• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ຄວາມ​​ຄືບ​ໜ້າກໍ່​ສ້າງ​ທາງ​ຄວາມ​ໄວ​ສູງ ຈຸງ​ເລືອງ-ມີ​ທ້ວນ

ຕອນບ່າຍວັນທີ 31 ກໍລະກົດ, ຢູ່ເສັ້ນທາງແຍກ ເທິນກີວເງັ້ຍ ຢູ່ແຂວງຕຽນຢາງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປກວດກາຄວາມຄືບໜ້າໂຄງການກໍ່ສ້າງທາງຄວາມໄວສູງ ຈຸງເລືອງ-ມີທ້ວນ.

(ພາບ: TTXVN)

ນີ້ແມ່ນຄັ້ງທີ 3 ນັບແຕ່ໂຄງການໄດ້ລົງມືກໍ່ສ້າງມາແຕ່ເດືອນມີນາປີ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງໄປສະຖານທີ່ກໍ່ສ້າງໂດຍກົງ, ຊີ້ນຳ ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອຮັບປະກັນເປົ້າໝາຍການລຸລ່ວງເສັ້ນທາງໃຫ້ສຳເລັດໃນທ້າຍປີ 2020. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ນຳວ່າ:

   ນີ້ແມ່ນເສັ້ນທາງທີ່ມີຄວາມໝາຍຕໍ່ປະຊາຊົນ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ກໍ່ຄືການພັດທະນາເສດຖະກິດສັງຄົມຂອງພາກພື້ນ. ຂ້າພະເຈົ້າຮຽກຮ້ອງໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຕ້ອງສືບຕໍ່ຜັນຂະຫຍາຍຂົວມີທ້ວນ ໃຫ້ໄວທີ່ສຸດ. ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຮັບຜິດຊອບການຜັນຂະຫຍາຍກໍ່ສ້າງນັບແຕ່ມີທ້ວນ ໄປຮອດເກິນເທີ . ສະນັ້ນ, ທົ່ວເສັ້ນທາງຕ້ອງໄດ້ຮັບການແກ້ໄຂໄວທີ່ສຸດໃນໄລຍະຈະມາເຖິງ. ພ້ອມທັງຄົ້ນຄ້ວາເສັ້ນທາງເຊື່ອງຕໍ່ລະຫວ່າງເກິນເທີ-ກ່າເມົາ, ເອົາເຂົ້າໃນແຜນການປີ 2021-2025 ເພື່ອສ້າງເສັ້ນທາງຈາກນະຄອນໂຮ່ຈີມິນ ໄປຫາຈຸງເລືອງ-ມີທ້ວນ-ເກິນເທີ-ກ່າເມົາ ໃຫ້ສຳເລັດ.
 

ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ຕອນບ່າຍວັນທີ 22/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024

Top