• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ນັກກິລາຍິງປືນ ຮວ່າງຊວນວີງ ແລະ ບາດຍິງກ້າວເຂົ້າສູ່ປະຫວັດສາດ

ເມື່ອໄດ້ຊົມເບິ່ງລາຍການຖ່າຍທອດສົດ ນັກຍິງປືນ ຮວ່າງຊວນວີງ ແຂ່ງຂັນໃນຮອບຊີງຊະນະເລີດທີ່ Olympic Rio 2016 (ບຣາຊີນ), ນັກເຊຍ ຫວຽດນາມ ຫຼາຍລ້ານຄົນ ຮູ້ສຶກຕື້ນເຕັ້ນ ແລ້ວຊື່ນໃຈເມື່ອເຫັນນັກກິລາ ຮວ່າງຊວນວີງ ທຳລາຍສະຖິຕິ Olympic ດ້ວຍ 202,5 ຄະແນນ ພາຍຫຼັງການຍິງປືນ 20 ເທື່ອ ແລະ ຍາດໄດ້ຫຼຽນຄຳ Olympic  ຫຼຽນທຳອິດໃນປະຫວັດສາດມາໃຫ້ແກ່ກິລາ ຫວຽດນາມ ໃນວັນທີ 7 ສິງຫາ 2016. ຫຼັງຈາກນັ້ນ 3 ວັນ, ນັກກິລາຍິງປືນ ຮວ່າງຊວນວີງ ກໍ່ຍາດໄດ້ຫຼຽນເງິນຫຼຽນໜຶ່ງ ໃນປະເພດປືນສັ້ນຍິງຊ້າ 50 ແມັດ ເພດຊາຍ. ໜ້ອຍຄົນຮູ້ວ່າ ເພື່ອຍາດໄດ້ຜົນສຳເລັດດັ່ງກ່າວນັ້ນ, ນັກກິລາ ຮວ່າງຊວນວີງ ຕ້ອງຮັບມືກັບພະຍາດສາຍຕາສັ້ນ ແລະ ໝາກຫົວໃຈອ່ອນເພຍລົງ, ນັ້ນແມ່ນພະຍາດທີ່ສ້າງສິ່ງກີິດຂວາງໃນການແຂ່ງຂັນກິລາ.
ບັນດາບາດຍິງທີ່ຍອດຢ້ຽມ
“ຂ້າພະເຈົ້າຫັນກັບສູ່ປະເທດຊາດ ແລະ ເຊື່ອໝັ້ນວ່າ ຊາວ ຫວຽດນາມ ຫຼາຍລ້ານຄົນກຳລັງໃຫ້ຄວາມສະໜັບສະໜູນ ແລະ ເພີ່ມກຳລັງແຮງໃຫ້ຂ້າພະເຈົ້າ. ເພາະສະນັ້ນ, ໃນເວລາຍິງບາດສຸດທ້າຍ, ຂ້າພະເຈົ້າຄິດເຖິງທຸງຊາດ, ອາດສາມາດເວົ້າໄດ້ວ່າ ເວລານັ້ນ ປະເທດຊາດນອນໃນຫົວໃຈຂອງຂ້າພະເຈົ້າຢູ່ແລ້ວ, ຂ້າພະເຈົ້າຕ້ອງສູ້ຮົບ, ຕ້ອງເອົາຊະນະໃຫ້ໄດ້, ເວລານັ້ນ ຂ້າພະເຈົ້າຄືໄດ້ຝຶກຝົນຫຼໍ່ຫຼອມເຈດຈຳນົງຂອງຄົນ ຫວຽດນາມ, ສະນັ້ນ ຂ້າພະເຈົ້າຈຶ່ງພະຍາຍາມແຂ່ງຂັນໃຫ້ດີທີ່ສຸດ”. ນັກກິລາຍິງປຶນ ຮວ່າງຊວນວີງ ໄດ້ເປີດອົກເປີດໃຈຄືແນວນັ້ນ ຫຼັງຈາກທີ່ຍາດໄດ້ຫຼຽນຄຳໃນປະເພດປືມລົມສັ້ນ 10 ແມັດເພດຊາຍຢູ່ Olympic Rio 2016. 

ດ້ວຍ 202,5 ຄະແນນໃນການຍິງ 20 ຄັ້ງ, ນັກກິລາຍິງປືນ
ຮວ່າງຊວນວີງ ຍາດໄດ້ຫຼຽນຄຳໃນປະເພດປືມລົມສັ້ນ 10 ແມັດເພດຊາຍທີ່  Olympic Rio 2016. ພາບ: EPA/VNA



ນັກກິລາຍິງປືນ ຮວ່າງຊວນວີງ ຫຼັງຈາກຍາດໄດ້ຫຼຽນຄຳ ແລະ ທຳລາຍສະຖິຕິໂລກໃນປະເພດປືນລົມສັ້ນ 10 ແມັດ
ເພດຊາຍທີ່ 
Olympic Rio 2016. ພາບ: EPA/VNA



ນັກກິລາຍິງປືນ ຮວ່າງຊວນວີງ ຍາດໄດ້ຫຼຽນຄຳດ້ວຍຄະແນນ ສູງກວ່າ 0,4 ຄະແນນເມື່ອທຽບກັບນັກກິລາຍິງປືນຍາດໄດ້
ຫຼຽນເງິນ
Felipe Almeida Wu ຂອງຄະນະນັກກິລາ ບຣາຊີນ. ຫຼຽນທອງແມ່ນຂອງນັກກິລາຍິງປືນ  Pang Wei,
ຄະນະນັກກິລາ ຈີນ. ພາບ: EPA/VNA



ນັກກິລາຍິງປືນ ຮວ່າງຊວນວີງ ຍາດໄດ້ຫຼຽນຄຳດ້ວຍຄະແນນ ສູງກວ່າ 0,4 ຄະແນນເມື່ອທຽບກັບນັກກິລາຍິງປືນຍາດໄດ້
ຫຼຽນເງິນ
Felipe Almeida Wu ຂອງຄະນະນັກກິລາ ບຣາຊີນ. ການເອົາຊະນະຂອງ ຮວ່າງຊວນວີງ
ໄດ້ສື່ສານ ສາກົນຕີລາຄາວ່າ ຄວາມປະສົບການ ແລະ ໃຈເຢັນ ເອົາຊະນະກຳລັງແຮງໄວໜຸ່ມຂອງນັກກິລາຍິງປືນ
 
Felipe Almeida Wu
. ພາບ: EPA/VNA



ນັກກິລາຍິງປືນ ຮວ່າງຊວນວີງ ຍາດໄດ້ຫຼຽນເງິນມາໃຫ້ແກ່
ຄະນະນັກກິລາ ຫວຽດນາມ ທີ່ Olympic Rio 2016 ເມື່ອ ວັນທີ 10 ສິງຫາ. ພາບ: EPA/VNA



ວັນທີ 10 ສິງຫາ, ດ້ວຍຜົນງານ 191,3 ຄະແນນໃນການຍິງ 20 ຄັ້ງ, ນັກກິລາຍິງປືນ ຮວ່າງຊວນວີງ ຍາດໄດ້ ຫຼຽນເງິນ
ໃນປະເພດປືນສັ້ນຍິງຊ້າ 50 ແມັດເພດຊາຍທີ່ Olympic Rio 2016. ພາບ: Xinhua/VNA

ຫຼັງຈາກເວລາປະຫວັດສາດນັ້ນ, ໜັງສືພິມ Euro Sports ໄດ້ລົງຂ່າວວ່າ: “ຮວ່າງຊວນວີງ ຍາດໄດ້ຫຼຽນຄຳຫຼຽນທຳອີດໃຫ້ແກ່ ຫວຽດນາມ. ນັກກິລາຍິງປືນອາຍຸ 41 ປີ ເອົາຊະນະນັກກິລາຍິງປືນອາຍຸ 24 ປີຂອງປະເທດເຈົ້າພາບ ບຣາຊີນ ດ້ວຍບາດຍິງຄັ້ງສຸດທ້າຍທີ່ຍອດຢ້ຽມ”. ສ່ວນໜັງສືພິມ Daily Mail (ອັງກິດ) ໄດ້ລົງຂ່າວດ້ວຍຫົວຂ້ໍ: “ນັກກິລາຍິງປືນຊື່ວ່າ ວີງ ສ້າງປະຫວັດສາດໃຫ້ແກ່ ຫວຽດນາມ.”
 
ສຳນັກຂ່າວສານ CNN (ອາເມລິກາ) ຍ້ອງຍໍນັກກິລາຍິງປືນ ຮວ່າງຊວນວີງ ຜ່ານທາງ Twitter: “ຮວ່າງຊວນວີງ ຍາດໄດ້ຫຼຽນຄຳ Olympic ຫຼຽນທຳອິດໃນປະຫວັດສາດໃຫ້ແກ່ ຫວຽດນາມ, ລາວເອົາຊະນະໃນປະເພດປືມລົມສັ້ນ 10 ແມັດເພດຊາຍ.”

ວັນທີ 10 ສິງຫາ 2016, ທີ່ປະເພດປືມສັ້ນຍິງຊ້າ 50 ແມັດ ເພດຊາຍ, ຮວ່າງຊວນວີງ ຍາດໄດ້ຫຼຽນເງິນ ແລະ ນອນໃນກຸ່ມນັກກິລາ 4 ຄົນດີເດັ່ນທີສຸດຢູ່ Olympic Rio 2016 ນັບຮອດ ວັນທີ 10 ສິງຫາ.  ຕໍ່ເຫດການດັ່ງກ່າວ, ທາງຫາງສຽງຢູ່ ຫວຽດນາມ ໄດ້ລົງຂ່າວວ່າ: “ຮວ່າງຊວນວີງ, ຫວຽດນາມ ຮູ້ສຶກເອກອ້າງທະນົງໃຈເພື່ອອ້າຍ”.

ຜູ້ບ່າວຄົນໜຶ່ງເປັນສາຍຕາສັ້ນແຕ່ມັກປະເພດກິລາຍິງປືນ
ແມ່ເສຍຊີວິດເມື່ອອາຍຸຫາກໍ່ 3 ປີ, ສະພາບການເປັນຢູ່ທີ່ ກວາງຈີ້ ກໍ່ທຸກຍາກ, ສະນັ້ນ ຕອນຍັງເປັນບ່າວ, ສຸຂະພາບຂອງ ຮວ່າງຊວນວີງ ບໍ່ດີປານໃດ. ຮຽນຈົບຊັ້ນມັດທະຍົມຕອນປາຍ, ລາວພຽງແຕ່ສູງ 1 ແມັດ 60 ແລະ ເປັນສາຍຕາສັ້ນ. ເມື່ອອາຍຸ 18 ປີ, ຮວ່າງຊວນວີງ ເຂົ້າກອງທະຫານ ແລະ ເລີ່ມຫຼິ້ນປະເພດກິລາຍິງປືນເມື່ອອາຍຸ 20 ປີ.

 
ເມື່ອອາຍຸ 24 ປີ, ຮວ່າງຊວນວີງ ໄດ້ຮັບຜົນງານທຳອິດ ເມື່ອຍາດ ເອົາອັນດັບໜຶ່ງໃນການແຂ່ງຂັນຍິງປືນທະຫານທົ່ວກອງທັບ. ຫຼັງຈາກນັ້ນ ອີກ 2 ປີ, ລາວຍາດໄດ້ຫຼຽນຄຳ ແລະ ທຳລາຍ ສະຖິຕິໃນປະເພດປືມລົມສັ້ນ 10 ແມັດເພດຊາຍ. ຜົນງານ ດັ່ງກ່າວ ນຳ ຮວ່າງຊວນວີງ ເຂົ້າສູ່ທິມຍິງປືນແຫ່ງຊາດ. 

ພາບຕ່າງໆ ໃນການຝຶກແອບທີ່ສູນຝຶກອົບຮົມກິລາແຫ່ງຊາດກັບປືນສັ້ນຍິງເປົ້າຍິງ 50 ແມັດ
ຂອງນັກກິລາຍິງປືນ ຮວ່າງຊວນວີງ. ປືນໜ່ວຍນີ້ ໄດ້ອອກແບບດ້ວຍບໍລິສັດ ຜະລິດປືນ ສະວິດ.
ປຶນໜ່ວຍນີ້ ຍາດມາໃຫ້ລາວຫຼຽນຄຳ ແລະ ຫຼຽນເງິນທີ່ລຳ້ຄ່າຢູ່ Olympic Rio 2016:


ນັກກິລາຍິງປືນ ຮວ່າງຊວນວີງ ໃຫ້ຮູ້ວ່າ: “ຍິງຖືກເປົ້າແມ່ນສິ່ງທີ່ງ່າຍດາຍ, ຜູ້ໃດກໍ່ສາມາເຮັດໄດ້. ແຕ່ເປັນເຈົ້າຂອງການຍິງ
ປືນຈຶ່ງແມ່ນຍາກ, ມັນຂຶ້ນກັບການນຳໃຊ້ຈິດຕະສາດ ຫຼາຍກວ່າແມ່ນນຳໃຊ້ເຕັກນິກ”. ພາບ: ເຈືອງວັນວີ



ນັກກິລາຍິງປືນ ຮວ່າງຊວນວີງ ກວດກາປືນ ກ່ອນທີ່ຈະເລີ່ມ
ການຝຶກແອບທີ່ສູນຝຶກອົບຮົມກິລາແຫ່ງຊາດ. ພາບ: ເຈືອງວັນວີ



ນັກກິລາຍິງປືນ ຮວ່າງຊວນວີງ ໄດ້ຖືຄືເປັນນັກ “ແກະສະຫຼັກ”ຄົນໜຶ່ງເມື່ອຂັດຖູດ້າມປືນ
ໃຫ້ເໝາະກັບມືຂອງຕົນ ໃນເວລາ
ຝຶກແອບທີ່ສູນຝຶກອົບຮົມກິລາແຫ່ງຊາດ. ພາບ: ເຈືອງວັນວີ



3 ເດືອນກ່ອນທີ່ຈະໄປເຂົ້າຮ່ວມການແຂ່ງຂັນຢູ່ Olympic Rio 2016: ທິມຍິງປືນ ຫວຽດນາມ ແລະ ຮວ່າງຊວນວີງ
ຕ້ອງຝຶກ
ຢູ່ສູນຝຶກອົບຮົມກິລາແຫ່ງຊາດກັບປືນບໍ່ມີລູກປືນ. ພາບ: ເຈືອງວັນວີ



ຮວ່າງຊວນວີງ ຝຶກແອບກັບປະເພດປືນສັ້ນຍິງຊ້າ 50 ແມັດ
ທີ່ສູນຝຶກອົບຮົມກິລາແຫ່ງຊາດກັບປືນບໍ່ມີລູກປືນ. ພາບ: ເຈືອງວັນວີ



ຮວ່າງຊວນວີງ ຝຶກແອບກັບປະເພດປືນສັ້ນຍິງຊ້າ 10 ແມັດ
ທີ່ສູນຝຶກອົບຮົມກິລາແຫ່ງຊາດກັບປືນບໍ່ມີລູກປືນ. ພາບ: ເຈືອງວັນວີ

ເວລານັ້ນ, ຮວ່າງຊວນວີງ ເປັນພະຍາດສາຍຕາສັ້ນໜັກ ແລະ ໝາກຫົວໃຈອ່ອນເພຍລົງ, ບາງເທື່ອລາວກໍ່ຢາກເຊົາການແຂ່ງຂັນລະດັບສູງ. ແຕ່ດ້ວຍຕວາມອົດທົນ ພະຍາຍາມ ແລະ ນິໃສອົງອາດກ້າແກ່ນຂອງຜູ້ເປັນທະຫານ, ຮວ່າງຊວນວີງ ກໍ່ຜ່ານຜ່າຄວາມຫຍຸ້ງຍາກໃນດ້ານພະຍາດຢູ່ແລ້ວ. ເມື່ອແບ່ງປັນຄວາມຄິດຄວາມເຫັນກັບຝ່າຍໜັງສືພິມ, ຮວ່າງຊວນວີງ ໃຫ້ຮູ້ວ່າ ບັນດາບົດຝຶກແອບທີ່ແປກປະຫຼາດຂອງຄູຝຶກນາງ ຫງວຽນທິຍຸງ ຄື: ຕັ້ງສະມາທິ (ຢືນຢູ່ບ່ອນດຽວ, ຕີນມືບໍ່ເຄື່ອນເໜັງ, ບໍ່ເວົ້າບໍ່ວ່າໃນ 2 ຊ່ົວໂມງ), ບົດຝຶກຫັດແກ້ໄຂຈຸດອ່ອນແມ່ນຂາດຄວາມໝັ້ນໃຈ (ກ່ອນທີ່ຈະເລີ່ມການຝຶກແອບກໍ່ຮ້ອງຄຳຂວັນ) ປະກອບສ່ວນຢ່າງສຳຄັນ ຊ່ວຍໃຫ້ລາວ ຜ່ານພົ້ນໄດ້ຈຸດອ່ອນດ້ານຈິດໃຈ.

ໜ້ອຍຄົນຮູ້ໄດ້ວ່າ, ຕະຫຼອດເວລາ 17 ປີທີ່ທຳອາຊີບຍິງປືນ, ຮວ່າງຊວນວີງ ພ້ອມກັບເພື່ອນຮ່ວມທິມງານ ຕ້ອງຝຶກແອບດ້ວຍເປົ້າຍິງເປັນເຈ້ຍ, ຈຳນວນລູກປືນພຽງແຕ່ໄດ້ 1/5 ເມື່ອ ທຽບກັບບັນດານັກກິລາຍິງປືນຕ່າງໆ ໃນໂລກ. ກໍ່ຍ້ອນລູກປືນບໍ່ພໍໃຊ້, ຝຶກແອບຫຼາຍມື້, ຮວ່າງຊວນວີງ ພຽງແຕ່ຍົກປືນຂຶ້ນ ແນໃສ່ເປົ້າຍິງແລ້ວເອົາປືນລົງ. ຍ້ອນພື້ນຖານໂຄງລ່າງຮັບໃຊ້ການຝຶກແອບຢູ່ພາຍໃນຍັງມີຄວາມຈຳກັດ, ຝຶກແອບດ້ວຍ ເປົ້າຍິງເປັນເຈ້ຍ, ແຕ່ເວລາແຂ່ງຂັນຕ້ອງຍິງໃສ່ເປົ້າຍິງເອເລັກໂຕນິກ, ນັ້ນກໍ່ແມ່ນສິ່ງກີດຂວາງສຳລັບ ຮວ່າງຊວນວີງ ເມື່ອເຂົ້າຮ່ວມໃນການແຂ່ງຂັນລະດັບສູງ.
 
ຖ້າຫາກວ່າ ບັນດານັກກິລາຍິງປືນຕ່າງປະເທດ ເມື່ອຊືປຶນ ໜ່ວຍໃໝ່ ຈະມີຈັກບັບຕາມຂະໜາດມືຂອງຜູ້ຈັບ, ແຕ່ຢູ່ ຫວຽດນາມ, ນັກກິລາຍິງປືນຕ້ອງຂັດຖູດ້າມປືນຕາມແບບຫັດຖະກຳ. ສຳລັບນັກກິລາຍິງປືນ ຮວ່າງຊວນວີງ ກໍ່ຕ້ອງ ຂັດຖູດ້າມປືນໂດຍຕົນເອງ. ມີເທື່ອດຽວ ຮວ່າງຊວນວີງ ແລະ ເພື່ອນຮ່ວມທິມງານໄດ້ຄູຝຶກຫງວຽນທິຍຸງ ແລະ ນັກຊ່ຽວຊານ Park Chung Gun ພາໄປ ຝຶກແອບໃນສະໜາມຍິງປືນທີ່ທັນສະໄໝທີ່ສຸດໃນໂລກຢູ່ ສ.ເກົາຫຼີ ກ່ອນທີ່ຈະໄປເຂົ້າຮ່ວມ Olympic Rio 2016. ຫຼັງຈາກທີ່ໄດ້ພິຈາລະນາກັບຄູຝຶກ ຫງວຽນທິຍຸງ, ນັກຊ່ຽວຊານ Park Chung Gun ໃຫ້ ຮວ່າງຊວນວີງ ໄດ້ຝຶກບົດຝຶກຫັດທີ່ມີເຕັກນິກ ແລະ ລະດັບສູງ, ແຕ່ລາວບໍ່ຮູ້ສຶກເສຍແຮງ ແລະ ໜັກເກີນໄປ. ສິ່ງດັ່ງກ່າວ ປະກອບສ່ວນເຮັດໃຫ້ ຮວ່າງຊວນວີງ ບັນລຸໄດ້ຜົນງານດີເດັ່ນໃນການແຂ່ງຂັນຍິງປືນຢູ່ Olympic Rio 2016.
 
ຫຼາຍຄົນຈະຮູ້ສຶກຕົກຕະລຶງໃຈເມື່ອເຫັນຜົນງານທີ່ນັກຍິງປືນອາຍຸ 41 ປີ ຮວ່າງຊວນວີງ ຍາດໄດ້. ລາວທຳລາຍສະຖິຕິ ແລະ ຍາດໄດ້ຫຼຽນຄຳຫຼາຍຫຼຽນໃນການແຂ່ງຂັນຍິງປືນຢູ່ພາຍໃນ, ພາກພື້ນ ແລະ ໂລກ. ຫຼຽນຄຳ Olympic ຄັ້ງນີ້ໄດ້ເຮັດໃຫ້ນັກກິລາຍິງປືນ ຮວ່າງຊວນວີງ ກາຍເປັນນັກກິລາຫວຽດນາມ ດີເດັ່ນທີ່ສຸດຂອງສະຕະວັດທີ 21 ດ້ວຍບາດຍິງສ້າງປະຫວັດສາດ.

ໃນຕອນຄຳ່ຂອງວັນທີ 14 ສິງຫາ, ນັກກິລາຍິງປືນ ຮວ່ງາຊວນວີງ ກັບມາຮອດສະໜາມບິນສາກົນ ໂນ້ຍບ່າຍ.
ກອງເຊຍ, ໝູ່ເພ່ືອນ, ພີ່ນ້ອງ, ພະນັກງານຂະແໜງກິລາ…ໄດ້ມາຕ້ອນຮັບລາວ, ໃນນັ້ນ ມີທ່ານລັດຖະມົນຕີກະຊວງ
ວັດທະນະທຳ-ກິລາ ແລະ ທ່ອງທ່ຽວ ຫງວຽນງອກທ້ຽນ:

ກອງເຊຍກຳລັງກະກຽມການຕ້ອນຮັບນັກກິລາຍິງປືນ ຮວ່າງຊວນວີງ ແລະ ຄະນະນັກກິລາຍິງປືນທິມຊາດ
ກັບມາແຕ່
Olympic Rio 2016 ທີ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ຫວຽດລິງ



ກອງເຊຍກຳລັງກະກຽມຮູບ, ທຸງຊາດ ແລະ ດອກໄມ້ເພື່ອຕ້ອນຮັບ “ນັກວິນະຊົນ” ຮວ່າງຊວນວີງ
ຢູ່ສະໜາມບິນສາກົນ
ໂນ້ຍບ່າຍ ໃນຕອນຄຳ່ວັນທີ 14 ສິງຫາ. ພາບ: ຫວຽດລິງ



ບັນດານາຍທະຫານກຳລັງລໍຖ້າເພື່ອຕ້ອນຮັບ ສະຫາຍ ຮວ່າງຊວນວີງ ກັບດອກໄມ້ທີ່ສວຍງາມ. ພາບ: ຫວຽດລິງ


ທ່ານລັດຖະມົນຕີກະຊວງວັດທະນະທຳ-ກິລາ ແລະ ທ່ອງທ່ຽວ ຫງວຽນງອກທ້ຽນ
ມາຕ້ອນຮັບ ແລະ ອວຍພອນນັກກິລາ
ຍິງປືນ ຮວ່າງຊວນວີງ ແລະ ຄະນະນັກກິລາຍິງປືນທິມຊາດ
ກັບມາແຕ່
Olympic Rio 2016 ທີ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ເລມິງເຊີນ



ນັກກິລາຍິງປືນ ຮວ່າງຊວນວີງ ແລະ ກອງເຊຍ ທີ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ເລມິງເຊີນ


ວິນາທີເຕັມໄປດ້ວຍຄວາມສະເທືອນໃຈເມື່ອນັກກິລາຍິງປືນ
ຮວ່າງຊວນວີງ ກອດເມຍຂອງຕົນແມ່ນນາງ ຟານເຮືອງຢາງ. ພາບ: ເລມິງເຊີນ 



ນັກກິລາຍິງປືນ ຮວ່າງຊວນວີງ ກັບນັກຊ່ຽວຊານ Park Chung Gun ຢູ່ສະໜາມບິນສາກົນ ໂນ້ຍບ່າຍ
ເມື່ອວັນທີ 14 ສິງຫາ. ພາບ: ເລມິງເຊີນ

 

ບົດ: ທົງທ້ຽນ (ສະສົມ)
ພາບ: AFP, EPA, THX, ເຈືອງວັນວີ, ເລມິງເຊີນ ແລະ ຫວຽດລິງ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top