• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງຢູ່ນອກກອງປະຊຸມສຸດຍອດອາຊຽນ 33

      ຕອນເຊົ້າວັນທີ 14 ພະຈິກ, ໃນຂອບເຂດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຢູ່ສິງກະໂປ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມການເຮັດວຽກບໍ່ເປັນທາງການລະຫວ່າງການນຳບັນດາປະເທດອາຊຽນ ແລະ ນາຍົກລັດຖະມົນຕີອົດສະຕາລີ; ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນ - ຈີນ ຄັ້ງທີ 21 ແລະ ກອງປະຊຸມຂັ້ນສູງອາຊຽນ - ສ.ເກົາຫຼີ ຄັ້ງທີ 20.

(ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນ - ຈີນ ຄັ້ງທີ 21)
      ທີ່ກອງປະຊຸມຂັ້ນສູງອາຊຽນ - ຈີນ ຄັ້ງທີ 21, ບັນດາການນຳອາຊຽນ ແລະ ຈີນ ໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອາຊຽນ - ຈີນ ສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ. ສ່ວນຝ່າຍຈີນ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ໄດ້ຢືນຢັນຫຼັກການ 2 ຝ່າຍສືບຕໍ່ເຄົາລົບ ແລະ ຕອບສະໜອງຜົນປະໂຫຍດລວມຂອງກັນ, ຊຸກຍູ້ການຮ່ວມມືພ້ອມກັນມີວັດທະນາຖາວອນ, ມີຜົນປະໂຫຍດ; ເຫັນດີນຳກັນວ່າ ອາຊຽນ ແລະ ຈີນ ສືບຕໍ່ມີການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນຢ່າງແໜ້ນແຟ້ນ… ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ຢືນຢັນວ່າ, ຈີນ ຈະສືບຕໍ່ມານະພະຍາຍາມພ້ອມກັບອາຊຽນ ສ້າງກົດແຫ່ງການປະພຶດ COC ໃຫ້ສົມບູນແບບໃນຮອບເວລາ 3 ປີຈະມາເຖິງ, ປະຕິບັດ DOC ຢ່າງຄົບຖ້ວນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມເສລີ, ຄວາມປອດໄພໃນການເດີນເຮືອ ແລະ ການບິນ, ການຄ້າເສລີຢູ່ທະເລຕາເວັນອອກ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຫັນດີນຳກັນວ່າ, ອາຊຽນ ແລະ ຈີນ ຄວນຍູ້ແຮງບັນດາຄວາມມານະພະຍາຍາມໃນການເຈລະຈາ, ເພີ່ມທະວີການຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍສາກົນກວ່າອີກ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ອາຊຽນ ແລະ ຈີນ ຄວນສືບຕໍ່ເຄົາລົບບັນດາຫຼັກການທີ່ໄດ້ເຫັນດີນຳກັນແລ້ວ ກ່ຽວກັບການຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍສາກົນ, ສ້າງ ແລະ ປະຕິບັດບັນດາມາດຕະຖານການປະພຶດລວມ, ແກ້ໄຂບັນດາບັນຫາຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ບໍ່ຫັນເປັນການທະຫານ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ຜັນຂະຫຍາຍຖະແຫຼງການ DOC ຢ່າງຄົບຖ້ວນ ແລະ ສ້າງກົດແຫ່ງການປະພຶດ COC ຢ່າງມີປະສິດທິຜົນ ແລະ ແທດຈິງ.
        ສິ້ນສຸດກອງປະຊຸມ, 2 ຝ່າຍໄດ້ເຫັນດີຮັບຮອງເອົາວິໄສທັດຄູ່ຮ່ວມມືຍຸດທະສາດອາຊຽນ - ຈີນ 2030, ກຳນົດທິດໃຫ້ແກ່ການພົວພັນລະຫວ່າງ 2 ຝ່າຍໃນຮອບເວລາ 20 ປີຕໍ່ໄປ ແລະ ຮັບຮອງເອົາຖະແຫຼງການຮ່ວມອາຊຽນ - ຈີນ ກ່ຽວກັບດ້ານວິທະຍາສາດເຕັກໂນໂລຊີ ແລະ ປະດິດຄິດສ້າງ.
        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທີ່ການເຮັດວຽກບໍ່ເປັນທາງການລະຫວ່າງການນຳບັນດາປະເທດອາຊຽນ ແລະ ທ່ານນາຍົກລັດຖະມົນຕີອົດສະຕາລີ Seott Morrison, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ປາດຖະໜາວ່າ, ອົດສະຕາລີ ຈະສືບຕໍ່ຍູ້ແຮງການຮ່ວມມືກັບອາຊຽນ ໃນທຸກຂົງເຂດ ແລະ ຫວັງວ່າ, ອົດສະຕາລີ ຈະສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມ ແລະ ຫຼັກໝັ້ນຫຼັກການຂອງອາຊຽນ, ເຄົາລົບກົດໝາຍສາກົນ ແລະ ບັນດາມາດຕະຖານການປະພຶດລວມ…
        ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກໍ່ໄດ້ມີການພົບປະແລກປ່ຽນກັບປະທານາທິບໍດີຈີເລ, ນາຍົກລັດຖະມົນຕີການາດາ ແລະ ປະທານາທິບໍດີສ.ເກົາຫຼີ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top