• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ນະຄອນ ໂຮ່ຈີມິນ: ຕົວເມືອງ ທ່ີທັນສະໄໝ ແລະ ສະຫຼາດ

ພາຍຫຼັງ 45 ປີ ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນໜຶ່ງດຽວ, ນະຄອນ ໂຮ່ຈີມິນ ຈາກຕົວເມືອງໜຶ່ງ ທີ່ຖືກ ທຳລາຍ ຢ່າງໜັກໜ່ວງ ຍ້ອນສົງຄາມ ໄດ້ມີການປ່ຽນແປງ ຢ່າງກ້າວກະ ໂດດ ກາຍເປັນສູນກາງເສດຖະກິດແຖວໜ້າ ຂອງ ຫວຽດນາມ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ພ້ອມກັບການເພີ່ມຂຶ້ນ ຢ່າງຫຼວງຫຼາຍ ດ້ານ ຈຳນວນພົນລະເມືອງ ມີປະມານ 13 ລ້ານຄົນ, ການພັດທະນາ ແລະ ກາຍເປັນຕົວເມືອງສະຫຼາດ, ທັນສະໝ ແນໃສ່ຮັບໃຊ້ ຄວາມຕ້ອງການດີທີສຸດ ຂອງ ປະຊາຊົນ ແມ່ນເປົ້າໝາຍ ທີ່ອຳນາດການປົກຄອງ ນະຄອນ ກຳລັງຕັດສິນໃຈທ່ີຈະສ້າງ. 
ຜ່ານການເວລາ 45 ປີ ແຫ່ງການສ້າງສາ, ໄຊງ່ອນ - ນະຄອນ ໂຮ່ ຈີມິນ ໃນປັດຈຸບັນ ໄດ້ມີໂສມໜ້າຕົວເມືອງໃໝ່ ທີ່ໜຸ່ມແໜ້ນ, ທັນສະໄໝ, ແຕ່ຍັງຄົງຮັກສາໄວ້ໄດ້ ບັນດາຄຸນຄ່າ ທາງດ້ານວັດທະ ນະທຳ ແລະ ປະຫວັດສາດຢ່າງກົມກຽວກັນ. ຕຶກອາຄານ ທັນສະ ໄໝ ໄດ້ຖືກສ້າງຂຶ້ນ ຢ່າງຫຼວງຫຼາຍ, ກ່ອນໜ້ານີ້ແມ່ນ ຕຶກອາຄານ Bitexco ທີ່ໃຫຍ່ໂຕ ຢູ່ໃຈກາງ ເມືອງ 1 ຫຼື ຕຶກອາຄານ Landmark ສູງ 461 ແມັດ ຢູ່ເມືອງ ບິ່ງແທ້ງ ຊຶ່ງ ເປັນສັນຍາລັກທາງດ້ານເສດຖະກິດ ຂອງ ນະຄອນ ໃນປັດຈຸບັນ. ແຕ່ ໄຊງ່ອນ ຍັງມີສະຖານທີ່ຕ່າງໆ ເຊັ່ນ: ໂບດ ດຶກບ່າ, ໄປສະນີກາງ ຫຼື ໂຮງລະ ຄອນ ທີ່ມີຄວາມສວຍງາມ ແບບເກົ່າແກ່ງຽບຂຶມຕາມວັນເວລາ.

ຄຽງຄູ່ກັບບັນດາຕຶກອາຄານທ່ີໃຫຍ່ສູງ, ຍັງມີຖະໜົນຫຼາຍສາຍ ທີ່ກວ້າງຂວາງ ເຊັ່ນ: ຖະໜົນ ຫງວຽນວັນລິນ, ຖະໜົນ ຮ່າໂນ້ຍ, ຖະໜົນ ຫວໍວັນກຽດ, ຖະໜົນ ຟ້າມວັນດົ່ງ ຊຶ່ງຕັ້ງຢູ່ປະຕູເຂົ້າ-ອອກ ນະຄອນ ເພື່ອຕອບສະໜອງ ການເພີ່ມຂຶ້ນ ຕໍ່ຄວາມໜາແໜ້ນ ຂອງ ການຄົມມະນາຄົມ ຢູ່ຕົວເມືອງຢ່າງທັນການ. ນອກຈາກນັ້ນ, ບັນດາສາຍລົດເມ ທາງນຳ້ ໄດ້ ເຂົ້າສູ່ການເຄື່ອນໄຫວ ຫຼື ລະບົບ ລົດໄຟຟ້າ Metro ເລກ 1 ກຳລັງຢູ່ໃນໄລຍະສ້າງໃຫ້ສຳເລັດ ເພື່ອ ຕອບສະໜອງ ຄວາມຕ້ອງການ ດ້ານການຄົມມະນາຄົມ ທີ່ທັນສະໄໝ ຂອງ ນະຄອນແຫ່ງນີ້ອີກດ້ວຍ. 


ໃນຍາມລາຕີ, ນະຄອນໂຮ່ຈີມິນ ເບິ່ງຈາກແມ່ນຳ້ ໄຊງ່ອນ ລະຍິບລະຍັບ ຮູບພາບໂຄມໄຟ ທຸກສີ . ພາບ: ຢາງເຊີນດົງ


ທຳນຽບ ດົກເລິບ ຖືວ່າເປັນ “ໝາກຫົວໃຈ” ຂອງ ນະຄອນ ໂຮ່ຈີມິນ, ສັງກັດ ຫ້ອງວ່າການລັດຖະບານ, ເປັນບ່ອນຈັດການຕ້ອນຮັບແຂກຄົນທີ່ມາຈາກ ພາຍໃນ ແລະ ຕ່າງປະເທດ;
ທັງເປັນບ່ອນຕ້ອນຮັບບັນດາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ຢູ່ພາກໃຕ້ຫວຽດນາມ ແລະ ຈັດບັນດາງານສຳມະນາສາກົນ ແລະ ພາຍໃນ. ພາບ: ຢາງເຊີນດົງ



ລະບົບຫໍສະໝຸດໃນເຂດຕົວເມືອງ ຝູ໋ໝີ໊ຮຶງ. ພາບ: ເອກະສານ


 
Vietnam Motorshow, ໜຶ່ງໃນບັນດາເຫດການ ທີ່ມີຊື່ ສຽງໄດ້ຈັດຂຶ້ນ ຢູ່ນະຄອນ ໂຮ່ຈີມິນ ເປັນປະຈຳ ຊຶ່ງດຶງດູດການເຂົ້າຮ່ວມ
ຂອງ ລົດຍີ່ຫໍ້ຕ່າງໆ ທີ່ມີຊື່ສຽງໃນໂລກ. ພາບ: ຫງວຽນລວນ/VNP



ເຂດຕົວເມືອງ ຝູ໋ໝີ໊ຮຶງ ມີກ້ອງກາເມຣາຕິດຕາມກວ່າ 2000 ໜ່່ວຍ ໄດ້ຕິດຕັ້ງ ຢູ່ຕາມບັນດາຖະໜົນສາຍຫຼັກ, ປະກອບສ່ວນຮັກສາຄວາມສະຫງົບໃນພື້ນທີ່. ພາບ: ທົງຫາຍ/VNP 


ເຂດຕົວເມືອງ ຝູ໋ໝີ໊ຮຶງ ມີສິ່ງແວດລ້ອມແຫ່ງການດຳລົງຊີວິດ ທີ່ປອດໂປ່ງ ສົດໃສ ແລະ ໃກ້ຊິດກັບທຳມະຊາດ. ພາບ: ເອກະສານ

ນະຄອນ ໂຮ່ຈີມິນ ເປັນສະຖານທີ່ດຶງດູດຜູ້ມີຄວາມຮູ້ຄວາມສາ ມາດ, ເປັນບ່ອນໂຮມສູນບັນດາສິ່ງຍອດຍິ່ງ, ຈຸດທີ່ມາເພື່ອການສຶກສາ ຮໍ່າຮຽນ, ທັງເປັນບ່ອນລົງທຶນ ແລະ ຕັ້ງຖິ່ນຖານ ຂອງ ຄົນ ຕ່າງປະເທດ. ສິ່ງດັ່ງກ່າວເປັນໂອກາດ ແລະ ສິ່ງທ້າທາຍ ຂອງ ນະ ຄອນ ໃນດ້ານແຜນຜັງຕົວເມືອງ, ເຮັດແນວໃດໃຫ້ທັນ ກັບການ ເພີ່ມຂຶ້ນຢ່າງຫຼວງ ດ້ານຈຳນວນ ປະຊາກອນ, ທັງມຸ່ງສູ່ການກໍ່ສ້າງ ຕົວເມືອງທີ່ ສະຫຼາດ ແລະ ທັນສະໄໝ ແນໃສ່ຮັບໃຊ້ດີທີ່ສຸດ ຊີວິດ ການເປັນຢູ່ ຂອງ ປະຊາຊົນ. 

ຕຶກອາຄານ Landmark ກໍ່ສ້າງສໍາເລັດ ໃນປີ 2018, ສູງ 461 ແມັດ ມີ 81 ຊັ້ນ, ເປັນຕຶກອາຄານ ສູງສຸດຢູ່ ຫວຽດນາມ, ຈັດ ຢູ່ໃນຈຳນວນ 20 ຕຶກອາຄານສູງສຸດໂລກ ໃນປັດຈຸບັນ. 
ນະຄອນ ໂຮ່ຈີມິນ ເປັນສະຖານທີ່ດຶງດູດຜູ້ມີຄວາມຮູ້ຄວາມສາ ມາດ, ເປັນບ່ອນໂຮມສູນບັນດາສິ່ງຍອດຍິ່ງ, ຈຸດທີ່ມາເພື່ອການສຶກສາ ຮໍ່າຮຽນ, ທັງເປັນບ່ອນລົງທຶນ ແລະ ຕັ້ງຖິ່ນຖານ ຂອງ ຄົນ ຕ່າງປະເທດ. ສິ່ງດັ່ງກ່າວເປັນໂອກາດ ແລະ ສິ່ງທ້າທາຍ ຂອງ ນະ ຄອນ ໃນດ້ານແຜນຜັງຕົວເມືອງ, ເຮັດແນວໃດໃຫ້ທັນ ກັບການ ເພີ່ມຂຶ້ນຢ່າງຫຼວງ ດ້ານຈຳນວນ ປະຊາກອນ, ທັງມຸ່ງສູ່ການກໍ່ສ້າງ ຕົວເມືອງທີ່ ສະຫຼາດ ແລະ ທັນສະໄໝ ແນໃສ່ຮັບໃຊ້ດີທີ່ສຸດ ຊີວິດ ການເປັນຢູ່ ຂອງ ປະຊາຊົນ.

ພິເສດ, ນະຄອນ ໄດ້ມີນະໂຍບາຍເປີດປະຕູ, ສົ່ງເສີມ ແລະ ອຳ ນວຍຄວາມສະດວກຫຼາຍຢ່າງ ເພື່ອດຶງດູດບັນດານັກລົງທຶນ ຮ່ວມ ມືກັນ ພັດທະນາ ຕົວເມືອງທ່ີສະຫຼາດ. ຕາມນັ້ນ,  ບັນດາໂຄງການຕົວເມືອງນີ້ ໄດ້ຮັບການຈັດສັນ ສອດຄ່ອງ ກັບ ກຳນົດທິດ ພັດທະ ນາທ່ີຍືນຍົງ, ປະກອບສ່ວນ ຕອບສະໜອງຄວາມຮຽກຮ້ອງຕ້ອງ ການ ດ້ານຊີວິດການເປັນຢູ່ ທ່ີມີຄຸນນະພາບສູງ, ປອດໄພ, ທັນສະ ໄໝ ຂອງ ປະຊາຊົນ, ທັງປະກອບສ່ວນເຮັດໃຫ້ “ແກ້ວມະນີ ແຫ່ງ ຕາເວັນອອກໄກ” ແຫ່ງນີ້ ມີຄວາມຂະຫຍັນຂັນເຄື່ອນ, ມີການພັດ ທະນາ ມາແຕ່ກ່ອນ ສວຍງາມ ທັນສະໄໝ ຍິ່ງຂຶ້ນ.

ຫວນຄືນປະຫວັດສາດ ເມື່ອ 27 ປີ ຜ່ານມາ, ພື້ນທີ່ທິດໃຕ້ ໄຊງ່ອນ ລວມມີ ເມືອງ 7, ເມືອງ ຍ່າແບ່ ເຕັມໄປດ້ວຍລະບົບຄອງ    ເໝືອງ, ຖືກນໍ້າຖ້ວມເປັນປະຈຳ ແລະ ບໍ່ຄ່ອຍມີຄົນ ມາທີ່ນີ້ ເພື່ອການດຳລົງຊີວິດ. ແຕ່ວ່າ ມີນັກລົງທຶນໜຸ່ມ ກຸ່ມໜຶ່ງ ໄດ້ກ້າ ສະເໜີແນວຄວາມຄິດ ອອກແບບ ກໍ່ສ້າງຕົວເມືອງ ທັນສະໄໝ ແຫ່ງໜຶ່ງ ຊຶ່ງໄດ້ອ້ອມຮອບ ດ້ວຍບັນດາ ຄອງເໝືອງ ທຳມະຊາດ ທີ່ເຄີຍມີຢູ່ແລ້ວ. 

ໂດຍໄດ້ຮັບການສະໜັບສະໜູນ ແລະ ອຳນວຍຄວາມສະດວກ ຈາກອຳນາດການປົກຄອງ ໃນຄາວນັ້ນ, ຂະບວນການ ພັດທະນາ ນະຄອນ ສູ່ທາງທິດທະເລຕາເວັນອອກ, ເຂດຕົວເມືອງ ຝູ໋ໝີ໊ຮຶງ ມີ ເນື້ອທີ່ 443 ເຮັກຕາ ໄດ້ກໍ່ສ້າງສຳເລັດເປັນເທື່ອລະກ້າວ ໃນຮູບ ຮ່າງທັນສະໄໝ ຊຶ່ງດຶງດູດ ພົນລະເມືອງຫຼາຍປະເທດ ເກືອບ 40.000 ຄົນ ມາດຳລົງຊີວິດຢູ່ທີ່ນີ້.

ທ່ານນາງ ຮວ່າງມາຍ ພ້ອມກັບຄອບຄົວ ໄດ້ໃຊ້ຊີວິດ ໃນເຂດ Reverside Residence ຊຶ່ງຖືວ່າ ເປັນເຂດໃຈກາງ ຂອງ ຕົວ ເມືອງ ຝູ໋ໝີຮຶງ ເກືອບ 10 ປີ ຜ່ານມາ ໃຫ້ຮູ້ວ່າ ການດໍາລົງຊີວິດ ແລະ ເຮັດວຽກທຸກຢ່າງ ຢູ່ ຝູ໋ໝີ໊ຮຶງ ຕ່າງມີຄວາມປອດໄພ ແລະ ສະດວກ ອັນເນື່ອງຈາກ ບັນດາພື້ນຖານການສຶກສາ, ບັນເທີງ, ເຮັດວຽກ ຕະຫຼອດຮອດ ສູນການຄ້າ, ເດີ່ນກິລາ, ສະລອຍນຳ້, ຫ້ອງອອກກໍາລັງກາຍ ຕ່າງກໍໄດ້ຮັບການອອກແບບ ເພື່ອຄວາມສະດວກສະບາຍ ໃຫ້ແກ່ ປະຊາຊົນ.


 
ລະບົບສະລອຍນໍ້າ ຮັບໃຊ້ປະຊາຊົນ ອາໄສຢູ່ ຝູ໋ໝີ໊ຮຶງ. ພາບ: ເອກະສານ


ເຂດຕົວເມືອງ ຝູ໋ໝີ໊ຮຶງ ມີໂຮງຮຽນສາກົນ ຄຸນນະພາບສູງ ຫຼາຍແຫ່ງ. ພາບ: ເອກະສານ


ສະພາບແວດລ້ອມ ແຫ່ງການດຳລົງຊີວິດ ສີຂຽວ ຢູ່ເຂດ ຕົວເມືອງ ຝູ໋ໝີ໊ຮຶງ ນຳມາຊຶ່ງ ຄວາມສະບາຍໃຈ ໃນການຫຼິ້ນຂອງ ເດັກນ້ອຍ. ພາບ: ເອກະສານ


ເຂດຕົວເມືອງ ຝູ໋ໝີ໊ຮຶງ ມີເດ່ີນ ກອບ ຮັບໃຊ້ ຄວາມຕ້ອງການດ້ານຝືກແອບກິລາ ຂອງປະຊາຊົນ.ພາບ: ທົງຫາຍ/VNP


ມີຫຼາຍຄອບຄົວຊາວ ຫວຽດນາມໄດ້ເລືອກ ຝູ໋ໝີ໊ຮຶງ ເປັນບ່ອນຕັ້ງຖິ່ນຖານ ຍ້ອນນະແຫ່ງນີ້ ມີຄວາມສະດວກສະບາຍຫຼາຍຢ່າງໃນຊີວິດ. ພາບ: ທົງຫາຍ/VNP

ສ່ວນທ່ານ Ha JiWon, ຊາວ ສ ເກົາຫຼີ ດໍາລົງຊີວິດ ຢູ່ ຝູ໋ໝີ໊ຮຶງ ແຕ່ປີ 2007 ມາຮອດປັດຈຸບັນ ທີ່ເຂດ ຮຶງຢາ ຊຶ່ງເປັນສະຖານທີ່ ມີວົງຄະນາຍາດ ຊາວ ສ ເກົາຫຼີ ໃຊ້ຊີວິດ ຫຼາຍທີ່ສຸດ ໄດ້ກ່າວວ່າ: “ຂ້າ ພະເຈົ້າບໍ່ສາມາດຈຳແນກໄດ້ ບ່ອນໃດ ແມ່ນ ຫວຽດນາມ ແລະ ບ່ອນໃດແມ່ນ ສ ເກົາຫຼີ ອີກແລ້ວ ຍ້ອນສິ່ງແວດລ້ອມແຫ່ງການດຳ ລົງຊີວິດ ຢູ່ທີ່ນີ້ ປອດໂປ່ງ ສົດໃສ ແລະ ປອດໄພຫຼາຍ. ໝູ່ເພື່ອນ, ຄົນບ້ານໃກ້ເຮືອນຄຽງ ທີ່ເປັນມິດ ແລະ ຫ້າວຫັນ ນຳມາຊຶ່ງຈິດໃຈ ສະຫວາດສະເຫວີຍໃຫ້ ແກ່ຂ້າພະເຈົ້າ”. 

ຫຼັງ ຝູ໋ໝີ໊ຮຶງ ໄດ້ມີຫຼາຍໂຄງການຕົວເມືອງໃໝ່ ຊຶ່ງມີຂະໜາດ ແຕ່ 200 ເຮັກຕາຂຶ້ນໄປ ຕັ້ງຢູ່ຈຸດທີ່ຕັ້ງພູມີສາດທີ່ສະດວກສະບາຍ ຂອງ ນະຄອນ ໄດ້ເຊື່ອມຕໍ່ກັນ ປະກົດຕົວ ເປັນຮູບເປັນຮ່າງເຊັ່ນ: Diamond Island, Vinhomes Central Park, Sala, ໃຕ້ ແຣກຈ໋ຽກ, ຖູທຽມ, Lakeview City... ລ້ວນແຕ່ເປັນເຂດຕົວ ເມືອງ ທັນສະໄໝ, ລໍ້າຍຸກ. 
ຍິ່ງໄປກວ່ານັ້ນ, ຝູ໋ໝີ້ຮຶງ ຍັງຖືສຳຄັນການກໍ່ສ້າງພາບພົດ ທຳມະ ຊາດ ແລະ ສິ່ງແວດລ້ອມສີຂຽວ ໃຫ້ແກ່ຕົວເມືອງອີກດ້ວຍ. ປະຈຸບັນ, ຝູ໋ໝີ໊ຮຶງ ເປັນຕົວເມືອງມີ ຕົ້ນໄມ້ສີຂຽວສູງສຸດ ຂອງ ນະຄອນ ໂຮ່ຈີມິນ ດ້ວຍລະດັບຄວາມໜາແໜ້ນ ຕົ້ນໄມ້ສີຂຽວ ສະເລ່ຍ 8,9 ມ2/ຄົນ. ເຂດຕົວເມືອງ ບໍ່ສຸມໃສ່ ການກໍ່ສ້າງ ບັນດາຕຶກອາຄານທີ່ມີຫຼາຍຊັ້ນ (ຕຶກອາຄານສູງສຸດ ມີພຽງ 29 ຊັ້ນ), ລະດັບຄວາມໜາ ແໜ້ນ ການກໍ່ສ້າງ ທົ່ວເຂດ ກວມເອົາພຽງ 26,5% ໃນເນື້ອທີ່ດິນທັງໝົດ, ສ່ວນຍັງເຫຼືອ ເພື່ອຮັບໃຊ້ ໃຫ້ບັນດາກິດຈະກຳສັງຄົມ ແລະ ສວນສາທາລະນະ.

ພິເສດ, ມີວິສາຫະກິດສາກົນຂະໜາດໃຫຍ່ຫຼາຍແຫ່ງ ໄດ້ເລືອກ ຝູ໋ໝີ໊ຮຶງ ເປັນບ່ອນຕັ້ງສຳນັກງານ ເພື່ອການດຳເນີນທຸລະກິດເຊັ່ນ: Manulife, Starbucks, Crescent Mall… ປະກອບສ່ວນ ນຳ ມາຄວາມຕ້ອງການ ດ້ານວຽກເຮັດງານທຳທີ່ດີ ແລະ ແຫຼ່ງຜົນປະ ໂຫຍດ້ານເສດຖະກິດ ໃຫ້ແກ່ທ້ອງຖິ່ນ. ຝູ໋ໝີ໊ຮຶງ ຍັງເປັນບ່ອນລວມ ສູນ ໂຮງຮຽນສາກົນທີ່ມີຊື່ສຽງຫຼາຍແຫ່ງເຊ່ັນ: RMIT, SSIS, Renaissance, ດິງຖ້ຽນຫຼີ, ໄຕ້ໄບ໊, ສ ເກົາຫຼີ... ຊຶ່ງຕອບສະໜອງ ຄວາມຕ້ອງການ ກ່ຽວກັບການສຶກສາ ຂອງ ວົງຄະນາຍາດ ຊາວ ຕ່າງປະເທດ ທີ່ກຳລັງໃຊ້ຊີວິດ ຢູ່ ນະຄອນ ໂຮ່ຈີມິນ.



ການດຳ ລົງຊີວິດ ຢູ່ເຂດຕົວເມືອງ ຝູ໋ໝີ໊ຮຶງ ໃນຍາມລາຕີ. ພາບ: ເອກະສານ


Robins - ເຂດຈັບຈ່າຍຊື້ສິນຄ້າຄຸນນະພາບສູງ ຢູ່ເຂດຕົວເມືອງ ຝູ໋ໝີ໊ຮຶງ. ພາບ: ທົງຫາຍ/VNP


ມະຫາວິທະຍາໄລ Fulbright ມີຄຸນນະພາບສູງ ໃນການ ສິດສອນ ຢູ່ເຂດຕົວມືອງ ຝູ໋ໝີ໊ຮຶງ. ພາບ: ຫງວຽນລວນ/VNP

ເຂດຕົວເມືອງ ຝູ໋ໝີ໊ຮຶງ ຕອບສະໜອງ ໄດ້ຄວາມຮຽກຮ້ອງ ຕ້ອງການ ຂອງປະຊາຊົນ ເຊັ່ນ: ຈັບຈ່າຍຊື້ສິນຄ້າ, ບໍລິໂພກ ແລະ ບັນເທີງ. ພາບ: ທົງຫາຍ/VNP

ສູນປະຊຸມ ແລະ ວາງສະແດງ SECC ກວ້າງ 40.000 ມ2 ເຂົ້າ ສູ່ການເຄື່ອນໄຫວແຕ່ປີ 2008 ຕອບສະໜອງໄດ້ ຄວາມຕ້ອງການ ດ້ານຊຸກຍູ້ການຄ້າ, ບັນເທີງ ຢູ່ ພາຍໃນ ແລະ ຕ່າງປະເທດ ດ້ວຍຂອບຂະໜາດໃຫຍ່ ແລະ ລຽນຕິດ. ນອກນັ້ນ, ບັນດາການເຄື່ອນ ໄຫວວັດທະນະທຳມູນເຊື້ອເຊັ່ນ: ບຸນດອກໄມ້ລະດູບານໃໝ່ ຝູ໋ໝີ໊ຮຶງ, ງານບຸນແສງສະຫວ່າງ, ໂຄງການຍ່າງ ມູນນິທິ Lawrence S.Ting, ແລ່ນມູນນິທິ Terry Fox ໄດ້ ຝູ໋ໝີ້ຮຶງ ຈັດຂຶ້ນເປັນປະ  ຈຳ ອັນໄດ້ປະກອບສ່ວນ ນຳມາສີສັນ ວັດທະນະທຳ ວົງຄະນາຍາດທີ່ຫຼາກຫຼາຍສີສັນ ແລະ ມີຄວາມໝາຍ. 

ໃນປີ 2019, ນະຄອນ ໂຮ່ຈີມິນ ໄດ້ປະກອບສ່ວນ 23% ຈີດີພີ ແລະ 27% ລາຍຮັບງົບປະມານແຫ່ງລັດ; ການຈະເລີນເຕີບໂຕ ເສດຖະກິດ ບັນລຸເປົ້າໝາຍວາງອອກ 8,32%/ປີ; ລວມຍອດຜະ ລິດຕະພັນພາກພື້ນ (GRDP) ຄາດຄະເນບັນລຸໄດ້ກວ່າ 1,347 ລ້ານ ຕື້ດົ່ງ; ລົງທຶນໂດຍກົງຈາກຕ່າງປະເທດ (FDI) ດຶງດູດໄດ້ 8 ຕື້ ໂດລາສະຫະລັດ; ຂະແໜງການທ່ອງທ່ຽວ ຕ້ອນຮັບ ແຂກສາກົນ ກວ່າ 8,6 ລ້ານເທື່ອຄົນ, ບັນລຸລາຍຮັບກວ່າ 140 ຕື້ດົ່ງ, ເພີ່ມຂຶ້ນ 10,15% ເມື່ອທຽບກັບປີ 2018. 

(ກົມສະຖິຕິ ນະຄອນ ໂຮ່ຈີມິນ)

ບົດ: ເຊີຍເງ້ຍ - ພາບ: ຫງວຽນລວນ, ທົງຫາຍ ແລະ ເອກະສານ
(ພາບຖາຍກ່ອນວັນທີ 1 ເມສາ  2020)
 

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top