• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ນະຄອນ Venice

ນະຄອນ Venice ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ ຂອງ ປະເທດ ອີຕາລີ ຖືກຂະໜານນາມວ່າ ເປັນນະຄອນໜ້າທ່ອງທ່ຽວ ທີ່ສຸດໃນໂລກ ແລະ ເປັນໜຶ່ງໃນບັນດາມໍລະດົກໂລກ ທີ່ດຶງດູດໃຈ ນັກທ່ອງທ່ຽວ ໃຫ້ມາທ່ຽວ ທີ່ນີ້ເປັນຈຳນວນຫຼວງຫຼາຍ.
ໂດຍໄດ້ຮັບຂະໜານນາມວ່າ ເປັນນະຄອນຕັ້ງຢູ່ເທິງແມ່ນຳ້, ນະ ຄອນ Venice ແມ່ນການລວມຕົວກັນ ຂອງ 118  ເກາະດອນ, ຄອງເໝືອງຂຸດ 175 ສາຍ ແລະ ຂົວອີກ 444 ແຫ່ງ ເພື່ອເຊື່ອມ ຕໍ່ບັນດາ ເກາະດອນ ເຫລົ່ານີ້ເຂົ້າຫາກັນ.

ເສັ້ນທາງຄົມມະນາຄົມຕົ້ນຕໍ່ຢູ່ນະຄອນແຫ່ງນີ້ແມ່ນໃຊ້ລຳຄອງ ໃຫຍ່ (Grande Canal) ຊຶ່ງຖືກຂະໜານນາມວ່າ ເປັນຖະໜົນ ຫຼວງ ສວຍງາມທີ່ສຸດໃນໂລກ.

ເມື່ອມາເຖິງນະຄອນ Venice, ນັກທ່ອງທ່ຽວ ຈະຫລົງໄຫລໄປ ກັບຄວາມສວຍງາມ, ຄວາມເກົ່າແກ່ແຫ່ງສະຖາປັດຕະຍະກຳ ທີ່ເປັນເອກະລັກ ຂອງ ນະຄອນແຫ່ງນີ້. ເບື້ອງຫລັງ ຄວາມສວຍ ສົດງົດງາມນີ້ ຍັງເຫັນໄດ້ເຖິງຄວາມລຽບງ່າຍ ແລະ  ສະຫງົບສຸກ ຂອງ ຄຸ້ມຖະໜົນບູຮານ. 

Venice, ນະຄອນມໍລະດົກໂລກ ໄດ້ຮັບຂະໜານນາມວ່າ ນະຄອນຢູ່ເທິງແມ່ນຳ້. 


ລຳຄອງໃຫຍ່ (Grande Canal) ເປັນເສັ້ນທາງຄົມມະນາ ຄົມຫຼັກ ຂອງ Venice ແລະ ເປັນຖະໜົນຫຼວງສວຍງາມ ທີສຸດ ໃນໂລກ. 


Gondola, ເຮືອບູຮານຊະນິດໜຶ່ງຂອງ Venice ເປັນ ພາຫະ ນະການຄົມມະນາຄົມ ມີສະເພາະຢູ່ນະແຫ່ງນີ້.


ເຮືອ gondola ເລັດລອດຜ່ານ ບັນດາລຳຄອງນ້ອຍໆ ໄດ້ສ້າງ ຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ. 




ເມື່ອມາເຖິງ Venice, ນັກທ່ອງທ່ຽວເໝືອນດັ່ງຖືກຫຼົງເຂົ້າໄປໃນ ວົງວຽນ ຂອງບັນດາຮ່ອມນ້ອຍ, ບ່ອນທີ່ມີເສັ້ນທາງ ຫຼາຍສາຍ
ລະອິດລະອ້ຽວ ແລະ ຊົງເຮືອນ ຮູບທໍ່ ທີ່ມີປ່ອງຢ້ຽມຫຼາຍ.



San Marco ສະໝາມຫຼວງທີ່ສຳຄັນ ແລະ ມີຊື່ສຽງໂດ່ງ ດັງ ທີສຸດ ຂອງ ນະຄອນ Venice. 




ສະຖາປັດຕະຍະກຳ ແລະ ການຄວັດສະຫຼັກ ຂອງ ມະຫາວິ ຫານ (Basilica Cattedrale Patriarcale di San Marco). 


ທຳນຽບພະລາຊະວັງ (Palazzo Ducale) ໄດ້ຮັບການກໍ່ ສ້າງ ແຕ່ສະຕະວັດ ທີ XIV, ເປັນສະຖາປັດຕະຍະກຳ ທີ່ໜ້າທ່ຽວ ຊົມ ຕັ້ງຢູ່ໃນຈະຕຸລັດ San Marco.  


ຂົວ Rialto ຂ້າມຜ່ານ ລຳຄອງໃຫຍ່ ເປັນໜຶ່ງໃນບັນດາ ກິດ ຈະການກໍ່ສ້າງ ທີ່ມີຊື່ສຽງທີ່ສຸດຂອງ Venice. 




ນະຄອນ Venice ມີຄວາມງາມແບບເກົ່າແກ່ ແລະ ສະຖາ ປັດຕະຍະກຳ ທີ່ເປັນເອກະລັກ. 


ຄວາມງົດງາມ ຂອງນະຄອນ Venice ໃນຍາມຄ້າຍແລງ. 

ໂດຍ: ຫງວຽນຖັ໋ງ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top