• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມການທູດຄັ້ງທີ 30

ຕອນເຊົ້າວັນທີ 15 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມຄົບຄະນະກ່ຽວກັບການທູດຄັ້ງທີ 30 ດ້ວຍຫົວຂໍ້ “ ທິດທາງການຕ່າງປະເທດ: ຍູ້ແຮງການທູດຮັບໃຊ້ການພັດທະນາໃນໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ ”
 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ(ຢູ່ກາງ)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດານັກການທູດທີ່ໄດ້ມານະພະຍາຍາມສ້າງສາຍສຳພັນມິດຕະພາບລະຫວ່າງຫວຽດນາມ ແລະ ເພື່ອນມິດໃນທົ່ວໂລກ, ສ້າງຖານະບົດບາດຂອງຫວຽດນາມນັບມື້ນັບສູງຂຶ້ນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຍັງຍົກໃຫ້ເຫັນສະພາບການເສດຖະກິດໂລກທີ່ຂາດສະຖຽນລະພາບ , ຍາກທີ່ຈະຄາດຄະເນໄວ້ລ່ວງໜ້າ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ  :

  “ ການທູດສ້າງສາພັດທະນາ ຄວນເປັນເຈົ້າການ ແລະ ປະດິດຄິດສ້າງຢ່າງມີປະສິດທິຜົນ. ເຫຼືອພຽງອີກ 2 ປີເທົ່ານັ້ນ, ແມ່ນຈະສິ້ນສຸດອາຍຸການຊຸດໃໝ່ ແລະ ວຽກງານຢ່າງມະຫາສານພວມລໍ່ຖ້າພວກເຮົາ ນັບທັງວຽກງານຢູ່ພາຍໃນປະເທດ ແລະ ສາກົນ, ການພົວພັນກັບຕ່າງປະເທດ. ດັ່ງນັ້ນ, ຂ້າພະເຈົ້າສະເໜີວ່າ ບັນດາພະນັກງານການທູດຕ້ອງປຶກສາຫາລື, ວາງອອກວິທີແກ້ໄຂເພື່ອປະກອບສ່ວນເຂົ້າໃນຄວາມສຳເລັດບັນດາວຽກງານດັ່ງກ່າວ ”

      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຍັງສະເໜີບັນດານັກການທູດຈົ່ງເສີມຂະຫຍາຍທີ່ຕັ້ງບົດບາດຍຸດທະສາດຂອງຫວຽດນາມ ແລະ ຖືວຽກງານສ້າງ ແລະ ປັບປຸງທີ່ຕັ້ງບົດບາດນີ້ແມ່ນໜຶ່ງໃນບັນດາບຸລິມະສິດຂອງວຽກງານການຕ່າງປະເທດ, ສ້າງປະຖົມປັດໄຈ ແລະ ພື້ນຖານແກ່ການພັດທະນາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ສະເໜີວ່າ: 

    “ ຂ້າພະເຈົ້າສະເໜີກະຊວງການຕ່າງປະເທດຄວນສົມທົບລະຫວ່າງບັນດາຂະແໜງເພື່ອຊອກຫາບັນດາແບບວິທີທີ່ມີຫົວຕິດປະດິດສ້າງ, ມີໄຫວພິບ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ, ຂຸດຄົ້ນບັນດາຈຸດດີ, ແກ້ໄຂຄວາມບໍ່ລົງລອຍກັນ ແລະ ສິ່ງສຳຄັນແມ່ນສ້າງບັນດາກາລະໂອກາດເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ”. 
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top