• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ​ໂຮ່ຈິ​ມິນ​ຜັນ​ຂະຫຍາຍ ລາຍ​​ການ​​ສັງ​ລວມ​ກ່ຽວ​ກັບ​ການ​ປ້ອງ​ກັນຕ້ານ​ພະຍາດ ໂຄວິດ-19 ​ໃນ​ປີ 2022-2023 ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຕອນເຊົ້າວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິງ  ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງໂລກລະບາດໂຄວິດ-19, ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນ ໃຫ້ຖັນແຖວພະນັກງານ, ພະນັກງານແພດໝໍ, ພາລະກອນສາທາລະນະສຸກ ນະຄອນໂຮ່ຈິມິນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິງ ຢື້ຢາມຖາມຂ່າວພະນັກງານຂະແໜງສາທາລະນະສຸກນະຄອນໂຮ່ຈີມິນ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິງ  ເນັ້ນໜັກວ່າ, ປີ 2022, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຈະຫຼາຍກ່ວາ ກາລະໂອກາດ ແລະ ຄວາມສະດວກ, ໂລກລະບາດຍັງຈະມີການຜັນແປຢ່າງສັບສົນດ້ວຍບັນດາສາຍພັນໃໝ່, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ນະຄອນ ໂຮ່ຈິມິນ ບໍ່ໄດ້ຖືເບົາ, ປະໝາດ, ເສຍສະຕິລະວັງຕົວ, ສືບຕໍ່ປ້ອງກັນຕ້ານພະຍາດໃຫ້ດີກວ່າ, ຜັນຂະຫຍາຍໂຄງການການສັງລວມກ່ຽວກັບການປ້ອງກັນຕ້ານໂລກລະບາດໂຄວິດ-19 ໃນປີ 2022-2023, ໂຄງການຟື້ນຟູ ແລະພັດທະນາເສດຖະກິດສັງຄົມ ຢ່າງມີປະສິດທິຜົນ. ພິເສດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຕ້ອງສັກວັກຊິນໃຫ້ແກ່ທຸກເປົ້າໝາຍຕາມຂໍ້ກຳນົດຢ່າງໄວກວ່າອີກ. ຍູ້ແຮງການຜັນຂະຫຍາຍການສັກວັກຊິນໃຫ້ແກ່ເດັກນ້ອຍທີ່ມີອາຍຸແຕ່ 12-17 ປີ; ສືບຕໍ່ຜັນຂະຫຍາຍບັນດາມາດຕະການຄວມຄຸມຄວາມສ່ຽງ, ປະຕິບັດຍຸດທະສາດປົກປ້ອງປະຊາຊົນນອນໃນກຸ່ມທີ່ມີຄວາມສ່ຽງສູງຢ່າງມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top