• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ໂອຕຣິດ ແລະ ບາງປະເທດທະວີບເອີລົບ

      ຕອນຄ່ຳຂອງວັນທີ 14 ຕຸລາ, ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ໂອຕຣິດ ແລະ ບາງປະເທດຢູ່ເອີລົບ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາທີ່ການພົບປະ
      ຕອນບ່າຍວັນທີ 14 ຕຸລາ, ຕາມເວລາທ້ອງຖິ່ນ (ກົງກັບຕອນຄ່ຳວັນທີ 14 ຕຸລາ, ຕາມເວລາ ຫວຽດນາມ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ວຽນນາ, ເລີ່ມຕົ້ນການຢ້ຽມຢາມ ສ. ໂອຕຣິດ ຢ່າງເປັນທາງການ. ອອກໄປຕ້ອນຮັບທ່ານນາຍົກລັດຖະມົນຕີ, ພ້ອມດ້ວຍພັນລະຍາ ແລະ ຄະນະຢູ່ສະໜາມບິນມີຜູ້ຕາງໜ້າລັດຖະບານ ໂອຕຣິດ, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ເລຢູ້ງ, ພະນັກງານສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ປະຈຳ ໂອຕຣິດ ແລະ ບາງປະເທດຢູ່ ເອີລົບ, ເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນ ປະຈຳ ໂອຕຣິດ.
        ຕອນຄ່ຳຂອງວັນທີ 14 ຕຸລາ, ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ໂອຕຣິດ ແລະ ບາງປະເທດຢູ່ເອີລົບ. ທ່ານນາຍົກລັດຖະມົນຕີ ໄດ້ຮັບຮູ້ຄວາມມານະພະຍາຍາມຂອງປະຊາຄົມຊາວ ຫວຽດນາມ ຢູ່ ເອີລົບ ແລະ ບັນດາປະເທດໃນໂລກຜັນຂະຫຍາຍລາຍການວັນບັນພະບຸລຸດຂອງຊາດ ຫວຽດນາມ ທົ່ວໂລກ, ເພື່ອໃຫ້ຊາວ ຫວຽດນາມ ໃນທົ່ວໂລກ ລ້ວນແຕ່ເຂົ້າໃຈແຈ້ງກ່ວາ ແລະ ອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍຂອງຊາດ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້. ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ:
        ເອີລົບ ມີການພັດທະນາບຸກທະລຸກ່ຽວກັບວິທະຍາສາດເຕັກໂນໂລຊີ, ນີ້ໄດ້ຮັບຖືວ່າແມ່ນເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນຮ່ຳຮຽນ, ຄົ້ນຄ້ວາພັດທະນາໃຫ້ແກ່ຄອບຄົວຕົນ ແລະ ປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ. ກ່ອນອື່ນໝົດແມ່ນລຸ້ນໜຸ່ມພະຍາຍາມຮ່ຳຮຽນ, ຝືກຝົນຫຼໍ່ຫຼອມເພື່ອໃຫ້ມີຄວາມຮູ້ປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ. ປະເທດຊາດຍາມໃດກໍ່ຍິນດີຕ້ອນຮັບພໍ່ແມ່ພີ່ນ້ອງທຸກຄົນ, ບັນດາບຸກຄົນທີ່ມີສະຕິຈິດໃຈປະກອບສ່ວນໃຫ້ແກ່ປະເທດຊາດ.

ພາບປະກອບ 
              ຕາມລາຍການປະຕິບັດງານແລ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມພິທີຕ້ອນຮັບທາງການ ແລະ ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ໂອຕຣິດ Sebastian Kurs, ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືບາງສະບັບ ແລະ ການປະຊຸມຂ່າວຮ່ວມ…
        ການຢ້ຽມຢາມ ໂອຕຣິດ ຢ່າງເປັນທາງການແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ການຢ້ຽມຢາມ, ເຮັດວຽກຢູ່ ເອີລົບ ຂອງທ່ານນາຍົກລັດຖະມົນຕີ, ລວມມີ: ເຂົ້າຮ່ວມກອງປະຊຸມສຸດຍອດອາຊີ - ເອີລົບ (ASEM) ຄັ້ງທີ 12, ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ບັນດາເປົ້າໝາຍທົ່ວໂລກຮອດປີ 2030 (P4G) ແລະ ຢ້ຽມຢາມ ລາຊະອານາຈັກ ແບນຊິກ, ລາຊະອານາຈັກ ແດນມາກ, ຢ້ຽມຢາມສະຫະພາບເອີລົບ (EU) ຢ່າງເປັນທາງການ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top