• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ສຳຫຼວດກວດ​ກາທຸກໆກ​ໍ​ລະ​ນີ​​ເຂ​ົ້າ​ເມືອງ ຫວຽດ​ນາມ​ເລີ່ມ​ແຕ່​ວັນ​ທີ 8 ມີ​ນາ 2020 ເປັນ​ຕົ້ນ​ມາ

ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ລັດຖະມົນຕີກະຊວງຕຳຫຼວດ, ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງຊີ້ນຳການປະຕິບັດ ແລະ ປະຕິບັດການສຳຫຼວດກວດກາທຸກໆກໍລະນີຊາວຕ່າງປະເທດ, ຊາວຫວຽດນາມຢູ່ຕ່າງປະເທດໄດ້ເຂົ້າເມືອງ ຫວຽດນາມ ນັບແຕ່ວັນທີ 8 ມີນາ 2020 ໃຫ້ສຳເລັດກ່ອນເວລາ 12 ໂມງ 00 ນາທີ ວັນທີ 25 ມີນາ 2020.

ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນ ທີ່ກອງປະຊຸມ (ພາບ: Chinhphu.vn)

ຕາມແຈ້ງການສະຫຼຸບຂອງ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນວັນທີ 23 ມີນາ 2020, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ລັດຖະມົນຕີກະຊວງຕຳຫຼວດ, ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງຊີ້ນຳການປະຕິບັດ ແລະ ປະຕິບັດການສຳຫຼວດກວດກາທຸກໆກໍລະນີຊາວຕ່າງປະເທດ, ຊາວຫວຽດນາມຢູ່ຕ່າງປະເທດໄດ້ເຂົ້າເມືອງ ຫວຽດນາມ ນັບແຕ່ວັນທີ 8 ມີນາ 2020 ໃຫ້ສຳເລັດກ່ອນເວລາ 12 ໂມງ 00 ນາທີ ວັນທີ 25 ມີນາ 2020, ພ້ອມທັງຮຽກຮ້ອງໃຫ້ແຍກຕົວຢູ່ບ້ານ, ບ່ອນພັກເຊົ່າ, ປະຕິບັດການແຈ້ງອາການສຸຂະພາບ, ອັບເດັດສະພາບການສຸຂະພາບ, ກວດພົບບັນດາກໍລະນີຕິດເຊື້ອພະຍາດ Covid – 19 ຢ່າງທັນການ, ຫຼີກລ້ຽງການແຜ່ລະບາດອອກສູ່ວົງຄະນະຍາດ.

        ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ກະຊວງການຕ່າງປະເທດຊີ້ນຳບັນດາອົງການຕາງໜ້າຢູ່ບັນດາປະເທດສືບຕໍ່ປະຕິບັດວຽກງານມະຫາຊົນ ແລະ ປົກປ້ອງພົນລະເມືອງໃຫ້ເປັນຢ່າງດີ, ຂົນຂວາຍຊາວຫວຽດນາມອາໄສຢູ່ຕ່າງປະເທດບໍ່ກັບເມື່ອປະເທດເປັນຈຳນວນຫຼາຍຄືໄລຍະທີ່ຜ່ານມາ, ປະຕິບັດບັນດາມາດຕະການປ້ອງກັນພະຍາດໃຫ້ແກ່ຕົນເອງ ແລະ ຄອບຄົວ, ປະຕິບັດຢ່າງຖືກຕ້ອງຕາມການກຳນົດ ບໍ່ເດີນທາງໄປ - ມາ, ການປ້ອງກັນ, ສະກັດກັ້ນໂລກລະບາດຂອງປະເທດປະຈຳຖິ່ນ…

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top