• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ນັກສະຖິຕິ ຂອງ ບັນດາຮູບຈຳລອງຂະໜາດນ້ອຍສຸດ

ທ່ານ ເຈິ່ນຢາງນາມ ເປັນໜຶ່ງໃນຈຳນວນ ບໍ່ເທົ່າໃດ ນັກສິລະ ປິນ ຢູ່ ຫວຽດນາມ ສາມາດເຮັດໄດ້ ບັນດາ ຮູບຈຳລອງຂະ ໜາດນ້ອຍສຸດ ຖືກກັບ ຕົ້ນສະບັບເດີມ ດ້ວຍຂະໜາດຄິດໄລ່ ດ້ວຍມີລີແມັດ. ໃນຕະຫຼອດຊ່ວງເວລາ 15 ປີ ບາກບັ່ນ ຕາມ ວຽກງານ ນີ້, ທ່ານ ເຈິ່ນຢາງນາມ ໄດ້ປະດິດສ້າງ ຊຸດສະສົມ ລວມເກືອບ 400 ຮູບຈຳລອງ ຂະໜາດນ້ອຍສຸດ  ທີ່ “ແປກໆ ໜຶ່ງບໍ່ມີສອງ”, ຖືກຮັບຮອງວ່າ ເປັນນັກສະຖິຕິ ຂອງ ບັນດາ ຮູບຈຳລອງຂະໜາດນ້ອຍສຸດ.
ຮຽນຈົບຈາກຂະແໜງການສິລະປະສ້າງຮູບ, ແຕ່ທ່ານ ເຈິ່ນ ຢາງນາມ ກໍບໍ່ຈື່ວ່າ ຕົນເອງ ໄດ້ຫັນໄປສູ່ ການເຮັດ ຮູບຈຳລອງ ຂະໜາດນ້ອຍສຸດນີ້ແຕ່ເມື່ອໃດ. ທ່ານ ໄຂຄວາມໃນໃຈອອກ ມາວ່າ: “ຄາວຍັງນ້ອຍ, ຂ້າພະເຈົ້າ ໄດ້ມີຄວາມຫຼົງໄຫຼເມົາມົວ ກັບການຫຼິ້ນຮູບຈຳລອງ. ປີ 2000 ຂ້າພະເຈົ້າ ໄດ້ໄປຢ້ຽມຊົມ ງານວາງສະແດງ ຮູບຈຳລອງ ຂະໜາດນ້ອຍສຸດ ຂອງ ນັກສິ ລະປິນຊາວລັດເຊຍ ແລະ ຈາກນັ້ນ ຈຶ່ງເລີ່ມເກີດຄວາມນຶກຄິດ ເຮັດຊຸດສະສົມ ຮູບຈຳລອງ ກ່ຽວກັັບລົດເກົ່າ, ແມງໄມ້... ດ້ວຍຂະໜາດນ້ອຍສຸດ”.


ທ່ານ ເຈິ່ນຢາງນາມ ມີຄວາມນິຍົມ ປະດິດສ້າງ ບັນດາ ຮູບຈຳລອງຂະໜາດນ້ອຍສຸດ.


ອຸປະກອນ ເພື່ອການປະດິດສ້າງ ບັນດາຮູບຈຳລອງ ແມ່ນ ເສັ້້ນທອງ, ປ່ຽນທອງບາງໆ. 


ເຄື່ອງມືໃຊ້ໃນການປະດິດສ້າງຮູບຈຳລອງຂະໜາດນ້ອຍສຸດ ແມ່ນ ເຫຼັກໜີບ, ມີດ, ມີດຕັດ ແລະ ອື່ນໆ... 


ບົດແຕ້ມວາດແຕ່ລະສະບັບ ໄດ້ທ່ານ ຢາງນາມ ໄຈ້ແຍກ ໃນ ແຕ່ລະສ່ວນລາຍລະອຽດ. 


ການປະດິດສ້າງຮູບຈຳລອງຂະໜາດນ້ອຍສຸດ ຕ້ອງມີ ຄວາມຕັ້ງໃຈທີສຸດ. 


ປະຕິບັດແຕ່ລະສ່ວນລາຍລະອຽດດ້ວຍຄວາມພິຖີພິຖັນ.


ທ່ານ ຢາງນາມ ປະດິດສ້າງແຕ່ລະສ່ວນລາຍລະອຽດ ດ້ວຍ ຄວາມລະມັດລະວັງ ເພື່ອໃຫ້ການປະກອບ
ບັນດາສ່ວນ ລາຍລະອຽດນັ້ນ ເຂົ້າກັນ ມີຄວາມຊັດເຈນທີສຸດ. 



ທ່ານ ເຈິ່ນຢາງນາມ ໃຫ້ຮູ້ວ່າ ບັນດາຮູບຈຳລອງ ທີ່ຍາກ, ມີ ຄວາມລະອຽດສູງ ຕ້ອງໃຊ້ເວລາປະຕິບັດແຕ່ 1-2 ປີ ຈຶ່ງສຳ ເລັດ. 

ທ່ານ ເຈິ່ນຢາງນາມໃຫ້ຮູ້ວ່າ ການເຮັດຮູບຈຳລອງ ຂະໜາດ ນ້ອຍສຸດ ຕ້ອງເສຍເວລາຫຼາຍທີສຸດ, ໄວກໍກິນເວລາ 3 ເດືອນ, ບາງເທື່ອຕ້ອງໃຊ້ເວລາ 1-2 ປີ ຈຶ່ງ ສຳເລັດ. ແຕ່ລະຜົນງານ ປະດິດແຕ່ງ ແຕ່ເລີ່ມຕົ້ນ ຈົນສຳເລັດ ຕ້ອງ ຜ່ານຫຼາຍຂັ້ນຕອນ ຊຶ່ງຮຽກຮ້ອງ ການປະຕິບັດແຕ່ລະລາຍລະອຽດ ດ້ວຍຄວາມ ພິຖີພິຖັນ ເຊັ່ນ: ຊອກຫາອຸປະກອນ ທີ່ເໝາະສົມ, ໃຊ້ແຮງງານ ຜະລິດ ສ່ວນລາຍລະອຽດ, ຫຼັງຈາກນັ້ນ ແມ່ນປະກອບ, ປະ ສົມສີ, ພາບທິວທັດ ແລະ ອື່ນໆ.

ມາຮອດປັດຈຸບັນ, ທ່ານ ເຈິ່ນຢາງນາມ ປະດິດສ້າງຮູບຈຳລອງ ຂະໜາດໜ້ອຍສຸດໄດ້ເກືອບ 400 ຜະລິດຕະພັນ ທີ່ໄດ້ວັດ ແທກດ້ວຍຂະໜາດ ມິລີແມັດ ກັບຮູບຈຳລອງທີ່ແຕກຕ່າງກັນ ເຊັ່ນ: ລົດເກົ່າ, ເຄື່ອງບິນ, ແມງໄມ້ ແລະ ຮູບຈຳລອງ ຕ່າງໆ ໃນຊີວິດປະຈຳວັນ. ແຕ່ລະຜົນການປະດິດແຕ່ງນີ້ ມີຜູ້ສັ່ງຈອງ ດ້ວຍລາຄາ ກວ່າ 4 ລ້ານດົ່ງ (ປະມານ 200 ໂດລາສະຫະ ລັດ). ຜົນການປະດິດແຕ່ງ ມີລາຄາແພງທີສຸດ ຂອງ ທ່ານ ຄື ລົດເກົ່າ BMW – R51 (ຜະລິດປີ 1954) ຂາຍດ້ວຍລາຄາ ກວ່າ 70 ລ້ານດົ່ງ (3000 ໂດລາສະຫະລັດ).


ຮູບຈຳລອງ ລົດ vespa ບູຮານ


ຮູບຈຳລອງ  ກູລີແກ່ລົດ.


ຮູບຈຳລອງ ລົດຈັກ


ຮູບຈຳລອງ ລົດຕຸກໆ. 


ຮູບຈຳລອງ ຝຸງມົດ ຂະ ໜາດນ້ອຍສຸດ.


ຮູບຈຳລອງ ສະແດງໃຫ້ເຫັນ ການແຂ່ງຂັນ ມາຣາທອນ ພວມ ຢູ່ໃນໄລຍະຂຸ້ນຂ້ຽວ.


ຮູບຈຳລອງ ກຳປັ່ນ ຫງອກຈາຍແດນ (ໄຂ່ມຸກດຳ) ໃນຟິມຮູບເງົາ (ໂຈນສະລັດ ເຂດກາຣີເບ)


ຮູບຈຳລອງ ເຄື່ອງບິນຂະໜາດນ້ອຍສຸດ. 


ຮູບຈຳລອງ ເຄື່ອງບິນຂະໜາດນ້ອຍສຸດ ທີ່ມີຄວາມປານີດ.

ຮູບຈຳລອງ ວັດເສົາດຽວ. 

ທ່ານ ເຈິ່ນຢາງນາມ ມີຄວາມປາດຖະໜາ ຈະປະດິດສ້າງ ບັນດາຮູບຈຳລອງ ທີ່ມີຄວາມສະໜິດຕິດພັນ ກັບ ຊີວິດການ ເປັນ ຢູ່ ດ້ານວັດທະນະທຳ ຂອງຊາວ ຫວຽດນາມ ເຊັ່ນ: “ຊິກໂລ” (ລົດສາມລໍ້), ຊຸດເສື້ອຍາວ, ກຸບ, ຊາວກະສິກອນ ຫາບເຂົ້າ, ຫາບຂາຍເຄື່ອນທີ່ ຫຼື ບັນດາສະຖາປັດຕະຍະກຳ ທີ່ເປັນຕົວແທນຂອງຊາດ. ຍ້ອນທ່ານມີຄວາມຫວັງຢາກ ຮັກສາ ແລະ ແນະນຳ ເຖິງເພື່ອນມິດສາກົນ ບັນດາ ຈຸດຄວາມງາມ ຂອງ ບ້ານເກີດເມືອງນອນ ໂດຍຜ່ານ ແຕ່ລະ ຮູບຈຳລອງ ຂະໜາດນ້ອຍສຸດ ທີ່ໄດ້ ປະຕິບັດ ດ້ວຍຄວາມພິຖີພິຖັນນີ້. 
ປະຕິບັດ: ຫງວຽນລວນ-ທົງຫາຍ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top