• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

“ນະຄອນໃນເມກ” ເທິງຈອມພູ ບ່ານ່າ

ນະຄອນທີ່ມີຄວາມງາມເໝືອນດັ່ງໃນຝັນ,  ອອກແບບຕາມສະ ຖາປັດຕະຍະກຳ ເອີຣົບ, ຕັ້ງຢູ່ເທິງຈອມພູ ບ່ານ່າ ໄດ້ກາຍເປັນແຫຼ່ງທ່ອງທ່ຽວທີ່ຈັບໃຈສຳລັບນັກທ່ອງທ່ຽວ ເມື່ອມາເຖິງນະຄອນ ດ່າໜັງ.
ພູ ບ່ານ່າ ຫ່າງຈາກໃຈກາງນະຄອນ ດ່າໜັງໄປທາງທິດ ຕາເວັນ ຕົກ ປະມານ 30 ກິໂລແມັດ, ຂຶ້ນກັບສາຍພູຫຼວງ (ເຈື່ອງເຊີນ), ໃນລະດັບຄວາມສູງ 1.487 ແມັດເມື່ອທຽບກັບໜ້ານຳ້ທະເລ ແລະ ເປັນໜຶ່ງໃນ ບັນດາຈອມພູສູງທີ່ ສຸດ, ສວຍງາມທີ່ສຸດຂອງ ພາກກາງ ຫວຽດນາມ ດ້ວຍອາກາດທີ່ສົດໃສ, ປອດໂປ່ງ, ເຢັນ ຕະຫຼອດປີ.
 
ປີ 2007, ກຸ່ມບໍລິສັດ Sun Group ໄດ້ລົງທຶນ, ກໍ່ສ້າງເຂດພັກ ຜ່ອນ ບ່ານ່າ Hills, ເຮັດໃຫ້ຈອມພູ ບ່ານ່າ ກາຍເປັນໜຶ່ງໃນບັນ ດາ ແຫຼ່ງທ່ອງທ່ຽວທີ່ປະທັບໃຈທີ່ສຸດຂອງ ດ່າໜັງ ດ້ວຍກິດຈະ ກຳຫຼາຍແຫ່ງມີສະຖາປັດຕະຍະກຳພິເສດ ທີ່ເປັນສັນຍາຫຼັກ ຂອງ ຝຣັ່ງ ແລະ ລະບົບກະເຊົ້າລອຍຟ້າ ທີ່ທັນສະໄໝລະດັບ ໂລກ.
 
ແຕ່ກ່ອນ, ເພື່ອພິສິດຈອມພູ ບ່ານ່າ, ນັກທ່ອງທ່ຽວຕ້ອງຜ່ານຜ່າໄລຍະທາງ 15 ກິໂລແມັດ ຕາມເສັ້ນທາງຄົດລ້ຽວ ທີ່ເຕັມໄປ ດ້ວຍຄວາມອັນຕະລາຍ, ປະຈຸບັນໃຊ້ເວລາພຽງ 30 ນາທີ ດ້ວຍ ກະເຊົ້າລອຍຟ້າ ກໍເຖິງຈອມພູ ບ່ານ່າ. 

ເຂດທ່ອງທ່ຽວ ບ່ານ່າ Hills ໄດ້ກໍ່ສ້າງເທິງຈອມພູ ບ່ານ່າ ດ້ວຍ
ລະດັບຄວາມສູງ 1.478 ແມັດເມື່ອທຽບກັບໜ້ານຳ້ທະເລ.​ ພາບ: ເຕິດເຊີນ



ລະບົບກະເຊົ້າລອຍຟ້າ ທີ່ທັນສະໄໝ ລະດັບໂລກ ຈະສົ່ງນັກ ທ່ອງທ່ຽວຂຶ້ນໄປຫາຈອມພູ ບ່ານ່າ
ດ້ວຍຄວາມປອດໄພ ແລະ ສະດວກສະບາຍ. ພາບ: ເຕິດເຊີນ



ນັກທ່ອງທ່ຽວມາຢ້ຽມຢາມບ້ານ ຝຣັ່ງ, ນີ້ແມ່ນກິດຈະກຳ ປະທັບ ໃຈກວ່າໝູ່ຂອງເຂດທ່ອງທ່ຽວ ບ່ານ່າ Hills
ດ້ວຍສະຖາປັດຕະຍະກຳ ເອີຣົບ... ພາບ: ກົງດາດ



... ແລະ ຖ່າຍຮູບ ຂອງ ບັນກາຮູບພາບ ທີ່ເປັນທີ່ລະນຶກ ຂອງ ເຂດທ່ອງທ່ຽວບ່ານ່າ Hills
ໄວ້ເປັນທີ່ລະນຶກ. ພາບ: ກົງດາດ



ຈາກຫໍລະຄັງ, ນັກທ່ອງທ່ຽວສາມາດຊົມເບິ່ງທັດສະນີຍະພາບທີ່ ສວຍງາມຂອງບ້ານ ຝຣັ່ງ. ພາບ: ກົງດາດ


ເຂດໂບດ ໄດ້ຮັບການກໍ່ສ້າງຕາມສະຖາປັດຕະຍະກຳຂອງ ຝຣັ່ງ
ແລະ ເປັນໃຈກາງຂອງໝູ່ບ້ານ ຝຣັ່ງ. ພາບ: ເຕິດເຊີນ



ບັນດາກິດຈະກຳກໍ່ສ້າງຕາມສະຖາປັດຕະຍະກຳຝຣັ່ງ ເທິງ ຈອມພູ ບ່ານ່າ. ພາບ: ເຕິດເຊີນ


ລະບຽງຂອງໂຮງແຮມຫຼາຍຫຼັງໄດ້ຮັບການປະດັບປະດາດ້ວຍໂຖດອກໄມ້. ພາບ: ກົງດາດ


ແຕ່ຈອມພູ ບ່ານ່າ, ນັກທ່ອງທ່ຽວສາມາດຊົມເບິ່ງທັດສະນີຍະພາບທີ່ສວຍສົດງົດງາມ
ຂອງນະຄອນ ດ່າໜັງ. ພາບ: ກົງດາດ

ຫາກໍ່ກ້າວລົງຈາກກະເຊົ້າລອຍຟ້າ, ຕ້ອນຮັບພວກຂ້າພະເຈົ້າ ຢູ່ ເທິງຈອມພູ ບ່ານ່າ ແມ່ນອາກາດທີ່ເຢັນສະບາຍ, ແສງແດດ, ລົມ ແລະ ເມກ. ບັນດາຂີ້ເຝື້ອ ລ່ອງລອຍຕ່ຳໆ ບາງຄັ້ງເຂົ້າໄປ ເຖິງໃກ້ເຮືອນ, ໃກ້ຈົນຂະໜາດນັກທ່ອງທ່ຽວສາມາດສຳພັດໄດ້.

ຢືນເທິງຈອມພູ ບ່ານ່າ, ພວກຂ້າພະເຈົ້າຮູ້ສຶກຄືພວມຫຼົງເຂົ້າໃນແດນສະຫວັນ ບົນໂລກມະນຸດ. ຄວາມຫ່ວງເປັນໃຍ, ຄວາມ ວຸ່ນວາຍຂອງຊີວິດປະຈຳວັນຄ່ອຍໆ ຫາຍໄປ ກັບທ້ອງຟ້າທີ່ ກວ້າງໃຫຍ່ໄພສານ.

ພວກຂ້າພະເຈົ້າເລີ່ມການເດີນທາງໄປຄົ້ນຫາຈອມພູ ບ່ານ່າ ແຕ່ ສວນດອກໄມ້ Le Jardin d’Amour. ທີ່ນີ້ ມີດອກໄມ້ຫຼາຍສາຍ ພັນ ໄດ້ປູກລຽນຕາມເສັ້ນທາງຍ່າງ. ສວນດອກໄມ້ ແຫ່ງນີ້ໄດ້ ແບ່ງເປັນຫຼາຍຂົງເຂດຄື: ສວນ ສວຍເມີ, ສວນ ອວຽນເອືອງ ແລະ ອື່ນໆ.

ສວນດອກໄມ້  Le Jardin d’Amour ມີດອກໄມ້ຫຼາຍສາຍພັນ ໄດ້ປູກລຽນຕາມເສັ້ນທາງຍ່າງ. ພາບ: ເຕິດເຊີນ


ມາ ບ່ານ່າ Hills, ນັກທ່ອງທ່ຽວຈະໄດ້ເຈືອຈານເຂົ້າກັບບັນດາ ຈັງຫວະຂອງສຽງດົນຕີ, ບັນດາການສະແດງສິລະປະ
ທີ່ດີເດັ່ນ
ຂອງນັກສະແດງຕາມທ້ອງຖະໜົນ ມາຈາກຫຼາຍປະເທດ ໃນ ໂລກ. ພາບ: ກົງດາດ



ນ້ອງນ້ອຍຫຼາຍຄົນເຕັ້ນຟ້ອນກັບນັກສະແດງສິລະປະຕາມທ້ອງ
ຖະໜົນ ເທິງ ບ່ານ່າ Hills. ພາບ: ກົງດາດ



ນັກສະແດງສິລະປະຕາມທ້ອງຖະໜົນ ມາຈາກຫຼາຍປະເທດໃນ ໂລກ ຖືກເຊີນມາ ບ່ານ່າ Hills
ເພື່ອສະແດງສິລະປະຮັບໃຊ້
ນັກທ່ອງທ່ຽວ. ພາບ: ເຕິດເຊີນ



ພິເສດ, ຖ້າມາ ບ່ານ່າ Hills ຖືກກັບໄລຍະຈັດງານ ບຸນເບຍ, ນັກທ່ອງທ່ຽວ ຈະໄດ້ດື່ມເບຍເຢັນຫຼາຍຈອກ
ແລະ ເຕັ້ນຟ້ອນ
ຕາມຈັງຫວະສຽງດົນຕີຂອງງານບຸນ ຕາມທ້ອງຖະໜົນ. ພາບ: ເຕິດເຊີນ



ນັກທ່ອງທ່ຽວຈະໄດ້ບັນທຶກພາບ ທີ່ປະທັບໃຈເທິງ ບ່ານ່າ Hills ກັບນັກສິລະປິນຕ່າງປະເທດ. ພາບ: ກົງດາດ
ອອກຈາກສວນດອກໄມ້ Le Jardin d’Amour ທີ່ສວຍງາມ, ພວກຂ້າພະເຈົ້າມາຢາມບ້ານ ຝຣັ່ງ. ນີ້ເປັນໜຶ່ງໃນບັນດາ ກິດ ຈະກຳປະທັບໃຈທີ່ສຸດຂອງເຂດທ່ອງທ່ຽວ ບ່ານ່າ Hills. ບ້ານ ແຫ່ງນີ້ ມີເຮືອນບູຮານຫຼາຍຫຼັງປຸກຕິດກັນ, ຈະຕຸລັດ, ໂບດ, ໂຮງ ແຮມ... ເວລາຍ່າງຫຼິ້ນໃນ ໝູ່ບ້ານແຫ່ງນີ້ ພວກຂ້າ ພະເຈົ້າຮູ້ສຶກ ຄືກຳລັງຍ່າງຫຼິ້ນທີ່ໝູ່ບ້ານ ແຫ່ງໜຶ່ງຢູ່ ຝຣັ່ງ ໃນສະຕະວັດທີ XX ເທິງຈອມພູ ບ່ານ່າ.
 
ໂຊກດີທີ່ພວກຂ້າພະເຈົ້າມານີ້ ຖືກກັບໄລຍະຈັດງານບຸນ ເບຍ. ເຈືອຈານເຂົ້າກັບຫວ່າງເວຫາຂອງການສະແດງສິລະປະ ຕາມ ທ້ອງຖະໜົນຂອງບັນດານັກສິລະປິນມາຈາກຫຼາຍປະເທດໃນ ໂລກ, ພວກຂ້າພະເຈົ້າຮູ້ສຶກຄືພວມມີໜ້າຢູ່ໃນງານບຸນ ໜຶ່ງທີ່ເອີຣົບ.
 
ມາ ບ່ານ່າ Hills, ນັກທ່ອງທ່ຽວ ໄດ້ມີໂອກາດຄົ້ນຫາຫໍລະຄັງ, ກິດຈະກຳໜຶ່ງໄດ້ອອກແບບຕາມສະຖາປັດຕະຍະກຳຂອງສາສະໜາພຸດຢູ່ເທິງຈອມພູ ບ່ານ່າ. ທີ່ນີ້ ມີລະຄັງໜ່ວຍໜຶ່ງເຮັດ ດ້ວຍ ທອງ, ມີນຳ້ໜັກ 1 ໂຕນ ຊຶ່ງມີລວດລາຍຢ່າງສວຍງາມ. ຢູ່ທີ່ນີ້, ນັກທ່ອງທ່ຽວ ສາມາດ ຊົມທັດສະນີຍະພາບທີ່ສວຍ ງາມຂອງ ບ້ານຝຣັ່ງ ຊຶ່ງຕັ້ງຢູ່ທ່າມກາງເມກໝອກ, ແນມອອກໄປໄກໆ ແມ່ນ ນະຄອນ ດ່າໜັງ ທີ່ສະຫງ່າ ທ່າມກາງແສງແດດ ຂອງ ແຄມທະເລ ທີ່ໃສເຢັນ.
 
ໃນຕອນກາງຄືນ, ຫວ່າງເວຫາຢູ່ ບ່ານ່າ ເຕັນໄປດ້ວຍຄວາມສະຫງົບງຽບ ແລະ ຄວາມມະຫັດສະຈັນ. ອຸ່ນຫະພູມຢູ່ເທິງພູຈະເຢັນລົງຄືອາກາດຂອງລະດູໜາວ. ແສງສະຫວ່າງຈາກນະ ຄອນ ດ່າໜັງ ຄືທຽນຫຼາຍເຫຼັ້ມ ກຳລັງເຮັດໃຫ້ “ນະຄອນໃນ ເມກ” ໄດ້ອົບອຸ່ນຂຶ້ນ.



ປີ 2013, ກະເຊົ້າລອຍຟ້າ ບ່ານ່າ ອົງການສະຖິຕິ Guinness ໂລກ ຮັບຮອງ 4 ສະຖິຕິຂອງໂລກຄື: ກະເຊົ້າລອຍຟ້າສາຍດຽວ ຍາວທີ່ສຸດ, ລະດັບຜິດດ່ຽງ ລະຫວ່າງສະຖານີຂຶ້ນ ແລະ ລົງ ສູງ ທີ່ສຸດ, ລວງຍາວຂອງສາຍ ກາບບໍ່ຕໍ່ສາຍ ຍາວທີ່ສຸດ ແລະ ມ້ວນ ສາຍກາບໜັກທີ່ສຸດ ໃນໂລກ. 


ບົດ ແລະ ພາບ: ເຕິດເຊີນ, ກົງດາດ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top