• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ນັກສິລະປິນຊ່າງພາບ ໄບ໋ລາມ

ດ້ວຍຄວາມຮັກ ແລະ ການແບ່ງປັນ ຊຶ່ງກັນ ແລະ ກັນ,  ວິລະ ຊົນ ອອກແຮງງານ, ນັກສິລະປິນຊ່າງພາບ ໄບ໋ລາມ (ຊື່ແທ້ ເຈິ່ນ ລາມ) ໄດ້ໃຊ້ເວລາ ຢ່າງຫຼວງຫຼາຍຂອງຕົນ ເພື່ອການວາງສະ ແດງ ແລະ ພິມປຶ້ມ, ຮຽກຮ້ອງວຽກງານສົງເຄາະ ເພື່ອຊ່ວຍ ຄົນທຸກນັບຫຼາຍໝື່ນຄົນ ທີ່ອາໄສຢູ່ ຫວຽດນາມ ແລະ ກຳປູເຈຍ ດ້ວຍເງິນມູນນິທິ ເປັນຈໍານວນຫຼາຍຮ້ອຍຕື້ດົ່ງ.
ນັກສິລະປິນຊ່າງພາບ ເຈິ່ນລາມ ເກີດເມື່ອປີ 1941 ຢູ່ແຂວງ ເຮົ້າຢາງ ແຕ່ໄດ້ໃຊ້ຊີວິດ ແລະ ເຮັດວຽກຢູ່ແຂວງ ກຽນຢາງ, ເປັນອະດີດ ຮອງປະທານຄະນະກຳມະການ ແຂວງ ກຽນຢາງ. ນັກສິລະປິນຊ່າງພາບ ໄບ໋ລາມ ໄດ້ນຳອອກສູ່ ສາຍຕາເພື່ອນ ຜູ້ອ່ານ ປຶ້ມຮູບຖ່າຍທີ່ໃສ່ຊື່: “ກຽນຢາງ-ບ້ານເກີດເມືອງນອນ ຂອງຂ້ອຍ” ດ້ວຍຄຳແນະນຳ ຂອງ ອະດີດນາຍົກລັດຖະມົນຕີ ຫວໍວັນກຽດ. ຖັດຈາກນັ້ນ ທ່ານກໍໃຫ້ອອກຈຳໜ່າຍ “ປຶ້ມຮູບ ເຈິ່ນລາມ”ຊຶ່ງໄດ້ວົງການຊ່າງພາບຕີລາຄາສູງ.

ນັກສິລະປິນຊ່າງພາບ ເຈິ່ນລາມ ເດີນຕາມສິລະປະຊ່າງພາບ ເປັນເວລາຫຼາຍປີແລ້ວ, ໄດ້ຢືນຢັນຊື່ສຽງຂອງຕົນ ໃນບັນດາ ແຜ່ນພາບຖ່າຍ ກ່ຽວກັບທຳມະຊາດ, ຊີວິດ ແລະ ຜູ້ຄົນ ຢູ່ ທົ່ວ ທຸກເຂດພາກຂອງປະເທດຊາດ, ພິເສດແມ່ນພາບກ່ຽວກັບ ສັດ ປ່າ, ໃນນັ້ນມີຫຼາຍປະເພດໄດ້ບັນທຶກຊື່ ໃນປຶ້ມປົກແດງຂອງ ຫວຽດນາມ.        



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍ ບັນດາ ຜູ້ນຳ ຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ນັກສິລະປິນ ຊ່າງພາບ ເຈິ່ນລາມ ຕັດແຖບຜ້າ ໄຂ
ງານວາງສະແດງ ທີ່ໃສ່ຊື່ “ຊ່ົວພິບຕາ ທີ່ເກີດຂຶ້ນ ຈາກ ທຳ ມະຊາດ”. ພາບ: ກົງດາດ/VNP



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາທ່ານຜູ້ແທນເຂົ້າຢ້ຽມຊົມງານວາງສະແດງ. ພາບ: ກົງດາດ


ນັກສິລະປິນຊ່າງພາບ ເຈິ່ນລາມ ຮັບຂັນລາງວັນ ຈາກຄະນະຈັດຕັ້ງ ຊ່າງພາບສາກົນ ທີ່ພິທີໄຂງານວາງສະແດງ. ພາບ: ກົງດາດ


ນັກສິລະປິນຊ່າງພາບ ເຈິ່ນລາມ ຕອບສຳພາດ ຕໍ່ວົງການ ໜັງສືພິມຫຼັງພິທີ ໄຂງານວາງສະແດງ. ພາບ: ກົງດາດ


ງານວາງສະແດງທີ່ໃສ່ຊື່ “ຊ່ົວພິບຕາ ທີ່ ເກີດຂຶ້ນຈາກ ທຳມະຊາດ” ຂອງນັກສິລະປິນຊ່າງພາບ ເຈິ່ນລາມ ດຶງດູດທ່ານຜູ້ຊົມທີ່ມາຢ້ຽມຢາມ. ພາບ: ກົງດາດ

ຫວ່າງແລ້ວນີ້, ນັກສິລະປິນຊ່າງພາບ ໄບ໋ລາມ ໄດ້ນໍາສະເໜີ ສູ່ສາຍຕາທ່ານຜູ້ຊົມ ງານວາງສະແດງທີ່ໃສ່ຊື່ “ຊ່ົວພິບຕາ ທີ່ ເກີດ ຂຶ້ນຈາກ ທຳມະຊາດ” ຢູ່ຮ່າໂນ້ຍ, ລວມພາບຖ່າຍ 79 ແຜ່ນ ຊຶ່ງບັນທຶກໄວ້ ບັນດາຄວາມງາມໃນຊ່ົວພິບຕາ ທີ່ເກີດຂຶ້ນ ໂດຍບັງເອີນ ຂອງນົກນຳ ້ປະເພດຫາຍາກ ຈຳນວນໜຶ່ງ ຊຶ່ງ ພົ້ນ ເດັ່ນຂຶ້ນໃນນັ້ນແມ່ນນົກກະຊຸມຫົວແດງ. ຜ່ານນັ້ນ ນັກປະພັນ ຢາກສົ່ງສານກ່ຽວກັບ ຄວາມຈຳເປັນຕ້ອງໄດ້ ປົກປັກຮັກສາ ສິ່ງ ແວດລ້ອມທຳມະຊາດ.

ບໍ່ພຽງແຕ່ເປັນສິລະປິນຊ່າງພາບ ເຄີຍໄດ້ຮັບຫຼາຍລາງວັນ ຢູ່ ພາຍໃນ ແລະ ຕ່າງປະເທດເທົ່ານັ້ນ, ນັກສິລະປິນຊ່າງພາບ ເຈິ່ນ ລາມ ຍັງມີຄວາມພະຍາຍາມ ເຂົ້າຮ່ວມ ການເຄື່ອນໄຫວ ໃນ ບັນດາໂຄງການ ກ່ຽວກັບມູນນິທິ, ປະກອບສ່ວນໃຫ້ແກ່ ກອງ ທຶນປົກປ້ອງຄົນເຈັບຜູ້ທຸກຍາກ, ຊ່ວຍແກ້ໄຂຊີວິດການເປັນຢູ່ ຂອງ ປະຊາຊົນ ຢູ່ ຫວຽດນາມ ແລະ ກຳປູເຈຍ ໃຫ້ດີຂຶ້ນ. ພາບ ຖ່າຍລວມທັງໝົດ ທີ່ໄດ້ ຮັບການວາງສະແດງ ໃນຄັ້ງນີ້ ແລະ ອີກປຶ້ມຮູບ “ຊ່ົວພິບຕາ ທີ່ເກີດຂຶ້ນ ຈາກ ທຳມະຊາດ” ສາມ ພັນສະບັບ ນັກສິລະປິນຊ່າງພາບ ເຈິ່ນລາມ ໄດ້ມອບ ໃຫ້ແກ່ ສະມາຄົມ ຄົນເຈັບຜູ້ຕິດພະຍາດມະເຮັງ ຂາຍ ເພື່ອຈຸດປະສົງ ສ້າງກອງທຶນ ສະໜັບສະໜູນ ບັນດາຄົນເຈັບຜູ້ທຸກຍາກ.

ຕີລາຄາສູງ ຄວາມຫຼົງໄຫຼເມົາມົວ ແລະ ນຳ້ໃຈອຸທິດຕົນ ຂອງ ນັກສິລະປິນຊ່າງພາບ ໄບ໋ລາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຂຽນໃນປຶ້ມ “ຊ່ົວພິບຕາທີ່ເກີດຂຶ້ນ ຈາກ ທຳມະຊາດ”ວ່າ: “ນອກຈາກຄວາມຫຼົງໄຫຼເມົາມົວ ກ່ຽວກັບ ສິ ລະປະຊ່າງຮູບແລ້ວ, ທ່ານ ເຈິ່ນລາມ ຍັງເປັນນັກເຄື່ອນໄຫວ ມູນນິທິທີ່ມີຊື່ສຽງ ດ້ວຍຊື່ເອີ້ນທີ່ສະໜິດວ່າ ໄບ໋ລາມ. ດ້ວຍນຳ້ ໃຈຮັກແພງ ແລະ ໂອບເອື້ອອາລີ, ທ່ານ ໄບ໋ລາມ ໄດ້ພ້ອມກັບ ສະມາຄົມປົກປ້ອງຄົນເຈັບຜູ້ທຸກຍາກ ແຂວງ ກຽນຢາງ ນຳມາ ຄວາມມ່ວນຊື່ນດີໃຈ ແລະ ຊີວິດໃຫ້ແກ່ຄົນເຈັບຜູ້ທຸກຍາກ ຫຼາຍ ຄົນ. ດ້ວຍເຫດນັ້ນ, ຂ້າພະເຈົ້າຂໍສະແດງ ຄວາມນັບຖືຢ່າງສູງ ຕໍ່ສິ່ງທີ່ນັກສິລະປິນຊ່າງພາບ ໄບ໋ລາມ ໄດ້ອຸທິດ ໃຫ້ແກ່ ພໍ່ແມ່ ປະຊາຊົນ ແລະ ບ້ານເກີດເມືອງນອນ ໃນຊຸມປີຜ່ານມາ”.


ພາບຖ່າຍຈຳນວນໜຶ່ງໃນງານວາງສະແດງ “ຊ່ົວພິບຕາ ທີ່ ເກີດຂຶ້ນຈາກ ທຳມະຊາດ”:


















































ວັນທີ 15 ພຶດສະພາ 2008, ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງ ມອບໃຫ້ ນັກສິລະປິນ ເຈິ່ນລາມ ນາມມະຍົດ ວິລະຊົນແຮງງານ ຍ້ອນມີບັນດາ ການປະກອບສ່ວນ ໃຫ້ແກ່ພື້ນຖານສິລະປະຖ່າຍຮູບ ຫວຽດນາມ ແລະ ປະຕິບັດເປັນຢ່າງດີ ວຽກງານ ສົງເຄາະ ໃຫ້ແກ່ວົງຄະນາຍາດ. 

ບົດ: ແມ້ງເທື່ອງ - ພາບ: ເຈິ່ນລາມ, ກົງດາດ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top