• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກປະຫວັດສາດ ເຢຍລະມັນ: ບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ໃຫ້ເຫັນຢ່າງຈະແຈ້ງບັນດາບົດຮຽນກ່ຽວກັບການໝູນໃຊ້ລັດທິ ມາກ - ເລນິນ ຢ່າງມີຫົວຄິດປະດິດສ້າງ

      ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄຈ້ແຍກຢ່າງຮອບດ້ານ, ເລິກເຊິ່ງ ແລະ ລອບຄອບຖີ່ຖ້ວນກ່ຽວກັບເສັ້ນທາງກ້າວເດີນຂອງ ຫວຽດນາມ ພາຍຫຼັງໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945 ມາຮອດປັດຈຸບັນ. 
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
      ນັກປະຫວັດສາດ, ນັກຂ່າວອາວຸໂສຂອງ ເຢຍລະມັນ Gerhard Feldbauer ຕີລາຄາບົດຂຽນມີຊື່ວ່າ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງ.
        ທ່ານ Gerhard Feldbauer ແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄຈ້ແຍກຢ່າງຮອບດ້ານ, ເລິກເຊິ່ງ ແລະ ລອບຄອບຖີ່ຖ້ວນກ່ຽວກັບເສັ້ນທາງກ້າວເດີນຂອງ ຫວຽດນາມ ພາຍຫຼັງໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945 ມາຮອດປັດຈຸບັນ, ພ້ອມທັງຊີ້ແຈ້ງວ່າ ໃນຕະຫຼອດໄລຍະນຳພາປະເທດຊາດ, ພັກກອມມູນິດ ຫວຽດນາມ ໄດ້ໝູນໃຊ້ລັດທິມາກ - ເລນິນ ເຂົ້າໃນເງື່ອນໄຂລະອຽດ ຂອງ ຫວຽດນາມ ຢ່າງມີຫົວຄິດປະດິດສ້າງ ເພື່ອແກ້ໄຂຫຼາຍບັນຫາທີ່ສັບສົນ. ນີ້ແມ່ນບັນດາບົດຮຽນອັນລ້ຳຄ່າ ບໍ່ພຽງແຕ່ສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງສຳລັບຫຼາຍປະເທດໃນໂລກອີກດ້ວຍ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top