• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຕ້ອນຮັບປະທານກຳມາທິການການຕ່າງປະເທດສະພາຕ່ຳ ອາເມລິກາ

      ທີ່ການຕ້ອນຮັບທ່ານປະທານອະນຸກຳມະການ ອາຊີ - ປາຊີຟິກ, ປະທານກຳມາທິການການຕ່າງປະເທດສະພາຕ່ຳ ອາເມລິກາ Ted Yoho ໃນຕອນບ່າຍວັນທີ 16 ຕຸລາ ຢູ່ສຳນັກງານລັດຖະບານ ຫວຽດນາມ,

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານTed Yoho (ພາບ: VGP)
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕີລາຄາສູງເລື່ອງ ສະພາແຫ່ງຊາດ ອາເມລິກາ ໃນນັ້ນມີຫລາຍສະມາຊິກສະພາຕ່ຳໄດ້ສະໜັບສະໜູນໃຫ້ນະໂຍບາຍຂອງ ອາເມລິກາ ມຸ່ງໄປເຖິງພາກພື້ນ ອາຊີ - ປາຊີຟິກ ແລະ ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃນທຸກຂົງເຂດໃຫ້ດີກ່ວາອີກ ເປັນຕົ້ນແມ່ນໃນການຊຸກຍູ້ຜັນຂະຫຍາຍບັນດາໂຄງການລົງທຶນຂອງບັນດາວິສາຫະກິດ ອາເມລິກາ ຢູ່ ຫວຽດນາມ.
        ສ່ວນທ່ານປະທານອະນຸກຳມະການ ອາຊີ - ປາຊີຟິກ, ປະທານກຳມາທິການການຕ່າງປະເທດສະພາຕ່ຳ ອາເມລິກາ Ted Yoho ໃຫ້ຮູ້ວ່າ: ທ່ານຈະມານະພະຍາຍາມຫລາຍກ່ວາອີກ ໃນການຊຸກຍູ້ການແລກປ່ຽນການຄ້າ, ການຮ່ວມມືວັດທະນະທຳ, ການຄ້າ, ແບ່ງປັນບົດຮຽນໃນຂົງເຂດນິຕິບັນຍັດ ປະກອບສ່ວນນຳການພົວພັນຄູ່ຮ່ວມມືຮອບດ້ານ ເຊິ່ງພວມພັດທະນາແຂງແຮງທີ່ສຸດ ລະຫວ່າງ 2 ປະເທດ ສືບຕໍ່ບັນລຸໄດ້ບັນດາຜົນສຳເລັດໃໝ່ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top