• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍທະຫານ 2 ຄົນເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ຊູດັງໃຕ້

ວັນທີ 20 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບໜ້າທີ່ໃຫ້ນາຍທະຫານກອງທັບ 2 ຄົນເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ ຢູ່ຊູດັງໃຕ້.


ນາຍທະຫານ 2 ຄົນເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ຊູດັງໃຕ້ 

(ພາບ: vnexpress.net)

ນາຍທະຫານ 2 ຄົນແມ່ນ ພັນຕີ ເຈີນດຶກເຮືອງ ແລະ ຮ້ອຍເອກ ຫງວຽນຟູກດົງ ໄດ້ຖືກແຕ່ງຕັ້ງໄປປະຕິບັດໜ້າທີ່ເປັນຜູ້ສັງເກດການດ້ານການທະຫານຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຊູດັງໃຕ້.

        ທີ່ພິທີມອບຂໍ້ຕົກລົງ, ພົນໂທ ຟ້າມງອັກມິງ, ຮອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮຽກຮ້ອງໃຫ້ນາຍທະຫານ 2 ຄົນຕ້ອງກຳນົດໜ້າທີ່ເປັນຢ່າງດີ, ປະຕິບັດລະບຽບວິໄນຂອງກອງທັບ, ກົດໝາຍຂອງລັດຢ່າງເຂັ້ມງວດ. ພິເສດ, ບັນດາພົນທະຫານທີ່ປະຕິບັດຕາມລະບຽບການຂອງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້; ກົດໝາຍ, ຮີດຄອງປະເພນີຂອງປະເທດປະຈຳຖິ່ນ. ນາຍທະຫານຄວນກຳແໜ້ນສະພາບການໂດຍໄວ, ປະຕິບັດໜ້າທີ່ໃຫ້ເປັນຢ່າງດີ, ແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນຊີວິດການເປັນຢູ່ໃຫ້ເປັນປົກກະຕິ; ຮັກສາຄວາມສາມັກຄີພາຍໃນກັບຄະນະປະຕິບັດງານຂອງສະຫະຊາຊາດ, ປະຊາຊົນທ້ອງຖິ່ນ…

(ແຫຼ່ງຄັດຈາກ VOV)


ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top