• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ນັກບົ່ມເຜາະສ້າງນັກເຕະບານຍິງຫວຽດນາມ

ຊາວກວ່າປີຜ່ານມາ, ລຸງ ເຢືອງຄັກກຽມ, ອາຍຸ 68 ປີ ໄດ້ເປັນ ຄູຝຶກໂດຍບໍ່ມີຄ່າແຮງງານໃຫ້ແກ່ທິມນັກເຕະບານຍິງຂອງບ້ານຫງຽມຊວຽນ, ເມືອງ ເທື່ອງຕິນ, ຮ່າໂນ້ຍ. ຈາກບັນດາບົດຮຽນຂັ້ນເລີ່ມຕົ້ນພາຍໃຕ້ການສິດສອນ ຂອງລຸງ ກຽມ, ໄດ້ມີຫລາຍນັກເຕະບານຍິງທີ່ມີຄວາມສາມາດຫຼາຍຄົນໄດ້ປະກົດຂຶ້ນ ແລະ ກາຍເປັນນັກເຕະບານດີເດັ່ນຂອງທິມບານເຕະຍິງຮ່າໂນ້ຍ ແລະ ທິມ ຊາດຄື: ນາງ ຫງວຽນທິລີ້, ນາງ ຫງວຽນແທງເຮື່ອງ, ນາງ ໂດ໋ ຈາງ, ນາງ ຟ້າມທຸຈາງ, ນາງ ຟ້າມຫາຍອຽນ ແລະ ຜູ້ອື່ນໆ.
ໃນ​ນາມ​ເປັນ​ນັກທະຫານຄົນໜຶ່ງທີ່ໄດ້​ພັກ​ຜ່ອນກັບຄືນບ້ານ, ລຸງ ເຢືອງຄັກກຽມ ​ອາ​ດີດຮັກສາຕຳແໜ່ງເປັນຮອງຫົວໜ້າຄະນະ ກິລາຂອງຕາແສງ ຫງຽມຊວຽນ. ຕາແສງມີ​ຈຸດ​ປະ​ສົງຢາກຈັດຕັ້ງ ການແຂ່ງຂັນກິລາ, ​ລູງໄດ້​ຖືກມອບ​ຫມາຍໜ້າທີ່ເປັນຜູ້ຈັດຕັ້ງ​ປະ​ຕິ​ບັດຕົວ​ຈິງ ແລະ ​ຄົ້ນ​ຄິດ​ປະເພດກິລາທີ່​ມີ​ລັກ​ສະ​ນະ​ຄຶກ​ຄື້ນ ແລະ ທັງ​ມີ​ວັດ​ທະ​ນະ​ທຳ.
 
ແລ້ວສຸດທ້າຍ, ຕາແສງກໍ່ໄດ້ຕົກລົງ​ເຫັນ​ດີໃຫ້ລູງສ້າງຕັ້ງ​ທີມ​ບານເຕະຍິງຂຶ້ນ 2 ທິມທີ່​ມີຊື່ວ່າ: ​ທີມແທງຊວຽນ ແລະ ​ທີມຕວຍ ແຈ ເພື່ອຮັບໃຊ້ໃຫ້ແກ່ການແຂ່ງຂັນກິລາຂອງຕາແສງ, ດ້ວຍ ການເຂົ້າຮ່ວມຂອງ​ໄວ​ຫນຸ່ມ​ເພດ​ຍິງ​ຈຳ​ນວນ 30 ຄົນ, ໃນ​ເກນ​ອາຍຸ ແຕ່ 13 ຫາ 20 ປິ.


ເວ​ລາ 2 ໂມງ 30 ນາທີ ຕອນບ່າຍຂອງທຸກໆ ວັນ, ລຸງ ເຢືອງ ຄັກກຽມນຳ​ໃຊ້ ລົດຖີບຖີບໄປຫາເດີ່ນເຕະບານ
ຂອງຕາແສງ ເພື່ອຝຶກຊ້ອມໃຫ້ທິມບານເຕະຍິງຂອງບ້ານ.


ລູງເປັນຄົນມາຮອດ​ກ່ອນໝູ່ຫມົດເພື່ອກະກຽມກາງ​ຫນ່າງ, ​ກຽມ ເຄື່ອງອຸ​ປະ​ກອນຮັບໃຊ້ການ​ຝຶກ​​ຊ້ອມ.

ບັນ​ຊີຂໍ້ມູນກ່ຽວກັບນັກຝຶກ​ແອບເຕະບານຍິງ ລູງ​ໄດ້ຈົດກ່າຍ​ຕິດ​ຕາມ​ຢ່າງ​ລະ​ອຽດ.

ຄູຝຶກ ກຽມ ຕັກເຕືອນນັກກິ​ລາຍິງທຸກຄົນກ່ອນຈະເລີ່ມການ ຝຶກຊ້ອມ.

ສຳລັບນັກກິ​ລາ​ເຂົ້າໃໝ່ ຄູຝຶກຈະໄດ້ໄກ້​ຊິດ​ສະ​ເພາະໃນ​ເວ​ລາຝຶກຊ້ອມດ້ວຍ​ລາຍການ​ສົ່ງບານຂັ້​ນ​ພື້ນ​ຖານ. 

ເມື່ອ​ໃດ​ນັກ​ກີ​ລາ​ມີ​ຄວາມ​ສຳ​ນານ​ກັບໝາກບານແລ້ວ
ຄູຝຶກ ​ຈະແນະນຳໃຫ້ຮູ້​ເພີ່ມຕື່ມກ່ຽວ​ກັບວິທີການຫລິ້ນທີ່ຍາກກວ່າ.


ພາຍໃຕ້ການສິດສອນຂອງຄູຝຶກ ກຽມ, ທິມບານເຕະຍິງຂອງ ບ້ານ ຫງຽມຊວຽນ ນັບມື້ມີ​ການພັດທະນາຂຶ້ນ
ແລະ ປະກອບສ່ວນ​ຊ່ວຍທິມບານເຕະຍິງ​ຂອງ ຮ່າໂນ້ຍ ກໍ່ຄືໃນ​ລະ​ດັບທິມຊາດ​ຕັ້ງ​ຫລາຍ​ຄົນ.


ບັນດາສາວໆຂອງບ້ານ ຫງຽມຊວຽນ ເມົາມົວກັບ​ການ​ຫລິ້ນ ໝາກບານ.

ແຕກຕ່າງກັບບານເຕະຊາຍ, ຄູຝຶກ ກຽມ ມີ​ຄວາມ​ເອົາ​ໃຈ​ໃສ່ຕິດ ຕາມ ແລະ ບອກສອນຢ່າງລະອຽດລະອໍ
ຕໍ່​ນັກ​ກີ​ລານັກເຕະບານ ຍິງເພື່ອຫຼີກລ້ຽງການ​​ເກີດບາດເຈັບທີ່ບໍ່​ຫນ້າ​ຈະ​ເຈັບ. 


ພາຍຫຼັງ​ໄດ້ຝຶກຊ້ອມຫລິ້ນບານ​ເຕະນຳຄູຝຶກກຽມມາ​ໄດ້ ໄລຍະ ໜຶ່ງ, ນັກເຕະບານຍິງ ນາງ ຕະເຟຶອງຖຸຍ
ໄດ້​ປະ​ຕິ​ບັດ​ຢ່າງມີ​ຄວາມຊຳນີຊຳນານ ​ວິ​ທີໃນ​ການຍິງປະຕູ.


ໃນຈຳນວນນັກເຕະບານຍິງ, ຄູຝຶກ ກຽມ ​ໄດ້ເອົາໃຈໃສ່ ​ຕິດ​ຕາມ​ຜູ້​ທີ່​ມີ​ຄວາມ​ສາ​ມາດ​ຮັກ​ສາປະຕູ
ເພື່ອ​ຝຶກ​ແອບແບບ​ສະ​ເພາະ​ໃຫ້. 


ຮ​ອຍຍິ້ມ​ທີ່ເບີກບານມ່ວນຊື່ນຂອງຄູຝຶກ ແລະ ທິມເຕະບານຍິງ
ບ້ານ ຫງຽມຊວຽນ ຫຼັງການຝຶກຊ້ອມແຕ່​ລະ​ຄັ້ງ. 

ຄວາມ​ຈົດ​ຈຳ​​ທີ່​ລືມບໍ່​ໄດ້ ກ່ຽວ​ກັບ​ມື້​ທີ່​ຫາກໍ່​ເລີ່ມ​ສ້າງ​ທີມ​ບານ​ເຕະຂອງລຸງ​ກຽມ​ແມ່ນ: “ຫ່າງຈາກນີ້ 20 ປີ, ​ອາຫານການກິນ ຊາວບ້ານຍັງບໍ່​ທັນ​ອີ່ມ​ທ້ອງ​, ຈະເວົ້າຫຍັງເຖິງເລື່ອງກິລາ, ​ການ ເຕະບານ. ຂ້າພະເຈົ້າຕ້ອງໄປເຖິງເຮືອນ​ຂອງຊາວບ້ານທຸກ ຄົນ ເພື່ອປຸກລະດົມກຳລັງໃຈ. ​ໃຊ້​ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ, ສອງ​ປີ​ຕໍ່​ມາ​ຕາແສງຈິ່ງສ້າງຕັ້ງທິມບານເຕະຍິງໄດ້ສອງທິມ”.
 
ຕັ້ງແຕ່ນັ້ນ​ມາ, ລຸງກຽມໄດ້ກາຍເປັນຄູຝຶກທີ່ບໍ່​ມີ​ຄ່າ​ແຮງ​ງານ​ມາ ຈົນເຖິງປະຈຸບັນນີ້.  ຮູບພາບທີ່​ເປັນ​ຄົນເຖົ້າແກ່​ຫົວ​ລ້ານ, ຮູບ​ຮ່າງນ້ອຍໆ,​ ​ມີສີຜີວດຳ ແລະ ຜົມສີຂາວ, ແຕ່​ລະ​ວັນ​ຍັງ ພ້ອມໆ ກັບບັນດານັກເຕະບານຍິງຊ້ອມບານຢູ່ເດີ່ນບ້ານ​ໄດ້ກາຍເປັນ ພາບທີ່ບໍ່​ແປກ​ປະ​ຫລາດສຳລັບຊາວບ້ານບ້ານ ຫງຽມສາ.
 
ເກືອບ 20 ປີແລ້ວ, ຄູຝຶກ ກຽມ ໄດ້ຝຶກຊ້ອມນັກເຕະບານຍິງໄດ້​ປະ​ມານ 300 ຄົນ, ມີບາງຄອບຄົວລູງ​ໄດ້ສອນແຕ່ລຸ້ນແມ່ເຖິງ ລຸ້ນລູກ. ລຸງກຽມ ໄດ້ເອົາ​ບັນ​ຊີ​ລາຍ​ຊື່ ແລະ ຮູບຂອງບັນດານັກ ເຕະບານຍິງທີ່ເຄີຍໄດ້ຜ່ານ​ການ​ຝຶກ​ນຳເພິ່ນໃຫ້​ພວກ​ເຮົາ​ເບີ່ງ, ໃນຈຳນວນນັ້ນ, ມີນັກເຕະ​ຈຳ​ນວນ​ຫນຶ່ງທີ່ກຳລັງເປັນ ນັກເຕະ ບານໂດດເດັ່ນຂອງທິມບານເຕະຍິງ ຮ່າໂນ້ຍ ແລະ ທິມຊາດ ອີກຄື: ຫງວຽນທິລີ້,​ ຫງວຽນແທງເຮື່ອງ, ໂດ໋ທຸຈາງ, ຟ້າມ ທຸຈາງ, ຟ້າມຫາຍອຽນ ແລະ ອື່ນ.
ບົດ ແລະ ພາບ: ແຄງລອງ

bichlien

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top