• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ນັກສິລະປະຫັດຖະກຳ ແຫ່ງຊາດ ໜຸ່ມທີ່ສຸດ ຫວຽດນາມ

ຫຼັງຈາກລົ້ມເຫຼວ ຫຼາຍຄັ້ງ, ທ່ານ ຫງວຽນເຈິ່ນຮຽບ ຊຶ່ງຍາມ ໃດ ກໍມີຄວາມມຸ່ງຫວັງ ສ້າງຮັ່ງຄູນມີ ດ້ວຍອາຊີບມູນເຊື້ອ ຢູ່ ບ້ານ ເກີດເມືອງນອນ ຄື ຕາແສງ ຕື່ເຊີນ (ແຂວງ ບັກນິງ) ຂອງຕົນ, ໃນທີ່ສຸດ ກໍ່ປະສົບຜົນສຳເລັດ ເມື່ອ ກາຍເປັນນັກ ສິລະປະ ຫັດຖະກຳ ແຫ່ງ ຊາດ ໜຸ່ມທີ່ສຸດ ຫວຽດນາມ ໃນ ໄວພຽງ 37 ປີ. ເນື່ອງ ຈາກກ້າຕັດສິນໃຈ ປ່ຽນແປງໃໝ່ ແລະ ມີຄວາມ ປະ ດິດສ້າງ, ພື້ນຖານ ຜະລິດເຄື່ອງສິລະປະກຳ ຮຽບຖັ໋ງ ຂອງ ທ່ານ ຫງວຽນເຈິ່່ນຮຽບ ໄດ້ຮັບການເປີດກວ້າງ ຂອບຂະໜາດ ການ ຜະລິດ ເປັນສະຫະກອນ ເຄື່ອງໄມ້ສິລະ ປະກຳ ຮຽບຖັ໋ງ  ແລະ ສະຖານທີ່ແຫ່ງນີ້ ໄດ້ເຮັດໃຫ້ປ່ຽນແປງ ແນວຄວາມຄິດ ແລະ  ວິທີການຜະລິດແບບເກົ່າ ຂອງ ຊາວ ທ້ອງຖິ່ນຫຼາຍຄົນ ຢ່າງ ແທ້ຈິງ.  
ຈາກການລົ້ມລະລາຍ...

ເມື່ອປີ 2000, ພາຍຫຼັງຮຽນອາຊີບຜະລິດ ສິລະປະ ຫັດຖະ ກຳ ຈາກທ່ານ ຫງວຽນກິມ, ນັກສິລະປະຫັດຖະກຳ ຜູ້ມີຊື່ສຽງ ຢູ່ ແຂວງ ບັກນິງ ເປັນເວລາ 8 ປີ, ທ່ານ ຫງວຽນເຈິ່ນຮຽບ ໄດ້ ເປີດພື້ນ ຖານຜະລິດເຄື່ອງໄມ້ ສິລະປະຫັດຖະກຳ ແຫ່ງໜຶ່ງ ແລະ ໃຊ້ເງິນ ປະຢັດທັງໝົດ ຂອງຄອບຄົວ ພ້ອມກັບແຫຼ່ງ ທຶນກູ້ຢືມຈາກ ຄະນະ ຊາວໜຸ່ມ ແຂວງ ບັກນິງ ເພື່ອການລົງ ທຶນ. ຍ້ອນບໍ່ທັນມີປະ ສົມການ ດ້ານການຕະຫຼາດ, ສິນຄ້າ ຂອງລາວ ບໍ່ສາມາດຈຳ ໜ່າຍໄດ້.

ມີຊາວໜຸ່ມທ້ອງຖິ່ນຫຼາຍຄົນໃນສະໄໝດຽວກັບທ່ານຮຽບ ກໍ ມີຄວາມຝັນສ້າງຮັ່ງຄູນມີ ດ້ວຍອາຊີບມູນເຊື້ອ, ແຕ່ສຸດທ້າຍ ກໍຈຳຕ້ອງປະລະອາຊີບ ແລະ ຫັນໄປທຳມາຫາກິນດ້ວຍ ອາ ຊີບອື່ນແທນ. ສຳລັບທ່ານ ຮຽບ ເປັນກໍລະນີ ພິເສດ, ລາວ ບໍ່ ຍອມຈຳນົນປະລະອາຊີບທີ່ຕົນມັກ ດ້ວຍການຊອກຮູ້ ຮ່ຳ ຮຽນ.

ມີຫຼາຍຄືນ ຢູ່ຈົນຊອດແຈ້ງ ເພື່ອການຄົ້ນຄວ້າ ຊອກຫາທິດ ທາງ ຂະຫຍາຍຕົວ, ບວກກັບແຫຼ່ງຄວາມຮູ້ ກ່ຽວກັບຕະຫຼາດ ຫຼັງການລົ້ມເຫຼວໃນເບື້ອງຕົ້ນ, ທ່ານ ຮຽບໄດ້ ການດັດ ແປງ ຜະລິດຕະພັນ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ ການ ຂອງລູກຄ້າ. ລາວໄດ້ແບ່ງລູກຄ້າ ອອກເປັນສອງກຸ່ມ ຕົ້ນ ຕໍ ເຊັ່ນ: ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວຫວຽດ ນາມ. ສຳ ລັບກຸ່ມນັກທ່ອງທ່ຽວນີ້, ເພິ່ນໄດ້ ທຳການຜະລິດ ສິນຄ້າ ຂະ ໜາດນ້ອຍ ເພື່ອຊື້ເປັນຂອງທີ່ລະນຶກ ເຊ່ັນ: ຕຸກ ກະຕາຮູບສັດ, ພາບຂະໜາດນ້ອຍ, ພາຖາດ ສຳລັບຕັ້ງຈອກ ນຳ້ຊາ, ຮູບປັ້ນ ແລະ ອື່ນໆ...
.


ນັກສິລະປະຫັດຖະກຳ ແຫ່ງຊາດ ຫງວຽນເຈິ່ນຮຽບ ແລະ ຜົນງານການ ປະດິດ ແຕ່ງຂອງຕົນ.


ເຄື່ອງມືຕົ້ນຕໍ ນຳໃຊ້ໃນການແກະສະຫຼັກໄມ້ ຂອງ ນັກສິ ລະປະຫັດຖະກຳ ຫງວຽນເຈິ່ນຮຽບ. 


ໄມ້ທີ່ໃຊ້ໃນການປະດິດສ້າງຜົນການປະດິດແຕ່ງດ້ວຍໄມ້. 


ນອກຈາກບັນດາຜົນການປະດິດແຕ່ງແກະສະຫຼັກໄມ້,ສະຫະ ກອນສິລະປະຫັດຖະກຳ ຮຽບຖັ໋ງ ຍັງຮັບ ແກະສະຫຼັກ ຫຸ່ນ ຄົນດ້ວຍໄມ້. 


ນັກສິລະປະຫັດຖະກຳ ຫງວຽນເຈິ່ນຮຽບ ແກະສະຫຼັກ ຫຸ່ນ ຄົນດ້ວຍໄມ້. 


ສຳລັບນັກສິລະປະຫັດຖະກຳ ຫງວຽນເຈິ່ນຮຽບແລ້ວ, ຜົນ ງານແຕ່ລະສິ້ນ ລ້ວນແຕ່ສ້າງຂຶ້ນຈາກຈິດໃຈ ຂອງລາວເອງ. 


ຂັ້ນຕອນໃຊ້ກະດາດຊາຍຂັດໃຫ້ກ້ຽງ ເພື່ອເຮັດໃຫ້ ຜົນງານ ການ ປະດິດແຕ່ງ ໄດ້ສົມບູນແບບ. 

ສຳລັບກຸ່ມລູກຄ້າທີ່ສອງຄື ລູກຄ້າ ທີ່ມາຈາກ ສປ ຈີນ ຊຶ່ງ ເປັນ ລູກຄ້າທີ່ໝັ້ນຄົງ ແລະ ນຳມາແຫຼ່ງລາຍຮັບຕົ້ນຕໍ ໃຫ້ ແກ່ພື້ນ ຖານຜະລິດ ຂອງ ທ່ານ ຮຽບ. ແຕ່ປີ 2002-2010, ໂຮງຜະ ລິດ ຂອງ ລາວຈະຜະລິດບັນດາຜະລິດຕະພັນ ທີ່ ມີແບບ ກ່ອນ ແລ້ວ ດ້ວຍລາຄາແຕ່ ຫຼາຍສິບລ້ານດົ່ງ ຮອດ ຫຼາຍຕື້ດົ່ງ.

ປັດຈຸບັນ, ພື້ນຖານຜະລິດ ຂອງທ່ານຮຽບໄດ້ປ່ຽນຊື່ເປັນ ສະ ຫະກອນສິລະປະຫັດຖະກຳ ຮຽບຖັ໋ງ ແລະ ໄດ້ສ້າງ ວຽກເຮັດ ງານ ທຳຄົງທີ່ ໃຫ້ແຮງງານ 28 ຄົນ ກັບລາຍຮັບສະເລ່ຍແຕ່  4-10 ລ້ານດົ່ງ/ຄົນ/ເດືອນ.
 

... ເສັ້ນທາງເພື່ອກາຍເປັນ ນັກສິລະປະຫັດຖະກຳ ແຫ່ງຊາດ ໜຸ່ມທີສຸດ ຫວຽດນາມ

ກ່ອນໜ້ານີ້ 7 ປີ, ເມື່ອປະຕິບັດການດັດແປງ ຜະລິດຕະພັນ ຄັ້ງທີສອງ ດ້ວຍການສຸມໃສ່ປະເພດເຄື່ອງໄມ້ຂັ້ນສູງ, ທ່ານ ຮຽບ ໄດ້ເປັນທີ່ຮູ້ຈັກ ຜ່ານຜົນງານການປະດິດແຕ່ງ ແກະສະ ຫຼັກໄມ້ທີ່ໃສ່ຊື່ “ສຽງກັງວານ ທັງລອງ” ຊຶ່ງເປັນ ໜຶ່ງໃນບັນດາ ຜົນງານປະດິດແຕ່ງດີເດ່ັນທີສຸດ ເນື່ອງໃນ ໂອກາດສະເຫຼີມ ສະຫຼອງວັນບຸນ ທັງລອງ-ຮ່າໂນ້ຍ ຄົບຮອບ 1000 ປີ).

ຕໍ່ຈາກນັ້ນແມ່ນ ບັນດາ ຜົນການການປະດິດແຕ່ງເຊ່ັນ “ບາດ ລອງ ວ້ອງກວາງຟາດ”, “ຕ໋ຽງວ້ອງເຍີມຖິ່ນ”...  ຊຶ່ງໄດ້ເກັບ ຮັກ ສາໄວ້ຢູ່ຫໍພິພິທະພັນຮ່າໂນ້ຍ ແລະ ໄດ້ບັນດານັກ ຊ່ຽວ ຊານ ຕີລາຄາວ່າ ເປັນຜົນງານ ການປະດິດແຕ່ງ “ມີໜຶ່ງບໍ່ມີ ສອງ”. ຈາກນັ້ນ ສະພາວິທະຍາສາດ ແຫ່ງຊາດ ໄດ້ເຊີດຊູ ໃຫ້ ທ່ານ ຫງວຽນເຈິ່ນຮຽບ ເປັນຄົນມີ “ສີມືຄຳ”, ຢູ່ອັນດັບທີ ສອງ ໃນ ງານແຂ່ງຂັນ ແຫ່ງຊາດ ແລະ ໄດ້ສະມາຄົມສິລະ ປະກຳເຄື່ອງ ປະດັບ ຫີນທີ່ມີຄ່າຫວຽດນາມ ມອບນາມມະ ຍົດ ເປັນນັກ ສິ ລະປະຫັດຖະກຳ ແຫ່ງຊາດ ເມື່ອອາຍຸ 37 ປີ.

ໜຶ່ງໃນບັນດາຜົນການປະດິດແຕ່ງທີ່ ນັກສິລະປະຫັດຖະກຳ ຫງວຽນເຈິ່ນ ຮຽບ ມັກທີສຸດ ນັ້ນແມ່ນ “ບາດລອງວ້ອງກວາງ ຟາດ” ຊຶ່ງ ໄດ້ ມີຄວາມຄິດສ້າງສັນ ຈາກ ເຈົ້າກະສັດ 8 ອົງ ແຕ່ສະໄໝລາ ຊະວົງ ຫຼີ, ມີຮູບປະກົດຂຶ້ນ ແມ່ນມັງກອນ 8 ໂຕ, ຖືກປະດິດ ສະຖານຢູ່ເທິງໃບບົວຫ້າສີ. ຢູ່ໃຕ້ໃບບົວແມ່ນ ເຂດ ເຮືອນ “ຖຸຍ ດິ່ງ” ຊຶ່ງເປັນແບບເຮືອນ ທີ່ມີສະຖາປັດຕະ ຍະກຳ ຂອງ ເຂດ ຊົນນະບົດ ທາງພາກເໜືອ ຫວຽດນາມ ໃນ ປາງກ່ອນ ຂອງ ວິ ຫານໂດ (ແຂວງ ບັກນິງ)



ພະພຸດທະຮູບ ແກະສະຫຼັກດ້ວຍໄມ້. 


ວິລະຊົນແຫ່ງຊາດຫວຽດນາມ ເຈິ່ນກວກຕ໋ວນ. 


ແຕ່ລະສ່ວນລາຍລະອຽດ ໃນຜົນການປະດິດແຕ່ງ ລ້ວນແຕ່ ໄດ້ ນັກສິລະປະຫັດຖະກຳ ຫງວຽນເຈິ່ນຮຽບ
ຝາກຝັງໄວ້ ແນວ ຄວາມຄິດການເຊື່ອຖືດ້ານຈິດໃຈ ແຫ່ງສາສະໜາພຸດ. 



ຜົນການປະດິດແຕ່ງທີ່ໃສ່ຊື່ “ຟູ່ຢຸງຢີລັກ”. 


ພາບແກະສະຫຼັກແຜ່ນນີ້ ນັກສິລະປະຫັດຖະກຳ ຫງວຽນເຈິ່ນ ຮຽບ ໃຊ້ເວລາ 6 ເດືອນ ຈິ່ງສຳເລັດ. 


ແຕ່ລະສິ້ນສ່ວນ ຂອງພາບແກະສະຫຼັກ ລ້ວນແຕ່ ໄດ້ນັກສິ ລະ ປະຫັດຖະກຳ ຫງວຽນເຈິ່ນຮຽບ ປະຕິບັດດ້ວຍຄວາມ ປານີດ ແນບນຽນ. 

ຜົນການປະດິດແຕ່ງນີ້ໄດ້ປະຕິບັດເພື່ອສະເຫຼີມສະຫຼອງ 80 ປີ ວັນສ້າງຕັ້ງ ຄະນະຊາວໜຸ່ມຄອມມູນິດຫວຽດນາມ ແລະ ໄດ້ ບັນທຶກໄວ້ໃນປຶ້ມສະຖິຕິ ຫວຽດນາມ ປີ 2011 ເນື່ອງ ຈາກວ່າ ເປັນຮູບແກະສະຫຼັກມີລະບົບຄວາມນຶກຄິດ ແລະ ສິລະປະ ດີ ເດັ່ນທີສຸດ. 
 
ບົດ: ຖາວວີ-ພາບ: ເຕິດເຊີນ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top