• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບບັນດາທ່ານຜູ້ນຳຢູ່ນອກກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 34

ຢູ່ນອກກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 34, ຕອນແລງວັນທີ 22 ມິຖຸນາ 2019, ທີ່ນະຄອນຫຼວງ ບາງກອກ, ປະເທດ ໄທ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະກັບນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ; ປະທານາທິບໍດີ ອິນໂດເນເຊຍ ໂຈໂກ ວິໂດໂດ; ນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ.

ທີ່ການພົບປະກັບນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມດີໃຈນຳທ່ານ ປຣາຣຸດ ຈັນໂອຈາ ທີ່ຫາກໍ່ຖືກສະພາແຫ່ງຊາດ ເລືອກຕັ້ງເປັນນາຍົກລັດຖະມົນຕີ ຜູ້ທີ 30 ຂອງປະເທດ ໄທ. ນາຍົກລັດຖະມົນຕີທັງສອງທ່ານໄດ້ສະແດງຄວາມເພິ່ງພໍໃຈ ເມື່ອເຫັນການພົວພັນສອງຝ່າຍໃນໄລຍະຜ່ານມາ ໄດ້ມີການພັດທະນາຢ່າງດີງາມ, ມີຄວາມສະໜິດຕິດພັນ ແລະ ໄວ້ເນື້ອເຊື່ອໃຈ.  ສອງຝ່າຍເປັນເອກະສັນວ່າ ຈະສົມທົບໃນການຊຸກຍູ້ຜັນຂະຫຍາຍບັນດາກົນໄກວ່າດ້ວຍການຮ່ວມມືສອງຝ່າຍທີ່ສຳຄັນໃນປີ 2019, ພິເສດແມ່ນກອງປະຊຸມຄະນະລັດຖະມົນຕີ ຄັ້ງທີ 4 ລະຫວ່າງສອງປະເທດເຊິ່ງຈະໄດ້ຈັດຕັ້ງຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະແລກປ່ຽນຄວາມຄິດຄວາມເຫັນກັບທ່ານນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກ ໄທ ປຣາຣຸດ ຈັນໂອຈາ. (ພາບ: ຖົ໋ງເຍີດ/VNA)
ນາຍັກລັກຖະມົນຕີທັງສອງທ່ານ ໄດ້ຢັ້ງຢືນຄວາມຕັດສິນໃຈ ຈະຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ຫັນໄປສູ່ເປົ້າໝາຍ ມູນຄ່າການຄ້າສອງສົ້ນ ບັນລຸໄດ້ 2 ຕື້ ໂດລາສະຫະລັດ ເມື່ອປີ 2020. ນາຍັກລັກຖະມົນຕີທັງສອງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີກ ຮ່ວມສຳພັນລະຫວ່າງ​ ຫວຽດນາມ ແລະ ໄທ ກໍ່ຄືກັບປະເທດຕ່າງໆ ໃນອະນຸພາກພື້ນແມ່ນຳ້ຂອງ ຜ່ານບັນດາໂຄງການເຊື່ອມຕໍ່ດ້ວຍທາງບົກ, ທາງນຳ້ ເພື່ອຮັບໃຊ້ໃຫ້ແກ່ການຮ່ວມມືດ້ານການຄ້າ, ການຄົມມະນາຄົມ, ການທ່ອງທ່ຽວ ແລະ ການພົບປະສ້າງສັນຂອງປະຊາຊົນລະຫວ່າງບັນດາປະເທດໃນພາກພື້ນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຂອບອົກຂອບໃຈ ປະເທດເຈົ້າພາບ ໄທ ທີ່ໃຫ້ການຕ້ອນຮັບຄະນະຜູ້ແທນ ຫວຽດນາມ ມາເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ  ຄັ້ງທີ 34 ຢ່າງສົມກຽດ ແລະ ເຊື່ອວ່າ ໄທ ຈະສຳເລັດວຽກງານດຳລົງຕຳແໜ່ງທີ່ເປັນປະທານ ອາຊຽນ 2019, ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງປະຊາຊົນ ອາຊຽນທີ່ເຂັ້ມແຂງ, ມີຄວາມສາມັກຄີ ແລະ ໝັ້ນຄົງຕະຫຼອດການ.
 
ທີ່ການພົບປະກັບປະທານາທິບໍດີ ອິນໂດເນເຊຍ ໂຈໂກ ວິໂດໂດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມດີໃຈນຳທ່ານ ໂຈໂກ ວິໂດໂດ ທີ່ຖືກເລືອກຕັ້ງເປັນປະທານາທິບໍດີ ອິນໂດໂນເຊຍ ຄົນໃໝ່. ການນຳທັງສອງ ໄດ້ຢືນຢັນຄວາມຕັດສິນໃຈ ຈະສົມທົບກັນໃນການປະຕິບັດແຜນການເຄື່ອນໄຫວຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອິນໂດເນເຊຍ ໄລຍະ 2018-2023 ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ຂອງທ່ານປະທານາທິບໍດີ ອິນໂດເນເຊຍ ໂຈໂກ ວິໂດໂດ ຢ່າງມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະແລກປ່ຽນ
ຄວາມຄິດຄວາມເຫັນກັບທ່ານປະທານາທິບໍດີ ອິນໂດເນເຊຍ​ໂຈໂກ ວິໂດໂດ. ພາບ: ຖົ໋ງເຍີດ/VNA)
ສອງຝ່າຍໄດ້ຕົກລົງກັນຈະເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຍູ້ແຮງການພົບປະສ້າງສັນຂອງປະຊາຊົນສອງປະເທດ, ເພື່ອປັບປຸງນຳ້ໃຈມິດຕະພາບ, ຄວາມຮູ້ຄວາມເຂົ້າໃຈ ແລະ ຄວາມໄວ້ວາງໃຈລະຫວ່າງການນຳ ແລະ ປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ. ການນຳສອງທ່ານ ໄດ້ຢັ້ງຢືນຄວາມຕັດສິນໃຈ ຊຸກຍູ້ຫຼາຍກວ່າເກົ່າ ການຮ່ວມືດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ເໝາະສົມກັບທ່າແຮງບົ່ມຊ້ອນ ແລະ ສາຍພົວພັນຂອງສອງປະເທດ.
 
ການນຳສອງທານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືທາງທະເລ ແລະ ຕົກລົງນຳກັນວ່າ ຈະສົມທົບຜັນຂະຫຍາຍບັນດາເນື້ອໃນທີ່ກ່ຽວຂ້ອງໃນແຜນການເຄື່ອນໄຫວໄລຍະ 2018-2030 ຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ ອິນໂດເນເຊຍ ຈົ່ງແກ້ໄຂບັນຫາເຮືອຫາປາ ແລະ ຊາວປະມົງຂອງ ຫວຽດນາມ ຢ່າງເໝາະສົມຕາມຄວນ ບົນຈິດໃຈມິດຕະພາບ, ມະນຸດສະທຳ, ຕາມກົດໝາຍ ແລະ ທຳນຽມສາກົນ.

ການນຳ ສອງທ່ານໄດ້ແລກປ່ຽນກ່ຽວກັບບັນຫາຈຳນວນໜຶ່ງທີ່ພາກພື້ນ ແລະ ສາກົນພວມມີຄວາມສົນໃຈ. ສອງຝ່າຍຕົກລົງວ່າ ຈະເພີ່ມທະວີການສົມທົບ ທີ່ບັນດາເວທີຫຼາຍຝ່າຍ, ເປັນຕົ້ນແມ່ນ ອາຊຽນ ແລະ ສະຫະປະຊາຊາດ, ພິເສດແມ່ນໃນປີ 2020 ເມື່ອສອງປະເທດໄດ້ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.
 
ເນື່ອງໃນໂອກາດນີ້, ຕາມການສະເໜີຂອງຝ່າຍ ສິງກະໂປ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຊຸກ ມີການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຊຸກ ມີການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ. ພາບ: ຖົ໋ງເຍີດ/VNA
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕຳໜິຕິຕຽນ ບົດກ່າວປາໄສອອກວັນທີ 31 ພຶດສະພາ 2019 ຂອງທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ສ່ວນທີ່ກ່ຽວຂ້ອງເຖິງ ຫວຽດນາມ ແລະ ກຳປູເຈຍ ໃນໄລຍະ 1979-1980. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ປະຫວັດສາດ ພິສູດໃຫ້ເຫັນວ່າ ການພິນິດໄສຂອງຝ່າຍ ຫວຽດນາມ ຕໍ່ບົດບາດຂອງ ຫວຽດນາມ ໃນໄລຍະນັ້ນ ແມ່ນບໍ່ຖືກຕ້ອງ ແລະ ການເວົ້າຄືນໃໝ່ ແນວຄິດຕາຍຕົວນັ້ນ ໄດ້ເຮັດໃຫ້ ຫວຽດນາມ ແລະ ກຳປູເຈຍ ຮູ້ສຶກເສຍໃຈ, ພິເສດແມ່ນຍາດຕິພີ່ນ້ອງຂອງທະຫານອາສາສະໝັກ ຫວຽດນາມ ຫຼາຍພັນຄົນໄດ້ເສຍສະຫຼະຊີວິດ ເພື່ອນຳມາສັນຕິພາບ, ຊ່ວຍເຫຼືອປະຊາຊົນ ກຳປູເຈຍ ໄຊຊະນະລະບອບດັບສູນເຊື້ອຊາດ polpot ແລະ ໃນວິວັດແຫ່ງການສ້າງສາປະເທດຊາດທີ່ລຳບາກ ຂອງ ກຳປູເຈຍ ໃນພາຍໜ້າ.

ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໄດ້ອະທິບາຍວ່າ ສິງກະໂປ ບໍ່ແມ່ນຢາກເຮັດໃຫ້ ຫວຽດນາມ ຮູ້ສຶກເສຍໃຈ, ພຽງແຕ່ເວົ້າເຖິງພາກໜຶ່ງໃນປະຫວັດສາດຂອງ ອິນດູຈີນ ເພື່ອເນັ້ນໜັກເຖິງຄວາມສັນຕິພາບ, ສະຖຽນນະພາບ ແລະ ຄວາມວັດທະນາຖາວອນໃນປັດຈຸບັນ ບໍ່ແມ່ນມີເອງ, ສະພາບການຢູ່ພາກພື້ນໃນປັດຈຸບັນ ໄດ້ຮຽກຮ້ອງໃຫ້ບັນດາປະເທດໃນກຸ່ມ ອາຊຽນ ຕ້ອງສືບຕໍ່ຮັກສາຄວາມສາມັກຄີ, ຄວາມສະໜິດຕິພັນ ແລະ ເພີ່ມທະວີການຮ່ວມມື. ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໄດ້ເນັ້ນໜັກວ່າ ສິງກະໂປ ຖືສາຍພົວພັນມິດຕະພາບ ແລະ ຄວາມເຊື່ອຖື ກັບ ຫວຽດນາມ ເປັນສຳຄັນ. ຕີລາຄາສູງບົດບາດ ແລະ ການປະກອບສ່ວນຢ່າງສຳຄັນຂອງ ຫວຽດນາມ ໃນການປົກປັກຮັກສາສັນຕິພາບ, ສະຖຽນນະພາບ ແລະ ການພັດທະນາຂອງພາກພື້ນ ກໍ່ຄືໃນການກໍ່ສ້າງປະຊາຄົມ​ອາຊຽນ ທີ່ເຂັ້ມແຮງ, ສາມັກຄີ ແລະ ສ້າງຄວາມເຂັ້ມແຂງໂດຍຕົນເອງ.

ນາຍົກລັດຖະມົນຕີທັງສອງທ່ານ ໄດ້ຕີລາຄາສູງຕໍ່ການພົບປະທີ່ຊ່ວຍເຮັດໃຫ້ສອງຝ່າຍມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ; ຕົກລົງກັນວ່າ ຈະກ້າວສູ່ອະນາຄົດ, ສຸມໃສ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ສິງກະໂປ ບົນບັນດາຂົງເຂດ. ສຳລັບເລື່ອງ ຫວຽດນາມ ໄດ້ດຳລົງຕຳແໜ່ງທີ່ເປັນປະທານ ອາຊຽນ ໃນປີ 2020 ແລະ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021, ສອງຝ່າຍຕົກລົງກັນວ່າ ຈະເພີ່ມທະວີຫຼາຍກວ່າເກົ່າ ການແລກປ່ຽນ, ປຶກສາຫາລື ແລະ ສົມທົບ ກ່ຽວກັບບັນດາບັນຫາທີ່ພາກພື້ນ ແລະ ສາກົນ ມີຄວາມສົນໃຈ, ເປັນຕົ້ນແມ່ນການຮັກສາຄວາມສາມັກຄີ, ເຫັນດີນຳທັດສະນະຂອງ ອາຊຽນ ແມ່ນເພື່ອສັນຕິພາບ, ສະຖຽນນະພາບ ແລະ ການພັດທະນາໃນພາກພື້ນ ແລະ ໂລກ.
 
ກ່ຽວກັບບັນຫາຢູ່ທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ການນຳບັນດາປະເທດ ໄທ, ອິນໂດເນເຊຍ ແລະ ສິງກະໂປ ໄດ້ຕົກລົງກັນວ່າ ຈະສືບຕໍ່ເພີ່ມທະວີ ການຮ່ວມມືຢູ່ທະເລ, ສົມທົບຊຸກຍູ້ການປະຕິບັດຢ່າງຄົບຖ້ວນ ຖະແຫຼງການວ່າດ້ວຍການປະພຶດຕໍ່ຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ແລະ ສຳເລັດການກໍ່ສ້າງປະມວນກົດລະບຽບການປະພຶດຕໍ່ຢູ່ທະເລຕາເວັນອອກ (COC) ຢ່າງມີເນື້ອແທ້, ມີປະສິດທິຜົນ ແລະ ຮັບປະກັນຜົນປະໂຫຍດຂອງປະຊາຄົມສາກົນ. 
ປະຕິບັດ: VNA/VNP

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top