• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມໃຫ້ການຕ້ອນຮັບ ທ່ານ Kim Hack Yong ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ

      ທ່ານ Kim Hack Yong ກໍ່ສະແດງໃຫ້ເຫັນຄວາມຕັດສິນໃຈມານະພະຍາຍາມຢ່າງແຮງພ້ອມກັບບັນດາສະມາຊິກໃນກຸ່ມປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາການພົວພັນລະຫວ່າງ ສອງປະເທດ.

ທ່ານ Kim Hack Yong ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ ແລະທ່ານາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP/ກວາງຮຽວ)
      ທີ່ການຕ້ອນຮັບທ່ານ Kim Hack Yong ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ ໄດ້ດຳເນີນໃນຕອນເຊົ້າວັນທີ 13 ມິຖຸນາ ຢູ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງກັບ ສ.ເກົາຫຼີ, ທ່ານ ປາດຖະໜາຢາກສົມທົບ ກັບຝ່າຍ ສ.ເກົາຫຼີຢ່າງແໜ້ນແຟ້ນ ເພື່ອແນໃສ່ພັດທະນາ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ. ລັດຖະບານ ຫວຽດນາມ ຍາມໃດກໍ່ຍາດເວລາເອົາໃຈໃສ່, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດນາມ.
        ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ ສ.ເກົາຫຼີ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດ, ໃນນັ້ນມີຂົງເຂດປ້ອງກັນຊາດ, ກິລາ (ເປັນຕົ້ນແມ່ນບານເຕະ). ການສະໜັບສະໜູນນີ້ແມ່ນລ້ຳຄ່າທີ່ສຸດສຳລັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງຝ່າຍມານະພະຍາຍາມກ່ວາອີກ, ປະກອບສ່ວນຈົນສຸດຄວາມສາມາດຂອງຕົນເຂົ້າການເພີ່ມພູນຄູນສ້າງ, ພັດທະນາການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ.
        ສ່ວນທ່ານ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ Kim Hack Yong ປາດຖະໜາຢາກໃຫ້ສອງຝ່າຍຮ່ວມແຮງຮ່ວມໃຈກັນເພື່ອໃຫ້ຊາວ ຫວຽດນາມທີ່ພວມດຳລົງຊີວິດຢູ່ ສ.ເກົາຫຼີ ແລະ ຊາວ ສ.ເກົາຫຼີ ທີ່ພວມດຳລົງຊີວິດຢູ່ ຫວຽດນາມໄດ້ຮັບມີຊີວິດທີ່ດີງາມກ່ວາ. ທ່ານໃຫ້ຮູ້ວ່າ ທ້າຍປີນີ້, ສ.ເກົາຫຼີຈະຈັດຕັ້ງກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ສ.ເກົາຫຼີ. ສ.ເກົາຫຼີ ປາດຖະໜາຢາກໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມ. ທ່ານ Kim Hack Yong ກໍ່ສະແດງໃຫ້ເຫັນຄວາມຕັດສິນໃຈມານະພະຍາຍາມຢ່າງແຮງພ້ອມກັບບັນດາສະມາຊິກໃນກຸ່ມປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາການພົວພັນລະຫວ່າງ ສອງປະເທດ.
 (ແຫຼ່ງຄັດຈາກ VOV)
 

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top