• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ສຸມໃສ່ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ມີອາການເປັນໜັກ

      ຕອນບ່າຍວັນທີ 4 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ປະຊຸມກັບການນຳນະຄອນ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢ້ຽມຢາມ ພະນັກງານແພດໝໍຢູ່ໂຮງໝໍ ເຍິນເຢິນ ຢາດິ້ງ
            ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ຄວນລະດົມໂຮງໝໍແຫ່ງຕ່າງໆຂອງນະຄອນເຂົ້າຮ່ວມການປິ່ນປົວໃຫ້ຄົນເຈັບຕິດເຊື້ອພະຍາດໂຄວິດ - 19, ຮັບປະກັນການປະກອບອຸປະກອນການແພດ, ຊຸດປ້ອງກັນໃຫ້ແກ່ບັນດາໂຮງໝໍເຫຼົ່ານັ້ນຢ່າງຄົບຖ້ວນ.
        ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກໍໄດ້ໄປຢ້ຽມຢາມ ແລະ ລະດົມກຳລັງໃຈໃຫ້ແກ່ຖັນແຖວພະນັກງານແພດໝໍຢູ່ໂຮງໝໍ ເຍິນເຢິນ ຢາດິ້ງ. ນະທີ່ນີ້, ທ່ານເນັ້ນໜັກວ່າ: ທາງໂຮງໝໍຄວນມີການສົມທົບກັບໂຮງໝໍແຫ່ງອື່ນໆ ແລະ ບັນດາຮາກຖານປິ່ນປົວຂັ້ນລຸ່ມ ເພື່ອສົ່ງຜູ້ຕິດເຊື້ອໂຄວິດ - 19 ທີ່ມີອາກາດເປັນໜັກມາໂຮງໝໍຂັ້ນເທິງ ແລະ ເບິ່ງແຍງດູແລ, ປິ່ນປົວໃຫ້ແກ່ກໍລະນີເປັນໜັກໄດ້ຢ່າງທັນການ.
        ຕອນບ່າຍຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກຕາມ ກໍໄດ້ລົງຕິດຕາມກວດກາສະຖານທີ່ສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ຜູ້ອາຍຸສູງຂອງ ໂຮງໝໍ ບິ່ງແທ້ງ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top