• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປ​ະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ​ເດີນ​ທາງອອກ​ຈາກ​ນະ​ຄອນ ນິວ​ຢອກ (ອາ​ເມ​ລິ​ກາ) ກັບ​ເມືອ​ປະ​ເທດ

ຕອນບ່າຍວັນທີ 24 ກັນຍາ (ຕາມເວລາ ທ້ອງຖິ່ນ) ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ ເດີນທາງອອກຈາກນະຄອນ ນິວຢອກ, ກັບມາ ຫວຽດນາມ, ສິ້ນສຸດການເຂົ້າຮ່ວມກອງປະຊຸມປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່, ສປຊ ຊຸດທີ 76  ແລະ ປະຕິບັດການເຄື່ອນໄຫວຈຳນວນໜຶ່ງຢູ່ ອາເມລິກາ ແຕ່ວັນທີ 21 ຫາວັນທີ 24 ກັນຍາ ຢ່າງຈົບງາມ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເດີນທາງອອກຈາກນະຄອນ ນິວຢອກ, ກັບມາ ຫວຽດນາມ (ພາບ: TTXVN)

ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານປະທານາທິບໍດີ ເຢຍລະມັນ Frank – Walter Steinmerier. ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງ ລັດຖະບານ ເຢຍລະມັນ ທີ່ໄດ້ໃຫ້ການໜູນຊ່ວຍວັກຊິນ ກໍຄືວັດຖຸອຸປະກອນການແພດໃຫ້ແກ່ຫວຽດນາມ. ທ່ານ ຫງວຽນຊວັນຟຸກ ສະເໜີ ເຢຍລະມັນ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ ເຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງ.

        ການນຳສອງປະເທດ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫຼາຍຝ່າຍ, ຜ່ານນັ້ນປະກອບສ່ວນຮັກສາສັນຕິພາບ, ຊຸກຍູ້ການປະຕິບັດກົດໝາຍສາກົນ.

        ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ໄປວາງພວງມາລາຢູ່ອະນຸສາວະລີແຫ່ງຊາດ 11 ກັນຍາ - ເຊິ່ງແມ່ນກິດຈະກຳອາໄລຫາຜູ້ປະສົບເຄາະຮ້າຍຈາກເຫດບຸກໂຈມຕີກໍ່ການຮ້າຍເກີດຂຶ້ນໃນວັນທີ 11 ກັນຍາ 2001 ຢູ່ ນະຄອນ ນິວຢອກ.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top