• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ທ່າມວຍເກົາກວ່ຽນ - ແປກປະຫຼາດ ແຕ່ອັນຕະລາຍ

ມີຫຼາຍທ່າໂຈມຕີທີ່ອັນຕະລາຍ ນັບແຕ່ທ້ອງລົງມາ ເພື່ອເອົາຊະ ນະ ຄູ່ຕໍ່ສູ້ໄດ້ຢ່າງວ່ອງໄວ, ນັ້ນແມ່ນ ຈຸດພິເສດຂອງທ່າມວຍ ເກົາກວ່ຽນ (ມວຍໝາ), ເຖິງວ່າ ແປກ ປະຫຼາດແຕ່ອັນຕະລາຍ ຢ່າງ ຍິ່ງ. 
ຕາມອາຈານມວຍ ໂຮ່ເຕື່ອງ, ຫົວໜ້າຄູເຝິກຂອງຄ້າຍມວຍ ເຕິນ ແຄງ-ບ່າຈ່າ ໃຫ້ຮູ້ວ່າ ມີທ່າມວຍຕ່າງໆ ໄດ້ແຕ່ງອອກມາ ອີງໃສ່ ສັດ ຫຼາຍປະເພດ ຄື: ກິມເກດົກ ເລີບ (ໄກ່ ຢືນຂາດຽວ), ຮຸ່ງ ເກ ກວ່ຽນ (ມວຍໄກ່ຜູ້) ຫຼື ຊ່າກວ່ຽນ ( ມວຍງູ), ງົ້ວໂຫ ເຕີ່ມເຢືອງ (ມວຍເສືອ), ມຽວໃຕ (ມວຍແມວ) ... ຄ້າຍຄືກັບບັນດາບົດມວຍ ດັ່ງກ່າວ, ທ່າມວຍເກົາກວ່ຽນ ກໍ່ອີງໃສ່  ບັນດາ ທ່າຕີຂອງໂຕໝາ, ເປັນຕົ້ນແມ່ນໃນການ ບຸກໂຈມຕີ, ມັກຕີ ເຂົ້າເປົ້າໝາຍແຕ່ທ້ອງ ລົງມາ ຊຶ່ງເປັນບ່ອນບໍ່ໄດ້ປ້ອງກັນດີ ເພື່ອເອົາຊະນະຄູ່ຕໍ່ສູ້ໄດ້ ຢ່າງ ວ່ອງໄວ. 

ທ່າມວຍ “ຕວ້າ ຈືວ ກົງ ເຕີດ”.


ທ່າມວຍ “ຫ້າ ບ່າງ ລອງ ເກືອກ”.


ທ່າມວຍ “ຫງວ້າ ເດ້ຍ ລອງ ທັງ”.


ທ່າມວຍ “ຊອງ ເກືອກ ຫງິກ ກິກ”.


ທ່າມວຍ “ຊອງ ຈາວ ຮຽນ ດ່າວ”.


ທ່າມວຍ “ຫງູ ຈີ ກົງ ຫ້າ”.


ສິດມວຍ ເຈິ່ນວັນຕວ໋ນ ຂອງ ນິກາຍມວນ ເຕິນແຄງ - ບ່າຈ້າ ມີ ການເຝິກແອບທ່າມວຍ ເກົາກວ່ຽນ ເປັນຢ່າງດີ. 


ທ່າມວຍ “ດົກ ຕຽວ ເກືອກ”. 

ມວຍເກົາກວ່ຽນ ຖືການເຝິກແອບທັງ 4 ປັດໄຈສຳຄັນເຊັ່ນ: ທ່າ ຮັບຕ້ອງແຮງ, ທ່າຕີຕ້ອງໄວ-ແຮງ, ການເຄື່ອນຍ້າຍຕ້ອງວ່ອງໄວ ແລະ ການເຄື່ອນໄຫວຂອງຮ່າງກາຍຕ້ອງຄ່ອງແຄ້ວ. ຜູ້ຮຽນມວຍ ເກົາກວ່ຽນ ຕ້ອງເຝິກບັນດາຈັງຫວະຊ່ວຍຊູຄື: ຕີລັງກາກາງ ອາ ກາດ. ເຝິກຂໍ້ສອກ, ມື, ສົ້ນຕີນ, ຫົວເຂົ່າ ໃຫ້ແຂງ.
 
ເວລາບຸກໂຈມຕີຄູ່ຕໍ່ສູ້, ມືຕ້ອງແຂງແຮງ, ຕີນຕ້ອງໄວໃນການ ກ້າວເຂົ້າ ຖອຍອອກ, ຫຼົບຫຼີກ ແລະ ຕີເຂົ້າໃສ່ຈຸດອັນຕະລາຍ ຊຶ່ງ ຄູ່ຕໍ່ສູ້ຄິດບໍ່ເຖິງ, ບໍ່ມີການປ້ອງກັນ. ເຊັ່ນ: ທ້ອງ, ຕີນ. ເປັນ ທ່າບຸກ ໂຈມຕີຕ່າງໆ ເບິ່ງຄ້າຍຄື ໂຕໝາກຳລັງ ກັດຄົນ, ທຸກທ່າລ້ວນ ອັນ ຕະລາຍຢ່າງຍິ່ງ, ສາມາດເຮັດໃຫ້ ຄູ່ຕໍ່ສູ້ໄດ້ຮັບບາດເຈັບສາຫັດ.
 
ແຕ່ວ່າ, ຍ້ອນທ່າຕີຕ່າງໆ ຂອງ ມວຍເກົາກວ່ຽນ ສ່ວນຫຼາຍ ແມ່ນ ຕີໃສ່ເປົ້າໝາຍແຕ່ທ້ອງລົງມາ, ຖ້າຫາກວ່າ ຄູ່ຕໍ່ສູ້ຮູ້ກ່ອນ ແລະ ປ້ອງກັນຕົວດ້ວຍວິທີຢູ່ລະຍະຫ່າງລະຫວ່າງສອງຄົນ, ບໍ່ໃຫ້ ຄູ່ຕໍ່ ສູ້ເຂົ້າໃກ້ ແມ່ນຍາກຈະເອົາຊະນະໄດ້. ເພາະສະນັ້ນ ຜູ້ນຳໃຊ້ ມວຍເກົາກວ່ຽນ ຕ້ອງມີຄວາມວ່ອງໄວ, ປ່ຽນທ່າບຸກ ເປັນປະຈຳ ຈຶ່ງເອົາຊະນະຄູ່ຕໍ່ສູ້ໄດ້. 

     

ທ່າມວຍ “ຕວ້າ ຈືວ ກົງ ເຕີດ” - ໃຊ້ມືໜຶ່ງຮັບທ່າບຸກຂອງຄູ່ຕໍ່ສູ້, ອີກມືໜຶ່ງຕີໃສ່ຂາຈັ້ງຂອງຄູ່ຕໍ່ສູ້.


ທ່າມວຍ “ຫ້າ ບ່າງ ລອງ ເກືອກ” - ເຕະໃສ່ຂາຈັ້ງງຂອງຄູ່ຕໍ່ສູ້.


ທ່າມວຍ “ຫງູ ຈາວ ກົງ ຫ້າ” - ໃຊ້ ມື 5 ນີ້ວ ຕີໃສ່ອະໄວຍະວະ ພາຍນອກເພດຊາຍຂອງຄູ່ຕໍ່ສູ້.


ໃຊ້ຕີນ ເພື່ອລອກຄູ່ຕໍ່ສູ້ ດ້ວຍມວຍເກົາກວ່ຽນ ເມື່ອຄູ່ຕໍ່ສູ່ລົ້ມລົງ. 


ທ່າມວຍ “ລອງ ກິກ ດິ່ງ ເກືອກ” - ປ້ອງກັນຕົວດ້ວຍໃຊ້ຕີນຖີບ ເພື່ອສະກັດກັ້ນ ການບຸກ ຂອງຄູ່ຕໍ່ສູ້. 


ທ່າມວຍ “ຫງູ ຈີ ກົງ ຫ້າ”-ໃຊ້ມື 5 ນີ້ວຕີໃສ່ອະໄວຍະວະ ພາຍນອກເພດຊາຍຂອງຄູ່ຕໍ່ສູ້,
ມືທີ່ຍັງເຫຼືອຈະຮັບທ່າບຸກ ຂອງຄູ່ຕໍ່ສູ້.



ທ່າມວຍ “ກິນ ຕຽວ ຈຶກ ເກືອກ” - ເຕະຄູ່ຕໍ່ສູ້ໃຫ້ອອກໄປໄກ. 


ທ່າມວຍ “ຕາວ ເດ້ຍ ກິກ ເກືອກ” - ເຕະໃສ່ຂາຈັ້ງງຂອງຄູ່ຕໍ່ສູ້. 


ທ່າມວຍ “ຊອງ ຕຸກ ຄວາ ເກືອກ” - ລອກຂາຄູ່ຕໍ່ສູ້ດ້ວຍຕີນ. 


ຜູ້ນຳໃຊ້ ມວຍເກົາກວ່ຽນ ຕ້ອງນຳໃຊ້ຕີນຢ່າງວ່ອງໄວ ແລະ ມີ ຄວາມ ແຮງ, ເວລາບຸກ ດ້ວຍຕີນຈຶ່ງໄດ້ຜົນ. 

ຈຸດພິເສດຂອງ ທ່າມວຍເກົາກວ່ຽນ ແມ່ນມີຫຼາຍທ່າບຸກໂຈມຕີ ທີ່ ອັນຕະລາຍຢ່າງຍິ່ງ, ສະນັ້ນ ມັນບໍ່ໄດ້ແຜ່ຂະຫຍາຍ ຢ່າງກວ້າງ ຂວາງ. ປະຈຸບັນ, ມີພຽງແຕ່ສິດມວຍຈຳນວນໜຶ່ງ ໃນຄ້າຍມວຍ ເຕິນແຄງ-ບ່າຈ່າ ຈຶ່ງໄດ້ອາຈານມວຍ ໂຮ່ເຕື່ອງ ສອນວິຊາມວຍ ເກົາກວ່ຽນ ໃຫ້, ໃນນັ້ນ ມີຄູເຝິກ ເຈິ່ນວັນຕວັນ, ຫງວຽນຈຸງນາມ, ຫງວຽນ ວັນຖັງ ແລະ ຫງວຽນເຈິ່ນດັງຄວາ.
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top