• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ນັກຮົບເກົ່າ ຄົນອາເມລິກາ ມີຄວາມມານະພະຍາຍາມ ປົວແປງບາດແຜສົງຄາມ

ທ່ານ Paul George Harding (ອາຍຸ 70 ປີ) ເປັນນັກຮົບເກົ່າ ອາເມລິກາ ເຂົ້າຮ່ວມສົງຄາມ ຢູ່ພາກໃຕ້ ຫວຽດນາມ ໃນຊຸມປີ 1960. ກັບເມືອ ສ.ອາເມລິກາ ດ້ວຍຄວາມຫຼອກຫຼອນ ຄອບງຳ ຈິດໃຈຢູ່ບໍ່ເຊົາ, Paul ຕັດສິນໃຈກັບຄືນມາ ຫວຽດນາມ ໃນປີ 2014 ດ້ວຍຄວາມຫວັງຢາກ ເຮັດສິ່ງໃດສິ່ງໜ່ຶງ ເພື່ອທົດແທນ, ປົວແປງຮຳບາດແຜສົງຄາມຂອງກະໂຕທ່ານເອງ. 
ຄວາມຕັ້ງໃຈ ກັບຫ້ອງສອນພາສາ ອັງກິດ ໂດຍບໍ່ຮຽກຮ້ອງຄ່າຕອບແທນ
ຫຼັງຈາກກິນເບ້ຍບຳນານ ໃນປີ 2014, ໂດຍໄດ້ຮັບການ ສະໜັບສະໜູນຈາກຄອບຄົວ, ທ່ານ Paul George Harding ໄດ້ຕັດສິນໃຈມາຍັງ ຫວຽດນາມ ເພື່ອ ປະຕິບັດຄວາມປາດຖະໜາ ທີ່ເກີດຂຶ້ນຈາກ ຈິດສຳນຶກ ຂອງຕົນ ໃນການເຮັດສິ່ງໃດໜຶ່ງທີ່ສ້າງຄຸນປະໂຫຍດ ໃຫ້ແກ່ ປະຊາຊົນ. ໃຊ້ຊີວິດຢູ່ຮ່າໂນ້ຍ ໄລຍະໜຶ່ງ, ທ່ານ Paul ຮັບຮູ້ໄດ້ຄວາມຕ້ອງການຮຽນພາສາ ອັງກິດ ຂອງ ຄົນຫວຽດ ແມ່ນຫຼວງຫຼາຍ, ແຕ່ຄ່າຮຽນເທືອມໜຶ່ງ ຢູ່ ສູນ ພາສາ ອັງກິດ ທີ່ຄົນຕ່າງປະເທດ ເປັນຜູ້ສອນ ແມ່ນສູງພໍຄວນ. ດ້ວຍເຫດນັ້ນ Paul ໄດ້ຕັດສິນໃຈເປີດ ຫ້ອງຮຽນ ພາສາ ອັງກິດ ໂດຍບໍ່ເກັບຄ່າ ໃຫ້ແກ່ຜູ້ທີ່ມີຄວາມຕ້ອງການ. 

ຫ້ອງຮຽນພາສາ ອັງກິດ ຂອງ ທ່ານ Paul ໄດ້ເປີດໃນ ທ້າຍ ສັບປະດາ. 
 
ທ່ານ Paul ມີຄວາມໃກ້ຊິດ ກັບບັນດານັກຮຽນຫຼານນ້ອຍ. 
 
ບົດສອນຂອງ ທ່ານ Paul ແມ່ນຫົວເລື່ອງຕ່າງໆ ໃນຊີວິດປະຈຳວັນ ແຕ່ສ່ວນຫຼາຍແມ່ນ ມີຄວາມກ່ຽວພັນ ເຖິງ ປະຫວັດສາດ ຫວຽດນາມ.

ຊ່ວງເວລາກາງໂມງຮຽນ, ບັນດາຫຼານນ້ອຍ ໄດ້ຝຶກວິທີທາສີ ໃຫ້ ບັນດາຮູບແຕ້ມສັດ ທີ່ທ່ານ Paul ໄດ້ກະກຽມໄວ້ແລ້ວ. 
 
ຫ້ອງຮຽນພາສາອັງກິດ ບໍ່ເສຍຄ່າຂອງ ທ່ານ Paul ໄດ້ດຶງດູດ ພໍ່ແມ່ຜູ້ປົກຄອງ ພາລູກ ມາຮຽນ ເປັນຈຳນວນຫຼວງຫຼາຍ. 
 
ພາຍຫຼັງເວລາຂຶ້ນຫ້ອງ, ທ່ານ Paul ໄດ້ສະຫງວນເວລາ ເພື່ອ ການຊອກຮູ້ ປະຫວັດສາດ ຫວຽດນາມ. 

ຫຼັງຈາກຊ່ວງເວລາສັ້ນໆ ໄດ້ມີຫຼານນ້ອຍ, ຊາວໜຸ່ມ ນັບທັງ ຜູ້ ໃຫຍ່ມາຈົດທະບຽນເຂົ້າຮຽນນຳທ່ານ Paul ເປັນ ຈຳນວນຫຼວງຫຼາຍ. ມີນັກສຶກສາຢູ່ ຮ່າໂນ້ຍ ຫຼາຍຄົນ ໄດ້ສະໝັກໃຈ ຊ່ວຍທ່ານ Paul ຈັດຕັ້ງຫ້ອງຮຽນ ທີ່ແທດເໝາະກັບ ອາຍຸ ແລະ ຄວາມສາມາດເບື້ອງຕົ້ນ ຂອງນັກຮຽນ. ໃນໂມງຮຽນ, ທ່ານ Paul ໄດ້ເອົາໃຈໃສ່ ໃນການຝຶກຄວາມສາມາດ ດ້ານຜັນສຽງ ຢູ່ ສະເໝີ ເພື່ອຊ່ວຍໃຫ້ນັກຮຽນເວົ້າ ຖືກທຳນອງສຽງ ແລະ ໝັ້ນໃຈ ຕົນເອງໃນການສື່ສານ. ສຳລັບບັນດາຫຼານນ້ອຍ, ທ່ານສ້າງ ບັນຍາກາດມ່ວນຊື່ນ ໃກ້ຊິດ ເພື່ອໃຫ້ລູກສິດ ມີອາລົມຈິດທີ່ດີໃນການຮຽນ.

ບົດຮຽນຂອງ ທ່ານ Paul ແມ່ນຫົວເລື່ອງຕ່າງໆ ໃນຊີວິດ ປະຈຳວັນ ແຕ່ສ່ວນຫຼາຍແມ່ນມີຄວາມກ່ຽວພັນເຖິງ ປະຫວັດສາດ ຫວຽດນາມ. ເພື່ອມີລະດັບຄວາມຮູ້ ດ້ານປະຫວັດສາດ ຫວຽດນາມ ທ່ານ Paul ໄດ້ໄປຮ້ານຂາຍປຶ້ມເກົ່າ ເປັນປະຈຳ ເພື່ອ ຊອກຮູ້, ສະສົມກ່ຽວກັບປະຫວັດສາດ ແລະ ບັນພະບຸລຸດ ຜູ້ມີຊື່ສຽງ ຂອງ ຫວຽດນາມ. ນອກຈາກນັ້ນ, ເມື່ອມີເວລາຫວ່າງ, ທ່ານ Paul ກໍມັກເຮັດວຽກງານຕ່າງໆ ທີ່ສ້າງຄຸນປະໂຫຍດ ໃຫ້ ແກ່ສັງຄົມ.

ເຮັດໃຫ້ຮ່ອມບ້ານຊານເມືອງມີຄວາມສວຍງາມ
ພວກຂ້າພະເຈົ້າພົບກັບທ່ານ Paul George Harding ໃນຂະນະທີ່ທ່ານພ້ອມກັບນັກຮຽນຂອງຕົນ ກຳລັງທາສີ ໃຫ້ກັບກຳແພງ ໃນຮ່ອມບ້ານເລກ 1 ຂອງຄຸ້ມຖະໜົນ ຫງວຽນ ທິດິ້ງ, ບ້ານ ຈຸງ ຮ່ວາ, ເມືອງ ເກົ່າໄຢ (ຮ່າໂນ້ຍ). ການກະທຳດັ່ງ ກ່າວຂອງ ທ່ານ Paul ໄດ້ຮັບການ ສະໜັບສະໜູນ ຈາກປະຊາຊົນເປັນຢ່າງດີ. ເຂົາເຈົ້າໄດ້ຕັ້ງໜ້າເຂົ້າຮ່ວມ ພ້ອມກັບກຸ່ມຂອງ ທ່ານ Paul ຖູລ້າງ ກຳແພງ ທີ່ຕິດຂີ້ຝຸ່ນ, ຕົກໂໝກ, ເກັບຂີ້ເຫຍື້ອ, ເຮັດອະນາ ໄມ ກະດານສື່ຂ່າວ ແລະ ອື່ນໆ...

ມີຫຼາຍຄົນໄດ້ໃຊ້ເງິນຂອງຕົນເອງເພື່ອ ຊື້ນ້ຳດື່ມ ແລະ ເຄື່ອງ ມື ອອກແຮງງານ ອຸດໜູນໃຫ້ກຸ່ມຂອງ ທ່ານ Paul. ການອອກ ແຮງງານລວມ ເຮັດໃຫ້ບັນຍາກາດ ຢູ່ຮ່ອມນ້ອຍຄຶກຄື້ນ .

ທ່ານ Paul George Harding ໃຫ້ຮູ້ເຫດຜົນ ທີ່ທ່ານ ເຮັດ ວຽກນີ້ ແມ່ນໂດຍບັງເອີນ. ເພິ່ນເວົ້າວ່າ “ມີຄັ້ງໜຶ່ງ ອ່ານ ໜັງສືພິມ ຂ້າພະເຈົ້າໄດ້ຮູ້ວ່າ ທາງນະຄອນຫຼວງ ພວມຕັ້ງໜ້າ ຖອນບັນດາປ້າຍໂຄສະນາທີ່ຜິດກົດໝາຍ. ເຫັນວ່າ ນີ້ແມ່ນວຽກທີ່ ສ້າງ ຄຸນປະໂຫຍດ ໃນການເຮັດໃຫ້ຖະໜົນໃນນະຄອນຫຼວງ ຮ່າໂນ້ຍ ກັບຄືນມາມີ ຄວາມງາມຄືເກົ່າ ແລະ ຂ້າພະເຈົ້າ ຢາກ ໄດ້ເຮັດວຽກນີ້ ຢູ່ບ່ອນທີ່ຕົວເອງ ໃຊ້ຊີວິດ”. ຫຼັງຈາກນັ້ນ  ອະດີດ ນັກຮົບເກົ່າ ອາເມລິກາ ຄົນນີ້ ໄດ້ແບ່ງປັນ ແນວຄວາມຄິດກ່ຽວກັບ ວຽກງານນີ້ ກັບບັນດານັກຮຽນ ໃນຫ້ອງຮຽນ ພາສາ ອັງກິດ ຂອງຕົນ ແລະ ໄດ້ຮັບການສະໜັບສະໜູນຢ່າງເຕັມທີ່ຈາກ ບັນ ດາ ເພື່ອນຊາວໜຸ່ມ.

ທ່ານ Paul George Harding (ສັນຊາດ ອາເມລິກາ, ອາຍຸ 70 ປີ) ມາຫວຽດນາມ ເຮັດບັນດາວຽກງານທີ່ມີ ຄຸນປະໂຫຍດ ເພື່ອປະກອບສ່ວນ ປົວແປງບາດແຜສົງຄາມ
ຂອງຕົວເອງທ່ານ ແລະ ຊ່ວຍໃຫ້ຊາວ ຫວຽດນາມ ມີຄວາມຮູ້ ແລະ ເຊື່ອໝັ້ນ ຕົນ ເອງ ໃນການສື່ສານ ດ້ວຍພາສາອັງກິດ.

 
ທ່ານ Paul ພະຍາຍາມຂູດຢາງກາວ ທີ່ຕິດປ້າຍໂຄສະນາ ຢູ່ ເທິງແຜ່ນກະດານ ຂອງ ຮ່ອມບ້ານ ເພື່ອທາສີໃໝ່.
 
ກຳແພງ ຫຼັງຈາກໄດ້ປົດແຜ່ນປ້າຍໂຄສະນາອອກ, ທຳຄວາມ ສະອາດຮອຍເປື້ອນ, ຈາກນັ້ນ ທ່ານ Paul ພ້ອມກັບ ບັນດາ ອາສາສະໝັກ ທາສີໃໝ່. 
 
ທ່ານ Paul ແນະ ນໍາໃຫ້ຫຼານນ້ອຍວິທີທາສີ ກໍາແພງ. 
 
ບັນດາອາສາສະໝັກພ້ອມກັບ ທ່ານ Paul ເຮັດໃຫ້ພາບພົດ ຂອງ ຮ່ອມບ້ານຊານເມືອງມີຄວາມສວຍງາມ ດ້ວຍ ຄວາມ ສະໝັກໃຈ. 
 
ຮ່ອມບ້ານເກົ່າໄດ້ທຳຄວາມສະອາດ ແລະ ທາສີໃໝ່ໃຫ້ ສວຍງາມ. 
 
ທ່ານ Paul ມີຄວາມປາດຖະໜາຢາກເຮັດສິ່ງໃດສິ່ງໜຶ່ງ ທີ່ສ້າງຄຸນປະໂຫຍດໃຫ້ແກ່ສັງຄົມ ຫວຽດນາມ. 

ຫຼັງໃຊ້ເວລາບໍ່ດົນ, ບັນດາແຜ່ນໂຄສະນາ ຫຼື ເບີໂທລະສັບ ຈ່າວ ສິນຄ້າ ຕິດຕາມກຳແພງ ຢູ່ອ້ອມຂ້າງຄຸ້ມບ້ານ ຈຸງຮວ່າ ເຊັ່ນ ຮວ່າງເງິນ, ເຈິ່ນຢຸຍຮຶງ, ຫງວຽນຫງອກຫວູ... ໄດ້ທ່ານ Paul ແລະ ກຸ່ມນັກຮຽນປົດລົງ ເພື່ອທຳຄວາມສະອາດ ແລະ ທາສີ ໃໝ່. ບັນດາກຳແພງ ທີ່ຕົກໂໝກ ຫຼື ແຕກແຫງ ກໍໄດ້ທາສີໃຫ້ ກັບ ຄືນ ມີຄວາມສວຍງາມ.

ທ່ານ Paul ໄຂຄວາມໃນໃຈອອກມາວ່າ: “ຄວາມຊົງຈຳ ກ່ຽວກັບສົງຄາມໄດ້ຫຼອກຫຼອນແນວຄວາມຄິດ, ທຳລາຍຄວາມ ສະ ຫງົບ ໃນສ່ວນເລິກ ຂອງ ຫົວໃຈ ຕະຫຼອດຊີວິດ ຂອງ ຂ້າພະ ເຈົ້າ. ຂ້າພະເຈົ້າຮູ້ສຶກ ມີໂທດ ຕໍ່ບັນດາສິ່ງທີ່ຕົວເອງ ເຄີຍເຮັດ ຢູ່ ຫວຽດນາມ ໃນເມື່ອກ່ອນ... ຂ້າພະເຈົ້າຢາກ ຊ່ວຍໃຫ້ຊາວໜຸ່ມ ຫວຽດນາມ ມີຄວາມສາມາດຕື່ມອີກ ເພື່ອພັດທະນາ ພາລະ ກິດຂອງຕົນ ກໍຄືເຮັດສິ່ງໃດສິ່ງໜຶ່ງ ທີ່ດີງາມ ໃຫ້ແກ່ສັງຄົມ”.
ບົດ: ເງິນຮ່າ - ພາບ: ກົງດາດ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top