• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເລຂາທິການໃຫຍ່ພັກປະຊາຊົນເສລີ ຍີ່ປຸ່ນ

ການພົວພັນລະຫວ່າງ 2 ປະເທດໃນຊຸມປີທີ່ຜ່ານໄດ້ມີການພັດທະນາກະໂດດຂັ້ນ, ຮອບດ້ານ ແລະ ເລິກເຊິ່ງ ດ້ວຍຂອບເຂດ “ຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກວ້າງຂວາງເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ອາຊີ”.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບ: VGP)


ຕອນບ່າຍວັນທີ 12 ມັງກອນ, ຢູ່ໂຮ້ຍອານ, ແຂວງກວາງນາມ, ທີ່ການຕ້ອນຮັບທ່ານ Nikai Toshihiro, ເລຂາທິການໃຫຍ່ພັກປະຊາທິປະໄຕເສລີຍີ່ປຸ່ນ, ປະທານພັນທະມິດສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ - ຫວຽດນາມ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ, ການພົວພັນລະຫວ່າງ 2 ປະເທດໃນຊຸມປີທີ່ຜ່ານໄດ້ມີການພັດທະນາກະໂດດຂັ້ນ, ຮອບດ້ານ ແລະ ເລິກເຊິ່ງ ດ້ວຍຂອບເຂດ “ຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກວ້າງຂວາງເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ອາຊີ” ເຊິ່ງໄດ້ຮັບການສ້າງຕັ້ງນັບແຕ່ປີ 2014, ໃນນັ້ນ ຫວຽດນາມ ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ສຳຄັນແຖວໜ້າ ແລະ ຍາວນານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາການປະກອບສ່ວນອັນລ້ຳຄ່າຂອງທ່ານ Nikai Toshihiro ພ້ອມກັບບັນດາສະມາຊິກໃນພັນທະມິດສະມາຊິກລັດສະພາມິດຕະພາບຍີ່ປຸ່ນ - ຫວຽດນາມ ສຳລັບການພົວພັນລະຫວ່າງ 2 ປະເທດ.

          ສ່ວນທ່ານ Nikai Toshihiro ໄດ້ສະແດງຄວາມພາກພູມໃຈເມື່ອໄດ້ມາຢ້ຽມຢາມຫວຽດນາມ ນັບແຕ່ຕົ້ນປີ 2020; ຖືວ່າ ເລື່ອງຈັດຕັ້ງຄະນະຜູ້ແທນທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ດ້ວຍຜູ້ແທນກວ່າ 1000 ທ່ານທີ່ມາຈາກທຸກພາກສ່ວນ ຂອງຍີ່ປຸ່ນ ໄດ້ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ຄວາມເຫັນດີເຫັນພ້ອມສູງຈາກລັດຖະບານ, ບັນດາທ້ອງຖິ່ນ, ວົງການວິສາຫະກິດ ແລະ ປະຊາຊົນຍີ່ປຸ່ນ ທີ່ມີຕໍ່ການເພີ່ມທະວີ ແລະ ເຮັດໃຫ້ການພົວພັນຮ່ວມມືມິດຕະພາບກັບຫວຽດນາມ ນັບມື້ນັບເລິກເຊິ່ງຂຶ້ນຕື່ມອີກ.

          ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Nikai Toshihiro ໄດ້ເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນເອກະສານ, ບົດບັນທຶກສ່ວຍຈຳ 12 ສະບັບ ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງ 2 ປະເທດ.

          ຕອນຄ່ຳວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Nikai Toshihiro, ທ່ານເລຂາທິການໃຫຍ່ພັກປະຊາທິປະໄຕເສລີຍີ່ປຸ່ນ, ປະທານພັນທະມິດສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ - ຫວຽດນາມ ໄດ້ເຂົ້າຮ່ວມງານລາຕີແລກປ່ຽນວັດທະນະທຳລະຫວ່າງຄະນະແລກປ່ຽນເສດຖະກິດ, ວັດທະນະທຳ, ທ່ອງທ່ຽວຍີ່ປຸ່ນ ແລະ ບັນດາວິສາຫະກິດ, ທ້ອງຖິ່ນຂອງຫວຽດນາມ.

          ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ນີ້ແມ່ນເຫດການພົວພັນແລກປ່ຽນພິເສດ, ມີຄວາມໝາຍສຳຄັນ, ເຊິ່ງເປັນການພິສູດໃຫ້ເຫັນການພັດທະນາຢ່າງແຮງ, ຮອບດ້ານຂອງການພົວພັນ “ຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ - ກວ້າງຂວາງລະຫວ່າງຫວຽດນາມ - ຍີ່ປຸ່ນ”. ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ, ຢືນຢັນວ່າ.

          “ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືຍີ່ປຸ່ນ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຄວາມສຳຄັນແຖວໜ້າ, ມີການຮ່ວມມືຍາວນານ. ຍີ່ປຸ່ນ ກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດແຖວໜ້າຢູ່ພາກພື້ນ. ຫວຽດນາມ ແມ່ນປະເທດປະສານງານການພົວພັນລະຫວ່າງອາຊຽນ - ຍີ່ປຸ່ນ ອາຍຸການ 2018 – 2020, ປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021. ພວກເຮົາຈົ່ງພ້ອມກັນຮ່ວມມືເພື່ອຍົກການພົວພັນນີ້ໃຫ້ຂຶ້ນສູ່ລະດັບສູງໃໝ່”.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top