• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບມາດຕະການແກ້ໄຂຊຸກຍູ້ການຜະລິດດຳເນີນທຸລະກິດ

      ຕອນເຊົ້າວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມເຊິ່ງໄດ້ພ້ອມກັບບັນດາຮອງນາຍົກລັດຖະມົນຕີ ປຶກສາຫາລືກັບບາງກະຊວງ, ຂະແໜງການ ແລະ ບາງທ້ອງຖິ່ນ ກ່ຽວກັບຈຸດສຸມເສດຖະກິດ ປຶກສາຫາລືກ່ຽວກັບມາດຕະການແກ້ໄຂເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
(ພາບປະກອບ)
      ເຖິງໄດ້ຕີລາຄາວ່າ ເສດຖະກິດໃນເດືອນມັງກອນ, ກຸມພາ ບັນລຸໄດ້ໝາກຜົນທີ່ດີກໍ່ຕາມ, ແຕ່ທ່ານນາຍົກລັດຖະມົນຕີຍັງຖືວ່າ ເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຢູ່. ສ່ວນຢູ່ໃນໂລກ, ສະພາບການສົງຄາມການຄ້າເກີດຂຶ້ນຢ່າງສັບສົນ, ເລື່ອງ Brexit ຂອງອັງກິດ… ໄດ້ສົ່ງຜົນສະທ້ອນເຖິງສະພາບການຢູ່ພາຍໃນປະເທດ. ສ່ວນຢູ່ພາຍໃນປະເທດ, ດິນຟ້າອາກາດບໍ່ເອື້ອອຳນວຍຄວາມສະດວກ, ໂດຍສະເພາະແມ່ນສະພາບແຫ້ງແລ້ງຢູ່ພາກໃຕ້ ແລະ ເຂດໄຕງວຽນ; ພິເສດແມ່ນສະພາບການຊີ້ນຳການຜະລິດດຳເນີນທຸລະກິດຢຸດສະງັກຢູ່ບາງທ້ອງຖິ່ນ, ຂະແໜງຈຸດສຸມ, ລວມທັງຂົງເຂດຂຶ້ນກັບລັດ ແລະ ພາກເອກະຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ ຕ້ອງສຸມໃສ່ປຶກສາຫາລືກ່ຽວກັບວິທີການແກ້ໄຂ, ມີມາດຕະການຊີ້ນຳຢ່າງຂ້ຽວຂາດກວ່າ, ນຳພື້ນຖານເສດຖະກິດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອປະຕິບັດສຳເລັດຢ່າງຮອບດ້ານ ແລະ ລື່ນກາຍແຜນການ 2019, ກ່ອນອື່ນໝົດແມ່ນການເຕີບໂຕ GDP…
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top