ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຖືຂັ້ນຮາກຖານແມ່ນພື້ນຖານໃນການປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP 26
ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ໃຫ້ຮູ້ວ່າ, ຫວຽດນາມ ແມ່ນ ໜຶ່ງໃນຈຳນວນ 6 ປະເທດໃນໂລກ ທີ່ຖືກຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຈາກການປ່ຽນແປງດິນຟ້າອາກາດ. ຢູ່ COP 26, ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຫຼຸດຜ່ອນການປ່ອຍອາຍພິດລົງລະດັບ 0 ໃນປີ 2050, ຫຼຸດຜ່ອນ 30%ການປ່ອຍທາດ Metan ທີ່ກໍ່ອາຍພິດເຮືອນແກ້ວໃນປີ 2030. ການປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP26 ສອດຄ່ອງ ກັບໂຄງການສ້າງໂຄງປະກອບພື້ນຖານເສດຖະກິດປະເທດຊາດ, ເໝາະສົມກັບທ່າອ່ຽງຂອງໂລກ ກ່ຽວກັບການພັດທະນາເສດຖະກິດຂຽວ, ເສດຖະກິດໝູນວຽນ, ເສດຖະກິດດີຈີຕອນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກຄະນະຊີ້ນຳ, ກະຊວງ, ຂະແໜງການພົບປະກັບຄູ່ຮ່ວມມື, ນັກອຸປະຖຳ, ນັກຄົ້ນຄ້ວາ… ເພື່ອຍາດແຍ່ງພູມປັນຍາ, ປະສົບການ, ແຫຼ່ງກຳລັງ, ພ້ອມທັງຊອກຫາສຽງເວົ້າລວມລະຫວ່າງການສະໜອງ ແລະ ຄວາມຕ້ອງການ, ຄັດເລືອກພະນັກງານທີ່ມີລະດັບຄວາມຮູ້, ພູມປັນຍາ, ມີຄວາມເມົາມົວ, ສຸດຈິດສຸດໃຈ ແລະ ມີລະບົບ, ນະໂຍບາຍທີ່ສົມເຫດສົມຜົນ ເພື່ອໃຫ້ຖັນແຖວພະນັກງານນີ້ ເຮັດວຽກຢ່າງມີປະສິດທິຜົນ, ປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ກອງປະຊຸມຄັ້ງທີ 26.
(ແຫຼ່ງຄັດຈາກ VOV)