• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກອອກແບບແຟຊັນ Diego Del Valle Cortizas – ຜູ້ສະຫງວນຄວາມຮັກທັງໝົດໃຫ້ແກ່ຫວຽດນາມ

Diego Chula ແມ່ນນັກອອກແບບທີ່ມີຊື່ສຽງໃນວົງການນັກສິລະປິນ ແລະ ປະດິດຄິດສ້າງຫວຽດນາມ ຍ້ອນຫົວໃຈຂອງທ່ານສະຫງວນໃຫ້ແກ່ຫວຽດນາມ ເມື່ອໄດ້ເລືອກເອົາ ຮ່າໂນ້ຍ ແມ່ນບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນ.
(ນັກອອກແບບແຟຊັນ Diego Del Valle Cortizas)

ນັກອອກແບບແຟຊັນ Diego Del Valle Cortizas, ຜູ້ສ້າງຕັ້ງເຄື່ອງໝາຍການຄ້າ Chula Fashion, ເຊິ່ງແມ່ນຜູ້ທີ່ມີຊື່ສຽງ ແລະ ເປັນຄົນຮູ້ຈັກກັນດີຈາກບັນດາ ຜູ້ນິຍົມຊົມຊອບແຟຊັນ ຫວຽດນາມ  ໃນໄລຍະເກືອບ 20 ປີຜ່ານມາ, ທຸກຄົນໄດ້ຮູ້ຈັກເຖິງທ່ານຜ່ານບັນດາການອອກແບບທີ່ເປັນເອກະລັກສະເພາະ ແລະ ເອີ້ນທ່ານແມ່ນຊາວ ແອັດສະປາຍ ເມົາມົວກັບຫວຽດນາມ ຍ້ອນການອອກແບບແຟຊັນຂອງທ່ານລ້ວນແຕ່ເຕັມໄປດ້ວຍສີສັນຫວຽດນາມ.

ມະຫາຊົນຫວຽດນາມ ໄດ້ຮູ້ຈັກເຖິງນັກອອກແບບແຟຊັນຊາວ ແອັດສະປາຍ Diego Del Valle Cortizas ດ້ວຍຊື່ເອີ້ນທີ່ວ່າ Diego Chula. ໂດຍມາຫວຽດນາມ ໃນການເດີນທາງຢ້ຽມຢາມສ່ຽວຮັກຜູ້ໜຶ່ງເມື່ອປີ 2003, ວັດທະນະທຳພື້ນເມືອງຂອງຫວຽດນາມ ໄດ້ດຶງດູດທ່ານໃນທັນທີ, ພິເສດແມ່ນແຜ່ນແພເຂດພູສູງ. ປີ 2004, ທ່ານພ້ອມກັບພັນລະຍາໄດ້ຍ້າຍຈາກ ແອັດສະປາຍ ມາດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ, ສ້າງຕັ້ງເຄື່ອງໝາຍການຄ້າ Chula ແລະ ມີຄວາມຜູກພັນກັບນະຄອນຫຼວງ ຮ່າໂນ້ຍ ໃນຕະຫຼອດໄລຍະເກືອບ 20 ປີຜ່ານມາ. Diego Chula ແມ່ນນັກອອກແບບທີ່ມີຊື່ສຽງໃນວົງການນັກສິລະປິນ ແລະ ປະດິດຄິດສ້າງຫວຽດນາມ ຍ້ອນຫົວໃຈຂອງທ່ານສະຫງວນໃຫ້ແກ່ຫວຽດນາມ ເມື່ອໄດ້ເລືອກເອົາ ຮ່າໂນ້ຍ ແມ່ນບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນ. ວິທີອອກແບບເຄື່ອງນຸ່ງໄດ້ສະແດງໃຫ້ເຫັນກ່ຽວກັບຄວາມປະເອີບໃຈ, ຄວາມຮັກຕໍ່ສັນຕິພາບ ແລະ ການແບ່ງປັນ, ແຕ່ທັງໝົດເລົ່ານັ້ນແມ່ນການເຄົາລົບບັນດາຄຸນຄ່າທີ່ເປັນມູນເຊື້ອຂອງຊາດຫວຽດນາມ. ບັນດາຊຸດສະສົມຂອງ Chula ໄດ້ແນະນຳເປັນປະຈຳໃນສັບປະດາແຟຊັນ ຫວຽດນາມ ນັບແຕ່ຊຸມປີ 2010. ເອື້ອຍ Coco, ຜູ້ຊ່ວຍວຽກຂອງ  Diego Chula, ເລົ່າກ່ຽວກັບເພື່ອນຮ່ວມງານມາແຕ່ດົນນານຂອງຕົນວ່າ:

“ອ້າຍແມ່ນຄົນ “ເມົາມົວ” ກັບວຽກງານທີ່ສຸດ, ມີການປະດິດຄິດສ້າງຢູ່ຕະຫຼອດ ແລະ ມີຫຼາຍແນວຄວາມຄິດຢ່າງບໍ່ຢຸດຢັ້ງ. ບາງເທື່ອທີ່ພວມໄປຕາມທາງ, ອ້າຍເກີດມີບາງແນວຄວາມຄິດ, Diego ຈະຢຸດ ແລະ ປະດິດໃນທັນທີ. Diego ມີຄວາມຮັກຕໍ່ວັດທະນະທຳ ແລະ ໂດຍສະເພາະແມ່ນວັດທະນະທຳຫວຽດນາມ. ອ້າຍໄດ້ສະຫງວນເວລາສ່ວນຫຼາຍເພື່ອຊອກຮູ້ລົງເລິກກ່ຽວກັບວັດທະນະທຳ ຫວຽດນາມ, ຍ້ອນເຫດນັ້ນ, ເຖິງວ່າເປັນຊາວຕ່າງປະເທດກໍ່ຕາມ, ແຕ່ອ້າຍກໍ່ມີຄວາມເຂົ້າໃຈວັດທະນະທຳຫວຽດນາມ, ສະຫງວນຄວາມຮັກຕໍ່ຫວຽດນາມ ຫຼາຍທີ່ສຸດ”.

        ຍ້ອນຄວາມຮັກທີ່ສະຫງວນໃຫ້ແກ່ ຫວຽດນາມ ຫຼາຍທີ່ສຸດນັ້ນ, Diego Chula ເຄີຍແບ່ງປັນຄວາມໄຝ່ຝັນຂອງຕົນແມ່ນຢາກນຳເຄື່ອງໝາຍການຄ້າ Chula ໄປສູ່ຫຼາຍປະເທດໃນໂລກ ຄືດັ່ງເຄື່ອງໝາຍການຄ້າ “Made in Vietnam”. Diego ສະແດງຄວາມຮັກອັນໃຫຍ່ຫຼວງທີ່ສະຫງວນໃຫ້ແກ່ຫວຽດນາມ ຜ່ານການອອກແບບຢ່າງລະອຽດລະອໍຂອງຕົນ.

ຄວາມເປັນເອກະລັກຂອງ ຫວຽດນາມ ໄດ້ປະກົດຂຶ້ນໃນທຸກຮູບແບບການປະດິດຂອງ Diego ຈາກການອອກແບບແຟຊັນ, ຕະຫຼອດຮອດສະຖາປັດຕະຍະກຳ, ດົນຕີເຊິ່ງທ່ານໄດ້ຫຼີ້ນ. ຕົວຢ່າງຄືບົດເພງ “Book me a ride” ເຊິ່ງພວກທ່ານຮັບຟັງຜ່ານໄປນັ້ນ. ໃນບົດເພງນັ້ນ, ຮ່າໂນ້ຍ ກັບແມ່ນ້ຳແດງ, ເຂົ້າປຸ້ນຊີ້ນປີ້ງຢູ່ແຄມທາງ, ນ້ຳຊາໝາກນາວ ຫຼື ຜູ້ຂັບລົດຈັກຮັບຈ້າງ… ປະກົດຂຶ້ນດ້ວຍຄວາມໃກ້ຊິດສະໜິດສະໜົມ, ເຕັມໄປດ້ວຍຄວາມຮັກໃນຄຳປະໂຫຍດເຊິ່ງ Diego ໄດ້ປະດິດແຕ່ງ.

ສິ່ງທີ່ພິເສດຢູ່ບັນດາຜະລິດຕະພັນຂອງ Chula Fashion ນັ້ນແມ່ນໄດ້ສ້າງຂຶ້ນດ້ວຍຄວາມຄ່ອງແຄ້ວຂອງນາຍຊ່າງຄົນພິການ, ຜູ້ທີ່ Diego Chula ຖືວ່າ “ເປັນຍາດຕິພີ່ນ້ອງ, ເປັນເພື່ອນ”, ຊ່ວຍໃຫ້ເຂົາເຈົ້າມີວຽກເຮັດງານທຳເປັນປົກກະຕິຢູ່ໂຮງງານຕັດຫຍິບຂອງຕົນ. ເອື້ອຍ ຫວູທິຖຸຍ, ພາລະກອນເຮັດວຽກຕັດແຜ່, ເຊິ່ງແມ່ນຄົນພິການເຮັດວຽກພ້ອມກັບ Diego Chula, ແບ່ງປັນວ່າ:

“ອ້າຍເປັນຄົນໃຈດີ, ໃກ້ຊິດສະໜິດສະໜົມ, ຍາມໃດກໍ່ລະດົມທຸກຄົນຕາມທິດຕັ້ງໜ້າ. ຍາມໃດອ້າຍກໍ່ລະດົມກຳລັງໃຈໃຫ້ທຸກຄົນຈົ່ງມີຄວາມປະເອີບໃຈ, ລະດົມໃຫ້ທຸກຄົນພັດທະນາຄວາມສາມາດຂອງຕົນ. ອ້າຍເວົ້າວ່າທຸກຄົນລ້ວນແຕ່ຕ້ອງລອງເຮັດ, ບໍ່ຄວນປະຕິເສດກັບບໍ່ວ່າວຽກງານໃດ. ທົດລອງເພື່ອຢັ້ງຢືນຕົວເອງ”.

ພ້ອມກັບຄວາມເມົາມົວທີ່ສະຫງວນໃຫ້ແກ່ແຟຊັນ, Diego Chula ຍັງເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງເພື່ອວົງຄະນະຍາດ, ປະກອບສ່ວນຫຼາຍໂຄງການສິລະປະໃຫ້ແກ່ ຮ່າໂນ້ຍ. ວັນທີ 13 ຕຸລາ ຜ່ານມາ, ຍາດຕິພີ່ນ້ອງ, ເພື່ອນມິດ ແລະ ວົງການນິຍົມຊົມຊອບແຟຊັນ ຕົກສະເງີ້ຕໍ່ການຈາກໄປຂອງ Diego Chula. ທ່ານໄດ້ອຳລາຈາກພວກເຮົາ­ເມື່ອຍັງມີແນວຄວາມຄິດ, ຄວາມໄຝ່ຝັນຫຼາຍຢ່າງທີ່ຍັງຄ້າງຄາ, ໃນນັ້ນມີຊຸດສະສົມໂດຍນຳໃຊ້ແຜ່ນແຜພື້ນເມືອງ ຫວຽດນາມ ຊຶ່ງຄາດວ່າຈະທຳການສະແດງໃນວັນທີ 30 ຕຸລາ ໃນເຫດການ ວັນແຫ່ງຊາດຫວຽດນາມ ໃນຂອບເຂດງານຕະຫຼາດນັດ Expo ເຊິ່ງດຳເນີິນຢູ່ Dubai. Diego Chula ຈາກໄປແລ້ວ, ແຕ່ບັນດາສິ່ງທີ່ທ່ານ ຍາມໃດກໍ່ຈະໄດ້ປະໄວ້ໃຫ້ ຮ່າໂນ້ຍ, ໃຫ້ແຟຊັນ, ເພື່ອນມິດ ທີ່ຄິດຮອດທ່ານຄື ຊາວ ແອັດສະປາຍ ຜູ້ໜຶ່ງທີ່ສະຫງວນຄວາມຮັກທັງໝົດໃຫ້ແກ່ ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top