• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ທ່ຽວຊົມໜອງ ຮວ່າບິ່ງ

ຫ່າງຈາກ ຮ່າໂນ້ຍ ກວ່າ 70 ກິໂລແມັດໄປທາງທິດຕາເວັນຕົກ, ໜອງ ຮວ່າບິ່ງ ເປັນໜຶ່ງໃນຈຳນວນໜອງນຳ້ຈືດຫຼາຍແຫ່ງທີ່ມີຂະ ໜາດໃຫຍ່ທີ່ສຸດ ຫວຽດນາມ ສາມາດບັນຈຸ ນຳ້ ໄດ້ເກືອບ 9,3 ຕື້ແມັດກ້ອນ. ໜອງແຫ່ງນີ້ ໄດ້ມີຂຶ້ນພາຍຫຼັງ ການກໍ່ສ້າງເຂື່ອນ ໄຟຟ້າ ຮວ່າບິ່ງ, ທີ່ນີ້ ໄດ້ຫຼາຍຄົນຖືວ່າ ເປັນ “ຮ້າລອງ ເທິງພູ” ດ້ວຍ ທຳມະຊາດ ທີ່ສວຍງາມ. 
 ເວລາເໝາະສົມທີ່ສຸດເພື່ອໄປທ່ຽວຊົມໜອງຮວ່າບິ່ງ ແມ່ນໂອ ກາດ ທ້າຍປີ, ຍ້ອນເວລານີ້ ລະດັບນໍ້າຢູ່ໜອງໄດ້ຂຶ້ນສູງ ສຸດ. ແຕ່ ນະຄອນ ຮວ່າບິ່ງ, ນັກທ່ອງທ່ຽວສາມາດໄປຫາໜອງຮວ່າບິ່ງ ດ້ວຍ ຫຼາຍວິທີ. ຖ້າຢາກໄປທາງນຳ້, ນັກທ່ອງທ່ຽວ ສາມາດເດີນ ອອກໄປຈາກທ່າເຮືອ ບິກຮ້າ, ຫ່າງຈາກໃຈກາງນະຄອນ ປະ ມານ 5 ກິໂລແມັດ ຫຼື ຈາກທ່າເຮືອທຸງນາຍ ຢູ່ເມືອງກາວ ຟອງ. ຖ້າຢາກທ່ຽວຊົມໜອງ ຮວ່າບິ່ງ ແຕ່ມູມສູງ, ນັກທ່ອງທ່ຽວຈະຕ້ອງ ເດີນໄກກວ່າ ຢູ່ຕິດກັບທາງເລກ 6 ແມ່ນ ບ໋າຍສາງ, ຂຶ້ນ ກັບຕາ ແສງ ຕ່ອງເດົ້າ, ເມືອງ ມາຍເຈົາ.

ມູມໜຶ່ງຂອງໜອງ ຮວ່າບິ່ງ ເບິ່ງລົງມາແຕ່ເສັ້ນທາງໄປ ບ໋າຍສາງ, ຂຶ້ນກັບຕາແສງ ຕ່ອງເດົ້າ, ເມືອງ ມາຍເຈົາ.


ນັກທ່ອງທ່ຽວຄວນນອນຄ້າງຄືນ ຢູ່ໜອງ ຮວ່າບິ່ງ ເພື່ອຊົມທັດ ສະນີຍະພາບຢູ່ທີ່ນີ້ ໃນຍາມອັດສະດົງລົງແລງ ແລະ ຮຸ່ງອະລຸນ ຍາມເຊົ້າ.


ໝູ່ບ້ານຂອງຊາວເຜົ່າ ເມື່ອງ ຫຼາຍແຫ່ງແມ່ນສະຖານທີ່ທ່ອງທ່ຽວໜ້າຈັບໃຈ.


ດ້ວຍຄວາມຍາວກວ່າ 70 ກິໂລແມັດ, ໜອງ ຮວ່າບິ່ງ ມີຫຼາຍ ຈຸດ ທ່ອງທ່ຽວດ້ວຍທັດສະນີຍະພາບທີ່ສວຍງາມ. 


ໜອງຢູ່ເທິງພູ ທີ່ຕາແສງ ງ່ອຍຮວາ ເປັນບ່ອນທ່ອງທ່ຽວທີ່ໜ້າຈັບ ໃຈ.


ມາທີ່ນີ້, ພວກເຮົາສາມາດເຂົ້າຮ່ວມນຳ ຊີວິດການເປັນຢູ່ ທີ່ ສະຫງົບສຸກຂອງຊາວທ້ອງຖິ່ນ. 


ມູມໜຶ່ງເຂດພັກຜ່ອນ ລະດັບ 5 ດາວ ພຽງໜຶ່ງດຽວ ຂອງໜອງ ຮວ່າ ບິ່ງ...


... ນີ້ເປັນບ່ອນເໝາະສົມສຳລັບຜູ້ທີ່ຕ້ອງການ ນຳໃຊ້ບໍລິການ ທ່ອງທ່ຽວ ດີທີ່ສຸດ. 


ຢູ່ບ່ອນຂຸດຄົ້ນທ່ອງທ່ຽວ, ທຸກຄົນສາມາດເຂົ້າຮ່ວມໃນບັນດາ ກິດຈະກຳຕ່າງໆ ຄື: ພາຍເຮືອ ແລະ ຖີບລົດ ທ່າມກາງບັນຍາ ກາດທຳມະຊາດທ່ີງຽບສະຫງົບ.

ເວລາຂີ່ເຮືອໄປທ່ຽວຊົມໜອງ ຮວ່າບິ່ງ, ນັກທ່ອງທ່ຽວສາມາດຊົມທັດສະນີຍະພາບທີ່ສວຍງາມຢູ່ທີ່ນີ້. ນັກທ່ອງທ່ຽວ ຈະໄດ້ໄປ ຢ້ຽມຊົມສະຖານທີ່ທ່ອງທ່ຽວໜ້າຈັບໃຈຫຼາຍແຫ່ງຄື: ຖໍ້າ ທາກເບີ່, ຖຳ້ ຮວາຕຽນ, ຖໍ້າ ບຶງ ຫຼື ອ່າວ ງ່ອຍຮວາ ທີ່ສວຍງາມ.

ຂີ່ເຮືອອອກໄປຍັງໝູ່ບ້ານຂອງຊາວເຜົ່າ ເມື່ອງ ທີ່ດຳລົງຊີວິດ ຢູ່ ແຄມໜອງ, ນັກທ່ອງທ່ຽວຈະໄດ້ເຂົ້າຮ່ວມກັບຊີວິດການເປັນຢູ່ ປະຈຳວັນຂອງຊາວເຜົ່າ ເມືອງ... ອາດຈະນອກຄວາມປະ ທັບ ໃຈຂອງທັດສະນີຍະພາບ, ວັດທະນະທຳມູນເຊື້ອຍັງ ຂອງຊາວ ເຜົ່າເມື່ອງ ທີ່ອາໄສຢູ່ທີ່ນີ້ ໄດ້ສ້າງຄວາມປະທັບໃຈຕໍ່ຜູ້ມາຢາມ ຢ່າງຍິ່ງ.

ໃນບໍລິເວນຂອງໜອງ ຮວ່າບິ່ງ ໄດ້ມີຫຼາຍບໍລິການທ່ອງທ່ຽວທີ່ແຕກຕ່າງກັນ. ຖ້າຢາກໄດ້ນຳໃຊ້ບັນດາບໍລິການທີ່ດີທີສຸດ, ນັກ ທ່ອງທ່ຽວຄວນໄປຫາເຂດພັກຜ່ອນລະດັບ 5 ດາວ Hideways ດ້ວຍລາຄາປະມານ 100 ໂດລາສະຫະລັດຕໍ່ຄືນ. ສຳລັບນັກ ທ່ອງ ທ່ຽວທີ່ຢາກຊອກຮູ້ແບບແຜນວິຖີຊີວິດແບບຊົນ ລະບົດ ຢູ່ ທີ່ນີ້, ດີທີ່ສຸດແມ່ນມາພັກຜ່ອນຢູ່ເຂດທ່ອງທ່ຽວຫຼາຍແຫ່ງຢູ່ ແຄມ ໜອງ ຮວ່າບິ່ງ ຄື: ບ້ານ ດາເບຍ, ບ້ານ ງ່ອຍ, ບ້ານແກ ... ດ້ວຍ ລາຄາຫ້ອງໜຶ່ງປະມານ 10 ໂດລາສະຫະລັດຕໍ່ຄືນ. ທີ່ນີ້ນອກ ຈາກ ບັນດາບໍລິການທ່ອງທ່ຽວທີ່ຊິນເຄີຍ, ນັກທ່ອງທ່ຽວສາ ມາດ ເຂົ້າຮ່ວມນຳຊີວິດການເປັນຢູ່ປະຈຳວັນຂອງຊາວ ທ້ອງຖິ່ນ ແລະ ໄດ້ກິນອາຫານຫຼາຍເຍື່ອງທ່ີເປັນສັນຍາລັກຂອງຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ຄື: ເຂົ້າໜຽວ, ຊີ້ນຄວາຍອົບ... ພິເສດແມ່ນອາຫານຫຼາຍ ເຍື່ອງ ໄດ້ປຸງແຕ່ງຈາກປາ ທີ່ຈັບມາແຕ່ໜອງ ຮວ່າບິ່ງ.

ປະຊາຊົນຢູ່ບ້ານ ແກ ຕ້ອນຮັບນັກທ່ອງທ່ຽວທີ່ມາຢ້ຽມຢາມເຂດ
ທ່ອງທ່ຽວຂອງຊາວເຜົ່າ ເມື່ອງ.



ນັກທ່ອງທ່ຽວຫຼາຍຄົນມັກມາພັກຜ່ອນຢູ່ໃນເຮືອນຮ້ານຂອງຊາວ ທ້ອງຖິ່ນ.


ທີ່ນີ້, ນັກທ່ອງທ່ຽວທັງໄດ້ຊົມທິວທັດທຳມະຊາດທີ່ສວຍງາມ, ທັງ ໄດ້ເຂົ້າຮ່ວມໃນຊີວິດການເປັນຢູ່ປະຈຳວັນຂອງຊາວເຜົ່າ ເມື່ອງ ອີກດ້ວຍ.


ນັກທ່ອງທ່ຽວເຮັດເຍື່ອງອາຫານ ແບງອົກ (ເຂົ້າໜົມຊະນິດໜຶ່ງ ທີ່ມີຮູບຄືໂຕຫອຍ)-ອາຫານມູນເຊື້ອຂອງຊາວເຜົ່າ ເມື່ອງ ໃນໄລ ຍະປີໃໝ່ ແລະ ງານບຸນຕ່າງໆ.


ຊາວບ້ານ ແກ ກະກຽມອາຫານມູນເຊື້ອຫຼາຍເຍ່ືອງ ເພື່ອຮັບໃຊ້ ໃຫ້ແກ່ນັກທ່ອງທ່ຽວ.


ນອກຈາກທິວທັດທຳມະຊາດທີ່ສວຍງາມ, ນັກທ່ອງທ່ຽວຍັງຮູ້ສຶກ
ປະທັບໃຈຕໍ່ນໍ້າໃຈຂອງຊາວເຜົ່າ ເມື່ອງ.



ຍິງສາວເຜົ່າ ເມືອງ ໃນຊຸດອາພອນ ປະຈຳເຜົ່າ ກຳລັງທຳພິທີ ກຳ ຢູ່ບ້ານ ງ່ອຍ.


ຍິງສາວຢູ່ບ້ານ ງ່ອຍ ພວມສະແດງສິລະປະ ເພື່ອຮັບ ໃຊ້ ນັກ ທ່ອງທ່ຽວ.
ຫຼັງຈາກຮັບປະທານອາຫານ, ນັກທ່ອງທ່ຽວ ຈະໄດ້ຮັບຊົມບັນດາລາຍການສະແດງສິລະປະທ່ີດີເດັ່ນຂອງຊາວທ້ອງຖິ່ນ.  ນັ່ງອ້ອມ ໄຫເຫຼົ້າໄຫ ທີ່ຫອມຫວານ, ນັກທ່ອງທ່ຽວໄດ້ເຈືອຈານເຂົ້າ ກັບ ບັນດາວາດຟ້ອນພື້ນເມືອງ-ໜຶ່ງໃນບັນດາຈຸດພິເສດດ້ານວັດທະ ນະທຳຂອງຊາວເຜົ່າ ເມື່ອງ ຢູ່ທີ່ນີ້.
ບົດ ແລະ ພາບ: ຫວຽດເກື່ອງ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top