• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຢ້ຽມຢາມ, ກວດກາວຽກງານກຽມພ້ອມສູ້ຮົບທີ່ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຝາກຄຳອວຍພອນປີໃໝ່ອັນດີງາມທີ່ສຸດເຖິງພະນັກງານ, ນັກຮົບ, ກຳມະກອນ, ກຳລັງປະກອບອາວຸດນະຄອນຫຼວງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີ ຈໍ 2018

 ນາຍົກລັດຖະມົນຕີຢ້ຽມຢາມ, ກວດກາວຽກງານກຽມພ້ອມສູ້ຮົບທີ່ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ
ກ່ອນກ້າວເຂົ້າສູ່ປີໃໝ່ປະຈຳຊາດປີຈໍ 2018, ຕອນບ່າຍວັນທີ 12 ກຸມພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢື້ຢາມຖາມຂ່າວ, ລະດົມກຳລັງໃຈແກ່ພະນັກງານ, ນັກຮົບ ແລະ ກວດກາວຽກງານເວນຍາມ, ກຽມພ້ອມສູ້ຮົບທີ່ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ - ເຊິ່ງແມ່ນກົມກອງແກ່ນສານປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນບໍລິເວນນະຄອນຫຼວງ. ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຝາກຄຳອວຍພອນປີໃໝ່ອັນດີງາມທີ່ສຸດເຖິງພະນັກງານ, ນັກຮົບ, ກຳມະກອນ, ກຳລັງປະກອບອາວຸດນະຄອນຫຼວງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີ ຈໍ 2018. ເມື່ອເຕື້ອງເຖິງໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບສຳຄັນຂອງປີ 2018 - ປີບານພັບຂອງແຜນການພັດທະນາເສດຖະກິດ - ສັງຄົມ 2016 – 2020, ທ່ານນາຍົກລັດຖະມົນຕີສະເໜີໃຫ້ກະຊວງປ້ອງກັນປະເທດ ແລະ ນະຄອນ ຮ່າໂນ້ຍ ເອົາໃຈໃສ່ພິເສດຈັດຕັ້ງສ້າງກຳລັງປະກອບອາວຸດນະຄອນຫຼວງ ໝັ້ນຄົງເຂັ້ມແຂງຮອບດ້ານ, ສຸ່ມໃສ່ປະຕິບັດໜ້າທີ່ຮັບປະກັນຄຸນນະພາບວຽກງານຝຶກອົບຮົມ ກຽມພ້ອມສູ້ຮົບ; ຍົກສູງສະຕິລະວັງຕົວ, ບໍ່ປະໃຫ້ຕົກໃນທ່າຮັບ, ສົມທົບກັບບັນດາກຳລັງ, ຮັບປະກັນຄວາມປອດໄພສຳລັບບັນດາເຫດການການເມືອງ, ຄວາມເປັນລະບຽບຮຽບຮ້ອງທາງສັງຄົມຢູ່ນະຄອນຫຼວງ. ກອງບັນຊາການນະຄອນຫຼວງ ກໍ່ຄວນຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ ແລະ ຍົກສູງປະສິດທິຜົນວຽກງານພົວພັນປ້ອງກັນຊາດກັບຕ່າງປະເທດ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ປູກຕົ້ນໄມ້ທີ່ລະນຶກຢູ່ສຳນັກງານກອງບັນຊາການນະຄອນຫຼວງ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top