• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ​ຕ້ອນ​ຮັບ​ຄະ​ນະ​ຜູ້​ຕາງ​ໜ້າບັນ​ດາ​​ອົງ​ການ​ຈັດ​ຕັ້ງ​ ຂອງ ສ​ປ​ຊ ປະ​ຈຳ ຫວຽດ​ນາມ

ຕອນບ່າຍວັນທີ 21 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນທ່ານ Kidong Park ຜູ້ຮັກສາການປະສານງານ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງ ສປຊ ປະຈຳ ຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງ ສປຊ (24 ຕຸລາ 1945 – 24 ຕຸລາ 2021).
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບຄະນະຜູ້ຕາງໜ້າບັນດາອົງຈັດຕັ້ງ ຂອງ ສປຊ ປະຈຳ ຫວຽດນາມ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄຳອວຍພອນໄປຍັງ ທ່ານ Kidong Park ຜູ້ຮັກສາການປະສານງານ, ຜູ້ຕາງໜ້າບັນດາອົງການຈັດຕັ້ງ ສປຊ ແລະ ພະນັກງານ, ພາລະກອນ ຂອງ ສປຊ ໝົດທຸກຄົນ ປະຈຳ ຢູ່ຫວຽດນາມ, ສົ່ງຄຳອວຍພອນໄປຍັງ ທ່ານເລຂາທິການໃຫຍ່ ສປຊ ແລະ ພະນັກງານ, ພາລະກອນ ສປຊ ທີ່ພວມເຮັດວຽກໃນທົ່ວໂລກ ເນື່ອງໃນໂອກາດວັນສຳຄັນນີ້. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ເຄົາລົບການໜູນຊ່ວຍອັນລ້ຳຄ່າຂອງ ສປຊ ໃຫ້ແກ່ ຫວຽດນາມ ໃນຕະຫຼອດໄລຍະ 4 ທົດສະວັດທີ່ຜ່ານມາ.

ເມື່ອປຶກສາຫາລືກ່ຽວກັບການກຳນົດທິດຮ່ວມມື ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ອົງການ ສປຊ ຊຸກຍູ້ໂຄງການ COVAX ສືບຕໍ່ໜູນຊ່ວຍ ຫວຽດນາມ ໄດ້ຮັບວັກຊິນໄວ ແລະ ຫຼາຍສຸດເທົ່າທີ່ສາມາດເຮັດໄດ້, ຊຸກຍູ້ ການຄົ້ນຄ້ວາ, ຮ່ວມມືກັນຜະລິດວັກຊິນຢູ່ ຫວຽດນາມ ເພື່ອໃຫ້ ຫວຽດນາມ ມີຄວາມເປັນເຈົ້າການກ່ຽວກັບວັກຊິນໂດຍໄວ ແລະ ຜະລິດວັກຊິນທີ່ໄດ້ມາດຖານສາກົນ, ສະໜອງວັດຖຸອຸປະກອນການແພດ ແລະ ໜູນຊ່ວຍ ຫວຽດນາມໄດ້ສຳຜັດກັບຢາປິ່ນປົວທີ່ບັນລຸມາດຖານ ດ້ວຍຄ່າໃຊ້ຈ່າຍທີ່ເໝາະສົມ.

ໂດຍຕາງໜ້າໃຫ້ອົງການສປຊ ປະຈຳ ຫວຽດນາມ, ທ່ານ Kidong Park ຢັ້ງຢືນວ່າ ສປຊ ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ໃນການຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດ, ພ້ອມທັງແບ່ງປັນບົດຮຽນ, ປະສົບການອັນລ້ຳຄ່າໃນວິວັດການພັດທະນາ, ຕີລາຄາສູງ ຖານະບົດບາດທີ່ຕັ້ງ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ຢູ່ ສະພາຄວາມໝັ້ນຄົງ ສປຊ ແລະ ກົນໄກ, ເວທີປາໄສ ຕ່າງໆ ຂອງ ສປຊ, ຜ່ານນັ້ນ ປະກອບສ່ວນປັບປຸງ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top