດ້ນຳໃຊ້ເປັນບ່ອນຈັດຕັ້ງ ບັນດາການແຂ່ງຂັນປະເພດກິລາທີ່ສ່ຽງໄພຢູ່ ຮ່າໂນ້ຍ.
 
 
 
ບົດ ແລະ ພາບ: ແຄງລອງ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top