• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຈລະຈາກັບນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 22 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ດຳເນີນການພົບປະວົງແຄບ ແລະ ເຈລະຈາກັບທ່ານນາຍົກລັດຖະມົນຕີສະຫະພັນ ລັດເຊຍ Dmitry A.Medvedev.
ທີ່ກອງປະຊຸມພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຈັດຕັ້ງປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ ໃນປີ 2019 ແລະ 2020, ຖືວ່ານີ້ແມ່ນເຫດການສຳຄັນຍິ່ງສຳລັບການພົວພັນ 2 ຝ່າຍ, ປະກອບສ່ວນຮັດແໜ້ນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ, ກໍ່ຄືສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມື 2 ຝ່າຍ.

ທີ່ກອງປະຊຸມພົບປະເຈລະຈາ (ພາບ: VGP)

  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Dmitry A.Medvedev ກໍ່ຢືນຢັນວ່າ ພະລັງງານແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການຮ່ວມມື ຫວຽດນາມ - ລັດເຊຍ. 2 ຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ວິສາຫະກິດນ້ຳມັນອາຍແກັດ 2 ປະເທດຮ່ວມມືສຳຫລວດ ແລະ ຂຸດຄົ້ນນ້ຳມັນອາຍແກັດຢູ່ໄຫລ່ທະວີບ ຫວຽດນາມ ແລະ ຢູ່ປະເທດ ລັດເຊຍ. ນາຍົກລັດຖະມົນຕີ 2 ທ່ານກໍ່ເຫັນດີເປັນເອກະສັນ ສືບຕໍ່ເປີດກ້ວາງການຮ່ວມມືໃນບັນດາຂົງເຂດທີ່ມີຫລາຍຄວາມສາມາດບົ່ມຊ້ອນຫລາຍຢ່າງອື່ນຄື: ວິທະຍາສາດ - ເຕັກໂນໂລຊີ; ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ກິລາ, ການທ່ອງທ່ຽວ; ສະໜັບສະໜູນເພີ່ມທະວີການພົວພັນໂດຍກົງລະຫວ່າງທ້ອງຖິ່ນ 2 ປະເທດ, ປະກອບສ່ວນເຮັດໃຫ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລັດເຊຍ ໃນບັນດາຂົງເຂດຕ່າງໆອຸດົມສົມບູນ ແລະ ຫລາຍຮູບຫລາຍແບບກ່ວາອີກ.

        ການນຳ 2 ທ່ານກໍ່ໄດ້ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນຢູ່ ອາຊີ - ປາຊີຟິກ, ໃນນັ້ນ ມີທະເລຕາເວັນອອກ.

        ສິ້ນສຸດການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Dmitry A.Medvedev ໄດ້ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມືໃນບັນດາຂົງເຂດຄື: ພະລັງງານນິວເຄຼຍ, ນ້ຳມັນອາຍແກັດ, ການກໍ່ສ້າງ, ການທ່ອງທ່ຽວ, ດ້ານຕຸລາການ, ການຮ່ວມມືທ້ອງຖິ່ນ…

ພາຍຫລັງການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນປະທານການຖະແຫຼງຂ່າວຮ່ວມ, ປະກາດໝາກຜົນແຫ່ງການພົບປະເຈລະຈາ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:

        ຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ ໄດ້ຕີລາຄາໝາກຜົນແຫ່ງການປະຕິບັດບັນດາໂຄງການຮ່ວມມືຈຸດສຸມໃນປັດຈຸບັນ, ພິຈາລະນາການຜັນຂະຫຍາຍບັນດາໂຄງການຮ່ວມມືໃໝ່; ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືຕິດຕັ້ງປະກອບ ແລະ ຜະລິດລົດໂອໂຕ, ນ້ຳມັນອາຍແກັດ, ພັດທະນາພື້ນຖານໂຄງລ່າງພະລັງງານ ແລະ ຄົມມະນາຄົມ…ຫວຽດນາມ ສະໜັບສະໜູນບັນດາວິສາຫະກິດ ລັດເຊຍ ເຂົ້າຮ່ວມບັນດາໂຄງການຄົມມະນາຄົມຕົວເມືອງ ແລະ ທາງລົດໄຟຢູ່ ຫວຽດນາມ, ຖືນີ້ແມ່ນທິດທາງການຮ່ວມມືທີ່ມີແງ່ຫວັງໃນອະນາຄົດ.

        ຖະແຫຼງຂ່າວຕໍ່ສື່ມວນຊົນ, ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry A.Medvedev ເນັ້ນໜັກວ່າ ການພົບປະເຈລະຈາໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ພັດທະນາການພົວພັນດ້ານເສດຖະກິດການຄ້າ, ໃນສະເພາະໜ້າແມ່ນຊຸກຍູ້ແຫຼ່ງເງິນລົງທຶນລະຫວ່າງ 2 ປະເທດໃຫ້ເພີ່ມຂຶ້ນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top