• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ນັກວິທະຍາສາດຍິງ ນຳເຕັກໂນໂລຊີ nano ເງິນ ເຂົ້າ ຊີວິດການເປັນຢູ່

ປອ. ເຈິ່ນ ທິ ງອກ ຢຸງ ຫົວໜ້າຫ້ອງການ ເຕັກໂນໂລຢີ ໃກ້ຊິດກັບສິ່ງແວດລ້ອມ (ສະຖາບັນເຕັກໂນໂລຢີ ສິ່ງ ແວດລ້ອມ, ສະພາບັນດິດ ວິທະຍາສາດ ແລະ ເຕັກໂນ ໂລຊີ ຫວຽດນາມ) ໄດ້ເປັນທີ່ຮູ້ຈັກກັນວ່າ ເປັນນັກວິທະ ຍາສາດຍິງ ຜູ້ມີຊື່ສຽງ ກັບບັນດາ ກິດຈະການ ຄົ້ນຄວ້າ ວ່າດ້ວຍ nano ເງິນ. ຈິນຕະນາການ ໝູນໃຊ້ ໃນບັນດາ ກິດຈະການ ຄົ້ນຄວ້າ ຂອງ ທ່ານນາງ ໄດ້ສ້າງບັນດາ ຜະລິດຕະພັນ ນຳມາເຊິ່ງ ຜົນປະໂຫຍດ ຢ່າງໃຫຍ່ຫຼວງ ໃນຊີວິດການເປັນຢູ່.  
ປອ. ເຈິ່ນ ທິ ງອກ ຢຸງ ກ່າວວ່າ: “ຂ້າພະເຈົ້າເປັນແມ່ ຍິງ, ແມ່ຄົນໜຶ່ງ ຮັບຜິດຊອບ ການເບິ່ງແຍງດູແລ ຄອບ ຄົວ ແລະ ຈາກການເບິ່ງແຍງດູແລຄອບຄົວນັ້ນ, ໃນມັນ ສະໝອງ ຂອງ ຂ້າພະເຈົ້າ ໄດ້ກຳເນີດຂຶ້ນ ແນວຄວາມ ຄິດ ຄົ້ນຄວ້າ ກ່ຽວກັບສິ່ງຕ່າງໆ ທີ່ມີຄວາມກ່ຽວພັນເຖິງ ບັນດາຄວາມຕ້ອງການ ໃນຊີວິດປະຈຳວັນ”. 

ປີ 2002, ເມື່ອອຸປະກອນ nano ເລີ່ມໄດ້ຮັບຄວາມສົນໃຈເປັນພິເສດຈາກຊາວໂລກ, 3 ປີ ຫຼັງນັ້ນ, ທ່ານ ນາງ ຢຸງ ໄດ້ເລີ່ມຕົ້ນ ຂະບວນການຄົ້ນຄວ້າອຸປະກອນ nano ຢູ່ ຫວຽດນາມ.

ຕາມ ປອ.ເຈິ່ນ ທິ ງອກ ຢຸງ, ເງິນ ແມ່ນປະເພດໂລຫະ ທີ່ມີຄວາມສາມາດ ຕ້ານເຊື້ອລາ ໄດ້ດີທີ່ສຸດ ໃນທຳມະ ຊາດ. ດ້ວຍເຫດນັ້ນ, ຄົນສະໄໝກ່ອນ ໄດ້ນຳໃຊ້ໂລຫະ ປະເພດນີ້ ໃນການປິ່ນປົວພະຍາດ ແລະ ກັນ ທາດຜິດ ຢ່າງມີປະສິດທິຜົນທີ່ສຸດ. ນີ້ກໍ່ແມ່ນເຫດຜົນ ທີ່ເຮັດໃຫ້ ເພິ່ນ ຕ້ອງໃຊ້ເວລາກວ່າ 10 ປີ ເພື່ອຕິດຕາມ ບັນດາກິດຈະການຄົ້ນຄວ້າ ກ່ຽວກັບ nano ເງິນ, ພຽງສອງສາມ ປີ ຫຼັງຈາກ ອຸປະກອນ nano ຖືກຄົ້ນພົບ.

ເລື່ອງລາວ ກ່ຽວກັບ ຜ້າປິດປາກ nano ເງິນ ໄດ້ຜ່ານ ຜ່າຫຼາຍໆ ກິດຈະການຄົ້ນຄວ້າ ແລະ ໄດ້ເປັນການ ເລືອກເຟັ້ນແຖວໜ້າ ໃນໂຄງການລົງທຶນໜ່ຶ່ງວ່າດ້ວຍ ການປົກປັກຮັກສາ ສິ່ງແວດລ້ອມ ຂອງ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ຂອງ ລາຊະອານາຈັກ ແບນຊິກ ໄດ້ເປັນໜຶ່ງ ໃນຈຳນວນຫຼາຍ ການຢັ້ງຢືນ ໃຫ້ສິ່ງດັ່ງກ່າວ.



ປອ. ເຈິ່ນ ທິ ງອກ ຢຸງ ໄດ້ຮັບລາງວັນ L’Oreal-UNESCO 2017 ຍ້ອນພາລະກິດການພັດທະນາ ຂອງ ແມ່ຍິງ ໃນຂົງເຂດວິທະຍາສາດ.


ປອ. ເຈິ່ນ ທິ ງອກ ຢຸງ ໃນພິທີມອບລາງວັນ L’Oreal-UNESCO 2017 ຍ້ອນພາລະກິດການພັດທະນາ ຂອງ ແມ່ຍິງ ໃນຂົງເຂດວິທະຍາສາດ.


ປອ. ເຈິ່ນ ທິ ງອກ ຢຸງ, ຫົວໜ້າຫ້ອງການ ເຕັກໂນໂລຊີ ໃກ້ຊິດກັບສິ່ງແວດລ້ອມ (ສະຖາບັນເຕັກໂນໂລຢີ ສິ່ງ ແວດລ້ອມ, ສະພາບັນດິດ ວິທະຍາສາດ ແລະ ເຕັກໂນ ໂລຊີ ຫວຽດນາມ) ພວມກວດກາ ຄວາມສາມາດຂ້າເຊື້ອລາ ຢູ່ໃນຊັ້ນຕອງ ຂອງ ຜ້າປິດປາກ nano ເງິນ.


ປອ. ເຈິ່ນ ທິ ງອກ ຢຸງ ເຮັດທົດລອງ ຕີລາຄາ ຄວາມສາມາດ ຂ້າເຊື້ອລາຢູ່ໃນຊັ້ນຕອງ ຂອງ ຜ້າປິດປາກ nano ເງິນ.


ບັນດາຕົວແບບ ແພຖ່ານກັ່ນນຳ້, ແກ່ນຂອງຜ້າປິດປາກ nano ເງິນ.


ເພື່ອໃຫ້ຖ່ານກັ່ນນຳ້ນີ້ ກາຍເປັນ ອຸປະກອນສາມາດຕ້ານເຊື້ອລາໃຫ້ໄດ້, ປອ. ເຈິ່ນ ທິ ງອກ ຢຸງ ໄດ້ຕິດໃສ່ນັ້ນ ນຳ້ຢາ nano ເງິນ.


ຜະລິດຕພັນ ນຳ້ຢາມ້ວນປາກ nano ເງິນ ແມ່ນໜ່ຶງໃນບັນດາຜະລິດຕະພັນຄົ້ນຄວ້າ ໄດ້ມອບສົ່ງ ເຕັກໂນໂລຊີ  ຂອງ ປອ. ເຈິ່ນ ທິ ງອກ ຢຸງ.


ຜະລິດຕະພັນ nano ເງິນ ຈຳນວນໜຶ່ງ ໄດ້ມອບສົ່ງ ເຕັກໂນໂລຊີ  ຈາກການຄົ້ນຄວ້າ ຂອງ ປອ. ເຈິ່ນ ທິ ງອກ ຢຸງ.

ເມື່ອເອກະສານ ກ່ຽວກັບໂຄງການ  ຂອງ ເພິ່ນຖືກວາງ ຢູ່ເທິງໂຕະ ຂອງ ບັນດາຜູ້ອຸປະຖຳ, ຫົວໜ້າ ຜູ້ປະສານງານ ຂອງໂຄງການ ໄດ້ຮ້ອງຂຶ້ນ ດ້ວຍ ຄວາມ ດີໃຈວ່າ: “ຂ້າພະເຈົ້າມັກອັນນີ້. ຂ້າພະເຈົ້າ ມັກອັນນີ້. ອັນນີ້ ຫວຽດນາມ ກຳລັງມີຄວາມຕ້ອງການຫຼາຍ...”. 

ສະພາວິທະຍາສາດ L’Oreal – UNESCO For Women in Science ປະຈໍາ ຫວຽດນາມ ໄດ້ຄັດ ເລືອກ ນັກວິທະຍາສາດຍິງ ດີເດັ່ນ 5 ຄົນ ໃນຂົງເຂດ ວິທະຍາສາດ ອຸປະກອນ ແລະ ວິທະຍາສາດ ໃນຊີວິດ ການເປັນຢູ່ ປີ 2017. ປອ. ເຈິ່ນ ທິ ງອກ ຢຸງ ໄດ້ຮັບ ການ ເຊີດຊູ ເນື່ອງຈາກ ມີບັນດາ ກິດຈະການ ຄົ້ນຄວ້າ ມີຄຸນລັກສະນະ ປະຍຸກໃຊ້ ກ່ຽວກັບນຳ້ຢາ nano ເງິນ. ຜະລິດຕະພັນ ດັ່ງກ່າວ ໄດ້ຄົ້ນຄວ້າ ຕີລາຄາ ຄຸນປະໂຫຍດ ຕ້ານເຊື້ອ ຢູ່ເທິງ ຈຸລະຊີບ ນັບຫຼາຍສິບໂຕ ທີ່ກໍ່ ໃຫ້ເກີດພະຍາດ ຢູ່ໃນຄົນ ເຊັ່ນ: E.coli, Coliform, S.aureus, P. aeruginosa, Aci.baumannii, Streptococcus, Vibrio cholerae, Enterococcus feacalis, N. Gonorrhoeae, Candida albicans...
ຫຼັງນັ້ນ, ມີກຸ່ມບໍລິສັດ ຂອງ ຍີ່ປຸ່ນ ໄດ້ແຕ່ງຕັ້ງ ຜູ້ຕາງ ໜ້າ ມາຫວຽດນາມ ພົບກັບທ່ານນາງ ຢຸງ ເພື່ອ ເຈລະ ຈາ ກ່ຽວກັບ ສັນຍາຜະລິດຜ້າປິດປາກ nanoເງິນ ນຳ ໃຊ້ ຢູ່ ຕະຫຼາດ ຍີ່ປຸ່ນ. ແຕ່ວ່າ ຍ້ອນຄວາມສາມາດ ໃນ ການຜະລິດ ຂອງ ຫວຽດນາມ ໃນຄາວນັ້ນ ຍັງບໍ່ທັນ ຕອບສະໜອງໄດ້ ໃບສັ່ງສິນຄ້າ ດ້ວຍຈຳນວນຫຼາຍ, ເພາະສະນັ້ນ ເລື່ອງຜ້າປິດປາກ nanoເງິນ ກໍຍັງບໍ່ທັນ ມີໂອກາດ ປະກົດຕົວຢູ່ຕະຫຼາດ ຍີ່ປຸ່ນ.

ຕໍ່ຈາກ ຜ້າປິດປາກ nano ເງິນ ແມ່ນບັນດາ ຜະລິດຕະພັນ ທີ່ນຳໃຊ້ອຸປະກອນ nano ໂດຍທ່ານນາງ ຢຸງ ຄົ້ນຄວ້າ ແລະ ໝຸນໃຊ້ຕົວຈິງ ໄດ້ປະກົດຕົວ ຢູ່ໃນທ້ອງຕະຫຼາດຕາມລຳດັບເຊັ່ນ: ນຳ້ຢາອະນາໄມສຳລັບຜູ້ຍິງ, ນຳ້ຢາບ້ວນປາກ, ຜ້າອະນາໄມ, ຜ້າອ້ອມ ສໍາລັບເດັກນ້ອຍ ແລະ ຜູ້ໃຫຍ່, ນຳ້ຢາລ້າງບາດແຜ, ຜ້າປຽກ, ໂສ້ງເສື້ອ ຕ້ານເຊື້ອລາ ແລະ ອື່ນໆ... 
ໃນກິດຈະການ “ຄົ້ນຄວ້າ ປຸງແຕ່ງ nano ເງິນ ແລະ ນຳໃຊ້ nano ເງິນ ໃນການຂ້າເຊື້ອ ໃນນໍ້າດື່ມ”, ທ່ານ ນາງ ຢຸງ ໄດ້ນຳສະເໜີ ວິທີເຮັດໃຫ້ ແຫຼ່ງນ້ຳກິນ ສະ ອາດ, ປະກອບສ່ວນແກ້ໄຂ ວຽກງານສະໜອງ ນຳ້ສະອາດ ໃຫ້ແກ່ ບັນດາຄອບຄົວ ຢູ່ເຂດນໍ້າຖ້ວມ, ເຂດປະສົບກັບ ຂໍ້ຫຍຸ້ງຍາກ ກ່ຽວກັບ ນໍ້າສະອາດຢ່າງ ມີປະສິດທິຜົນ.

ນຳ້ຢາ nano ເງິນ ໂດຍ ປອ. ເຈິ່ນ ທິ ງອກ ຢຸງ ແລະ ເພື່ອນຮ່ວມງານ ຄົ້ນຄວ້າປະດິດສ້າງ ຖືກຕີລາຄາວ່າ ສາມາດ ຮັກສາໄວ້ໄດ້ດົນ, ມີຄຸນປະໂຫຍດ ຂ້າເຊື້ອດີທີ່ສຸດ, ພິເສດ ສາມາດ ບັນຊາໄດ້ຂະໜາດເມັດ nano ຕາມ ແຕ່ລະ ຄວາມຕ້ອງການ ທີ່ແນ່ນອນ.

ກິດຈະການ “ຄົ້ນຄວ້າ ເຮັດໃຫ້ສົມບູນແບບ ເຕັກໂນໂລຊີ ປະດິດສ້າງ ຜ້າພັນບາດ ບັນຈຸ nano ເງິນ ເພື່ອປິ່ນ ປົວບາດແຜ ແລະ ບາດແຜເປື່ອຍ ເທິງຄົນ”, ຫຼັງຈາກ ໄດ້ຮັບການທົດລອງ ຕົວຈິງ ກັບຄົນເຈັບ ຢູ່ທີ່ ໂຮງໝໍສູນ ກາງຫຼາຍແຫ່ງ ເຊັ່ນ: ສະຖາບັນໄຟໄໝ້ ນໍ້າຮ້ອນລວກ ແຫ່ງຊາດ ເລຫື້ວ ຈາກ (ວິທະຍາຄານ ເສນາຮັກ), ໂຮງໝໍສູນກາງການທະຫານ 108, ໂຮງໝໍ ຫວຽດດຶກ, ກິດຈະການ nano ເງິນ ຂອງທ່ານນາງ ໄດ້ມອບຮັບ ແລະ ຕີລາຄາວ່າດີເດັ່ນຈາກ ສະພາວິທະຍາສາດ.

ຕາມການຊອກຮູ້ ຂອງ ປອ ຢຸງ, ຜ້າພັນບາດແຜ ບັນຈຸ nano ເງິນ ຢູ່ ສ. ອາເມລິກາ ຖືກຂາຍດ້ວຍລາຄາ 50 ໂດລາສະຫະລັດ/ຜືນ, ສ່ວນຢູ່ ສປ ຈີນ ລາຄາຂາຍ ຖືກ ສຸດກໍແມ່ນ 14 ໂດລາສະຫະລັດ/ຜືນ. ຜະລິດຕະພັນ ຜ້າພັນບາດ ມີ nano ເງິນ ຂອງ ປອ ຢຸງ ເມື່ອນຳ ເຂົ້າສູ່ ການຜະລິດ  ມີລາຄາຖືກກວ່າ ເມື່ອທຽບກັບຜະລິດຕະ ພັນປະເພດດຽວກັນ ຂອງ ສ.ອາເມລິກາ, ສປ ຈີນ ແຕ່ 8-14 ເທື່ອ, ທັງມີ ຄຸນນະພາບ ແລະ ສາມາດ ປິ່ນປົວ ບາດແຜ ເທ່ົາທຽມກັນ.
ບົດ: ຖາວວີ - ພາບ: ເຕິດເຊີນ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top