• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ທ່ຽວຊົມສວນ ເຂດທົ່ງພຽງແມ່ນຳ້ຂອງ

ດ້ວຍລະບົບແມ່ນຳ້ລຳເຊ ຄວັກໄຂ່ວກັນ, ທົ່ງນາທີ່ກວ້າງໃຫຍ່ ໄພສານ ແລະ ສວນໝາກໄມ້ຫຼາຍແຫ່ງເຕັມດ້ວຍໝາກ, ປັດຈຸ ບັນ ຂົງເຂດທົ່ງພຽງແມ່ນຳ້ຂອງ ພວມເປັນສະຖານທີ່ ທ່ອງທ່ຽວ ປະທັບໃຈ ກ່ຽວກັບ ລະບົບນິເວດທຳມະຊາດ ແລະ ວັດທະນະ ທຳ ຂອງ ນັກທ່ອງທ່ຽວ ຕ່າງປະເທດ. 
ອູ່ໝາກໄມ້ຂອງ ຫວຽດນາມ
ແມ່ນຕອນໃຕ້ຂອງແມ່ນໍ້າຂອງ, ສະນັ້ນ ທົ່ງພຽງແມ່ນຳ້ຂອງ ຈຶ່ງມີ ລະບົບແມ່ນຳ້ລຳເຊທີ່ຄວັກໄຂ່ວກັນ. ດິນດອນແຫ່ງນີ້ ຈິ່ງອຸດົມ ສົມບູນ ເໝາະສົມໃຫ້ແກ່ຕົ້ນໄມ້, ພ້ອມກັບອາກາດທີ່ດີແມ່ນ ເງື່ອນໄຂເໝາະສົມ ເພື່ອສ້າງເຂດປູກຕົ້ນໄມ້ກິນ ໝາກ ຫຼາຍ ແຫ່ງ. ບັນດາປັດໄຈດັ່ງກ່າວ ໄດ້ເຮັດໃຫ້ທົ່ງພຽງ ແມ່ນຳ້ ຂອງ ກາຍເປັນອູ່ໝາກໄມ້ ທີ່ໃຫຍ່ທີສຸດຂອງປະເທດດ້ວຍ ໝາກ ໄມ້ ຫຼາຍຊະນິດຄື: ໝາກເງາະ, ໝາກມ່ວງ, ໝາກຖົ່ວລຽນ, ໝາກ ລຳໄຍ, ໝາກສີດາ, ໝາກກ້ຽງ, ໝາກໝັ້ນ ແລະ ອື່ນໆ.​

ສວນໝາກໄມ້ຫຼາຍແຫ່ງທີ່ມີຊື່ສຽງຢູ່ເຂດທົ່ງພຽງແມ່ນຳ້ຂອງ ແມ່ນ: ສວນໝາກໄມ້ ກາຍແບ່, ຫວິງກິມ, ເຈີ່ງ້າວ (ຕ່ຽນຢາງ), ກາຍເມີນ (ເບັນແຈ), ກູ່ລາວ ອານບິ່ງ (ຫວິງລອງ), ໝີ໋ແຄງ (ເກິ່ນເທີ).


ສວນໝາກກ້ຽງຢູ່ ລາຍວຸ່ງ, ດົ່ງທາບ. ພາບ: ດັ້ງກິມເຟືອງ


ຕະຫຼາດນຳ້ ກາຍຣັງ (ເກິ່ນເທີ) - ເປັນບ່ອນແລກປ່ຽນ, ຊື້-ຂາຍ ໝາກໄມ້ຂອງເຂດທົ່ງພຽງແມ່ນຳ້ຂອງ.​ ພາບ: ຈ້ອງຈິງ
 

ສວນໝາກນັດ ຢູ່ ຕ່ຽນຢາງ. ພາບ: ຫງວຽນລວນ


ໝາກແຕ່ງ ໄດ້ປູກຕາມມາດຕະຖານ Viet GAP ຢູ່ ເບັນແຈ.​ ພາບ: ດັ້ງກິມເຟືອງ


ສວນໝາກໝັ້ນ ຢູ່ ເກິ່ນເທີ. ພາບ: ດັ້ງກິມເຟືອງ


ບັນດາໝາກໄມ້ທີ່ເປັນເອກະລັກຂອງເຂດທົ່ງພຽງແມ່ນຳ້ຂອງ ຮັບໃຊ້ໃຫ້ ແກ່ນັກທ່ອງທ່ຽວ. ພາບ: ດັ້ງກິມເຟືອງ

ປັດຈຸບັນ, ຕົວແບບການຜະລິດກະສິກຳ ປະສົມກັບບໍລິການ ທ່ອງທ່ຽວ ໄດ້ປະກອບສ່ວນ ສ້າງລາຍຮັບເພີ່ມເຕີມໃຫ້ ແກ່ ປະ ຊາຊົນ ໃນຂົງເຂດ ແລະ ສ້າງຕົວແບບການທ່ອງທ່ຽວໂດຍ ສະ ເພາະຢູ່ເຂດທົ່ງພຽງແມ່ນຳ້ຂອງ.  

ທົ່ງພຽງແມ່ນຳ້ຂອງ ມີເນື້ອທີ່ປູກຕົ້ນໄມ້ກິນໝາກ ປະມານ 300 ແສນເຮັກຕາ, ຜະລິດໝາກໄມ້ໄດ້ປະມານ 3.8 ລ້ານ ໂຕນຕໍ່ປີ, ກວມກວ່າ 70% ຈຳນວນຜະລິດໝາກໄມ້ຂອງ ທົ່ວ ປະເທດ. ບາງທ້ອງຖິ່ນ ມີເນື້ອທີ່ປູກຕົ້ນໄມ້ກິນໝາກທີ່ ກວ້າງ ຂວາງຄື: ຕ່ຽນຢາງ 80.000 ກວ່າເຮັກຕາ, ເບັນແຈ 27.000 ກວ່າເຮັກ ຕາ, ດົ່ງຖາບ 25.000 ກວ່າເຮັກຕາ, ເກີ່ນເທີ 17.000ກວ່າເຮັກ ຕາ.
(ຕາມຂໍ້ມູນການສະຖິຕິຂອງສະຖາບັນຕົ້ນໄມ້ກິນໝາກ ພາກໃຕ້)
ຈາກລະບົບແມ່ນຳ້ລຳເຊ ທີ່ຄວັກໄຂ່ວກັນ ແລະ ການດຳລົງຊີວິດຢູ່ເທິງເຮືອ ໄດ້ເກີດມີຕະຫຼາດຫຼາຍແຫ່ງທີ່ທຳການຄ້າ ຂາຍເທິງ ໜ້ານຳ້ຄື: ກາຍແບ່ (ຕ່ຽນຢາງ), ກາຍຣັງ (ເກິ່ນເທີ), ຫງາ໊ນຳ (ຊອກຈັງ) ຟຸ້ງຮຽບ (ເຫົ້າຢາງ) ແລະ ອື່ນໆ.

ປະຊາຊົນເຂດທ່ົງພຽງແມ່ນຳ້ຂອງ ເປັນຄົນຈິງໃຈ,​ ຮັກແຂກແພງ ຄົນ, ນັ້ນແມ່ນປັດໄຈທີ່ ສຳຄັນ ເພື່ອດຶງດູດນັກ ທ່ອງ ທ່ຽວ ມາ ຢ້ຽມຢາມສະຖານທີ່ທ່ອງທ່ຽວແຫ່ງນີ້.

ການຜະລິດກະສິກຳ ປະສົມກັບການທ່ອງທ່ຽວ ທຳມະຊາດ ແລະ ຕິດພັນກັບບັນດາເຂດຮ່ອງຮອຍ ປະຫວັດສາດ, ວັດ ທະ ນະທຳ ພວມເປັນຕົວແບບເຄື່ອນໄຫວທີ່ ພົ້ນເດັ່ນຂອງ ທ້ອງ ຖິ່ນ ຫຼາຍແຫ່ງຢູ່ເຂດທົ່ງພຽງແມ່ນຳ້. ຕົວຢ່າງຄື ແຂວງ ຕ່ຽນຢາງ, ເບັນແຈ, ເກິ່ນເທີ ແລະ ລອງອານ ມີຫຼາຍ ບໍລິການທ່ອງ ທ່ຽວ ທຳມະຊາດ, ນີ້ເປັນທິດທາງໜຶ່ງໃນການທ່ອງທ່ຽວ ຂອງ ເຂດ ທົ່ງພຽງແມ່ນຳ້ຂອງ.

ບໍລິການທ່ອງທ່ຽວທຳມະຊາດ ຕາມຝັ່ງແມ່ນຳ້ ຕ່ຽນ
ແຕ່ນະຄອນ ໂຮ່ຈີມິນ, ພວກຂ້າພະເຈົ້ານັ່ງລົດເມ ໄປຫານະ ຄອນ ໝີທໍ ພ້ອມກັບນັກທ່ອງທ່ຽວຂອງບໍລິສັດທ່ອງທ່່ຽວ ທຳມະ ຊາດ ໝີທໍ ໄປທ່ຽວດອນ ເຖີຍເຊີນ, ໜຶ່ງໃນ 4 ສະ ຖານທີ່ທ່ອງ ທ່ຽວມີຊື່ສຽງຂອງແຂວງ ຕ່ຽນຢາງ.

ຂຶ້ນທ່ຽວດອນ ເຖີຍເຊີນ, ພວກຂ້າພະເຈົ້າ ໄດ້ດື່ມຊານຳ້ເຜິ້ງ ແລະ ກິນ ໝາກເງາະ, ໝາກລຳໄຍ, ໝາກກ້ວຍ... ໄດ້ໄປຢ້ຽມ ຊົມສວນໝາກໄມ້ ແລະ ຊອກຮູ້ກ່ຽວກັບບັນດາອາຊີບມູນເຊື້ອຂອງປະຊາຊົນ ຢູ່ທີ່ນີ້ ຄື: ເຮັດເຂົ້າໜົມໝາກພ້າວ, ເຂົ້າຄຽບ, ອາຊີບຖັກສານ, ຕໍ່າສາດ ແລະ ອື່ນໆ.


ການທ່ອງທ່ຽວທຳມະຊາດ ຂອງ ນັກທ່ອງທ່ຽວ ເມື່ອມາພັກຜ່ອນ
ທີ່ ຕ່ຽນຢາງ. ພາບ: ຫງວຽນລວນ



ການທົດສອບຂອງນັກທ່ອງທ່ຽວຕ່າງປະເທດ ເມື່ອມາຢ້ຽມຢາມ ເຂດສວນໝາກໄມ້. ພາບ: ດັ້ງກິນເຟືອງ


ປີ້ງປາ, ອາຫານພິເສດຂອງເຂດທ່ົງພຽງແມ່ນຳ້ຂອງ ໃນລະດູນໍ້າ ຂຶ້ນ.​ ພາບ: ດັ້ງກິນເຟືອງ


ນຳ້ເຜິ້ງ ດອກລຳໃຍ ຢູ່ ຕ່ຽນຢາງ. ພາບ: ຫງວຽນລວນ


ນັກທ່ອງທ່ຽວຈະໄດ້ກິນເຂົ້າຄຽບ ແລະ ເຂົ້າຮ່ວມໃນການຜະ ລິດເຂົ້າຄຽບ ເມື່ອມາຢ້ຽມຢາມ ເບັນແຈ. ພາບ: ດັ້ງກິນເຟືອງ

ບັນດາການຫຼິ້ນພື້ນເມືອງຄື: ພາຍເຮືອ, ຈັບປາໃນໜອງ, ຂ້າມ ຂົວໄມ້ລຳດຽວ... ໄດ້ສ້າງບັນຍາກກາດທີ່ຟົດຟື້ນໃຫ້ແກ່ເຂດ ສວນໝາກໄມ້ ແຫ່ງນີ້. 

“ມີ 3 ຂົງເຂດພັດທະນາການທ່ອງທ່ຽວຄື: ດອນ ເຖີຍເຊີນ, ເທດ ສະບານ ກາຍແບ່ ແລະ ທະເລ ເຕິນແທ່ງ, ຕ່ຽນຢາງ ໄດ້ດຶງ ດູດ ນັກທ່ອງທ່ຽວ ມາທ່ຽວຊົມຈຳນວນ 1.5 ລ້ານ ຄົນຕໍ່ປີ. ສະເພາະ ປີ 2017 ມີ 1.8 ລ້ານຄົນ, ໃນນັ້ນ 735.000 ຄົນເປັນນັກທ່ອງ ທ່ຽວຕ່າງປະເທດ”. 
(ທ່ານ ຫງວຽນເຕິນຟອງ, ຮອງອຳນວຍການພະແນກ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຕ່ຽນຢາງ)
ຍ້ອນຢາກຊອກຮູ້ເພີ່ມຕື່ມກ່ຽວກັບຊີວີດການເປັນຢູ່ຂອງປະຊາຊົນ ຢູ່ທີ່ນີ້, ພວກຂ້າພະເຈົ້າຕັດສິນໃຈໄປຢາມດອນ ເຕີນຟອງ ຂຶ້ນກັບເມືອງ ກາຍແບ່. ທີ່ນີ້ ໄດ້ມີຊື່ສຽງດ້ວຍສວນໝາກເງາະ, ພ້ອມກັບເຂດພັກຜ່ອນທີ່ທັນສະໄໝ ເພື່ອຕ້ອນຮັບນັກທ່ອງທ່ຽວ.

ພໍແຕ່ກ້າວເຂົ້າເຂດ ຣີສອດ Mekong Ecolodge ກໍພົບກັບ ຄອບຄົວ ທ່ານ Ronal Van Den Berg, ນັກທ່ອງທ່ຽວທີ່ມາ ຈາກ ປະເທດ ໂຮນລັງ ກຽມຖີບລົດໄປສຳຜັດເຂດທ່ອງທ່ຽວ ແຫ່ງນີ້. ໄປພ້ອມຄອບຄົວທ່ານ Ronal Van Den Berg, ພວກ ຂ້າພະເຈົ້າແວ່ປັ້ນເຂົ້າເຊົ້າໃນຮ້ານອາຫານແຄມທາງ ກ່ອນຈະ ເຂົ້າຫາເຮືອນຂອງຊາວບ້ານເພື່ອຊອກ ຮູ້ກ່ຽວກັບ ຊີວິດການ ເປັນ ຢູ່ຂອງເຂົາເຈົ້າ.

ຫຼັງຈາກນັ້ນ, ພວກຂ້າພະເຈົ້າໄດ້ນັ່ງເຮືອຂີ່ເລາະຕາມແມ່ນຳ້ ກາຍແບ່ເພື່ອຊອກຮູ້ກ່ຽວກັບຊີວິດການເປັນຢູ່ເທິງໜ້ານຳ້ ຂອງ ຊາວທ້ອງຖິ່ນຢູ່ທີ່ນີ້.


 ມູມໜຶ່ງຂອງເຂດທ່ອງທ່ຽວ ລານເວືອງ (ເບັນແຈ).​ ພາບ: ຫງວຽນລວນ


ກຸ່ມນັກຮຽນ ມາຢ້ຽມຢາມເຂດທ່ອງທ່ຽວທຳມະຊາດຢູ່ ເບັນແຈ. ພາບ: ດັ້ງກິມເຟືອງ


ນັກທ່ອງທ່ຽວຂ້າມແມ່ນຳ້ດ້ຮວຍລູກເລື່ອນ. ພາບ: ຫງວຽນລວນ


ການທົດລອງເຮັດແນມຈືນຂອງນັກທ່ອງທ່ຽວຕ່າງປະເທດ ເມື່ອ ມາຢ້ຽມຢາມເຂດທ່ອງທ່ຽວທຳມະຊາດຢູ່ ເບັນແຈ. ພາບ: ດັ້ງກິມເຟືອງ


ລາຍການຮ້ອງເພງ ເດີ່ນກາຕາຍຕື, ຈຸດພິເສດດ້ານວັດທະນະທຳ
ຂອງພາກຕາເວັນຕົກສ່ຽງໃຕ້. ພາບ: ຫງວຽນລວນ



ບ່ອນພັກຜ່ອນຂອງນັກທ່ອງທ່ຽວຢູ່ ຕ່ຽນຢາງ. ພາບ: ດັ້ງກິມ ເຟືອງ


ເຂດພັກຜ່ອນ Mekong Ecolodge ຖືກອອກແບບ ມຸ້ງດ້ວຍ ຫຍ້າ ທ່າມກາງບັນຍາກາດສີຂຽວ ແລະ ດຶງດູດນັກທ່ອງທ່ຽວ ດ້ວຍຈຳນວນຫຼວງຫຼາຍ. ພາບ: ຫງວຽນລວນ


ສະລອຍນຳ້ ສຳລັບນັກທ່ອງທ່ຽວຢູ່ເຂດເຮືອນສວນ ນຳ ຮ່ຽນ, ເມືອງ ເຈີ້ແລກ, ແຂວງ ເບັນແຈ. ພາບ: ຫງວຽນລວນ

ໃນຕອນຄໍ່າ, ຄອບຄົວທ່ານ Ronal Van Den Berg ນອນໃນ ເຮືອນມຸງຫຍ້າ ທີ່ມີເຄື່ອງໃຊ້ຢ່າງພຽງພໍ ຕັ້ງຢູ່ໃຈກາງສວນໝາກ ເງາະ. ຕື່ນເຊົ້າມາ, ລູກຂອງທ່ານ Ronal Van Den Berg ໄປ ເກັບໝາກເງາະມາກິນດ້ວຍຄວາມສະໜຸກສະໜານ.

ທ່ານ Ronal Van Den Berg ໃຫ້ຮູ້ວ່າ ລາວເຄີຍໄປຫຼາຍບ່ອນຢູ່ ຫວຽດນາມ ແລະ ຮູ້ສຶກປະທັບໃຈຕໍ່ແຜ່ນດິນ ແລະ ຜູ້ ຄົນຢູ່ ເຂດທົ່ງພຽງແມ່ນຳ້ຂອງ. ກ່ອນຈາກກັນ, ທ່ານ Ronal VanDen Berg ຍັງໃຫ້ຮູ້ອີກວ່າ ຄອບຄົວລາວ ຈະກັບມາ ຫວຽດນາມ ແລະ ໄປຢ້ຽມຢາມສະຖານທ່ີທ່ອງທ່ຽວທຳມະຊາດ ແຫ່ງຕ່າງໆ ຢູ່ຂົງເຂດທົ່ງພຽງແມ່ນຳ້ຂອງ ໃນໂອກາດໜ້າ. 

ໃນກອງປະຊຸມສົ່ງເສີມການລົງທຶນແຂວງ ຕ່ຽນຢາງ (ເດືອນສິງ ຫາ 2018) ໂດຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທາງແຂວງ ໄດ້ເປັນເອກະພາບ ແລະ ສ້າງ ແຜນເພື່ອດຶງດູດການລົງທຶນເຂົ້າໃນຫຼາຍຂົງເຂດຄື: ກະສິກຳ ເຕັກໂນໂລ ຊີສູງ, ການຄ້າ-ການບໍລິການ, ກະສິກຳປຸງແຕ່ງ-ສຳ ຮອງ... ພິເສດ, ໃນຂົງເຂດການທ່ອງທ່ຽວ, ແຂວງ ໄດ້ເນັ້ນໜັກ ເຖິງການກໍ່ສ້າງໂຮງແຮມລະດັບສູງ, ບັນດາສະຖານທ່ີທ່ອງທ່ຽວ ແລະ ບັນດາທ່າກຳປັ່ນ, ຊຸກຍູ້ ການສ້າງຕັ້ງບໍລິການທ່ອງທ່ຽວ ທາງນຳ້ດ້ວຍເຮືອທ່ອງທ່ຽວ ແລະ ເຮືອດ່ວນ.

ບົດ: ເຊີນເຫງ້ຍ - ພາບ: ຈ້ອງຈິງ, ດັ້ງກິມເຟືອງ, ຫງວຽນລວນ 

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top