• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ນັກຂຽນໜັງສືບູຮານຢູ່ທ້ອງຖະໜົນ

ບົດກະວີ “ພໍ່ເຖົ້າຂຽນໜັງສືບູຮານ” ຂອງທ່ານ ຫວູດິງລຽນ ໄດ້ຊາວ ຫວຽດນາມ ຫຼາຍເຊັ່ນຄົນ ເວົ້າ ແລະ ຫວນຄິດເຖິງ ຢ່າງຫຼວງຫຼາຍໃນໄລຍະປີໃໝ່. ໃນຊຸມປີມໍ່ໆ ມານີ້, ດ້ວຍຄວາມ ຮັກມັກກັບການຂຽນລວດລາຍໜັງສືແບບໂຕ ຫວຽດ, ບັນດາ ນັກຂຽນໜັງສືບູຮານໜຸ່ມນ້ອຍໄດ້ນຳຄວາມສວຍສົດງົດງາມຂອງບັນດາຕົວໜັງສືລົງສູ່ທ້ອງຖະໜົນ ເພື່ອປະກອບສ່ວນ ປົກປັກຮັກສາຮີດຄອງປະເພນີ ມອບຕົວໜັງສືໃນໄລຍະ ບຸນປີໃໝ່ຂອງຄົນ ຫວຽດນາມ.
ພາຍຫຼັງການເຄື່ອນໄຫວມາເປັນເວລາ 10 ປີ, ສະໂມສອນຂຽນລວດລາຍໜັງສືແບບໂຕ ຫວຽດ ແນດຫວຽດ ເຕົ້າໂຮມ ສະມາຊິກໄດ້ກວ່າ 30 ຄົນ. ເພື່ອຕ້ອນຮັບປີໃໝ່ປີລະກາ 2017, ສະໂມສອນໄດ້ຈັດຕັ້ງງານວາງສະແດງຜົນການປະດິດແຕ່ງ ດ້ວຍລວດລາຍໜັງສືແບບໂຕ ຫວຽດ ດ້ວຍຫົວຂໍ້ “ແນດຫວຽດ-ລວດລາຍຕົວໜັງສື ຫວຽດ - ຈິດໃຈ ຫວຽດ” ເພື່ອວາງສະແດງ 80 ບົດປະພັນດີເດັ່ນ ຮັບໃຊ້ໃຫ້ແກ່ໝູ່ສາມັນຊົນ ແລະ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
ເປັນຜູ້ສ້າງຕັ້ງສະໂມສອນຂຽນລວດລາຍໜັງສືແບບໂຕ ຫວຽດ ແນດຫວຽດ ຢູ່ນະຄອນ ໂຮ່ຈີມິນ ຫ່າງຈາກນີ້ 10 ປີກ່ອນ, ນັກຂຽນໜັງສື ບູຮານໜຸ່ມ ຫງວຽນຫຽວຕິນ, ເກີດປີ 1980 ເປັນຜູ້ສະເໜີອອກຄວາມເຫັນ “ພໍ່ເຖົ້າຂຽນໜັງສືບູຮານມອບ ຕົວໜັງສືໃນໄລຍະບຸນປີໃໝ່ປະຈຳຊາດຢູ່ທ້ອງຖະໜົນ” ເມື່ອປິ 2006. ນັກຂຽນ ໜັງສືບູຮານໜຸ່ມ ຫງວຽນຫຽວຕິນ ມີຄວາມ ນັບຖືຄຸນຄ່າພິເສດ ຂອງລວດລາຍໜັງສືແບບໂຕຫວຽດ ແລະ ຢືນຢັນວ່າ ຕາມການຄົ້ນຄວ້າ ແລະ ເຂົ້າໃຈຂອງລາວເອງແມ່ນ “ຊາວ ຫວຽດນາມ ເປັນຜູ້ທຳອິດຂຽນຕົວໜັງສື ລາຕິນ ດ້ວຍປາກກາຂົນ”. 
 
ໃນວົງການນັກຂຽນໜັງສືບູຮານໜຸ່ມຢູ່ ນະຄອນ ໂຮ່ຈີມິນ, ບໍ່ມີຈັກຄົນທີ່ບໍ່ຮູ້ເຖິງນັກຂຽນໜັງສືບູຮານ ຮວາຫງຽມ, ເກີດປີ 1984, ປະຈຸບັນເປັນປະທານສະໂມສອນ ແນດຫວຽດ. ທ້າວ ຮວາຫງຽມ ຮູ້ຈັກກັບການຂຽນໜັງສືບູຮານໂດຍຄວາມບັງເອີນ, ເມື່ອລາວເຮັດວຽກຢູ່ໃນວັດ, ຂາດເຂີນຄວາມຮັກຂອງພໍ່ແມ່ ແຕ່ລາວໄດ້ຮັບການຝຶກຝົນຂຽນຕົວໜັງສືບູຮານກ່ຽວກັບຄວາມກະຕັນຍູຈາກລຸ້ນອ້າຍ. ເພາະສະນັ້ນ, ບັນດາລວດລາຍໜັງສືຂອງ ຮວາຫງຽມ ຄືມີຊີວິດຊີວາ, ຈັບໃຈທ່ານຜູ້ຊົມດ້ວຍຄວາມ ມິດຈິດມິດໃຈທີ່ສັກກາລະບູຊາຂອງແມ່ກັບລູກ. 


ງານວາງສະແດງຜົນການປະດິດແຕ່ງດ້ວຍລວດລາຍໜັງສືແບບໂຕ ຫວຽດ
ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນ
ສ້າງຕັ້ງສະໂມສອນ ຂຽນລວດລາຍໜັງສືແບບໂຕ ຫວຽດ
ແນດຫວຽດ ທີ່ຫໍວັດທະນະທຳ ແທງນຽນ ຢູ່ນະຄອນ ໂຮ່ຈີມິນ.



ງານວາງສະແດງຜົນການປະດິດແຕ່ງດ້ວຍລວດລາຍໜັງສືແບບ
ໂຕ ຫວຽດ ດຶງດູດການເຂົ້າຮ່ວມຂອງທ່ານຜູ້ຊົມທີ່ເປັນໄວໜຸ່ມ ນັບເປັນຈຳນວນຫຼວງຫຼາຍ
.


ມູນໜຶ່ງໃນຫ້ອງວາງສະແດງຜົນການປະດິດແຕ່ງດ້ວຍລວດລາຍໜັງສືແບບໂຕ ຫວຽດ.


ງານວາງສະແດງຜົນການປະດິດແຕ່ງດ້ວຍລວດລາຍໜັງສືແບບ
ໂຕ ຫວຽດ ໄດ້ແນະນຳເຖິງທ່ານຜູ້ຊົມບົດປະພັນກວ່າ 80 ບົດ
.


ບັນດາສະມາຊິກຂອງສະໂມສອນຂຽນລວດລາຍໜັງສືແບບໂຕ ຫວຽດ ແນດຫວຽດ
ລົງມອບຕົວໜັງສືໃນໄລຍະບຸນປີໃໝ່ ປະຈຳຊາດ ຢູ່ທ້ອງຖະໜົນ
.


ນັກຂຽນໜັງສືບູຮານ ຮວາຫງຽມ ສະແດງວິທີການ ຂຽນລວດລາຍໜັງສືແບບໂຕ ຫວຽດ. 

ໃນຊຸມປີມໍ່ໆ ມານີ້,  ການຂຽນລວດລາຍໜັງສືແບບໂຕ ຫວຽດ ມີການພັດທະນາຢ່າງເຂັ້ມແຂງ ແລະ ນັບມື້ນັບເປັນອາຊີບ, ສະແດງເທິງຫຼາຍວັດຖຸຄື: ໄມ້, ເຄື່ອງປັ້ນດິນເຜົາ, ເຈ້ຍຫຼາຍ ຊະນິດ ແລະ ອື່ນໆ.
ນັກຂຽນໜັງສືບູຮານ ບຸ່ຍຮຽນ, ເກີອປີ 1957, ເປັນຜູ້ທີ່ໄດ້ທັງທ້າວ ຫງວຽນຫຽວຕິນ, ຮວາຫງຽມ ພ້ອມກັບນັກຂຽນໜັງສື ບູຮານໜຸ່ມນ້ອຍຫຼາຍຄົນຢູ່ນະຄອນ ໂຮ່ຈີມິນ ໃຫ້ຄວາມນັບຖືຕໍ່ຄວາມສາມາດ ແລະ ນຳ້ຈິດນຳ້ໃຈກັບການຂຽນໜັງສືບູຮານ. ໄລຍະທຳອິດທີ່ຂຽນໜັງສືບູຮານ, ທ່ານ ບຸ່ຍຮຽນ ຮູ້ສຶກຄາໃຈ, ເຈັບຫົວຕໍ່ຕົວໜັງສືແຕ່ລະໂຕ, ແລ້ວຈາກບັນດາຕົວໜັງສືດັ່ງກ່າວ, ທ່ານ ບຸ່ຍຮຽນ ສະແດງອອກມາໄດ້ຈິດສຳນຶກ, ການສັງເກດຂອງຕົນເອງກັບຊີວິດ. ຈາກນັ້ນ, ທ່ານ ບຸ່ຍຮຽນ ຢາກຮັກສາໄດ້ຄວາມແຕກຕ່າງຂອງຕົວໜັງສື ຫວຽດ ແລະ ເພື່ອໃຫ້ລາວມີຄວາມເອກອ້າງທະນົງໃຈຕໍ່ພາສາທີ່ບັນພະບຸລຸດສ້າງຕັ້ງຂຶ້ນມາ.
 
ດ້ວຍຄວາມຮັກມັກເມົາມົວກັບຕົວໜັງສື, ຜ່ານປາກກາຂົນ ທີ່ດີເດັ່ນຂອງນັກຂຽນໜັງສືບູຮານທີ່ໜຸ່ມນ້ອຍຄື: ບຸ່ຍຮຽນ, ຮວາຫງຽມ, ຮຽວຕິນ... ແນ່ນອນວ່າ ວັດທະນະທຳຂໍ ແລະ ໃຫ້ຕົວໜັງສືຈະປະກົດຂຶ້ນເທິງຖະໜົນ ໃນໄລຍະບຸນປີໃໝ່ປະຈຳຊາດ. 

ບົດປະພັນດີເດັ່ນຈຳນວນໜຶ່ງຂອງສະໂມສອນຂຽນລວດລາຍ
ໜັງສືແບບໂຕ ຫວຽດ ແນດຫວຽດ:






























ບົດ: ຫງວຽນຫວູແທ່ງດາດ - ພາບ: ຫງວຽນລວນ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top