• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່າ​ນນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິ​ງອັກ​ທິ້ງ ພົບ​ປະ​ກັບ​ຄະນະ​ຜູ້​ແທນເດັກຄໍາ​ຮູ້​ຂອງ​ລຸງ​ໂຮ່່ ​ແຂວງ​ເງະ​ອານ

ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ພົບປະກັບຄະນະຜູ້ແທນ ເດັກຄໍາຮູ້ຂອງລຸງໂຮ່ ແຂວງເງະອານ ລວມມີ 130 ຄົນ ເນື່ອງໃນໂອກາດຄະນະມາຢ້ຽມຢາມ ນະຄອນຫຼວງຮ່າໂນ້ຍ.

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງມອບຂອງຂວັນໃຫ້ແກ່ບັນດາຜູ້ແທນ (ພາບ: baonghean.vn)

    ນີ້ແມ່ນບັນດາສະມາຊິກກອງເຍົາວະຊົນທີ່ດີເດັ່ນ, ມີຜົນງານດີເລີດໃນການຮຽນ, ວຽກງານເຍົາວະຊົນ,ໃນນັ້ນ ມີນັກຮຽນທຸກຍາກຫຼາຍຄົນໄດ້ຜ່ານຜ່າຄວາມຫຍຸ້ງຍາກ.

        ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງພວກເດັກທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ຮຽນເກັ່ງ ຂອງແຂວງເງະອານ; ພ້ອມທັງປາດຖະໜາວ່າ ພວກຫຼານເຍົາວະຊົນ, ອະນຸຊົນ ຂອງແຂວງ ເງະອານ ສືບຕໍ່ພະຍາຍາມ, ຫຼໍ່ລ້ຽງຄວາມໄຝ່ຝັນ, ຮຽນໃຫ້ເກັ່ງ, ສູ້ຊົນກາຍເປັນພົນລະເມືອງທີ່ມີປະໂຫຍດຕໍ່ສັງຄົມ, ເປັນເຈົ້າໃນອະນາຄົດຂອງປະເທດຊາດ ປະກອບສ່ວນໃຫ້ແກ່ປະເທດ ຫວຽດນາມ ນັບມື້ນັບພັດທະນາ. 

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top