• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວັນ​ຟຸກ ​ເປັນ​ປະ​ທານກອງ​ປະ​ຊຸມ ຂອງ ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ ກ່ຽວ​ກັບ​ລັດ​ຖະ​ບານ​ເອ​ເ​ລັກ​ໂຕ​ນິກ

ຕອນເຊົ້າວັນທີ 12 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ, ໄດ້ເປັນປະທານກອງປະຊຸມລະຫວ່າງຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກກັບ ຄະນະຊີ້ນຳລັດຖະບານເອເລັກໂຕນິກ, ລັດຖະບານມີສິດທາງເອເລັກໂຕນິກຂອງກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ ຂອງ ຄະນະກຳມະການແຫ່ງຊາດ ກ່ຽວກັບລັດຖະບານເອເລັກໂຕນິກ (ພາບ: TTXVN)

ຕາມການຕີລາຄາຂອງ ລັດຖະບານແລ້ວໃນໄລຍະທີ່ຜ່ານມາ, ບັນດາກະຊວງ, ຂະແໜງການ, ກຸ່ມບໍລິສັດ, ລັດວິສາຫະກິດໄດ້ປະຕິບັດຫຼາຍໜ້າທີ່ທີ່ໄດ້ວາງອອກໃນມະຕິເລກທີ 17 ຂອງ ລັດຖະບານກ່ຽວກັບລັດຖະບານເອເລັກໂຕນິກໃຫ້ເປັນຢ່າງດີ. ໃນການກໍ່ສ້າງ ແລະ ປະຕິບັດລັດຖະບານເອເລັກໂຕນິກໄດ້ມີການຜັນປ່ຽນໂດຍພື້ນຖານໃນການນຳໃຊ້ເອກະສານເອເລັກໂຕນິກເຂົ້າໃນການເຄື່ອນໄຫວຂອງ ອົງການລັດ. 100% ກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ມີການເຊື່ອມຕໍ່, ເຊື່ອມຈອດກັນສົ່ງ - ຮັບ ເອກະສານເອເລັກໂຕນິກດ້ວຍລະບົບຮັບ - ສົ່ງເອກະສານແຫ່ງຊາດ.

ພ້ອມກັບການພັດທະນາຂອງ ລະບົບພູມປັນຍາ ຫວຽດນາມດີຈີຕອນ ເພື່ອເຊື່ອມຕໍ່, ແບ່ງປັນພູມປັນຍາໃຫ້ແກ່ປະຊາຊົນໃນສັງຄົມທຸກຊັ້ນວັນນະໃນສັງກາດດີຈີຕອນ. ປີ 2019 ລະບົບ ພູນປັນຍາຫວຽດນາມ ດີຈີຕອນ ໄດ້ມີບາດກ້າວພັດທະນາຢ່າງແຮງ ດ້ວຍເຫດການເປີດສະຫຼອງແຜນທີ່ Vmap ທີ່ມີທີ່ຢູ່ ກ່ວາ 24 ລ້ານແຫ່ງ, ໄດ້ສ້າງພື້ນຖານແຜນທີ່ໃຫ້ແກ່ບັນດາໂປຼແກຼມຊອບແວເສດຖະກິດ - ສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາການຄ້າ ເອເລັກໂຕນິກ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວວ່າ:

        ບັນຫາປ່ຽນແປງໃຫມ່ ເຕັກໂນໂລຢີ, ພິເສດແມ່ນບັນຫາການຫັນປ່ຽນດີຈີຕອນຂອງ ວິສາຫະກິດ ແມ່ນໜຶ່ງໃນບັນດາມາດຕະການໜູນຊ່ວຍຂອງລັດເພື່ອຮັກສາລະດັບຄວາມໄວໃນການພັດທະນາຂອງບັນດາວິສາຫະກິດ. ນີ້ແມ່ນບັນຫາທີ່ມີລັກສະນະສະຖານະການການເມືອງຖ້າຫາກວ່າພວກເຮົາບໍ່ປະຕິບັດລັດຖະບານເອເລັກໂຕນິກກ່ຽວກັບການຊຳລະ, ການຄ້າເອເລັກໂຕນິກ, ການຫັນປ່ຽນດີຈີຕອນໃຫ້ແກ່ວິສາຫະກິດໃນພື້ນຖານເສດຖະກິດດີຈີຕອນໄດ້ເປັນຢ່າງດີນັ້ນກໍ່ຍາກທີ່ຈະບັນລຸຜົນສຳເລັດໄດ້. ສິ່ງນີ້ຕ້ອງມີການສູ້ຊົນຫຼາຍທີ່ສຸດຂອງທົ່ວລະບົບໃນການສ້າງສາ ແລະ ພັດທະນາລັດຖະບານເອເລັກໂຕນິກຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top