• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຫວຽດ​ນາມ ໄດ້​ສ້າງ​ສະ​ພາບ​ແວດ​ລ້ອມ ເພື່ອໃຫ້​ແມ່​ຍິງ​ຢັ້ງ​ຢືນ​​ຖາ​ນະ​ບົດ​ບາດ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ສັງ​ຄົມ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງກວດກາຄືນ ນະໂຍບາຍສຳລັບແມ່ຍິງ ແລະ ເດັກນ້ອຍ. ໃນສະເພາະໜ້າແມ່ນ ສ້າງຮ່າງມະຕິວ່າດ້ວຍບາງນະໂຍບາຍໜູນຊ່ວຍ ແມ່ຍິງ ແລະ ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ໃຫ້ສົມບູນແບບໂດຍດ່ວນ, ຍື່ນສະເໜີຕໍ່ຂັ້ນທີ່ມີສິດອຳນາດພິຈາລະນາ, ຕັດສິນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບຜູ້ຕາງໜ້າດີເດັ່ນຂອງ ແມ່ຍິງທຸກຊັ້ນຄົນ. (ພາບ: TTXVN)

ຕອນບ່າຍວັນທີ 19 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບຜູ້ຕາງໜ້າດີເດັ່ນຂອງ ແມ່ຍິງທຸກຊັ້ນຄົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ, ວັນແມ່ຍິງ ຫວຽດນາມ ຄືວັນທີ 20 ຕຸລາ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ພັກ, ລັດ ໄດ້ຮັບຮູ້ບັນດາການອຸທິດສ່ວນ ແລະ ບົດບາດອັນຍິ່ງໃຫຍ່ຂອງ ແມ່ຍິງ ຫວຽດນາມ ຜ່ານບັນດາໄລຍະ ແລະ ຍາມໃດກໍ່ເອົາໃຈໃສ່ເຖິງນະໂຍບາຍສຳລັບແມ່ຍິງ ຄື ນະໂຍບາຍຄວາມສະເໝີພາບລະຫວ່າງຍິງຊາຍ, ການເບິ່ງແຍງດູແລສຸຂະພາບ, ສ້າງວຽກເຮັດງານທຳ…

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງກວດກາຄືນ ນະໂຍບາຍສຳລັບແມ່ຍິງ ແລະ ເດັກນ້ອຍ. ໃນສະເພາະໜ້າແມ່ນ ສ້າງຮ່າງມະຕິວ່າດ້ວຍບາງນະໂຍບາຍໜູນຊ່ວຍ ແມ່ຍິງ ແລະ ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ໃຫ້ສົມບູນແບບໂດຍດ່ວນ, ຍື່ນສະເໜີຕໍ່ຂັ້ນທີ່ມີສິດອຳນາດພິຈາລະນາ, ຕັດສິນ. ລັດຖະບານຈະຄົ້ນຄ້ວາ, ສະເໜີການສ້າງນະໂຍບາຍເພື່ອຮັບປະກັນຊີວິດການເປັນຢູ່ຂອງກຳມະກອນຍິງ ໃນບັນດາເຂດອຸດສາຫະກຳ, ເປັນຕົ້ນແມ່ນນະໂຍບາຍກ່ຽວກັບເຮືອນຢູ່, ໂຮງລ້ຽງເດັກ, ໂຮງຮຽນ ເພື່ອໃຫ້ ບັນດາເອື້ອຍນ້ອງຍິງມີຄວາມອຸ່ນອ່ຽນໃຈ ອອກແຮງງານທຳການຜະລິດ.

ທ່ານນາຍົກລັດຖະມົນຕີ ຫວັງວ່າ ສະຫະພັນແມ່ຍິງສືບຕໍ່ສ້າງ, ປະຕິບັດແຜນການຜັນຂະຫຍາຍວຽກງານກໍ່ສ້າງຄອບຄົວ ໃນສະພາບການໃໝ່ ແລະ ວຽກງານລົບລ້າງຄວາມອຶດຫິວແບບຍືນຍົງຢ່າງແທດຈິງ, ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top