• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ນຳການພົວພັນລະຫວ່າງ ຫວຽດນາມ ກັບ ອົສຕຣາລີ, ນິວຊີແລນ ຂຶ້ນສູ່ລະດັບສູງໃໝ່

ຕອນເຊົ້າວັນທີ 19 ມີນາ ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບເຖິງສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ ສິ້ນສຸດ ການຢ້ຽມຢາມ ນິວຊີແລນ, ອົສຕຣາລີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ-ອົສຕຣາລີ ດ້ວຍຜົນສຳເລັດຢ່າງຈົບງາມ ຕາມຄຳເຊີນຂອງທ່ານນາງນາຍົກ ລັດຖະມົນຕີ ນິວຊີ ແລນ Jacinda Andern ແລະ ທ່ານນາຍົກ ລັດຖະມົນຕີ ອົສ ຕຣາລີ Malcolm Turnbull.
ຫວຽດນາມ-ນິວຊີແລນ: ຄູ່ຮ່ວມມືຮອບດ້ານ
ໃນການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ ເປັນເວລາ 3 ວັນ, ແຕ່ວັນທີ 12-14 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ໄດ້ມີການເຄື່ອນໄຫວໃນຫຼາຍຂົງເຂດ ທີ່ນະຄອນ Auckland, ປະເທດ ນິວຊີແລນ.

ຈຸດພິເສດໃນການເຄື່ອນໄຫວ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ປະ ເທດ ນິວຊີແລນ ແມ່ນທີ່ພິທີຕ້ອນຮັບຢ່າງເປັນທາງການ ແລະ ທີ່ ສະຖານທີ່ການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ ຟຸກ ຖືກຕ້ອນຮັບດ້ວຍ ພິທີທີ່ເປັນມູນເຊື້ອ -ພິທີ Hongi  (ຈຸດັງ) ວັດທະນະທຳ ທ່ີເປັນເອກະລັກ ຂອງ ຊາວ ເຜົ່າ Maori ເມື່ອໃຫ້ ການຕ້ອນຮັບແຂກບ້ານ ແຂກເມືອງ.


ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນທ່ຽງວັນທີ 13 ມີນາ 2018 ທີ່ທຳນຽບລັດຖະບານ,
ໃນນະຄອນ Auckland. ພາບ: ຖົ໋ງເຍີດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດແຖວກອງ ກຽດຕິ ຍົດ ໃນພິທີຕ້ອນຮັບ. ພາບ: ຖົ໋ງເຍີດ/VNA


ທ່ານ ຫງວຽນຊວນຟຸກ ຖືກຕ້ອນຮັບ ດ້ວຍ ພິທີ Hongi  ວັດທະ ນະທຳອັນເປັນ ມູນເຊື້ອ ຂອງ ນິວຊີແລນ.
ພາບ: ຖົ໋ງເຍີດ/VNA

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ທຳການພົບປະເຈ ລະຈາ ກັບ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Andern ແລະ ເປັນສັກຂີພິຍານ ພິທີເຊັນສັນຍາວ່າ ດ້ວຍການ ຮ່ວມມື; ພົບປະແລກປ່ຽນຄຳຄິດເຫັນກັບທ່ານປະທານ ສະພາ ແຫ່ງຊາດTrevor Mallard; ໂອ້ລົມທາງໂທລະສັບກັບ ຜູ້ມີກຳ ນາດ ເຕັມແຫ່ງ ນິວຊີແລນ, ທ່ານນາງ Patsy Reddy; ພົບປະ ກັບຜູ້ ວ່າການລັດ Aucland ທ່ານ Phil Goff; ເຂົ້າຮ່ວມເວທີປາ ໄສວິ ສາຫະກິດ ຫວຽດນາມ-ນິວຊີແລນ, ພົບປະກັບກຸ່ມບໍລິ ສັດ, ວິສາຫະກິດລາຍໃຫຍ່ ຂອງ ນິວຊີແລນ ຈຳນວນໜຶ່ງ;  ຢ້ຽມຢາມ ສະຖາບັນຄົ້ນຄວ້າຕົ້ນໄມ້-ສະບຽງອາຫານ ນິວຊີແລນ; ຢ້ຽມຢາມ, ໂອ້ລົມພົບປະກັບນັກສຶກສາ ຂອງ ມະຫາວິທະຍາໄລ Waikato, ມະຫາວິທະຍາໄລ ເຕັກໂນໂລຊີ Aucland ແລະ ພົບ ປະກັບປະ ຊາ ຄົມຊາວ ຫວຽດນາມ ອາໄສຢູ່ ນິວຊີແລນ ແລະ ອື່ນໆ.

ໃນການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ ຟຸກ ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Adern ໄດ້ເຫັນດີຕໍ່ບັນດາທິດທາງ ຊຶ່ງເຮັດໃຫ້ສາຍພົວພັນຄູ່ຮ່ວມ ມືຮອບ ດ້ານລະຫວ່າງສອງປະເທດ ເລິກເຊິ່ງກວ່າເກົ່າ. ສອງຝ່າຍ ເປັນ ເອກະສັນໃນການຊຸກຍູ້ສົ່ງເສີມການຄ້າ, ໃນນັ້ນມີການ ສ້າງ ເງື່ອນ ໄຂອຳນວຍຄວາມສະດວກໃຫ້ແກ່ຜະລິດຕະພັນກະສິກຳ ແລະ ສິນໃນນຳ້, ພະຍາຍາມ ເຮັດໃຫ້ມູນຄ່າການຄ້າສອງຝ່າຍບັນ ລຸ ເປົ້າໝາຍ1,7-2 ຕື້ໂດລາ ສະຫ ລັດ ໃນປີ 2020. ສອງ ຝ່າຍ ໄດ້ ເປັນເອກະສັນວ່າ ຈະສືບຕໍ່ຍູ້ການຮ່ວມມືໃນບັນດາຂົງເຂດ ທີ່ມີ ທ່າແຮງບົ່ມຊ້ອນຄື: ການສຶກສາ, ແຮງງານ...; ເພີ່ມຈຳນວນ ນັກ ສຶກສາ ຫວຽດນາມ ຢູ່ນິວຊີແລນ ຂຶ້ນ 30% ໃນປີ 2020. ເນື່ອງໃນໂອກາດນີ້, ສອງຝ່າຍ ໄດ້ອອກຖະແຫຼງການຮ່ວມ ວ່າ ດ້ວຍ ການ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກ້າວສູ່ຄູ່ ຮ່ວມມື ຍຸດທະສາດ.

ອາດເວົ້າໄດ້ວ່າ ການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງ ການ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສ້າງກຳ ລັງ ແຮງ, ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້້ານລະຫວ່າງສອງ ປະ ເທດ ທີ່ໄດ້ຮັບການສ້າງຂຶ້ນເມື່ອປີ 2009 ເລິກເຊິ່ງກວ່າເກົ່າ, ຊ່ວຍ ເຮັດໃຫ້ການພົວພັນລະຫວ່າງສອງປະເທດ ນັບມື້ເຂົ້າສູ່ຕົວຈິງ, ສ້າງພື້ນຖານ ເພື່ອຍົກຂຶ້ນລະດັບສູງໃໝ່ຄື ຄູ່ຮ່ວມມືຍຸດທະສາດ. 



ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern
ຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະ ຍາ. ພາບ: ຖົ໋ງເຍີດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງນາຍົກ ລັດຖະມົນຕີ ນິວຊີແລນ Jacinda Ardern
ດໍາເນີນການພົບປະ ເຈລະຈາ. ພາບ: ຖົ໋ງເຍີດ/VNA



ວັນທີ 12 ມີນາ 2018, ທີ່ນະຄອນ Auckland, ທ່ານນາຍົກ ລັດ ຖະມົນຕີ ຫງວຽນຊວນຟຸກ
ພົບປະກັບຜູ້ວ່າການລັດ Auckland, ທ່ານ Phil Goff. ພາບ: ຖົ໋ງເຍີດ/VNA



ວັນທີ 12 ມີນາ 2018, ທີ່ນະຄອນ Auckland, ທ່ານນາຍົກລັດ ຖະມົນຕີ ຫງວຽນຊວນຟຸກ ໄດ້ທຳການ
ຢ້ຽມຢາມມະຫາວິທະຍາໄລ ເຕັກໂນໂລຊີ Auckland. ພາບ: ຖົ໋ງເຍີດ/VNA



ຕອນເຊົ້າວັນທີ 13 ມີນາ 2018 (ຕາມເວລາທ້ອງຖິ່ນ), ທີ່ນະຄອນ Auckland, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າ ຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ນິວຊີແລນ. ພາບ: ຖົ໋ງເຍີດ/VNA


ຕອນບ່າຍວັນທີ 13 ມີນາ 2018, ທີ່ນະຄອນ Auckland, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານ Neil Quigley, ປະທານທະນາຄານສຳຮອງ ນິວຊີແລນ. ພາບ: ຖົ໋ງເຍີດ/VNA


ຕອນບ່າຍວັນທີ 13 ມີນາ 2018, ທີ່ນະຄອນ Auckland, ທ່ານ ນາ ຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມທາງ ໂທລະສັບກັບ ຜູ້ມີກຳນາດເຕັມແຫ່ງ ນິວຊີແລນ, ທ່ານນາງ Patsy Reddy. ພາບ: ຖົ໋ງເຍີດ/VNA


ຕອນບ່າຍວັນທີ 13 ມີນາ 2018, ທີ່ນະຄອນ Auckland, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ
ທ່ານ Derek McCormack, ຜູ້ອຳນວຍການ ມະຫາວິທະຍາໄລ ເຕັກໂນໂລຊີ Auckland. ພາບ: ຖົ໋ງເຍີດ/VNA



ຕອນບ່າຍວັນທີ 13 ມີນາ 2018 (ຕາມເວລາທ້ອງຖ່ິນ), ທີ່ນະ ຄອນ Auckland, ທ່ານນາຍົກລັດຖະມົນຕີ
ຫງວຽນຊວນຟຸກ ພົບປະກັບທ່ານTrevor Mallard, ປະທານສະພາແຫ່ງຊາດ ນິວຊີແລນ. ພາບ: ຖົ໋ງເຍີດ/VNA



ຕອນບ່າຍວັນທີ 13 ມີນາ 2018, ທີ່ນະຄອນ Auckland, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານAdam Martin, ປະທານສູນການຄ້າ ນິວຊີແລນ (NZTC). ພາບ: ຖົ໋ງເຍີດ/VNA


ຕອນບ່າຍວັນທີ 13 ມີນາ 2018 (ຕາມເວລາທ້ອງຖ່ິນ), ທີ່ນະ ຄອນ Auckland, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານNeil Quigley, ປະທານທະນາຄານສຳຮອງ ນິວຊີແລນ. ພາບ: ຖົ໋ງເຍີດ/VNA

ໃນການຮ່ວມມືດ້ານເສດຖະກິດ-ການຄ້າ, ມູນຄ່າການຄ້າສອງ ຝ່າຍ ໄດ້ເພີ່ມແຕ່ລະປີປະມານ 20% ຕໍ່ປີ. ປີ 2016, ມູນຄ່າ ການ ຄ້າສອງຝ່າຍ ບັນລຸໄດ້ 707 ລ້ານໂດລາ ສະຫະລັດ, ປີ 2017 ບັນ ລຸໄດ້ 907,5 ລ້ານໂດລາສະຫະລັດ. ສອງປະເທດ ໄດ້ ວາງເປົ້າ ໝາຍຈະຍົກມູນຄ່າການຄ້າສອງສົ້ນ ຂຶ້ນ 1,7 ຕື້ໂດລາ ສະຫະລັດ ໃນປີ 2020, ເຮັດໃຫ້ການຮ່ວມມືດ້ານເສດຖະກິດ ກາຍເປັນຂົງ ເຂດຫຼັກໃນການພົວພັນລະຫວ່າງ ສອງປະເທດ.

ຫວຽດນາມ -ອົສຕຣາລີ: ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ
ໃນຂອບເຂດການຢ້ຽມຢາມ ອົສຕຣາລີ ແລະ ເຂົ້າຮ່ວມກອງປະ ຊຸມຂັ້ນສູງພິເສດ ອາຊຽນ-ອົສຕຣາລີ ແຕ່ວັນທີ 14-18 ມີນາ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ ແທນຂັ້ນສູງ ຫວຽດນາມ ໄດ້ມີແຜນການເຮັດວຽກທີ່ຫຼາກຫຼາຍຮູບ ແບບ ເຖິງ 43 ລາຍການ ໃນ 2 ນະຄອນ ຄື Canberra ແລະ Sydney. ໃນນັ້ນ ເຫດການທີ່ໜ້າສົນໃຈກວ່າໝູ່ ແລະໄດ້ບັນທຶກ ໄວ້ໃນປະຫວັດສາດ ຂອງສອງປະເທດແມ່ນເລື່ອງ ທ່ານນາຍົກລັດ ຖະມົນຕີ ຫງວຽນ ຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອົສ ຕຣາລີ Malcolm Turnbull ໄດ້ເຊັນຖະແຫຼງການຮ່ວມວ່າດ້ວຍ ການ ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະ ເທດ.

ການຢ້ຽມຢາມ ອົສຕຣາລີ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີຂຶ້ນໃນຂໍ້ຕົກລົງທີ່ຄວຄຸມ ແລະ ກ້າວໜ້າ ສຳ ລັບຄວາມຮ່ວມມື ຂ້າມປາຊີຟິກ (CPTPP) ຫາກໍ່ໄດ້ ລົງນາມ ແລະ ສອງ ປະເທດກໍ່ຈັດຕັ້ງການສະເຫຼີມສະຫຼອງ 45 ປີ ແຫ່ງວັນ ສ້າງ ຕັ້ງ ການພົວພັນທາງດ້ານການທູດ.

ທີ່ນະຄອນຫຼວງ Canberra, ພິທີຕ້ອນຮັບທ່ານນາຍົກລັດຖະ ມົນ ຕີ ຫງວຽນຊວນຟຸກ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ສຳນັກງານສະພາ ແຫ່ງຊາດ ອົສຕຣາລີ ດ້ວຍເຫດການຍິງ ປືນໃຫຍ່ 19 ນັດ ພ້ອມ ກັບ ພິທີສຳລັບໃຫ້ແກ່ຜູ້ນຳລັດຖະບານ. 




ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນ ຕີ ອົສຕຣາລີ Malcolm Turnbull, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນ ສູງ ຫວຽດນາມ ໄດ້ທຳການຢ້ຽມຢາມ ອົສຕາລີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດອາຊຽນ-ອົສຕຣາລີ ແຕ່ ວັນທີ 14-18 ມີນາ 2018. ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມ ກຽດ ທີ່ນະຄອນຫຼວງ Canberra ໃນຕອນເຊົ້າວັນທີ 15 ມີນາ. ໃນພາບ: ທ່ານນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ແລະ ທ່ານ ນາຍົກລັດຖະມົນຕີ ອົສຕຣາລີ Malcolm Turnbull ໃນພິທີຕ້ອນ ຮັບ. ພາບ: ຖົ໋ງເຍີດ/VNA


ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດທີ່ນະຄອນຫຼວງ Canberra ໃນຕອນເຊົ້າວັນທີ 15 ມີນາ. ໃນພາບ: ທ່ານນາຍົກລັດຖະມົນຕີ ອົສຕຣາລີ Malcolm Turnbull ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ກວດແຖວກອງກຽດຕິຍົດໃນພິທີຕ້ອນຮັບ. ພາບ: ຖົ໋ງເຍີດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະ ມົນຕີ ອົສຕຣາລີ Malcolm Turnbull
ພ້ອມດ້ວຍພັນລະຍາ. ພາບ: ຖົ໋ງເຍີດ/VNA

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ທຳການພົບປະເຈ ລະຈາ ກັບທ່ານນາຍົກລັດຖະມົນຕີ ອົສຕຣາລີ Malcolm Turnbull; ພົບປະແລກປ່ຽນຄວາມຄິດຄວາມເຫັນກັບຜູ້ສຳເລັດ ລາຊະການແຫ່ງ ອົສຕຣາລີ, ປະທານສະພາສູງ, ປະທານສະພາ ຕໍ່າ; ພົບປະສົນທະນາກັນກັບບັນດາຄູອາຈານ, ນັກສຶກສາ ທີ່ພວມ ເຮັດວຽກ ແລະ ຮຳ່ຮຽນຢູ່ມະຫາວິທະຍາໄລ ແຫ່ງຊາດ ອົສຕຣາລີ; ພົບປະກັບສະມາຄົມມິດຕະພາບ ອົສຕຣາລີ-ຫວຽດນາມ; ພົບປະ ບັນດາ ນັກທຸລະກິດ, ນັກປັນຍາຊົນ ຫວຽດນາມ ຢູ່ ອົສຕຣາລີ; ເຂົ້າ ຮ່ວມງານ ລ້ຽງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການ ພົວພັນທາງການທູດລະຫວ່າງ ຫວຽດນາມ-ອົສຕຣາລີ; ຢ້ຽມຢາມ ຊາວຫວຽດນາມອາໄສຢູ່ ອົສຕຣາລີ ແລະການເຄື່ອນໄຫວ ຕ່າງໆ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດ ຖະມົນຕີ ອົສຕຣາລີ Malcolm Turnbull ໄດ້ເປັນ ເອກະສັນ ໃນ ການ ສ້າງເງື່ອນໄຂສະດວກໃຫ້ແກ່ການພົວພັນທາງດ້ານເສດຖະ ກິດ ເຂົ້າສູ່ລວງເລິກ ແລະ ຮອບດ້ານບົນພື້ນຖານເສີມ ຂະຫາຍ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນທ່າແຮງທີ່ບົ່ມຊ້ອນ ອັນໃຫຍ່ ຫຼວງ ຂອງ ເສດຖະກິດສອງປະເທດ.  ການນຳສອງປະ ເທດເນັ້ນ ໜັກວ່າ ການເຊື່ອມຕໍ່ທີ່ນັບມື້ເລິກເຊິ່ງ ລະຫວ່າງປະຊາ ຊົນສອງ ປະເທດ ຜ່ານການຮ່ວມມືດ້ານການສຶກສາ, ພົບປະແລກ ປ່ຽນ ວັດທະນະທຳ ແລະ ພັດທະນາການທ່ອງທ່ຽວ ແມ່ນພື້ນຖານອັນ ໝັ້ນຄົງ ຂອງ ຄູ່ຮ່ວມມືຍຸດທະສາດໃນ ປັດຈຸບັນ ແລະ ໃນອະນາ ຄົດ ອີກດ້ວຍ.

ສອງຝ່າຍເຫັນດີເປັນເອກະພາບ ກ່ຽວກັບຄວາມສຳຄັນ ໃນ ການ ຮັບປະກັນສັນຕິພາບ,ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມ ປອດໄພ ຂອງ ການເດີນເຮືອນທະເລ, ການເດີນອາກາດຢູ່ທະເລ ຕາເວັນອອກກໍ່ຄື ແກ້ ໄຂບັນດາຂໍ້ຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີຕາມ ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສະຫະປະຊາຊາດວ່າ ດ້ວຍກົດໝາຍທະເລ ປີ 1982; ສະໜັບສະ ໜູນການສຳເລັດການ ສ້າງປະມວນກົດລະບຽບການປະພຶດ ຕໍ່ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (COC)ໂດຍໄວ. 



ພາຍຫຼັງພິທີ ຕ້ອນຮັບ, ນາຍົກທັງສອງ ໄດ້ດຳເນີນການພົບປະ ເຈ ລະຈາ. ໃນພາບ: ທ່ານນາຍົກລັດຖະມົນຕີ ອົສຕຣາລີ Malcolm Turnbull ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນຟຸກ ໃນການພົບປະເຈລະຈາ. ພາບ: ຖົ໋ງເຍີດ/VNA


ພາຍຫຼັງພິທີຕ້ອນຮັບ ແລະ ພົບປະເຈລະຈາ, ທ່ານນາຍົກລັດ ຖະ ມົນຕີ  ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອົສຕຣາ ລີ Malcolm Turnbull ໄດ້ເປັນສັກຂີ ພິຍານໃນພິທີເຊັນ ເອກະ ສານ ທີ່ສຳຄັນຫຼາຍສະບັບ. ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອົສຕຣາລີ Malcolm Turnbull ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວ ກັບ ການສ້າງ ຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດ ນາມ ແລະ ອົສຕຣາລີ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ແລະ ທ່ານນາ ຍົກລັດ ຖະມົນຕີ ອົສຕຣາລີ Malcolm Turnbull ໄດ້ເປັນສັກຂີພິຍານ ໃນພິທີເຊັນບັນດາຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ສອງ ປະເທດ. ພາບ: ຖົ໋ງເຍີດ/VNA


ຕອນເຊົ້າວັນທີ 15 ມີນາ 2018, ທີ່ນະຄອນຫຼວງ Canberra, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ
ພົບປະແລກປ່ຽນຄວາມຄິດຄວາມເຫັນກັບທ່ານປະທານສະພາສູງ ອົສຕຣາລີ
Scott Ryan
ແລະ ທ່ານປະທານສະພາຕຳ່ ອົສຕຣາລີ Tony Smith. ພາບ: ຖົ໋ງເຍີດ/VNA



ຕອນເຊົ້າວັນທີ 15 ມີນາ 2018, ທີ່ນະຄອນຫຼວງ Canberra, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ
ພົບປະກັບ ຜູ້ສຳເລັດ ລາຊະການ ແຫ່ງ ອົສຕຣາລີ
Peter Cosgrove AK MC. ພາບ: ຖົ໋ງເຍີດ/VNA



ຕອນບ່າຍວັນທີ 15 ມີນາ 2018, ທີ່ນະຄອນຫຼວງ Canberra, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ຢ້ຽມຢາມງານ ວາງ ສະແດງການປ່ຽນແປງໃໝ່ ແລະ ປະດິດສ້າງ (CSIRO). ໃນພາບ: ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ພ້ອມ ກັບ ບັນດາທ່ານຜູ້ແທນ. ພາບ: ຖົ໋ງເຍີດ/VNA


ຕອນບ່າຍວັນທີ 15 ມີນາ 2018, ທີ່ນະຄອນຫຼວງ Canberra, ທ່ານ Peter Cosgrove AK MC ພ້ອມດ້ວຍ
ພັນລະຍາ ຂັບລົດ ພາທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ພ້ອມດ້ວຍພັນລະ ຍາ
ໄປຢ້ຽມຢາມສວນສັດ ຄັງກູຣູ. ພາບ: ຖົ໋ງເຍີດ/VNA



ຕອນຄຳ່ວັນທີ 15 ມີນາ 2018, ທີ່ນະຄອນ ຫຼວງ Canberra, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ແລະ ທ່ານ Peter Cosgrove AK MC ເຂົ້າຮ່ວມໃນງານລ້ຽງສະເຫຼີມສະຫຼອງ 45ປີ ວັນສ້າງຕັ້ງກສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອົສຕຣາລີ. ໃນພາບ: ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ກ່າວປາໄສ ໃນງານລ້ຽງ. ພາບ: ຖົ໋ງເຍີດ/VNA


ຕອນເຊົ້າວັນທີ 16 ມີນາ 2018, ທີ່ນະຄອນ Sydney, ທ່ານນາ ຍົກລັດຖະມົນຕີ  ຫງວຽນຊວນຟຸກ ພົບປະກັບ ທ່ານນາງ Gladys Berejiklian, ຜູ້ວ່າການບໍລິຫານລັດ New South Wales. ພາບ: ຖົ໋ງເຍີດ/VNA


ຕອນເຊົ້າວັນທີ 16 ມີນາ 2018, ທີ່ນະຄອນ Sydney, ທ່ານນາ ຍົກລັດຖະມົນຕີ  ຫງວຽນຊວນຟຸກ ພົບປະກັບ ຜູ້ວ່າການລັດ New South Wales ທ່ານ David Hurley AC DSC ພ້ອມ ດ້ວຍ ພັນລະຍາ. ພາບ: ຖົ໋ງເຍີດ/VNA


ຕອນບ່າຍວັນທີ 16 ມີນາ 2018, ທີ່ນະຄອນ Sydney, ທ່ານ ນາ ຍົກລັດຖະມົນຕີ  ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສ ວິສາ ຫະ ກິດ ຫວຽດນາມ-ອົສຕຣາລີ ແລະ ເປັນສັກຂີພິ ຍານໃນ ພິທີເຊັນ ສັນຍາວ່າດ້ວຍການຮ່ວມມືລົງທຶນ. ໃນພາບ: ທ່ານນາ ຍົກລັດຖະ ມົນຕີ  ຫງວຽນຊວນຟຸກ ກ່າວປາໄສບົນເວທີ. ພາບ:ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ໄດ້ເປັນສັກຂີພິຍານ ພິທີປະກາດເປີດນຳໃຊ້ສາຍການບິນ
ຫວຽດນາມ-ອົສຕຣາລີ ຂອງ Vietjet. ພາບ: ຖົ໋ງເຍີດ/VNA

ໃນຂອບການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ  ຫງວຽນ ຊວນ ຟຸກ ແລະ ຜູ້ຜູ້ສຳເລັດລາຊະການແຫ່ງ ອົສຕຣາລີ Peter Cosgrove ໄດ້ເປັນປະທານຮ່ວມໃນງານລ້ຽງສະເຫຼີມສະຫຼອງ 45 ປີ ວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ-ອົສຕຣາລີ. ໃນໂອກາດນີ້, ທ່ານ Peter Cosgrove ຂັບລົດພາ ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ພ້ອມດ້ວຍພັນ ລະຍາ ໄປຢ້ຽມຢາມສວນສັດ ຄັງກູຣູ, ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ອົສ ຕຣາລີ ຖືການພົວພັນກັບ ຫວຽດນາມ ເປັນສິ່ງສຳຄັນ.
 
ທີ່ນະຄອນ Sydney, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຜູ້ວ່າການບໍລິຫານ ແລະ ຜູ້ວ່າການລັດ New South Wales. ເຂົ້າຮ່ວມບັນດາການເຄື່ອນໄຫວກ່ຽວກັບການສົ່ງເສີມການລົງທຶນ, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ -ອົສຕຣາລີ ດ້ວຍການມີໜ້າເຂົ້າຮ່ວມຂອງນັກທຸລະກິດ, ນັກລົງ ທຶນສອງປະເທດກວ່າ 400 ຄົນ. ໃນແຜນການເຮັດວຽກ ຂອງຕົນ, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ໄດ້ເປັນ ສັກຂີພິຍານ ໃນພິທີເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ສອງຝ່າຍ 18 ສະບັບ; ພົບປະ, ໂອ້ລົມສົນທະນາກັບຜູ້ຕາງໜ້າ ກຸ່ມບໍລິສັດ, ວິສາ ຫະກິດລາຍໃຫຍ່ຂອງ ອົສຕຣາລີ; ເຂົ້າຮ່ວມພິທີ ເປີດນຳໃຊ້ຫ້ອງ ການ ຕາງໜ້າ ວິທະຍຸກະຈາຍສຽງ ຫວຽດນາມ ທີ່ ອົສຕຣາລີ. 


-ກ່າວໃນເວທີປາໄສວິສາຫະກິດ ຫວຽດນາມ-ອົສຕຣາລີ, ທ່ານ ນາ ຍົກລັດຖະມົນຕີ  ຫງວຽນຊວນຟຸກ ໃຫ້ຮູ້ວ່າ ອົສຕຣາລີ ເປັນໜຶ່ງ ໃນ 10 ຄູ່ຮ່ວມມືດ້ານການຄ້າແຖວໜ້າຂອງ ຫວຽດນາມ,ປີ 2017 ມູນຄ່າການຄ້າ ບັນລຸ 6,5 ຕື້ໂດລາສະຫະລັດ, ເພີ່ມ 22%​ ເມື່ອ ທຽບກັບປີ 2016 ແລະ ສືບຕໍ່ເພີ່ມຂຶ້ນໃນໄລຍະ ຜ່ານມາ.
- ບັນດາ ວິສາຫະກິດ ອົສຕຣາລີ ໄດ້ລົງທຶນເຂົ້າ ຫວຽດນາມ ກວ່າ 400 ໂຄງການ ດ້ວຍຍອດມູນຄ່າກວ່າ 2 ຕື້ ໂດລາ ສະຫະລັດ ໃນບັນ ດາຂົງເຂດຄື: ການປຸງແຕ່ງ; ປະດິດສ້າງ; ການຜະ ລິດກະສິກຳ, ປ່າໄມ້ ແລະ ສິນໃນນຳ້; ບໍລິການດ້ານ ສາທາລະນະສຸກ, ການ ສຶກສາ. ຫວຽດນາມ ເປັນບ່ອນທ່ອງທ່ຽວທີ່ຈັບໃຈຂອງ ນັກທ່ອງ ທ່ຽວ ອົສຕຣາລີ ດ້ວຍຈຳນວນນັກທ່ອງທ່ຽວອົສຕຣາລີ ທີ່ມາທ່ຽວ ຫວຽດນາມ ບັນລຸໄດ້ 400.000 ຄົນ ໃນປີ 2017. 

ການພົວພັນ ອາຊຽນ-ອົສຕຣາລີ: ຢູ່ໃນໄລຍະຂະຫຍາຍຕົວສູງສຸດ
ວັນທີ 18 ມີນາ 2018, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວໃນກອບຂອງກອງປະຊຸມຂັ້ນ ສູງພິເສດ ອາຊຽນ-ອົສຕຣາລີ ທີ່ນະຄອນ Sydney.

ໃນວາລະກອງປະຊຸມຄົບຄະນະ, ບັນດາການນຳໄດ້ແລກປ່ຽນ ຄວາມຄິດຄວາມເຫັນກ່ຽວກັບການກຳນົດທິດໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ອົສຕຣາລີ ດ້ວຍ 2 ຫົວຂໍ້ໃຫຍ່ຄື ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ຕໍ່ຕ້ານການກໍ່ ການ ຮ້າຍ.

ໃນກອງປະຊຸມຂັ້ນສູງພິເສດ ອາຊຽນ-ອົສຕຣາລີ, ທ່ານນາຍົກ ລັດ ຖະມົນຕີ ອົສຕຣາລີ Malcom Turnbull ໄດ້ເນັ້ນໜັກ ເຖິງຄວາມ ສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ອົສຕຣາລີ ຕໍ່ຄວາມສະຫງົບ ແລະ ການຈະເລີນຮຸ່ງເຮືອງໃນພາກ ພື້ນ.ກອງ ປະຊຸມດັ່ງກ່າວ ເປັນໂອກາດເພື່ອໃຫ້ສອງຝ່າຍຍູ້ແຮງການຮ່ວມ ມື ເຮັດໃຫ້ເລິກເຊິ່ງກວ່າເກົ່າ ແລະ ສ້າງແຫຼ່ງ ກຳລັງແຮງໃໝ່ໃຫ້ ແກ່ ການພົວພັນຄູ່ຮ່ວມມືທີ່ ເຂັ້ມແຂງໃນໄລຍະ ກວ່່າ 44 ປີຜ່ານມາ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີບົດກ່າວປາໄສທີ່ສຳຄັນກ່ຽວກັບການກຳນົດທິດໃຫ້ແກ່ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືດ້ານເສດຖະກິດລະຫວ່າງ ອາຊຽນ-ອົສຕຣາລີ ໃນ ໄລຍະໃໝ່. ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ການພົວພັນ ອາຊຽນ-ອົສຕຣາລີ ພວມຢູ່ໃນໄລຍະພັດທະນາທີ່ສຸດ ພາຍ ຫຼັງ 44ປີ ແຫ່ງການປັບປຸງ ແລະ ພັດທະນາ.



ຕອນເຊົ້າວັນທີ 17 ມີນາ 2018, ທີ່ນະຄອນ Sydney, ທ່ານ ນາ ຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ ເຈິ່ນບາຟຸກ, ປະ ທານສະມາຄົມວິສາຫະກິດ ຫວຽດນາມ ທີ່ ອົສຕຣາລີ. ພາບ: ຖົ໋ງເຍີດ/VNA


ຕອນເຊົ້າວັນທີ 17 ມີນາ 2018, ທີ່ນະຄອນ Sydney, ທ່ານນາ ຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານສາດສະດາຈານ ຫງວຽນວັນແອວງ, ຜູ້ຕາງໜ້າສະໂມສອນນັກວິທະຍາ ສາດ ຫວຽດນາມ ຢູ່ Queensland.
ພາບ: ຖົ໋ງເຍີດ/VNA



ຕອນບ່າຍວັນທີ 17 ມີນາ 2018, ທີ່ນະຄອນ Sydney, ທ່ານ ນາ ຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມງານລ້ຽງຕ້ອນ ຮັບ ນັກສຶກສາທີ່ໄດ້ຮັບທຶນການສຶກສາ Colombo ໃໝ່. ພາບ: ຖົ໋ງເຍີດ/VNA


ຕອນບ່າຍວັນທີ 17 ມີນາ 2018, ທີ່ນະຄອນ Sydney, ທ່ານນາ ຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ ເຂົ້າຮ່ວມກອງປະຊຸມຂັ້ນ ສູງ ພິເສດ ອາຊຽນ-ອົສຕຣາລີ. ພາບ: ຖົ໋ງເຍີດ/VNA


ຕອນເຊົ້າວັນທີ 18 ມີນາ 2018, ທີ່ນະຄອນ Sydney, ທ່ານນາ ຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ວາລະກອງປະ ຊຸມຄົບຄະນະກ່ຽວກັບ ການເພີ່ມທະວີການເຊື່ອມຈອດ ອາຊຽນ-ອົສຕຣາລີ, ຄູ່ຮ່ວມມືເສດຖະກິດ ອາຊຽນ- ອົສຕຣາລີ ແລະ ການ ຮ່ວມມືຕ້ານການກໍ່ການຮ້າຍ ອາຊຽນ-ອົສຕຣາລີ. ໃນພາບ: ພາບ ບັນຍາກາດໃນວາລະກອງປະຊຸມຄົບຄະນະ. ພາບ: ຖົ໋ງເຍີດ/VNA

ກ່າວປາໄສ ໃນກອງປະຊຸມຂັ້ນສູງພິເສດ ອາຊຽນ-ອົສຕຣາລີ ພາຍ ໃຕ້ຫົວຂໍ້ “ເພີ່ມທະວີຄວາມສະຫງົບ ແລະ ຄວາມຈະເລີນຮຸ່ງເຮືອງ ໃນພາກພື້ນ”, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີ ບັນດາຂໍ້ ກຳ ນົດທິດທີ່ສຳຄັນໃຫ້ແກ່ການພົວພັນຄູ່ຮ່ວມມືອາຊຽນ- ອົສຕຣາລີ ເຊັ່ນ: ເພ່ີມທະວີການຮ່ວມມືດ້ານເສດຖະກິດ, ຮັບປະກັນຕໍ່ ສັນຕິ ພາບ, ຄວາມສະຫງົບ ໃນພາກພື້ນ.
 
ເປັນ 1 ໃນ 4 ຜູ້ນຳ ອາຊຽນ ຖືກເຊີນ ຂຶ້ນກ່າວປາໄສໃນວາລະກອງປະຊຸມວົງແຄບ ພາຍໃຕ້ຫົວຂໍ້ ການຮ່ວມມືທາງທະເລ, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບຕົວຈິງຢູ່ທະເລ ຫຼາຍ ແຫ່ງໃນພາກພື້ນ, ໃນນັ້ນ ມີທະເລຕາເວັນອອກ ຊຶ່ງກຳລັງ ປະເຊີນ ໜ້າກັບຄວາມບໍ່ສະຫງົບ ຊຶ່ງໄດ້ສ້າງຜົນສະທ້ອນເຖິງ ສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ, ການເດີນເຮືອ ທະເລ ຢ່າງເສລີ, ການເດີນອາກາດ, ເພາະສະນັ້ນ ຕ້ອງຖືກົດໝາຍ ສາ ກົນ ເປັນພື້ນຖານເພື່ອສ້າງ ຄວາມໄວ້ເນື້ອເຊື່ອໃຈ. ການເຂົ້າຮ່ວມ ແລະ ປະກອບສ່ວນຢ່າງ ຕັ້ງໜ້າຂອງຄະນະຜູ້ແທນຂັ້ນສູງ ຫວຽດ ນາມ ທີ່ກອງປະຊຸມ ດັ່ງກ່າວ ໄດ້ຮັບການຮັບຮອງ ແລະ ຕີລາຄາ ສູງຈາກ ອົສຕຣາລີ ແລະ ບັນດາປະເທດອາຊຽນ.

ໃນກອບຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ ຟຸກ ພ້ອມກັບບັນດາຜູ້ນຳ ອາຊຽນ ແລະ ທ່ານ ນາຍົກລັດຖະມົນຕີ ອົສຕຣາລີ ກໍ່ໄດ້ເຂົ້າຮ່ວມໃນການເຄື່ອນໄຫວຕ່າງໆ ຄື: ພົບປະກັບ ອະດີດນັກສຶກສາ ອົສຕຣລີ ທີ່ໄດ້ຮັບທຶນການສຶກສາ Colombo ໃໝ່ ຢູ່ບັນດາປະເທດ ອາຊີຕາ ເວັນອອກສ່ຽງໃຕ້; ເປັນສັກຂີ ພິ ຍານ ພິທີລົງນາມ ໃນບົດບັນທຶກ ຊ່ວຍຈຳ ອາຊຽນ-ອົສຕຣາລີ ວ່າ ດ້ວຍການຮ່ວມມືຕ້ານການກໍ່ ການຮ້າຍສາກົນ.
 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງໄດ້ພົບປະ, ແລກ ປ່ຽນເນື້ອໃນການຮ່ວມມືສອງຝ່າຍກັບນາຍົກລັດ ຖະມົນຕີຈາກ ສປປ ລາວ, ກຳປູເຈຍ, ໄທ, ມາເລເຊຍ, ສິງກະໂປ, ທີ່ປຶກສາຂັ້ນ ສູງ ຂອງ ມຽນມາ. ໃນພົບປະກັບທ່ານນາຍົກລັດຖະມົນຕີ ກຳປູ ເຈຍ ສົມເດັດ ຮຸນເຊັນ ແລະ ຜູ້ປຶກສາຂັ້ນສູງ ຂອງ ມຽນມາ Aung San Suu Kyi ໄດ້ຮັບປາກຈະເຂົ້າຮ່ວມກອງປະຊຸມສຸດຍອດ ການ ຮ່ວມມືໃນພາກພື້ນ ອະນຸແມ່ນຳ້ຂອງ ເປີດກວ້າງ ຄັ້ງທີ 6 ທີ່ ຈະຈັດຕັ້ງຢູ່ ຮ່າໂນ້ຍ ແຕ່ ວັນທີ 29-31 ມີນາ 2018. ທ່ານນາຍົກ ລັດຖະມົນຕີ ສິງກະໂປ ສະແດງ ຄວາມຍິນດີຕໍ່ ຜົນສຳ ເລັດຂອງ ສັນຍາ CPTPP ທີ່ຫາກໍ່ໄດ້ລົງນາມ ຢູ່ປະເທດ ຈີເລ, ໃນ ນັ້ນ ຫວຽດນາມ ມີການປະກອບສ່ວນ ຢ່າງສຳຄັນໃນການຊຸກ ຍູ້ ການເຈລະຈາ CPTPP ຢູ່ນອກກອງປະຊຸມຂັ້ນສູງ APEC 2017.

ການຢ້ຽມຢາມ ອົສຕຣາລີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງ ປະຊຸມຂັ້ນສູງພິເສດ ອາຊຽນ-ອົສຕຣາລີ ຂອງທ່ານນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ໄດ້ຍົກການພົວພັນລະຫວ່າງ ສອງປະເທດ ກ້າວສູ່ລະດັບສູງໃໝ່, ສ້າງກຳລັງແຮງພັດທະນາ ໃນການ ພົວພັນ ຮ່ວມມືລະຫວ່າງ ຫວຽດນາມ-ອົສຕຣາລີ; ພ້ອມກັນນັ້ນ ກໍ່ປະກອບ ສ່ວນຢ່າງສຳຄັນ ເຂົ້າໃນຜົນສຳເລັດຂອງກອງປະຊຸມຂັ້ນສູງພິເສດ ອາຊຽນ-ອົສຕຣາລີ, ເພ່ີມທະວີການຮ່ວມມື, ເຊື່ອມຈອດລະຫວ່າງ ອາຊຽນ ແລະ ອົສຕຣາລີ ໃນໄລຍະຈະມາເຖິງ. 
ປະຕິບັດ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top