• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ນາມເຢືອກ - ຢາພື້ນເມືອງຂອງຄົນ ຫວຽດ

ເປັນວິສາຫະກິດໜຶ່ງດຽວ ຂອງຂະແໜງການຢາ ທີ່ມີກຽດ ໄດ້ຮັບລາງວັນ “ຄຸນນະພາບສາກົນ ອາຊີ-ປາຊີຟິກ” ປີ 2015, ປະຈຸບັນ, ບໍລິສັດຫຸ້ນສ່ວນ ນາມເຢືອກ ພວມບຸກບືນ ປະຕິບັດ ບົດບາດ ໃນຂະແໜງຢາພື້ນເມືອງ ຕາມຄຳສັ່ງສອນ ຂອງອາຈານ ເຕ້ຕິງ - ບັນພະບຸລຸດ ສາດສະດາຈານ ຂອງຢາພື້ນເມືອງ ຫວຽດ: ຄື “ຢາພື້ນເມືອງຫວຽດ ປົວພະຍາດໃຫ້ແກ່ຄົນ ຫວຽດ”.
ປະຈຸບັນ, ດ້ວຍເຕັກໂນໂລຊີປຸງແຕ່ງຢາທີ່ທັນສະໄໝ, ນາມເຢືອກ ເປັນວິສາຫະກິດ ຜະລິດຢາ ແຫ່ງທຳອິດຂອງ ຫວຽດນາມ ທີ່ຖືກຮັບຮອງໄດ້ມາດຕະຖານສາກົນ IMS (Intergrated Management System) ທັນສະໄໝ ຂອງໂລກ ລວມມີ: GMP-WHO (ການຜະລິດຢາ ຕາມແຜນຕາເວັນອອກ ທີ່ດີ), ລະບົບ ຄຸ້ມຄອງຄຸນນະພາບ ISO 9001, ສະພາບແວດລ້ອມ ISO 14000, ລະບົບຄຸ້ມຄອງຄຸນນະພາບຮອບດ້ານ TQM, ເຂດປູກ ວັດຖຸດິບຜະລິດຢາຕາມມາດຕະຖານ GACP-WHO, HACCP, SA 8000… ນີ້ແມ່ນ ບັນດາຜະລິດຕະພັນ ທີ່ຜະລິດອອກມາໄດ້ ມາດຕະຖານສາກົນຈົນເປັນທີ່ຍອມຮັບໃນທົ່ວໂລກ. ນີ້ເປັນໜຶ່ງ ໃນບັນດາປັດໄຈສຳຄັນທີ່ຊ່ວຍ ນາມເຢືອກ ໄດ້ຮັບລາງວັນ ຄຸນນະພາບສາກົນ ອາຊີ-ປາຊີຟິກ (Global Performance Excellence Award - GPEA) ໂດຍອົງການຄຸນນະພາບ ສາກົນ ອາຊີ-ປາຊີຟິກ (APQO) ເປັນຜູ້ເລືອກເຟັ້ນ.

ນາມເຢືອກ ໄດ້ຜັນຂະຫຍາຍທ່າແຮງ ຕໍ່ແຫຼ່ງວັດຖຸຜະລິດຢາທີ່ອຸດົມສົມບູນ, ຫຼາກຫຼາຍຊະນິດ, ໄດ້ຮັບການຕີລາຄາເປັນອັນດັບ 3 ຂອງໂລກ (ຮອງຈາກ ສປ ຈີນ ແລະ ອິນເດຍ) ດ້ວຍ ການຟື້ນຟູ, ສ້າງແຜນສັງລວມ ແລະ ພັດທະນາການ ປູກໃໝ່ ຢູ່ບັນດາເຂດ ປູກວັດຖຸດິບ ເພື່ອຜະລິດຢາ ຕາມມາດຕະຖານ GACP-WHO. ປະຈຸບັນ, ນາມເຢືອກ ໄດ້ສ້າງແຜນສັງລວມໃຫ້ເຂດປູກວັດຖຸດິບເພື່ອຜະລິດຢາກວ່າ 50 ແຫ່ງ ທົ່ວປະເທດເຊັ່ນ: ເຂດປູກຕົ້ນ ເທ່ຍແກງ (Gymnema sylvestre) ໃນເນື້ອທີ່ 5 ເຮັກຕາຢູ່ ຫາຍເຫົ້າ,​ ແຂວງ ນາມດິ້ງ; ເດື່ອງກຸຍ (Angelica sinensis), ດານເຊີມ (Salvia ທiltiorhiza) ຢູ່ ບັກຮ່າ, ​ແຂວງ ລ່າວກາຍ; ແມກມົນ (Ophiopogon japonicus) ຢູ່ ຝູ໋ເຖາະ, ໃບໂຄຍເຕຍ (Ardisia silvestris) ຢູ່ ບາວີ່; ຮຸງແຈງ (Pletranthus amboinicus), ຢຽບຫ້າເຈົາ (Phyllanthaceae) ຢູ່ ຝູ໋ອຽນ… ບັນດາເຂດປູກວັດຖຸດິບ ຜະລິດຢາດ່ັງກ່າວ ລ້ວນແຕ່ ຮັບປະກັນ ປອດສານພິດ 100% ແລະ ກວມ 70% ວັດຖຸດິບ ເພື່ອ ຜະລິດ ຢາຂອງ ນາມເຢືອກ ໃນປະຈຸນັນ. 


ເຂດປູກໝາກກ້ຽງນ້ອຍຂອງບໍລິສັດ ນາມເຢືອກ ເພື່ອຮັບໃໍຊ້ໃຫ້ການຜະລິດນຳ້ຢາປົວໄອ ຢູ່ນາມດິງ. 


ແຫຼ່ງວັດຖຸຜະລິດຢາຂອງ ນາມເຢືອກ ບັນລຸມາດຕະຖານ 100%​ ກ່ຽວກັບຄຸນນະພາບ ແລະ ຄວາມສະອາດ.


ຕ່ອງໂສ້ການຜະລິດຢາ ພື້ນເມືອງ ໄດ້ຕິດຕັ້ງລະບົບ ເຄ່ືອງຈັກ ທີ່ທັນສະໄໝ, ມີກຳລັງການຜະລິດສູງ,
ໄດ້ນຳເຂົ້າຈາກ ປະເທດ ທີ່ມີເຕັກໂນໂລຊີ ແຖວໜ້າໃນການຜະລິດຢາ ພື້ນເມືອງ.



ລະບົບໂຮງງານຂອງ ນາມເຢືອກ ໄດ້ມາດຕະຖານ: GMP - WHO, ISO 9001:2000, ISO 14000:2004, HACCP
ແລະ SA 8000 ຈົນໄດ້ຮັບມາດຕະຖານ
IMS (Intergrated Management System).



ກຳມະກອນ ຕ້ອງໄດ້ບັນທຶກໄລຍະເວລາ ແລະ ອຸ່ນຫະພູມໃນ ການອົບ ວັດຖຸພັນຕ່າງໆ ໃນເຕົາອົບແບບ ອັດຕະໂນມັດ.


ມາເຖິງປະຈຸບັນນີ້, ຍັງບໍ່ທັນມີວິສາຫະກິດຜະລິດຢາໃດ ຢູ່ ຫວຽດນາມ ບັນລຸໄດ້ມາດຕະຖານດີເດັ່ນ ຂອງ ໂລກ
ຄື
ລະບົບຜະລິດຢາຂອງ ນາມເຢືອກ. 



ບັນດາຜະລິດຕະພັນຂອງ ນາມເຢືອກ ພວມໄດ້ຮັບຄວາມ
ນິຍົມ ຈາກຜູ້ບໍລິໂພກ ຢ່າງກວ້າງຂວາງ ຍ້ອນໄດ້ມາດຕະຖານ ທັງພາຍໃນແລະສາກົນ.



ບັນດາຜະລິດຕະພັນຢາຂອງ ນາມເຢືອກ ໄດ້ຮັບການກວດກາຄຸນນະພາບຢ່າງເຄັ່ງຄັດ.


ວັດຖຸດິບ ເພື່ອຜະລິດຢາ ໄດ້ຜ່ານການກວດກາ ທີ່ຫ້ອງວິໄຈ ເຄມີ .


ຢາເມັດສຳເລັດຮູບ ຖືກນຳເຂົ້າເຄື່ອງຈັກ ເພື່ອຈັດປະເພດ ກ່ອນສົ່ງໄປຍັງພະແນກຫຸ້ມຫໍ່.


ສາງ GSP ຂອງ ນາມເຢືອກ ໄດ້ອອກແບບຕາມແຕ່ລະ ຂົງເຂດທີ່ມີໝາຍເລກແຕກຕ່າງກັນ.
ພິເສດ ມີຂົງເຂດໜຶ່ງ ເກັບຮັກສາ ສະເພາະທາດພິດ
.


ຂັ້ນຕອນຫຸ້ມຫໍ່ຜະລິດຕະພັນຢາຂອງ ນາມເຢືອກ.

ຢາພື້ນເມືອງຈຳນວນໜຶ່ງ ຂອງ ບໍລິສັດ ນາມເຢືອກ ທີ່ໄດ້ຮັບ ຄວາມໄວ້ວາງໃຈ ຈາກຜູ້ບໍລິໂພກ ເປັນຢ່າງດີຄື: ຢາຮາກໄມ້ ທົງຊວງຕານ ນາມເຢືອກ, ນຳ້ຢາປົວໄອ-ເປັນຫວັດ ອີກຍີ, ຢາເມັດບາວຊວນ…
ໃນການຜັນຂະຫຍາຍທ່າແຮງຂອງເຂດປູກວັດຖຸດິບເພື່ອຜະລິດຢາ, ນາມເຢືອກ ບໍ່ພຽງແຕ່ສ້າງໄດ້ແຜນຍຸດທະສາດໃນໄລຍະຍາວ ແລະ ຍືນຍົງເທົ່ານັ້ນ, ແຕ່ຍັງສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ຍົກສູງລະດັບຊີວິດການເປັນຢູ່ໃຫ້ແກ່ຊາວທ້ອງຖິ່ນ ອີກດ້ວຍ. ຕົວ ຢ່າງມີບາງທ້ອງຖິ່ນ ໃນເນື້ອທີ່ດິນທ່ີເຄີຍທຳການຜະລິດ ໃນການ ເຮັດນາ ຈະໃຫ້ລາຍຮັບ 15 ລ້ານດົ່ງຕໍ່ໜຶ່ງເຮັກຕາ, ເມ່ືອຫັນມາ ປູກ ວັດຖຸດິບ ເພື່ອຜະລິດຢາ, ສາມາດສ້າງລາຍຮັບສູງເຖິງ 50 ລ້ານດົ່ງ ຕໍ່ໜຶ່ງເຮັກຕາ.

ໃນການປະຕິບັດຍຸດທະສາດ ພັດທະນາຢາພື້ນເມືອງ, ນາມເຢືອກ ຍັງຕ້ອງການຜະລິດຢາພື້ນເມືອງ ມີລົດຊາດສະເພາະ, ມີແຕ່ຢູ່ ຫວຽດ ນາມຊຶ່ງຍັງ ບໍ່ມີປະເທດໃດຄົ້ນຄວ້າ ຄື: ຜະລິດຕະພັນຢາ ຈາກພິດງູຈົງອາງ, ຕົ້ນໝາກ ເຂືອຂື່ນ ເພື່ອປົວພະຍາດຕັບ ແລະ ອື່ນໆ ຊຶ່ງນາມເຢືອກ ກຳລັງ ພັດທະນາ.

ປະຈຸບັນ, ນາມເຢຶອກ ໄດ້ລົງທຶນ ນຳໃຊ້ເຕັກໂນໂລຊີ ໃນການສະ ກັດ ແລະ ປຸງແຕ່ງຢາທີ່ທັນສະໄໝ ເພື່ອກຳນົດກຸ່ມທາດ, ສ້າງ ມາດ ຕະຖານ, ຄັດອອກປະເພດທາດສາລະພັນຈາກແຫຼ່ງວັດຖຸດິບ ທີ່ນຳເຂົ້າມາ, ຈາກນັ້ນ ຈິ່ງຜະລິດອອກບັນດາ ຜະລິດຕະພັນຢາຄື: ຢາເມັດ, ຢານ້ຳ…










ຢາ ທີ່ໄດ້ມາດຕະຖານ ຈຳນວນໜຶ່ງຂອງ ນາມເຢືອກ.


ນາມເຢືອກ ພວມສຸມໃສ່ປະຕິບັດແຜນຍຸດທະສາດຕົ້ນຕໍ ຄື ຜະລິດ ອອກ ຜະລິດຕະພັນຈຳນວນໜຶ່ງ
ທີ່ໄດ້ຮັບເຄື່ອງໝາຍ ການຄ້າ ຂອງ ຫວຽດນາມ.

ໃນການປະຕິບັດຍຸດທະສາດ ພັດທະນາຢາພື້ນເມືອງ, ນາມເຢືອກ ມີຄວາມປາດຖະໜາຢາກໃຫ້ຄົນ ຫວຽດນມ ໄດ້ນຳໃຊ້ແຫຼ່ງວັດຖຸດິບ ເພື່ອ ຜະ ລິດຢາທີ່ດີ, ສະອາດ, ຮັບປະກັນຄຸນນະພາບ, ຫຼຸດຜ່ອນ ການນຳເຂົ້າ ວັດຖຸດິບ ເພື່ອຜະລິດຢາ ທີ່ບໍ່ຮູ້ຈະແຈ້ງ ຕົ້ນກຳເນີດ ກໍ່ຄື ຄຸນນະພາບ ໃນພາລະໜ້າທີ່ດູແລ, ປົກປັກຮັກສາ ສຸຂະພາບໃຫ້ແກ່ຄົນ ຫວຽດ.

ບົດ: ຖາວວີ - ພາບ: ເຈິ່ນແທງຢາງ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top