• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ປະຕິບັດສະພາບການປົກກະຕິໃຫມ່

ພາຍຫລັງປະຕິບັດການແຍກຫ່າງຢ່າງເຄັ່ງຄັດເພື່ອຮັບໃຊ້ວຽກງານປ້ອງກັນຕ້ານໂລກລະບາດໂຄວິດ -19, ແຕ່ວັນທີ 1 ຕຸລາ, ນະຄອນໂຮ່ຈີມິນ ເລີ່ມປະຕິບັດສະພາບການປົກກະຕິໃຫມ່. ຕາມນັ້ນແລ້ວ, ມີການເຄື່ອນໄຫວຜະລິດດຳເນີນທຸລະກິດ ແລະ ການບໍລິການສາທາລະນະຫລາຍຢ່າງໄດ້ນຳເຂົ້າເຄື່ອນໄຫວຄືນໃຫມ່ ຕາມເນື້ອໃນຈິດໃຈ ປັບຕົວໃຫ້ແທດເໝາະກັບສະພາບການຢ່າງປອດໄພ. ເບື້ອງຕົ້ນ “ສະພາບການປົກກະຕິໃຫມ່” ພວມໄດ້ຮັບການສະຫນັບສະຫນູນ, ຕອບສະຫນອງຢ່າງຕັ້ງຫນ້າຈາກປະຊາຊົນເປັນຈຳນວນຫລວງຫລາຍ.

ລົດເມ 4 ສາຍທຳອິດຢູ່ ນະຄອນ ໂຮ່ຈີມິນ ໄດ້ກັບຄືນການເຄື່ອນໄຫວຄືນໃຫມ່

ໃນການແຍກຫ່າງສັງຄົມ 7 ຄັ້ງທີ່ແກ່ຍາວມາເປັນເວລາ 120 ມື້, ມີຫລາຍຄົນທີ່ເປັນພະຍາດຊຳເຮື້ອຢູ່ ນະຄອນ ໂຮ່ຈີມິນ ບໍ່ໄດ້ໄປກວດພະຍາດ ຍ້ອນກັງວົນຢ້ານຕິດເຊື້ອໂຄວິດ ແລະ ກໍ່ບໍ່ຢາກປະຕິບັດຫລາຍຂັ້ນຕອນລະບຽບການທີ່ສັບສົນ. ສະນັ້ນ ພາຍຫລັງ ຂໍ້ຕົກລົງຍົກເລີກການແຍກຫ່າງມີຜົນບັງຄັບໃຊ້, ຫລາຍຄົນໄດ້ຍາດເວລາໄປເຖິງໂຮງໝໍແຫ່ງຕ່າງໆເພື່ອກວດພະຍາດ.

ຕາມຂໍ້ຕົກລົງຜ່ອນຜັນການແຍກຫ່າງ (ຄຳສັ່ງເລກທີ 18) ຂອງນະຄອນ ໂຮ່ຈີມິນ, ການເຄື່ອນໄຫວເສດຖະກິດ, ການຜະລິດ ດຳເນີນທຸລະກິດ ແລະ ການບໍລິການ ໄດ້ອະນຸຍາດໃຫ້ເຄື່ອນໄຫວເປັນປົກກະຕິຄືນໃຫມ່, ໃນນັ້ນ ມີລົດເມ. ວັນທີ 5 ຕຸລາ ລົດເມ 4 ສາຍທຳອິດໄດ້ກັບຄືນການເຄື່ອນໄຫວຄືນໃຫມ່ ຢູ່ ເມືອງ ເກີນເຢີ່ ແມ່ນຫນຶ່ງໃນບັນດາທ້ອງຖິ່ນຄວບຄຸມໂລກລະບາດຢ່າງມີປະສິດທິຜົນທີ່ສຸດ ຢູ່ ບໍລິເວນນະຄອນໂຮ່ຈີມິນ ໃນໄລຍະຜ່ານມາ.

ການຟື້ນຟູການເຄື່ອນໄຫວ ລົດເມ ສາຍຕ່າງໆເຮັດໃຫ້ປະຊາຊົນຫລາຍຄົນທີ່ມີຄວາມຕ້ອງການ ແລະ ມີຄວາມຊິນເຄີຍນຳໃຊ້ລົດເມ ມີຄວາມງປິຕິຊົມຊື່ນຫລາຍ ພິເສດ ແມ່ນ ກຳມະກອນ, ຊາວຜູ້ອອກແຮງງານ. ເອື້ອຍ ຫງວຽນທິຈ່າ, ຫນຶ່ງໃນບັນດາຜູ້ທຳອິດຂີ່ລົດເມພາຍຫລັງໄລຍະແຍກຫ່າງສັງຄົມ ໃຫ້ຮູ້ວ່າ:

“ລົດເມ ສາຍນີ້ກັບຄືນສູ່ການເຄື່ອນໄຫວຄືນໃຫມ່ ເຮັດໃຫ້ການໄປມາຂອງພວກຂ້າພະເຈົ້າສະດວກທີ່ສຸດ. ດີໃຈຫລາຍເມື່ອຊີວິດການເປັນຢູ່ພວມຄ່ອຍໆກັບຄືນສູ່ສະພາບປົກກະຕິ. ນອກຈາກລົດເມ ສາຍນີ້ແລ້ວ ຂ້າພະເຈົ້າປາດຖະຫນາວ່າ ສາຍລົດເມອື່ນໆໃນຕົວເມືອງ ແລະ ພິເສດ ແມ່ນລົດຈັກບໍລິການຈະກັບຄືນມາເຄື່ອນໄຫວເປັນປົກກະຕິຄືນໃຫມ່.”

ຊີວິດການເປັນຢູ່ພວມຄ່ອຍໆກັບຄືນສູ່ສະພາບເປັນປົກກະຕິ ຢູ່ ນະຄອນໂຮ່ຈີມິນ ສິ່ງນີ້ຍັງສະແດງໃຫ້ເຫັນຜ່ານເລື່ອງເປີດປະຕູຕະຫລາດຫລາຍແຫ່ງຄື: ຕະຫລາດ ເບນແທ່ງ (ເມືອງ 1), ຕະຫລາດ ອານດົງ (ເມືອງ 5), ຕະຫລາດ ບີ່ງເທີຍ (ເມືອງ 11).. ຕາມການສະຖິຕິເບື້ອງຕົ້ນແລ້ວ, ພຽງໃນອາທິດທຳອິດຂອງເດືອນ ຕຸລາ, ມີຕະຫລາດ ຢ່າງຫນ້ອຍສຸດ 23 ແຫ່ງໄດ້ເປີດປະຕູຄືນໃຫມ່ຢູ່ ບໍລິເວນນະຄອນໂຮ່ຈີມິນ, ຮັບໃຊ້ຄວາມຕ້ອງການຄ້າຂາຍສິນຄ້າຂອງປະຊາຊົນ.

ຜູ້ຊື້ຜູ້ຂາຍ ລ້ວນແຕ່ປະຕິບັດມາດຕະການປ້ອງກັນເຊື້ອໂຄວິດ ຢ່າງເຂັ້ມງວດ. (ພາບ:nld.com.vn)

ໃນອາທິດທຳອິດປະຕິບັດການຜ່ອນຜັນແຍກຫ່າງສັງຄົມ, ມີຫລາຍບໍລິການສາທາລະນະທີ່ສຳຄັນໄດ້ກັບຄືນມາເຄື່ອນໄຫວຄືນໃຫມ່ຢູ່ບໍລິເວນນະຄອນ. ເພື່ອຮັບປະກັນການຮັບມືຢ່າງປອດໄພ,  ມາດຕະການຄວບຄຸມໂລກລະບາດຢ່າງເຄັ່ງຄັດຍັງຄົງສືບຕໍ່ໄດ້ຮັບການຜັນຂະຫຍາຍ, ປະຕິບັດ. ປ້າ ຫງວຽນທິທູຍຮັ່ງ, ປະຊາຊົນ ຕາແສງ 13 ເມືອງຟູຍ້ວນ ແບ່ງປັນກ່ຽວກັບເລື່ອງໄປເຮັດບັດປະຈຳຕົວຕິດ Chip ຢູ່ ທ້ອງຖິ່ນວ່າ:

“ຂ້າພະເຈົ້າຢືນລຽນແຖວ ສະນັ້ນ ຈຶ່ງເຮັດແລ້ວໄວ. ທຸກຄົນຕ້ອງປະຕິບັດມາດຕະການປ້ອງກັນໂລກລະບາດ, ເມື່ອເຂົ້າໄປໃນຫ້ອງ ຕຳຫລວດມາສີດຢາຂ້າເຊື້ອໃຫ້. ຫລັງຈາກນັ້ນ ຈຶ່ງປະຕິບັດຂັ້ນຕອນຕ່າງໆ. ເວົ້າລວມແລ້ວ ທຸກສິ່ງທຸກຢ່າງແມ່ນສະດວກ ແລະ ເຂັ້ມງວດທີ່ສຸດ”

          ການປະຕິບັດສະພາບປົກກະຕິໃຫມ່ ຢູ່ ນະຄອນ ໂຮ່ຈີມິນ ພວມໄດ້ຮັບຄວາມເຫັນດີເຫັນພ້ອມ ສະຫນັບສະຫນູນ ແລະ ຮ່ວມມືຢ່າງຕັ້ງຫນ້າຂອງປະຊາຊົນທຸກຖ້ວນຫນ້າ. ທ່ານ ຟານວັນໝາຍ ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ມີຄວາມເຊື່ອໝັ້ນວ່າ, ດ້ວຍສະພາບການໂລກລະບາດນັບມື້ນັບໄດ້ຮັບການຄວບຄຸມຢ່າງມີປະສິດທິຜົນ ພ້ອມກັບຄວາມເຊື່ອໝັ້ນ ແລະ ການສະຫນັບສະຫນູນຂອງປະຊາຊົນນະຄອນ, ຊີວິດການເປັນຢູ່ຂອງປະຊາຊົນ ຢູ່ ນະຄອນໂຮ່ຈີມິນ ຈະກັບຄືນສູ່ສະພາບປົກກະຕິໂດຍໄວ .

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top